ການຄຸ້ມຄອງວຽກງານຮູບເງົາ

20/05/2024 10:12
Email Print 3456
ຂປລ ຕໍ່ກັບການຄຸ້ມຄອງວຽກງານຮູບເງົາ ໄດ້ມີການແບ່ງຂັ້ນຄຸ້ມຄອງຢ່າງລະອຽດ, ຈະແຈ້ງນັບແຕ່ສູນກາງຮອດທ້ອງຖິ່ນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍວ່າດ້ວຍຮູບເງົາ ສະບັບປີ 2019 ໂດຍສະເພາະໃນ ມາດຕາ 58 ກ່ຽວກັບອົງການຄຸ້ມຄອງວຽກງານຮູບເງົາ.

    *ຕໍ່ກັບການຄຸ້ມຄອງວຽກງານຮູບເງົາ ໄດ້ມີການແບ່ງຂັ້ນຄຸ້ມຄອງຢ່າງລະອຽດ, ຈະແຈ້ງນັບແຕ່ສູນກາງຮອດທ້ອງຖິ່ນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍວ່າດ້ວຍຮູບເງົາ ສະບັບປີ 2019 ໂດຍສະເພາະໃນ ມາດຕາ 58 ກ່ຽວກັບອົງການຄຸ້ມຄອງວຽກງານຮູບເງົາ ໄດ້ລະບຸໄວ້ວ່າ: ລັດຖະບານ ຄຸ້ມຄອງວຽກງານຮູບເງົາ ຢ່າງລວມສູນ ແລະ ເປັນເອກະພາບໃນຂອບເຂດທົ່ວປະເທດໂດຍມອບໃຫ້ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ເປັນຜູ້ຮັບຜິດຊອບໂດຍກົງ ແລະ ເປັນເຈົ້າການປະສານສົມທົບກັບຂະແໜງການອື່ນ ແລະ ອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ. ອົງການຄຸ້ມຄອງວຽກງານຮູບເງົາປະກອບດ້ວຍ: ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ; ພະແນກຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວແຂວງ, ນະຄອນຫລວງ; ຫ້ອງການຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວເມືອງ, ເທສະບານ, ນະຄອນ; ອົງການປົກ ຄອງບ້ານ. ສຳລັບ ແລະ ໜ້າທີ່ຂອງແຕ່ລະອົງການນັ້ນໄດ້ກຳນົດໄວ້ດັ່ງນີ້: ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ມີສິດ ແລະ ໜ້າທີ່ໃນການຄົ້ນຄວ້າ, ສ້າງນະໂຍບາຍ, ແຜນຍຸດທະສາດ, ກົດໝາຍ ແລະ ລະບຽບການກ່ຽວກັບວຽກງານຮູບເງົາ ເພື່ອສະເໜີລັດຖະບານພິຈາລະນາ; ຜັນຂະຫຍາຍນະໂຍບາຍ, ແຜນຍຸດທະສາດ ແລະ ກົດໝາຍເປັນແຜນການ, ແຜນງານ, ໂຄງການລະອຽດ ແລະ ຈັດຕັ້ງປະຕິບັດ; ໂຄສະນາເຜີຍແຜ່, ສຶກສາອົບຮົມນະໂຍບາຍ, ແຜນຍຸດທະສາດ, ກົດໝາຍ ແລະ ລະບຽບການກ່ຽວກັບວຽກງານຮູບເງົາ; ຊີ້ນໍາ, ຊຸກຍູ້, ສົ່ງເສີມ, ຕິດຕາມ, ກວດກາການເຄື່ອນໄຫວວຽກງານຮູບເງົາ ໃນຂອບເຂດທົ່ວປະເທດ ລວມທັງການເຄື່ອນໄຫວວຽກງານຂອງສະມາຄົມຮູບເງົາ; ຄົ້ນຄວ້າ, ພິຈາລະນາ, ອະນຸຍາດ, ໂຈະ, ຍົກເລີກການດໍາເນີນທຸລະກິດກ່ຽວກັບຮູບເງົາຂອງບຸກຄົນ, ນິຕິບຸກຄົນ ຫລື ການຈັດຕັ້ງທ່ີລະເມີດກົດໝາຍ ລວມທັງການເກັບກູ້ ແລະ ທໍາລາຍຜະລິດຕະພັນຮູບເງົາທີ່ກ່ຽວຂ້ອງກັບການລະເມີດດັ່ງກ່າວ; ສໍາເນົາ, ເກັບກໍາ ແລະ ປົກປັກຮັກສາ ຜະລິດຕະພັນຮູບເງົາເພື່ອເປັນຄັ້ງມໍລະດົກຂອງຊາດ; ຮັບ ແລະ ພິຈາລະນາແກ້ໄຂຄໍາສະເໜີ, ຄໍາຮ້ອງຂອງບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງກ່ຽວກັບວຽກງານຮູບເງົາ; ສ້າງ, ບໍາລຸງ ແລະ ຍົກລະດັບຜູ້ສ້າງຮູບເງົາທາງດ້ານການເມືອງ ແລະ ວິຊາສະເພາະ;ປະສານສົມທົບກັບຂະແຫນງການອື່ນ ແລະ ອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງໃນການຈັດຕັ້ງປະຕິບັດວຽກງານຮູບເງົາ; ພົວພັນ, ຮ່ວມມືກັບຕ່າງປະເທດ ແລະ ອົງການຈັດຕັ້ງສາກົນກ່ຽວກັບວຽກງານຮູບເງົາ; ສະຫລຸບ, ລາຍງານການຈັດຕັ້ງປະ ຕິບັດວຽກງານກ່ຽວກັບຮູບເງົາ ໃຫ້ ລັດຖະບານເປັນປົກກະຕິ; ນໍາໃຊ້ ສິດ ແລະ ປະຕິບັດໜ້າທີ່ອື່ນ ຕາມທີ່ ໄດ້ກໍານົດໄວ້ໃນກົດໝາຍ. ພະແນກຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວແຂວງ, ນະຄອນຫລວງມີສິດ ແລະ ໜ້າທີ່ຕາມຂອບເຂດຄວາມຮັບຜິດຊອບຂອງຕົນ ດັ່ງນີ້: ຈັດຕັ້ງປະຕິບັດນະໂຍບາຍ, ແຜນຍຸດທະສາດ, ກົດໝາຍ, ແຜນການ, ແຜນງານ ແລະ ໂຄງການກ່ຽວກັບວຽກງານຮູບເງົາ; ໂຄສະນາເຜີຍ ແຜ່, ສຶກສາອົບຮົມນະໂຍບາຍ, ແຜນ ຍຸດທະສາດ, ກົດໝາຍ ແລະ ລະ ບຽບການກ່ຽວກັບວຽກງານຮູບເງົາ; ຕິດຕາມ, ຊຸກຍູ້, ສົ່ງເສີມ ແລະ ຊີ້ນໍາການເຄື່ອນໄຫວວຽກງານຮູບເງົາ ຂອງຫ້ອງການຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວເມືອງ, ເທສະບານ, ນະຄອນ; ຊຸກຍູ້, ສົ່ງ ເສີມ, ຕິດຕາມ, ກວດກາການເຄື່ອນໄຫວວຽກງານຮູບເງົາຂອງບຸກຄົນ, ນິຕິບຸກຄົນ ຫລື ການຈັດຕັ້ງທັງພາຍໃນ ແລະ ຕ່າງປະເທດ; ສໍາຫລວດ ແລະ ເກັບກໍາສະຖິຕິກ່ຽວກັບວຽກງານຮູບເງົາ; ຄົ້ນຄວ້າ, ພິຈາລະນາ, ອະນຸຍາດ, ໂຈະ, ຍົກເລີກ ການດໍາເນີນທຸລະກິດຮູບເງົາຂອງບຸກຄົນ, ນິຕິບຸກຄົນ ຫລື ການຈັດຕັ້ງທີ່ລະເມີດກົດໝາຍ ລວມທັງການເກັບກູ້ ແລະ ທໍາລາຍຜະລິດຕະພັນ ຮູບເງົາທີ່ກ່ຽວຂ້ອງກັບການລະເມີດດັ່ງກ່າວຕາມຂອບເຂດຄວາມຮັບຜິດຊອບທີ່ກະຊວງມອບໝາຍໃຫ້; ຮັບ ແລະ ພິຈາລະນາແກ້ໄຂຄໍາສະເຫນີ, ຄໍາຮ້ອງຂອງບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງກ່ຽວກັບວຽກງານຮູບເງົາ; ສະເໝີສ້າງ, ບໍາລຸງ ແລະ ຍົກລະດັບຜູ້ສ້າງຮູບເງົາທາງດ້ານການເມືອງ ແລະ ວິຊາສະເພາະ;  ປະສານສົມທົບກັບພະແນກການອື່ນ ແລະ ອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງໃນການຈັດຕັ້ງປະຕິບັດວຽກງານຮູບເງົາ; ພົວພັນ, ຮ່ວມມືກັບຕ່າງປະເທດ ແລະ ອົງການຈັດຕັ້ງສາກົນກ່ຽວກັບວຽກງານຮູບເງົາ ຕາມການມອບໝາຍ; ສະຫລຸບ, ລາຍງານການຈັດຕັ້ງປະຕິບັດວຽກງານຮູບເງົາໃຫ້ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແລະ ອົງການປົກຄອງຂັ້ນແຂວງ ຢ່າງເປັນປົກກະຕິ; ນໍາໃຊ້ສິດ ແລະ ປະຕິບັດຫນ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.

     ຫ້ອງການຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວເມືອງ, ເທສະບານ, ນະຄອນມີສິດ ແລະ ໜ້າທີ່ຕາມຂອບເຂດຄວາມຮັບຜິດຊອບຂອງຕົນ ດັ່ງນີ້: ຈັດຕັ້ງປະຕິບັດນະໂຍບາຍ, ແຜນຍຸດທະສາດ, ກົດໝາຍ, ແຜນການ, ແຜນງານ ແລະ ໂຄງການກ່ຽວກັບວຽກງານຮູບເງົາ; ເຜີຍແຜ່, ສຶກສາອົບຮົມນະໂຍບາຍ, ແຜນຍຸດທະສາດ, ກົດໝາຍ ແລະ ລະບຽບການກ່ຽວກັບວຽງານຮູບເງົາ; ຕິດຕາມ, ຊຸກຍູ້, ສົ່ງເສີມ ແລະ ຊີ້ນໍາການເຄື່ອນໄຫວວຽກງານຮູບເງົາ ພາຍໃນເມືອງ, ເທສະບານ, ນະຄອນ;  ສໍາຫລວດ ແລະ ເກັບກໍາສະຖິຕິກ່ຽວກັບວຽກງານຮູບເງົາ; ເກັບກູ້ ແລະ ທໍາລາຍຜະລິດຕະພັນຮູບເງົາທີ່ລະເມີດກົດໝາຍ ແລະ ລະບຽບການກ່ຽວກັບ ວຽກງານຮູບເງົາ; ຮັບ ແລະ ພິຈາລະນາແກ້ໄຂຄໍາສະເໝີຄໍາຮ້ອງຂອງບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງກ່ຽວກັບວຽກງານຮູບເງົາ;  ສະເໜີສ້າງ, ບໍາລຸງ ແລະ ຍົກລະດັບຜູ້ສ້າງຮູບເງົາທາງດ້ານການເມືອງ ແລະ ວິຊາສະເພາະ; ປະສານສົມທົບກັບຫ້ອງການອື່ນ ແລະ ອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງໃນການຈັດຕັ້ງ ປະຕິບັດວຽກງານຮູບເງົາ; ສະຫລຸບ, ລາຍງານການຈັດຕັ້ງປະຕິບັດວຽກງານຮູບເງົາ ໃຫ້ພະແນກຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວແຂວງ, ນະຄອນຫລວງ ແລະ ອົງການປົກຄອງ ເມືອງ, ເທສະບານ, ນະຄອນຢ່າງເປັນປົກກະຕິ; ນໍາໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນ ຕາມທີ່ໄດ້ກໍານົດໄວໃນກົດໝາຍ.ອົງການປົກຄອງບ້ານມີສິດ ແລະ ໜ້າທີ່ຕາມຂອບເຂດຕາມຄວາມຮັບຜິດຊອບຂອງຕົນດັ່ງນີ້: ປະຕິບັດກົດໝາຍກ່ຽວກັບຮູບເງົາໃນຂອບເຂດບ້ານຂອງຕົນ; ຕິດຕາມ ແລະ ກວດກາການຈໍາໜ່າຍ, ການສາຍຮູບເງົາເຄື່ອນທີ່ ແລະ ແກ້ໄຂປາກົດການຫຍໍ້ທໍ້ກ່ຽວກັບຮູບເງົາພາຍໃນຂອບເຂດບ້ານ;  ປະສານສົມທົບກັບ ຫ້ອງການຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວເມືອງ, ເທສະບານ, ນະຄອນ, ຫ້ອງການ ແລະ ພາກສ່ວນອື່ນທີ່ກ່ຽວຂ້ອງໃນ ການຈັດຕ້ັງປະຕິບັດວຽກງານກ່ຽວກັບຮູບເງົາ; ນໍາໃຊ້ສິດ ແລະ ປະຕິ ບັດຫນ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ. ສິດ ແລະ ໜ້າທີ່ຂອງຂະແໜງການ, ອົງການປົກຄອງທ້ອງຖິ່ນ ແລະ ພາກສ່ວນອື່ນທີ່ກ່ຽວຂ້ອງບັນດາຂະແໜງການ, ອົງການປົກຄອງທ້ອງຖິ່ນ ແລະ ພາກສ່ວນອື່ນທີ່ກ່ຽວຂ້ອງມີສິດ ແລະ ໜ້າທີ່ປະສານສົມທົບກັບຂະແໜງການຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວໃນການຄຸ້ມຄອງ, ຕິດຕາມກວດກາ ແລະ ສົ່ງເສີມ, ພັດທະນາວຽກງານຮູບເງົາລວມທັງການຈໍາກັດປາກົດການຫຍໍ້ທໍ້ໃນວຽກງານຮູບເງົາຕາມພາລະບົດບາດຂອງຕົນ


KPL

ຂ່າວອື່ນໆ

    • 42 ປີ ແຫ່ງການກຳເນີດເຕີບໃຫຍ່ຂະຫຍາຍຕົວຂອງ ກອງພັນໃຫຍ່ 641ບົດ-ສາລະຄະດີ

      42 ປີ ແຫ່ງການກຳເນີດເຕີບໃຫຍ່ຂະຫຍາຍຕົວຂອງ ກອງພັນໃຫຍ່ 641

      6/30/2025 3:06:10 PM

      * ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ ໃນໄລຍະໃໝ່ ຂອງການປະຕິວັດ ກໍຄືການ ປັບປຸງກໍ່ສ້າງກອງທັບ ໃຫ້ເຕີບໃຫຍ່ເຂັ້ມແຂງຂຶ້ນເທື່ອລະກ້າວນັ້ນ ກອງພັນໃຫຍ່ 641 ເຊິ່ງເປັນກອງພັນທໍາອິດ ຂອງ ເຫລົ່າຮົບປ້ອງກັນອາກາດ ໄດ້ຮັບການສ້າງຕັ້ງຂຶ້ນຢ່າງເປັນທາງການ ຕາມການຕົກລົງ ຂອງກະຊວງປ້ອງກັນປະເທດ ໃນວັນທີ 24 ມິຖຸນາ 1983.

    • ຫວນຄືນການເຕີບໃຫຍ່ຂະຫຍາຍຕົວ ຂອງຄະນະພົວພັນຕ່າງປະເທດສູນກາງພັກບົດ-ສາລະຄະດີ

      ຫວນຄືນການເຕີບໃຫຍ່ຂະຫຍາຍຕົວ ຂອງຄະນະພົວພັນຕ່າງປະເທດສູນກາງພັກ

      6/30/2025 2:07:33 PM

      *ໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວລັດ, ທົ່ວກອງທັບ ແລະ ປວງຊົນລາວທັງຊາດ ພວມແຂ່ງຂັນສ້າງຜົນງານ ຂ່ຳນັບຮັບຕ້ອນ ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ທີ່ຈະມີເຖິງ ແລະ ເປັນໄລຍະທີ່ອົງຄະນະພັກ, ສະມາຊິກ ພັກ-ພະ ນັກງານ ທົ່ວຄະນະພົວພັນຕ່າງປະເທດສູນກາງພັກ ພວມກະກຽມໄຂກອງປະຊຸມໃຫຍ່ ຄັ້ງທີ III ຂອງຕົນ ເຊິ່ງກໍພໍດີ ຖືກກັບໂອກາດວັນສ້າງຕັ້ງ ຄະນະພົວພັນຕ່າງປະເທດສູນກາງພັກ ທີ່ໄດ້ບັນຈົບມາຄົບຮອບ 42 ປີ ໃນວັນທີ 29 ມິຖຸນາ 2025.

    • ເລີແກຣນປາກແບງລີສອດ ເນັ້ນການບໍລິການທີ່ສ້າງຄວາມປະທັບໃຈໃຫ້ລູກຄ້າບົດ-ສາລະຄະດີ

      ເລີແກຣນປາກແບງລີສອດ ເນັ້ນການບໍລິການທີ່ສ້າງຄວາມປະທັບໃຈໃຫ້ລູກຄ້າ

      6/24/2025 10:02:11 AM

      ເລີແກຣນ ປາກແບງຣີສອດ,ເມືອງປາກແບງ, ແຂວງອຸດົມໄຊ ໃນການບໍລິການດຳເນີນທຸລະກິດກ່ຽວກັບທີ່ພັກ ແລະ ຮ້ານອາຫານອີກແຫ່ງໜຶ່ງທີ່ຂຶ້ນຊື່ລືນາມ ເລື່ອງການບໍລິການທີ່ດີ, ສະຖານທີ່ສວຍງາມປານຮູບແຕ້ມ.

    • ເມືອງບາຈຽງຈະເລີນສຸກ ຈັດງານວາງສະແດງສິນຄ້າຫັດຖະກຳ-ກະສິກຳ ຄັ້ງທີ XIXບົດ-ສາລະຄະດີ

      ເມືອງບາຈຽງຈະເລີນສຸກ ຈັດງານວາງສະແດງສິນຄ້າຫັດຖະກຳ-ກະສິກຳ ຄັ້ງທີ XIX

      6/24/2025 9:44:58 AM

      ນັບວ່າເປັນອີກໜຶ່ງງານທີສຳຄັນ ທັງເປັນການສົ່ງເສີມການຜະລິດເປັນສິນຄ້າແກ້ໄຂຄວາມທຸກຍາກເພືື່ອພັດທະນາຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ, ການສົ່ງເສີມທາງດ້ານການຕະຫລາດ ໂດຍສະເພາະແມ່ນການຈັດງານວາງສະແດງຜົນຜະລິດກະສິກຳ-ຫັດຖະກຳໃນແຕ່ລະປີ.

    • ການປົກປັກຮັກສາ ແລະ ການພັດທະນາສັດປ່າບົດ-ສາລະຄະດີ

      ການປົກປັກຮັກສາ ແລະ ການພັດທະນາສັດປ່າ

      6/16/2025 6:16:34 PM

      ໃນໝວດ 2 ຂອງກົດໝາຍວ່າດ້ວຍສັດປ່າສະບັບປັບປຸງມາດຕາ 31 (ປັບປຸງ) ໄດ້ກຳນົດໄວ້ວ່າ: ການປົກປັກຮັກສາສັດປ່າປະກອບດ້ວຍກິດຈະກຳດັ່ງນີ້: ການສຳຫລວດປ່າ; ການກຳນົດເຂດປົກປັກຮັກສາສັດປ່າ; ການສ້າງສູນຟື້ນຟູສຸຂະພາບສັດປ່າ; ການປ່ອຍສັດປ່າຄືນສູ່ທຳມະຊາດ; ການສຶກສາຄົ້ນຄວ້າດ້ານວິທະຍາສາດ; ການປູກຈິດສຳນຶກ ແລະ ກິດຈະການອື່ນ.

ads
ads

Top