ທາງລົດໄຟຄວາມໄວສູງຈາກາຕາ-ບັນດຸງ ບັນລຸການດຳເນີນງານຄວາມປອດໄພຄົບ 1.000 ວັນ

14/07/2026 10:24
ຂປລ ທາງ​ລົດ​ໄຟ​ຄ​ວາມ​ໄວ​ສູງ​ ຈາ​ກາ​ຕາ-ບັນ​ດຸງ ຂອງ​ອິນ​ໂດ​ເນ​ເຊຍ ​ໄດ້​ບັນ​ລຸ​ການໃຫ້​ບໍ​ລິ​ການ​ຢ່າງ​ປອດ​ໄພ ແລະ ເປັນ​ລະ​ບຽບ​ຮຽບ​ຮ້ອຍ ​ຄົບ 1.000 ວັນ​ແລ້ວ, ​ໃນ​ນັ້ນ, ຈຳ​ນວນ​ຜູ້​ໂດຍ​ສານ​ເພີ່ມ​ຂຶ້ນ ​ຢ່າງ​ໝັ້ນ​ທ່ຽງ, ​ໄດ້​ຂົນ​ສົ່ງ​ຜູ້​ໂດຍ​ສານ​ ລວມ​ທັງ​ໝົດ ​ຫລາຍກວ່າ 16.580.000 ເທື່ອ​ຄົນ, ການ​ຂົນ​ສົ່ງ​ມີ​ຄວາມ​ປອດ​ໄພ ແລະ ເປັນ​ລະ​ບຽບດີ, ​ມີບົດ​ບາດ​​ສົ່ງ​ເສີມ ແລະ ​ນຳ​ພາ​ນັບ​ມື້​ພົ້ນ​ເດັ່ນ​ຂຶ້ນ

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ວັນ​ທີ 13 ກໍ​ລະ​ກົດ​ນີ້, ບໍ​ລິ​ສັດ​ທາງ​ລົດ​ໄຟ ​ຄວາມ​ໄວ​ສູງ ​ຈີນ-​ອິນ​ໂດ​ເນ​ເຊຍ(KCIC) ແຈ້ງ​ໃຫ້​ຮູ້​ວ່າ: ທາງ​ລົດ​ໄຟ​ຄ​ວາມ​ໄວ​ສູງ​ ຈາ​ກາ​ຕາ-ບັນ​ດຸງ ຂອງ​ອິນ​ໂດ​ເນ​ເຊຍ ​ໄດ້​ບັນ​ລຸ​ການໃຫ້​ບໍ​ລິ​ການ​ຢ່າງ​ປອດ​ໄພ ແລະ ເປັນ​ລະ​ບຽບ​ຮຽບ​ຮ້ອຍ ​ຄົບ 1.000 ວັນ​ແລ້ວ, ​ໃນ​ນັ້ນ, ຈຳ​ນວນ​ຜູ້​ໂດຍ​ສານ​ເພີ່ມ​ຂຶ້ນ ​ຢ່າງ​ໝັ້ນ​ທ່ຽງ, ​ໄດ້​ຂົນ​ສົ່ງ​ຜູ້​ໂດຍ​ສານ​ ລວມ​ທັງ​ໝົດ ​ຫລາຍກວ່າ 16.580.000 ເທື່ອ​ຄົນ, ການ​ຂົນ​ສົ່ງ​ມີ​ຄວາມ​ປອດ​ໄພ ແລະ ເປັນ​ລະ​ບຽບດີ, ​ມີບົດ​ບາດ​​ສົ່ງ​ເສີມ ແລະ ​ນຳ​ພາ​ນັບ​ມື້​ພົ້ນ​ເດັ່ນ​ຂຶ້ນ ເຊິ່ງ​ໄດ້​ບັນ​ລຸ​​ບາດກ້າວ​ກະ​ໂດດ​ ອັນ​ສຳ​ຄັນ​ ຈາກ​ການ​ເປີດ​ນຳ​ໃຊ້​ຮອດ​ການ​ດຳ​ເນີນ​ງານຄວາມ​ປອດ​ໄພ ແລະ ມີ​ຄຸນ​ນະ​ພາບ​ສູງ​ ເທື່ອ​ລະ​ກ້າວ. ທາງ​ລົດ​ໄຟ​ຄວາມ​ໄວ​ສູງ​​ ຈາ​ກາ​ຕາ-ບັນ​ດຸງ ​ເປັນ​ໂຄງ​ການ​ຮ່ວມ​ມື ​ກໍ່​ສ້າງ​ໂດຍ ສປ ​ຈີນ ແລະ ອິນ​ໂດ​ເນ​ເຊຍ, ມີ​ຄວາມ​ຍາວກວ່າ 142 ກິ​ໂລ​ແມັດ, ຄວາມ​ໄວ​ສູງ​ສຸດ​ແມ່ນ 350 ກິ​ໂລ​ແມັດ​ຕໍ່​ຊົ່ວ​ໂມງ, ​ເຊິ່ງເຮັດ​ໃຫ້​ເວ​ລາ​ການ​ເດີນ​ທາງ​ ຈາກ​ນະ​ຄອນ​ຈາ​ກາ​ຕາ​ຫາ​ນະ​ຄອນ​ບັນ​ດຸງ​ ຂອງ​ອິນ​ໂດ​ເນ​ເຊຍ ຫລຸດ​ລົງ​ຈາກ 3 ຊົ່ວ​ໂມງ​ປາຍ​​ເປັນ 46 ນາ​ທີ, ​ນີ້ໄດ້​ສະ​ໜອງ​ທາງ​ເລືອກ ​ການ​ເດີ​ນ​ທາງ ​ທີ່​ມີ​ປະ​ສິດ​ທິ​ພາບ​ສູງ ແລະ ສະ​ດວກ​ສະ​ບາຍ​ໃຫ້​ແກ່ ​ປະ​ຊາ​ຊົນ​ອິນ​ໂດ​ເນ​ເຊຍ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top