ຄາດວ່ານັກທ່ອງທ່ຽວ ຈະເຂົ້າຊົມຖໍ້າກອງລໍ ຢ່າງໜ້ອຍ 6 ພັນຄົນ ໃນປີ 2024 ນີ້

02/05/2024 10:13
Email Print 762
ຂປລ ນັກທ່ອງທ່ຽວພາຍໃນ​ ແລະ​ ຕ່າງປະເທດຫລາຍຮ້ອຍຄົນຕໍ່ມ້ື ຫລັງໄຫລເຂົ້າທ່ຽວຊົມສະຖານ​ທ່ອງທ່ຽວຖໍ້າກອງລໍຢູ່ເມືອງຄູນຄໍາ​ ແຂວງຄໍາມ່ວນ​ ແລະ​ ຄາດວ່າປີ 2024​ ຈະສາມາດຶງດູດນັກທ່ອງ​ທ່ຽວໄດ້ຢ່າງໜ້ອຍ​6-8​ພັນກວ່າຄົນ.

   *ນັກທ່ອງທ່ຽວພາຍໃນ​ ແລະ​ຕ່າງປະເທດຫລາຍຮ້ອຍຄົນຕໍ່ມ້ືຫລັງໄຫລເຂົ້າທ່ຽວຊົມສະຖານ​ທ່ອງທ່ຽວຖໍ້າກອງລໍຢູ່ເມືອງຄູນຄໍາ​ ແຂວງຄໍາມ່ວນ​ ແລະ​ ຄາດວ່າປີ 2024​ ຈະສາມາດຶງດູດນັກທ່ອງ​ ທ່ຽວໄດ້ຢ່າງໜ້ອຍ​6-8​ພັນກວ່າຄົນ. ວັນທີ​ 13 ​ເມສາ ​2024 ​ທ່ີ​ຜ່ານ​ມາ,​ ເມືອງຄູນຄໍາ​ຈັດງານເທສະ​ການປີໃໝ່ລາວ​ ເພື່ອການສົ່ງເສີມ​ການທ່ອງທ່ຽວຖໍ້າມະຫັດສະຈັນ​ ກອງລໍ​ ໂດຍເປັນກຽດເຂົ້າຮ່ວມ​ຂອງ​ທ່ານ​ແກ້ວວິໄລ​ໄຊຍະບຸດ​ເຈົ້າ​ເມືອງຄູນຄໍາ,​ ມີທ່ານ​ ໄຊສົມບູນ​ ສຸວັນດາລາ​ ຫົວໜ້າພະແນກຖະ​ ແຫລງຂ່າວ,​ ວັດທະນະທໍາ​ ແລະ​ ທ່ອງທ່ຽວແຂວງຄຳມ່ວນ​ ເຊິ່ງນ້ີເປັນສ່ວນໜຶ່ງໃນການສ້າງກິດຈະ​ກໍາ​ເພື່ອສົ່ງເສີມປະເພນີອັນດີງາມ​ ທີ່ເຄີຍປະຕິບັດສຶບທອດກັນມາແຕ່ບູຮານນະການ​ຍັງເປັນການຜັນຂະຫຍາຍຈັດຕັ້ງປະຕິບັດວຽກງານການພັດທະນາການທ່ອງທ່ຽວໃນ​ຂົງເຂດຖໍ້າກອງລໍ​-​ນາຕານ​ຖ້າສົມ​ທຽບແຕ່ເມື່ອກ່ອນເຖິງຈຸບັນເຫັນ​ວ່າມີການພັດທະນາທີ່ດີຂຶ້ນເປັນ​ຕົ້ນດ້ານເສດຖະກິດ,​ ສ້າງວຽກ​ເຮັດງານທໍາ​ແລະ​ສາມາດແກ້ໄຂຊີ​ວິດການເປັນຢູ່ຂອງພໍ່ແມ່ປະຊາຊົນໄດ້ດີຂຶ້ນເປັນກ້າວໆ.

   ດັ່ງທີ່ຮູ້ນໍາກັນ,​ ຖໍ້າກອງລໍເປັນ​ ອີກຖໍ້າໜຶ່ງທີ່ມີຊື່ສຽງໂດ່ງດັງໃນ​ ສປປ​ລາວ ​ແລະ​ ໃນອາຊຽນ​ທີ່ມີ​ຄວາມຍາວ​7​ກິໂລແມັດ​ຂະນະທີ່​ ແຂວງຄໍາມ່ວນ​ ໄດ້ປະກາດເປີດ​ ແຫລ່ງທ່ອງທ່ຽວທາງທໍາມະຊາດ​ ເພີ່ມໃໝ່ອີກ​2​ແຫ່ງ​ເພື່ອຕ້ອນຮັບ​ນັກທ່ອງທ່ຽວ​ທັງພາຍໃນ​ ແລະ​ ຕ່າງປະເທດ​ ໃນໂອກາດປີທ່ອງ​ທ່ຽວລາວ​2024​ຄາດວ່າແຂວງ ດັ່ງກ່າວຈະດຶງດູດນັກທ່ອງທ່ຽວ​ທັງພາຍໃນ ​ແລະ​ ຕ່າງປະເທດເຂົ້າ​ ໄປທ່ອງທ່ຽວພາຍໃນແຂວງໃຫ້ໄດ້​5​ແສນຄົນ. ​ທ່ານ​ ໄຊສົມບູນ​ ສຸວັນດາລາ,ຫົວໜ້າພະແນກຖະແຫລງຂ່າວ,​ວັດ​ ທະນະທໍາ ​ແລະ​ທ່ອງທ່ຽວແຂວງ​ ຄໍາມ່ວນ​ໃຫ້ສໍາພາດຜ່ານລາຍການ​ຮອບບ້ານຜ່ານເມືອງຂອງວິທະຍຸກະຈາຍສຽງແຫ່ງຊາດລາວ​ ເມື່ອ​ບໍ່ດົນມານີ້ວ່າ:​ນອກຈາກ​10​ກວ່າ​ ກິດຈະກໍາທີ່ກໍານົດຈະຈັດຂຶ້ນໃນ​ໂອກາດປີທ່ອງທ່ຽວລາວ​ 2024,​ ແຂວງຄໍາມ່ວນ​ຈະເປີດແຫລ່ງທ່ອງ​ທ່ຽວທາງທໍາມະຊາດທ່ີສວຍງາມ​ ເພີ່ມອີກ​2​ແຫ່ງ​ເນື່ອງຈາກມີຫົວ​ ໜ່ວຍທຸລະກິດສໍາປະທານ​ແລະ​ພັດ ທະນາແລ້ວ​ ຄື:​ ຂຸນນໍ້າກອງແລງ​ ຕັ້ງຢູ່ບ້ານນາຄື,​ເມືອງຫີນບູນ​ແລະ​ ຕາດຊຽງລື​ ຕັ້ງຢູ່ບ້ານນາປຸ່ງ​ ຢູ່ ເມືອງບົວລະພາ​ຊຶ່ງຖືເປັນສອງສະ ຖານທີ່ທ່ອງທ່ຽວທໍາມະຊາດໃໝ່ ທີ່ສວຍງາມ​ແລະ​ຈະດຶງດູດນັກທ່ອງ ທ່ຽວໄດ້ດີສົມຄວນ.​

     ສະເພາະນໍ້າ​ກອງແລງ​ເປັນວັງນໍ້າທີ່ມີສີຟ້າສົດ​ໃສ,​ ມີຄວາມເລິກປະມານ​ 25​ ແມັດ,​ ຢູ່ພື້ນມີແປວນໍ້າຍາວ ​22 ​ແມັດ​ອ້ອມ​ຮອບດ້ວຍຕົ້ນຂະມ້າ​ ເຊິ່ງເຮັດໃຫ້ນໍ້າປ່ຽນສີຕາມລະດູການ​ແຕ່ລະລະ​ດູການຄືເປັນສີຂຽວມໍລະກົດ,​ ສີແດງ​ແລະ​ສີຟ້າໃສ​ທ່ີມີຄວາມສວຍ​ ງາມເປັນພິເສດ​ ແລະ​ ເໝາະແກ່ການພັກຜ່ອນ.​ ທ່ານ​ ໄຊສົມບູນ​ ສຸວັນດາລາ​ໃຫ້ຮູ້ຕື່ມວ່າ:​ປັດຈຸບັນ,​ ແຂວງຄໍາມ່ວນ​ມີແຫລ່ງທ່ອງທ່ຽວ​ ທັງໝົດ​209​ແຫລ່ງ,ໃນນັ້ນແມ່ນ​ແຫລ່ງທ່ອງທ່ຽວທາງທໍາມະຊາດ​ 145​ ແຫ່ງ,​ ວັດທະນະທໍາ​ 33​ ແຫ່ງ​ ແລະ​ ແຫລ່ງທ່ອງທ່ຽວ​ ທາງປະ​ຫວັດສາດ​31​ແຫ່ງ.​ແຕ່ຍັງບໍ່ທັນ​ໄດ້ຮັບການພັດທະນາໄດ້ໝົດຍ້ອນ​ ຂໍ້ຈໍາກັດຫລາຍດ້ານ​ໂດຍສະເພາະ​ດ້ານພື້ນຖານໂຄງລ່າງ ຖະໜົນຫົນ​ທາງເຂົ້າຫາສະຖານທີ່ທ່ອງທ່ຽວ​ ຍ້ອນມີງົບປະມານຈໍາກັດ​ແລະອື່ນໆ. ຢ່າງໃດກໍຕາມ,​ ຄໍາມ່ວນ​ຖືເປັນ​ ແຂວງໜຶ່ງທີ່ມີສະຖານທີ່ທ່ອງທ່ຽວ​ສໍາຄັນ​ ແລະ ​ໄດ້ຮັບຄວາມນິຍົມ​ຈາກ​ ນັກທ່ອງທ່ຽວ​ເຊັ່ນ:​ພະທາດສີໂຄດ​ຕະບອງ,​ ຖໍ້ານາງແອ່ນ,​ ທ່າຝຣັ່ງ,​ ຖໍ້ານໍ້າລອດເຊບັ້ງໄຟ​ເມືອງບົວລະ​ພາ,​ຖໍ້າກອງລໍ,​ ພູຜາໝ່ານຫີນໜາມໜໍ່​ເມືອງຄູນຄຳ, ​ວັງນໍ້າໃສ, ​ຖໍ້າພະ​ໜອງປາຝາ ​ແລະ ​ສະຖານທີ່ອື່ນໆ.

ໂດຍ:ເກີດຂວັນໃຈ​ມາລີຈັນສີ

KPL

ຂ່າວອື່ນໆ

ads
ads

Top