ຊົນຊັ້ນກໍາມະກອນແມ່ນຊົນຊັ້ນທີ່ນໍາໜ້າຂອງຍຸກສະໄໝ

29/04/2024 13:52
Email Print 141
ຂປລ ຂປລ. ຕະຫລອດ​ໄລຍະຜ່ານ​ມາ, ​ພາລະ​ກໍາ​ປະຫວັດສາດ​ ຂອງ​ຊົນ​ຊັ້ນ​ກໍາມະກອນສາກົນ ​ໄດ້​ຊີ້​ໃຫ້​ພວກ​ເຮົາ​ເຫັນ​ຢ່າງ​ຈະແຈ້ງວ່າ: ຊົນ​ຊັ້ນ​ກໍາມະກອນ​ ແມ່ນ​ຊົນຊັ້ນທີ່​ນໍາ​ໜ້າ​ຂອງ​ຍຸກ​ສະ​ໄໝ ຕິດ​ພັນ​ກັບ​ພື້ນຖານ​ການ​ຜະລິດ, ມີ​ລະບຽບ​ວິ​ໄນ,​ ເປັນ​ຜູ້​ມີ​ຫົວຄິດ​ປະດິດ​ສ້າງ, ມີ​ຄວາມ​ສາມາດ​ພຽງພໍ​ ທີ່​ຈະ​ລຶບ​ລ້າງ​ລະບອບ​ ການ​ພົວພັນ​ສັງຄົມ​ແບບ​ກົດ​ຂີ່ ​ແລະ ສ້າງ​ສັງຄົມ​ໃໝ່​ທີ່​ກ້າວໜ້າ ສີວິ​ໄລ ​​ແລະ ຍຸຕິ​ທໍ​າ ພາຍ​ໃຕ້​ການ​ນໍາພາ ຂອງ ພັກຄອມ​ມູນິດ.

ຂປລ. ຕະຫລອດ​ໄລຍະຜ່ານ​ມາ, ​ພາລະ​ກໍາ​ປະຫວັດສາດ​ ຂອງ​ຊົນ​ຊັ້ນ​ກໍາມະກອນສາກົນ ​ໄດ້​ຊີ້​ໃຫ້​ພວກ​ເຮົາ​ເຫັນ​ຢ່າງ​ຈະແຈ້ງວ່າ: ຊົນ​ຊັ້ນ​ກໍາມະກອນ​ ແມ່ນ​ຊົນຊັ້ນທີ່​ນໍາ​ໜ້າ​ຂອງ​ຍຸກ​ສະ​ໄໝ ຕິດ​ພັນ​ກັບ​ພື້ນຖານ​ການ​ຜະລິດ, ມີ​ລະບຽບ​ວິ​ໄນ,​ ເປັນ​ຜູ້​ມີ​ຫົວຄິດ​ປະດິດ​ສ້າງ, ມີ​ຄວາມ​ສາມາດ​ພຽງພໍ​ ທີ່​ຈະ​ລຶບ​ລ້າງ​ລະບອບ​ ການ​ພົວພັນ​ສັງຄົມ​ແບບ​ກົດ​ຂີ່ ​ແລະ ສ້າງ​ສັງຄົມ​ໃໝ່​ທີ່​ກ້າວໜ້າ ສີວິ​ໄລ ​​ແລະ ຍຸຕິ​ທໍ​າ ພາຍ​ໃຕ້​ການ​ນໍາພາ ຂອງ ພັກຄອມ​ມູນິດ.

ທ່ານ ມາກ-ອັງແກນ ໄດ້ຢັ້ງຢືນວ່າ: ລັກສະນະອັນດີເລີດ ຂອງຊົນຊັ້ນກໍາມະກອນ ແມ່ນຊົນຊັ້ນທີ່ມີນໍ້າໃຈກ້າຫານຕໍ່ສູ້, ມີລະບຽບວິໄນເຂັ້ມງວດ, ມີສະຕິຕໍ່ການຈັດຕັ້ງ, ມີຄວາມານະອົດທົນສູງ ຢ່າງເດັດຂາດ ມີມານະຈິດປະຕິວັດສູງສົ່ງສຸດກົກສຸດປາຍ; ເປັນຜູ້ທີ່ມີຄວາມດຸໝັ່ນຄົ້ນຄວ້າຮໍ່າຮຽນ ເອົາຄວາມຮູ້ວິທະຍາສາດ-ເຕັກນິກ ນັບມື້ນັບສູງຂຶ້ນ ຈຶ່ງເປັນຊົນຊັ້ນທີ່ກ້າວໜ້າກວ່າໝູ່, ມີຄວາມສາມັກຄີເລິກ ເຊິ່ງກວ້າງຂວາງ ແລະ ສາມັກຄີສາກົນອັນຜ່ອງໃສ, ມີວິໄສທັດກວ້າງຂວາງ ໃນການຕີລາຄາບັນຫາ, ສັງລວມພຶດຕິກໍາຕົວຈິງ ໄດ້ກາຍເປັນທິດສະດີຊີ້ນໍາ. ສະນັ້ນ, ຊົນຊັ້ນກໍາມະກອນ ຢາກເຮັດລ້ອນພາລະກໍາ ປະຫວັດສາດປົດປ່ອຍຕົນເອງໄດ້ ຕ້ອງໄດ້ຮັບການນໍາພາ-ຊີ້ນໍາຢ່າງ ວິທະຍາສາດຈາກພັກການເມືອງ ຂອງຕົນ ທີ່ຖືລັດທິມາກ-ເລນິນ ເປັນທິດຊີ້ນໍາ.

ສຳລັບ ປະເທດລາວເຮົາ ພວກລ່າເມືອງຂຶ້ນ​ແບບ​ເກົ່າເຂົ້າມາຢຶດຄອງ ແຕ່ປີ 1893-1954 ພວກເຂົາໄດ້ເກັບເກນເອົາຊາວໄຮ່ນາໄປຂຸດຄົ້ນເອົາແຮ່ກົ່ວ ຢູ່ບໍ່ໂພນຕິ້ວ ແລະ ບໍ່ແໜ່ງ ຢູ່ແຂວງຄຳມ່ວນ ໄປເປັນກູລີເຮັດທາງ. ຈາກນັ້ນ, ເກີດມີກໍາມະກອນລະດູການ ດ້ວຍການນໍາໃຊ້ແຮງງານ ນັບມື້ນັບຫລາຍຂຶ້ນ ແລະ ໄດ້ກາຍເປັນກໍາມະກອນອາຊີບ, ຕໍ່ມາພວກເຂົາໄດ້ສ້າງໂຮງເລື່ອຍໄມ້, ໂຮງສີເຂົ້າ, ໂຮງງານໄຟຟ້າ ຈຳນວນໜຶ່ງ. ຈາກນັ້ນ, ກໍາມະກອນລາວ ກໍໄດ້ເພີ່ມຂຶ້ນເລື້ອຍໆ. ພາຍໃຕ້ການປົກຄອງຂອງພວກລ່າເມືອງຂຶ້ນ​ແບບ​ເກົ່າ ກຳມະກອນລາວ ຖືກກົດຂີ່ຂູດຮີດຢ່າງໜັກໜ່ວງ ທາງດ້ານເສດຖະກິດ, ວັດທະນະທໍາສັງຄົມ ພວກເຂົາບັງຄັບໃຫ້ກໍາມະກອນ ອອກແຮງງານ 14-16 ຊົ່ວໂມງ, ອອກແຮງງານຫລາຍໄດ້ຄ່າຕອບແທນໜ້ອຍ, ຖືກຕັດເງິນເດືອນ, ຖືກໄລ່ອອກຈາກວຽກໂດຍບໍ່ມີເຫດຜົນ, ຂາດສິດເສລີພາບ ທາງດ້ານການເມືອງ ແລະ  ກົດໝາຍ, ບໍ່ໄດ້ຮັບການເບິ່ງແຍງ ທາງດ້ານສະຫວັດດີການຕ່າງໆ. ຈາກສະພາບການທີ່ກ່າວມານັ້ນ, ຊົນຊັ້ນກໍາມະກອນ ກໍຄື ຜູ້ອອກແຮງງານລາວບັນດາເຜົ່າ ກໍໄດ້ລຸກຂຶ້ນຕໍ່ສູ້ຢ່າງ ອົງອາດກ້າຫານ ໂດຍເລີ່ມຈາກການຕໍ່ສູ້ທີ່ມີລັກສະນະເກີດເອງ ໄດ້ກາຍເປັນຂະບວນການອັນກວ້າງຂວາງ ນໍາພາໂດຍບັນພະບູລຸດຜູ້ຮັກຊາດ ແຕ່ເໜືອເຖິງໃຕ້, ຕໍ່ສູ້ຕ້ານພວກລ່າເມືອງຂຶ້ນຢ່າງດຸເດືອດ ແຕ່ຂະບວນການຕໍ່ສູ້ໄລຍະນັ້ນ ບໍ່ໄດ້ຮັບໄຊຊະນະຍ້ອນບໍ່ມີພັກນໍາພາ.

ປີ 1930 ພັກຄອມມູນິດອິນດູຈີນ ໄດ້ຮັບການສ້າງຕັ້ງຂຶ້ນ ໂດຍແມ່ນປະທານ ໂຮ່ຈີ່ມິນ, ພັກໄດ້ ວາງແນວທາງອັນຖືກຕ້ອງ ເພື່ອນໍາພາຂະບວນການຕໍ່ສູ້ປົດປ່ອຍຊາດ ຕ້ານພວກລ່າເມືອງຂຶ້ນ, ພາຍ ຫລັງມີພັກນຳພາ ຂະບວນການຕໍ່ສູ້ຂອງປະຊາຊົນ, ຊົນຊັ້ນກໍາມະກອນ, ຜູ້ອອກແຮງງານ 3 ຊາດອິນດູ ຈີນ ໄດ້ມີຄຸນນະພາບໃໝ່ ສາມາດຍາດໄດ້ໄຊຊະນະເປັນກ້າວໆມາ. ຜົນງານອັນພົ້ນເດັ່ນໃນໄລຍະນັ້ນ   ແມ່ນຂະບວນການລຸກຮືຂຶ້ນ ຢຶດອຳນາດການປົກຄອງໃນທົ່ວປະເທດ, ​ໄດ້ມີຂະບວນການກຳມະກອນໄຟຟ້າລາວ ​​ເປີດສາກນຳໜ້າພາທາງໃຫ້ຂະບວນການກຳມະກອນຢູ່ແຫ່ງອື່ນໆ ລຸກຂຶ້ນຕໍ່ສູ້ ພ້ອມກັບການຕໍ່ສູ້ຂອງປະຊາຊົນລາວ ບັນດາເຜົ່າໃນທົ່ວປະເທດ, ພາຍໃຕ້ການນຳພາອັນສະຫລາດສ່ອງໃສ ຂອງພັກປະຊາຊົນລາວ, ສາມາດໂຄ້ນລົ້ມລັດທິລ່າເມືອງຂຶ້ນແບບເກົ່າລະແບບໃໝ່ໄດ້ຢ່າງສິ້ນເຊີງ, ສ້າງຕັ້ງລະບອບ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວຂຶ້ນໃນວັນທີ2 ທັນວາປີ 1975 ຊຶ່ງເປັນບາດລ້ຽວປະຫວັດສາດ ອັນສຳຄັນຂອງຊາດລາວເຮົາ.
KPL

ຂ່າວອື່ນໆ

ads
ads

Top