ເປີດວາງສະແດງຮູບພາບ ວັນໄຊຊະນະ ບັ້ນຮົບປົດປ່ອຍດຽນບຽນຟູ ຄົບຮອບ 70 ປີ

06/05/2024 17:05
Email Print 319
ຂປລ ຂປລ. ກະຊວງປ້ອງກັນປະເທດ ເປີດງານວາງສະແດງຮູບພາບ ວັນໄຊຊະນະບັ້ນຮົບປົດປ່ອຍ ດຽນບຽນຟູ ຄົບຮອບ 70 ປີ (07 ພຶດສະພາ 1954-07 ພຶດສະພາ 2024) ​ໃນວັນທີ 6 ພຶດສະພາ 2024 ໂດຍການເຂົ້າຮ່ວມຂອງ ທ່ານ ນາງ ປານີ ຢາທໍ່ຕູ້ ກຳມະການກົມການເມືອງສູນກາງພັກ, ຮອງປະທານປະເທດ, ທ່ານ ພົທ ວົງຄໍາ ພົມມະກອນ ກຳມະການສູນກາງພັກ, ຮອງລັດຖະ ມົນຕີກະຊວງປ້ອງກັນປະເທດ, ທ່ານ ຫງວຽນ ບ໋າ ຮຸ່ງ ເອກອັກຄະລັດຖະທູດ ແຫ່ງ ສສ ຫຽດນາມ ປະຈໍາລາວ ​ແລະ ພາກສ່ວນ​ກ່ຽວຂ້ອງ ເຂົ້າຮ່ວມ.



ຂປລ. ກະຊວງປ້ອງກັນປະເທດ ເປີດງານວາງສະແດງຮູບພາບ ວັນໄຊຊະນະບັ້ນຮົບປົດປ່ອຍ ດຽນບຽນຟູ ຄົບຮອບ
70 ປີ (07 ພຶດສະພາ 1954-07 ພຶດສະພາ 2024) ​ໃນວັນທີ 6 ພຶດສະພາ 2024 ໂດຍການເຂົ້າຮ່ວມຂອງ  ທ່ານ ນາງ ປານີ ຢາທໍ່ຕູ້ ກຳມະການກົມການເມືອງສູນກາງພັກ, ຮອງປະທານປະເທດ, ທ່ານ ພົທ ວົງຄໍາ ພົມມະກອນ ກຳມະການສູນກາງພັກ, ຮອງລັດຖະ ມົນຕີກະຊວງປ້ອງກັນປະເທດ, ທ່ານ ຫງວຽນ ບ໋າ ຮຸ່ງ ເອກອັກຄະລັດຖະທູດ ແຫ່ງ ສສ ຫຽດນາມ ປະຈໍາລາວ ​ແລະ ພາກສ່ວນ​ກ່ຽວຂ້ອງ ເຂົ້າຮ່ວມ.



ທ່ານ
ພົທ ວົງຄໍາ ພົມມະກອນ ​ໄດ້​ມີ​ຄຳ​ເຫັນ​ໃນ​ພິທີວ່າ: ເມື່ອຫວນຄືນຫລັງກ່ອນນີ້ 70 ປີ (ວັນທີ 07 ພຶດສະພາ 1954) ຊຶ່ງເປັນວັນໄຊຊະນະບັ້ນຮົບດຽນບຽນຟູ ປະຫວັດສາດອັນລືຊື່ ໃນການຕ້ານຈັກກະພັດລ່າ​ເມືອ​ງຂຶ້ນ​ແບບ​ເກົ່າ ຂອງກອງທັບ ແລະ ປະຊາຊົນຫວຽດນາມອ້າຍນ້ອງ, ໄຊຊະນະບັ້ນຮົບດຽນບຽນຟູ ບໍ່ພຽງແຕ່ບັນທຶກໄວ້ໃນປະຫວັດສາດຂອງຊາດຫວຽດນາມ ໃນສັດຕະວັດທີ 20 ເທົ່ານັ້ນ, ແຕ່ມັນຍັງມີຄວາມໝາຍ ແລະ ຄວາມສໍາຄັນຂອງເຫດການປະຫວັດສາດໂລກ ທີ່ຊາວໂລກ ແລະ ປະຊາຊົນລາວ ພວກເຮົາບໍ່ເຄີຍຫລົງລືມຫວຽດນາມ ບົນຈິດໃຈ ເຂົ້າເມັດຫັກ-ຜັກໃບດຽວກໍ່ບິແບ່ງປັນກັນ”. ດ້ວຍນໍ້າໃຈສາມັກຄີອັນບໍລິສຸດຜຸດຜ່ອງຂອງ ປະຊາຊົນ ແລະ ກອງທັບ ລາວ-ຫວຽດ ນາມທີ່ແທ້ຈິ່ງ ​ແລະ ​ໄດ້ສືບຕໍ່ເປັນມູນເຊື້ອປະກອບສວນເຂົ້າ ໃນໄຊຊະນະອັນເປັນປະຫວັດ ສາດຂອງສອງຊາດ ລາວ-ຫວຽດນາມ ຄື: ບັ້ນຮົບຍຸດທະສາດ ໂຮ່ຈີ່ມິນປົດປ່ອຍ ແລະ ທ້ອນໂຮມ ປະເທດຊາດເຂົ້າເປັນໜຶ່ງ ໃນລະດູບານໃໝ່ປີ 1975 ແລະ ສ້າງກາລະໂອກາດ ພັນປີມີຄັ້ງໜຶ່ງ ໃຫ້ການປະຕິວັດລາວ ແລະ ປະຊາຊົນລາວ ລູກຮືຂຶ້ນຢຶດອໍານາດ​ໄດ້ຢ່າງສົມບູນ ແບບ ບົວບໍ່ຊໍ້າ ນໍ້າບໍຂຸນສະຖາປະນາ ສາທາລະນາລັດ ປະຊາຊາທິປະໄຕ ປະຊາຊົນລາວ ຂຶ້ນໃນປີ 1975.




ການເປີດງານວາງສະແດງຮູບພາບ ໄຊຊະນະບັ້ນຮົບດຽນບຽນຟູ ໃນຄັ້ງນີ້, ເປັນການທົບທວນຫວນຄືນຜົນງານ-ໄຊຊະນະ ຂອງປະຊົນຫວຽດນາມອ້າຍນ້ອງ ພາຍໃຕ້ການນໍາພາຂອງພັກກອມມູນິດຫວຽດນາມ ອັນມີປະທານ ໂຮ່ຈີ່ມິນ ເປັນຜູ້ກໍ່ຕັ້ງ ແລະ ນໍາພາຕໍ່ສູ້ເພື່ອເອກະລາດ
, ເສລີພາບ ແລະ ຄວາມພາສຸກຂອງປະຊາຊົນ; ເປັນການເສີມຂະຫຍາຍມູນເຊື້ອແຫ່ງຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານລະຫວ່າງ ສອງຊາດ-ສອງກອງທັບ ລາວ-ຫວຽດນາມ ໃນພາລະກິດຕໍ່ປົກປັກຮັກສາ ແລະ ສ້າງພັດທະນາປະເທດຊາດ ກໍຄື ການກໍ່ສ້າງລະບອບສັງຄົມນິຍົມທີ່ມັ່ງຄັ່ງ, ເຂັ້ມແຂງ; ເປັນການຮຽນຮູ້ເຖິງວິລະກຳອັນລໍ້າເລີດ, ຄວາມເດັດດ່ຽວໜ່ຽວແໜ້ນ ແລະ ພິລະອາດຫານຂອງກອງທັບ ແລະ ປະ ຊາຊົນຫວຽດນາມວິລະຊົນ ອ້າຍນ້ອງ ໃນພາລະກິດຕໍ່ສູ້ປົດປ່ອຍຊາດ ດ້ວຍບົດຮຽນ ແລະ ໄຊຊະນະ ດຽນບຽນ ​ໄດ້ພິສູດໃຫ້ເຫັນສັດຈະທຳຂອງຍຸກສະໄໝ ທີ່ວ່າ: ຖ້າປະເທດທີ່ຖືກກົດຂີ່ຂົ່ມເຫັງ ແຕ່ມີມະນະຈິດຕໍ່ສູ້ກູ້ຊາດທີ່ເດັດດ່ຽວ, ມີແນວທາງທີ່ຖືກຕ້ອງ, ມີຫົວຄິດປະດິດສ້າງ, ຮູ້ວິທີເຕົ້າໂຮມຄວາມ ສາມັກຄີຕໍ່ສູ້ເພື່ອເອກະລາດຂອງຊາດ ຈະຕ້ອງໃດ້ຮັບໄຊຊະນະ, ສັດຈະທຳອັນນີ້​ໄດ້ຢັ້ງຢືນ ໃຫ້ພວກເຮົາຮັບຮູ້ມາຮອດທຸກວັນນີ້ ເຊິ່ງຈະເປັນປະໂຫຍດສໍາລັບ ການສຶກສາຮຽນຮູ້ກ່ຽວກັບ ທີ່ຕັ້ງຍຸດທະສາດ ແລະ ຄວາມໝາຍສໍາຄັນຂອງ ໄຊຊະນະບັ້ນຮົບດຽນບຽນຟູ, ຈະເຮັດໃຫ້ຜູ້ຊົມຮູ້ກ່ຽວກັບ ເລື່ອງແທ້ຄົນຈິງຈໍານວນໜຶ່ງ ​ເຊິ່ງລ້ວນແລ້ວແຕ່ເກີດມາຈາກ ລັດທິວິລະຊົນປະຕິວັດ ອັນເປັນໜ້າສັນລະເສີນ, ເຫັນໄດ້ຄວາມເລິກເຊິ່ງຂອງມິດຕະພາບ ແລະ ການພົວພັນສາມັກຄີພິເສດ ລະຫວ່າງສອງຊາດ ລາວ-ຫວຽດ ນາມ, ຫວຽດນາມ-ລາວ ທີ່ໄດ້ຜ່ານການທົດສອບ ແລະ ຫລໍ່​ຫລອມໃນແປວໄຟຂອງສົງຄາມອັນດຸ ເດືອດ ທີ່ເຕັມໄປດ້ວຍການເສຍສະຫລະອັນໃຫຍ່ຫລວງ. ພ້ອມນັ້ນ, ກໍເປັນການສະແດງເຖິງຄວາມຮູ້ບຸນຄຸນຕໍ່ພະນັກງານ-ນັກຮົບ ແລະ ປະຊາຊົນລາວ ກໍຄື ພະນັກງານ-ນັກຮົບອາສາສະໝັກຫວຽດນາມ  ທີ່ໄດ້ຮ່ວມກັນຕໍ່ສູ້, ເສຍສະຫລະຢ່າງບໍ່ມີຂອບເຂດເໝືອນດັ່ງສະຫາຍ, ອ້າຍນ້ອງຮ່ວມຄອບຄົວດຽວກັນ.



ຂ່າວ: ວຽງສະຫວັນ

ພາບ: ຂັນໄຊ

KPL

ຂ່າວອື່ນໆ

ads
ads

Top