ການເຄື່ອນໄຫວຂອງຄະນະຊາວໜຸ່ມປະຊາຊົນ ປະຕິວັດລາວ ແຕ່ກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວປະເທດ ຄັ້ງທີ I-VIII

23/04/2024 09:26
Email Print 385
ຂປລ ກອງປະຊຸມຜູ້ແທນຊາວໜຸ່ມທົ່ວປະເທດຄັ້ງທີ VIII ໄດ້ເປັນເອກະພາບສູງຮັບຮອງເອົາຄາດໝາຍສູ້ຊົນ, ທິດ ທາງແຜນການພັດທະນາຊາວໜຸ່ມ-ເຍົາ ວະຊົນລາວບັນດາເຜົ່າແຕ່ປີ 2021- 2025.

*** ຕໍ່ຈາກສະບັບກ່ອນ ***

    *ກອງປະຊຸມຜູ້ແທນຊາວໜຸ່ມທົ່ວປະເທດຄັ້ງທີ VIII ໄດ້ເປັນເອກະພາບສູງຮັບຮອງເອົາຄາດໝາຍສູ້ຊົນ, ທິດທາງແຜນການພັດທະນາຊາວໜຸ່ມ-ເຍົາວະຊົນລາວບັນດາເຜົ່າແຕ່ປີ 2021- 2025 ດັ່ງນີ້:

1. ເພ່ີມທະວີເຂົ້າໃນການສຶກສາອົບຮົມການເມືອງ-ແນວຄິດ ໃຫ້ຊາວໜຸ່ມ-ເຍົາວະຊົນ ໃຫ້ໄດ້ 70% ຂອງຈໍານວນຊາວໜຸ່ມ-ເຍົາວະຊົນ;

2. ປັບປຸງ ແລະ ກໍ່ສ້າງການຈັດຕັ້ງຊາວໜຸ່ມ-ເຍົາວະຊົນ ໃຫ້ທົ່ວເຖິງ ແລະ ຂະຫຍາຍສະມາຊິກຊາວໜຸ່ມປະຊາຊົນປະຕິວັດລາວໃຫ້ເພີ່ມຂຶ້ນ 10% ຂອງ ຈໍານວນສະມາຊິກໃນປັດຈຸບັນ, ສ້າງສະມາຊິກຊາວໜຸ່ມປະຊາຊົນປະຕິວັດລາວໃຫ້ກາຍເປັນເປົ້າໝາຍຂະຫຍາຍ ເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວ ໃຫ້ໄດ້ 2% ຕໍ່ປີຂອງຈໍານວນສະມາຊິກຊາວໜຸ່ມທີ່ຕົນຮັບຜິດຊອບ ແລະ ຂະຫຍາຍສະມາຊິກເຍົາວະຊົນ-ອະນຸຊົນທັນວາ ໃຫ້ເພີ່ມຂື້ນ 25% ຂອງຈໍານວນເຍົາວະຊົນໃນປັດຈຸບັນ, ຂະຫຍາຍອະນຸຊົນທັນວາໃຫ້ ເພີ່ມຂຶ້ນ 25% ຂອງຈໍານວນອະນຸຊົນທີ່ມີຢູ່, ຂະຫຍາຍກອງເຍົາວະຊົນທັນວາໃນໂຮງຮຽນທີ່ຍັງບໍ່ທັນມີໃຫ້ເປັນລະບົບຄົບຊຸດຮັບປະກັນໃຫ້ແກ່ການເຄື່ອນໄຫວວຽກງານເຍົາວະຊົນ-ອະນຸຊົນ;

3. ປັບປຸງກົງຈັກຊ່ວຍວຽກ ຄຊປປລ ແຕ່ສູນກາງຮອດຂັ້ນເມືອງໃຫ້ສອດຄ່ອງກວ່າເກ່ົາ, ສ້າງພະນັກງານສືບທອດຂັ້ນການນໍາ, ພະນັກງານຊາວໜຸ່ມທົ່ວໄປໃຫ້ຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງການຂອງວຽກງານ;

4. ສ້າງສູນສະໜອງຂໍ້ມູນຂ່າວສານ ແລະ ສ້າງໜ່ວຍງານໃຫ້ຄໍາປຶກສາແກ່ຊາວໜຸ່ມ-ເຍົາວະຊົນ ໃນຂອບເຂດທົ່ວປະເທດ ຮັບປະກັນໄດ້ການປົກປ້ອງສິດຜົນປະໂຫຍດຂອງຊາວໜຸ່ມ-ເຍົາວະຊົນ;

5. ສູ້ຊົນສ້າງຕັ້ງສະຫະພັນຊາວໜຸ່ມລາວຂັ້ນແຂວງ ແລະ ນະຄອນຫລວງ; ຂະຫຍາຍສະມາຄົມ, ສະໂມສອນ ແລະ ກອງອາສາສະໝັກໃຫ້ໄດ້ຫລາຍກວ່າເກົ່າ;

6. ຊຸກຍູ້ ແລະ ຈັດຕັ້ງເຜີຍແຜ່ກົດໝາຍວ່າດ້ວຍຄະນະຊາວໜຸ່ມປະຊາຊົນ ປະຕິວັດລາວ ແລະ ກົດໝາຍວ່າດ້ວຍຊາວໜຸ່ມລາວ, ກົດລະບຽບ ຄຊປປລ, ກົດລະບຽບການຈັດຕັ້ງເຍົາວະຊົນທັນວາ, ພາລະບົດບາດຂອງ ຄຊປປລ ຂັ້ນຕ່າງໆ, ຍຸດທະສາດການພັດທະນາຊາວໜຸ່ມ-ເຍົາວະຊົນລາວ ແລະ ສະຫະພັນຊາວໜຸ່ມລາວ ໃຫ້ຮັບຮູ້ຢ່າງກວ້າງຂວາງ;

7.ສ້າງກົດໝາຍວ່າດ້ວຍການຈັດຕັ້ງເຍົາວະຊົນ, ປັບປຸງນິຕິກໍາຕ່າງໆ ໃນການນໍາພາ ແລະ ເຄື່ອນໄຫວວຽກງານເຍົາວະຊົນ-ອະນຸຊົນ, ສືບຕໍ່ສົມທົບກັບຂະແໜງສຶກສາໃນການຊຸກຍູ້ວຽກງານເຍົາວະຊົນ-ອະນຸຊົນຢູ່ບັນດາໂຮງຮຽນ;

8. ກະກຽມຂະບວນການໃຫຍ່ໃນການສະເຫລີມສະຫລອງວັນສ້າງຕັ້ງຄະນະຊາວໜຸ່ມປະຊາຊົນປະຕິວັດລາວຄົບຮອບ 70 ປີ ແລະ ວັນສ້າງຕັ້ງກອງເຍົາວະຊົນທັນວາ ຄົບຮອບ 70 ປີ ໃຫ້ເປັນຂະບວນການທີ່ຟົດຟື້ນ, ກວ້າງຂວາງ, ມີເນື້ອໃນຕິດພັນກັບວັນສໍາຄັນຕ່າງໆຂອງຊາດ, ຂອງພັກ;

9. ສູ້ຊົນສ້າງເຍົາວະຊົນ, ອະນຸຊົນ ແລະ ຫໍມູນເຊື້ອຊາວໜຸ່ມຢູ່ຂັ້ນແຂວງທີ່ມີເງື່ອນໄຂ, ປະກອບພາຫະນະວັດຖຸ-ອຸປະກອນຮັບໃຊ້ວຽກງານທີ່ຈໍາເປັນໃຫ້ແກ່ການເຄື່ອນໄຫວວຽກງານຊາວໜຸ່ມ-ເຍົາວະຊົນ;

10. ປຸກລະດົມຊາວໜຸ່ມທີ່ປະກອບທຸລະກິດຂະໜາດນ້ອຍ ແລະ ກາງ (SME) ຢູ່ຂັ້ນແຂວງ, ນະຄອນຫລວງ ແລະ ຂັ້ນເມືອງເຂົ້າເປັນ ສະມາຊິກສະມາຄົມນັກທຸລະກິດໜຸ່ມຊຸກຍູ້ ແລະ ສ້າງເງື່ອນໄຂໃຫ້ສະມາຄົມນັກທຸລະກິດໜຸ່ມແຫ່ງຊາດໄດ້ເຄື່ອນໄຫວ ແລະ ປະກອບສ່ວນຊ່ວຍເຫລືອສັງຄົມໃຫ້ຫລາຍຂຶ້ນ;

11. ເອົາໃຈໃສ່ພົວພັນຮ່ວມມືກັບຕ່າງປະເທດຕາມແນວທາງນະໂຍບາຍຂອງພັກ ເພື່ອຍາດແຍ່ງເອົາການສະໜັບສະໜູນ ແລະ ການຮ່ວມມືຊ່ວຍເຫລືອທາງດ້ານວິຊາການ, ເຕັກນິກດ້ານຕ່າງໆ ຈາກບັນດາປະເທດເພື່ອນມິດຍຸດທະສາດ, ບັນດາປະເທດໃນພາກພື້ນ, ສາກົນ ແລະ ອົງການຈັດຕັ້ງຕ່າງໆພ້ອມທັງຈັດຕັ້ງປະຕິບັດບົດບັນທຶກພົວພັນຮ່ວມມືໃຫ້ມີປະສິດທິຜົນຂຶ້ນກວ່າເກົ່າ.

    ກົງຈັກຊ່ວຍວຽກມີການປ່ຽນແປງເພີ່ມຂຶ້ນ, ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວມີ: 1. ຫ້ອງການ; 2. ກົມຈັດຕັ້ງ-ພະນັກງານ; 3. ກົມກວດກາ; 4. ກົມອົບຮົມຊາວໜຸ່ມ; 5. ກົມພັດທະນາວິຊາຊີບຊາວໜຸ່ມ; 6. ກົມຂະບວນການຊາວໜຸ່ມ; 7. ກົມເຍົາວະຊົນ; 8. ກົມສື່ມວນຊົນໜຸ່ມລາວ; 9. ກົມພົວພັນ-ຮ່ວມມືກັບຕ່າງປະເທດ; 10. ສູນມິດຕະພາບຊາວໜຸ່ມລາວ-ຫວຽດນາມ.

     ຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ສະໄໝທີ VIII ນີ້, ໄດ້ມີມະຕິຮັບຮອງເອົາ 4 ຄຸນລັກສະນະຂອງຊາວໜຸ່ມ ສະບັບ ເລກທີ 891/ລຂ, ລົງວັນທີ 23 ພະຈິກ 2020 ແລະ ຮັບຮອງເອົາ 3 ຄຸນລັກສະນະຂອງເຍົາວະຊົນລາວ ສະບັບ ເລກທີ 688/ຄລຂ, ລົງວັນທີ 23 ພະຈິກ 2020 ຄື: 4 ຄຸນລັກສະນະຂອງຊາວໜຸ່ມປະກອບມີ: ມີນ້ໍາໃຈຮັກຊາດອັນດູດດ່ືມ, ມີຄວາມຈົ່ງຮັກພັກດີຕໍ່ພັກ, ຕໍ່ປະເທດຊາດ ແລະ ຕໍ່ປະຊາຊົນລາວບັນດາເຜົ່າ; ມີຄວາມສະມັກຄີແໜ້ນແຟ້ນຊ່ວຍເຫລືອສັງຄົມ, ຊ່ວຍເຫລືອເຊິ່ງກັນ ແລະ ກັນຢ່າງຈິງໃຈ; ມີຄວາມດຸໝັ່ນອົດທົນ, ຫ້າວຫັນຟົດຟື້ນ, ປະດິດສ້າງຊອກຮູ້ຮໍ່າຮຽນ ແລະ ຝຶກຝົນຫລໍ່ຫລອມຕົນເອງໃຫ້ທັນຍຸກສະໄໝ; ມີຄວາມເກັ່ງກ້າ, ອົງອາດປະຈັນບານ ແລະ ຄວາມເສຍສະຫລະເພື່ອປະເທດຊາດ. 3 ຄຸນລັກສະນະຂອງເຍົາວະຊົນປະກອບມີ: ຮັກຊາດ, ຮັກທ່ານຜູ້ນໍາ, ຮັກພໍ່ແມ່, ຮັກຄູບາ-ອາຈານ, ຮັກໝູ່ເພື່ອນ; ຮຽນປະກອບມີ: ຮຽນເອົາຄວາມຮູ້ ແລະ ບົດຮຽນຕົວຈິງ, ຮຽນເອົາຄຸນສົມບັດ, ຮຽນເອົາມູນເຊື້ອ; ຮູ້ປະກອບມີ: ຮູ້ອອກແຮງງານ, ຮູ້ຮີດຄອງປະເພນີ, ຮູ້ຮັກຄວາມສາມັກຄີ ແລະ ຊ່ວຍເຫລືອ, ຮູ້ລະບຽບວິໄນ. ໂດຍລວມແລ້ວຜົນງານການເຄື່ອນໄຫວຂອງຄະນະຊາວໜຸ່ມປະຊາຊົນ ປະຕິວັດລາວ ນັບຕັ້ງແຕ່ກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວປະເທດ ຄັ້ງ ທີ I-VIII ລ້ວນແລ້ວແຕ່ໄດ້ປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃນໄລຍະໃໝ່ ທັງແມ່ນແນວທາງໜຶ່ງທີ່ຊາວໜຸ່ມ-ເຍົາວະຊົນ, ອະນຸຊົນຮຸ່ນຫລັງຄືພວກເຮົາຕ້ອງໄດ້ສືບທອດ ແລະ ຮັກສາມູນເຊື້ອອັນດີງາມດັ່ງກ່າວໃນຕໍ່ໜ້າທັງນຳເອົາບົດຮຽນການເຄື່ອນໄຫວໄປຈັດຕັ້ງປະຕິບັດເຂົ້າໃນວຽກງານຕົວຈິງ ໃນໄລຍະໃໝ່ໃຫ້ປະກົດຜົນເປັນຈິງ.   

KPL

ຂ່າວອື່ນໆ

    • ທ່ານ ກາກມາກ ນັກປັດຊະຍາ ແລະ ນັກປະຕິວັດທີ່ຍິ່ງໃຫຍ່ ຂອງຊົນຊັ້ນກຳມະຊີບບົດ-ສາລະຄະດີ

      ທ່ານ ກາກມາກ ນັກປັດຊະຍາ ແລະ ນັກປະຕິວັດທີ່ຍິ່ງໃຫຍ່ ຂອງຊົນຊັ້ນກຳມະຊີບ

      5/2/2024 4:06:11 PM

      * ເດືອນພຶດສະພາ ມີຫລາຍວັນສຳຄັນທາງປະຫວັດສາດ, ທັງຂອງຊາດ ແລະ ສາກົນ ເຊິ່ງໜຶ່ງໃນນັ້ນມີວັນເກີດຂອງທ່ານ ກາກມາກ ຜູ້ທີ່ໄດ້ໃຫ້ກໍາເນີດປັດຊະຍາມາກສິດ: ລັດທິວັດຖຸນິຍົມສັດຈະວິພາກ, ລັດທິວັດຖຸນິຍົມປະຫວັດສາດ ເສດຖະສາດການເມືອງ ແລະ ລັດທິກອມມູນິດວິທະຍາສາດ. ໃນສອງສາມວັນນີ້, ໜັງສືພິມປະເທດລາວ ຂໍນຳເອົາປະຫວັດສາດ ແຫ່ງຊີວິດ ແລະ ການເຄື່ອນໄຫວຂອງທ່ານ ກາກມາກ ມານໍາສະເໜີໃຫ້ທຸກທ່ານ ພ້ອມກັນທົບທວນຫວນຄືນນໍາກັນ ຕື່ມອີກເທື່ອໜຶ່ງ.

    • ເຮັດກະແລ້ມຂາຍ ຈິ່ງໄດ້ຈັບເງິນລ້ານບົດ-ສາລະຄະດີ

      ເຮັດກະແລ້ມຂາຍ ຈິ່ງໄດ້ຈັບເງິນລ້ານ

      5/2/2024 10:20:59 AM

      ອາກາດທີ່ຮ້ອນອົບເອົ້າແບບນ້ີເຊື່ອວ່າຫລາຍທ່ານມີວິທີຄາຍຄວາມຮ້ອນທີ່ແຕກຕ່າງກັນອອກໄປ,​ ໃນນີ້​ການໄດ້ຮັບປະທານອາຫານຫວານໆ​ເຢັນໆ ຖືວ່າສາມາດຊ່ວຍດັບຄວາມ​ຮ້ອນ​​ ແລະ ​​ເຮັດ​ໃຫ້​ອາລົມ​ດີ​ຂຶ້ນ​ໄດ​້​ດ້ວຍອາຫານ​ປະ​ເພດ​ຫວານໆເຢັນ.

    • ການສະກົດ ແລະ ການໃຊ້ຄຳບົດ-ສາລະຄະດີ

      ການສະກົດ ແລະ ການໃຊ້ຄຳ

      5/2/2024 9:56:04 AM

      ການສະກົດຄໍາທຸກຄໍາ ທີ່ເປັນຄໍາຫລັກ ແລະ ຄໍາທີ່ໃຊ້ໃນການຊີ້ແຈງຄວາມໝາຍແມ່ນໃຊ້ຕາມຫລັກອັກຂະຫລະວິທີຂອງການສະກົດຄໍາໃນພາສາລາວ ທີ່ໃນສັງຄົມ ແລະ ລະບົບການສຶກສາຂອງລາວ ປັດຈຸບັນ; ກໍລະນີທີ່ແມ່ນຄໍາທາງວິທະຍາສາດ, ວິຊາການ, ຊື່ສະເພາະທີ່ສາກົນໃຊ້ ແລະ ຄໍາຂອງພາສາຊົນເຜົ່າແມ່ນໃຊ້ອັກສອນລາວໃນປັດຈຸບັນສະກົດຕາມສຽງຂອງຮູບຄໍານັ້ນໆ ໃຫ້ໄດ້ສຽງທີ່ໃກ້ຄຽງເທົ່າໃດຍິ່ງດີ.

    • ແດ່ວັນກຳມະກອນສາກົນ 1 ພຶດສະພາບົດ-ສາລະຄະດີ

      ແດ່ວັນກຳມະກອນສາກົນ 1 ພຶດສະພາ

      5/2/2024 9:48:11 AM

      ວັນກໍາມະກອນສາກົນ ວັນທີ 1 ພຶດສະພາ ຄົບຮອບ 138 ປີ (1 ພຶດສະພາ 1886 - 1 ພຶດສະພາ 2024) ຫາກໍ່ຜ່ານມາທ່ານ ກາກມາກ ແລະ ອັງແກນ ໄດ້ຢັ້ງຢືນວ່າ ລັກສະນະອັນດີເລີດຂອງຊົນຊັ້ນກໍາມະກອນແມ່ນຊົນຊັ້ນທີ່ມີນໍ້າໃຈກ້າຫານຕໍ່ສູ້, ມີລະບຽບວິໄນເຂັ້ມງວດ, ມີສະຕິຕໍ່ການຈັດຕັ້ງ, ມີຄວາມມານະອົດທົນສູງຢ່າງເດັດຂາດ.

    • ຫວນຄືນມູນເຊື້ອ 49 ປີ ວັນປົດປ່ອຍພາກໃຕ້ ຫວຽດນາມບົດ-ສາລະຄະດີ

      ຫວນຄືນມູນເຊື້ອ 49 ປີ ວັນປົດປ່ອຍພາກໃຕ້ ຫວຽດນາມ

      5/2/2024 9:44:46 AM

      ວັນທີ 30 ເມສາ 1975 ເປັນວັນທີ່ມີຄວາມໝາຍສຳຄັນຍິ່ງຂອງ ປະເທດຫວຽດນາມ ເພາະເປັນວັນແຫ່ງໄຊຊະນະ, ວັນແຫ່ງການທັບ ມ້າງອຳນາດການປົກຄອງທີ່ເປື່ອຍ ເຍື່ອຍຂອງພວກລ່າເມືອງຂຶ້ນ, ເປັນວັນທີ່ປະເທດຫວຽດນາມ ມີ ຄວາມເປັນເອກະລາດຢ່າງສົມບູນ ຈົນເທົ່າທຸກວັນນີ້ ຊຶ່ງມາຮອດປີນີ້ ກໍຄົບຮອບ 49 ປີພໍດີ.

ads
ads

Top