ຈະຫລວດລອງມາຣ-6 ຊີ ຂອງ ສປຈີນ ສົ່ງດາວທຽມຂຶ້ນໄປອາວະກາດ 4 ດວງ

09/05/2024 21:17
Email Print 294
ຂປລ ຈະຫລວດຂົນສົ່ງ ລອງມາຣ-6ຊີ (Long March-6C)ຂອງຈີນ ໄດ້ສົ່ງດາວທຽມ 4 ດວງຂື້ນໄປສູ່ ອາວະກາດ ພ້ອມກັນ ເປັນຄັ້ງທຳອິດ ,ໂດຍຈະຫລວດຖືກປ່ອຍ ອອກຈາກ ສູນປ່ອຍ ດາວທຽມ ໄທ່ຫຍວນ ໃນແຂວງຊານຊີ ທາງພາກເໜືອ ຂອງປະເທດ.

ຂປລ. ສຳນັກຂ່າວ ຊິນຮວາ ຂອງ ສປຈີນ, ເມື່ອບໍ່ດົນມານີ້ ,​ຈະຫລວດຂົນສົ່ງ ລອງມາຣ-6ຊີ (Long March-6C)ຂອງຈີນ ໄດ້ສົ່ງດາວທຽມ 4 ດວງຂື້ນໄປສູ່ ອາວະກາດ ພ້ອມກັນ ເປັນຄັ້ງທຳອິດ ,​ໂດຍຈະຫລວດຖືກປ່ອຍ ອອກຈາກ ສູນປ່ອຍ ດາວທຽມ ໄທ່ຫຍວນ ໃນແຂວງຊານຊີ ທາງພາກເໜືອ ຂອງປະເທດ.

ຈະຫລວດດັ່ງກ່າວ ໄດ້ສົ່ງ ດາວທຽມ ເນປຈູນ -01(Neptune-01), ດາວທຽມ ສະມາຣດ-1ຊີ (Smart-1C) ລວມເຖິງ ດາວທຽມ ອອບຕິຄັລ ຍ່ານຄວາມຖິ່ກວ້າງ ແລະ ດາວທຽມ ວິດີໂອ ຄວາມລະອຽດສູງ ເຂົ້າໄປສູ່ ວົງໂຄຈອນ ທີ່ກຳນົດໄວ້. ໃນຂະນະທີ່ ການຂົນສົ່ງ ດາວທຽມ ຂຶ້ນໄປສູ່ ອາວະກາດ ໃນຄັ້ງນີ້ ຖືເປັນ ພາລະກິດ ຖ້ຽວບິນ ທີ 520 ຂອງ ຈະຫລວດຂົນສົ່ງ ຕະກູນລອງມາຣ./

 

KPL

ຂ່າວອື່ນໆ

ads
ads

Top