ສປຈີນ ຈັດສັນງົບປະມານ ຊຸກຍູ້ການລົງທຶນ ຫລາຍກວ່າ 2 ແສນລ້ານຢວນ

19/04/2024 13:57
Email Print 441
ຂປລ ປັດຈຸບັນ ສປຈີນ ໄດ້ຈັດສັນ ເງິນທຶນ ຈາກ ງົບປະມານ ສ່ວນກາງ ໂດຍມີ ມູນຄ່າ ຫລາຍກວ່າ 3 ແສນລ້ານຢວນ ເພື່ອສົ່ງເສີມ ການລົງທຶນ ໃຫ້ໄດ້ຮັບປະສິດ ທິຜົນ ໃນປີ 2024.

ຂປລ. ສຳນັກຂ່າວ ຊິນຮວາ ຂອງ ສປຈີນ, ເມື່ອບໍ່ດົນມານີ້,​ ທ່ານ ຫລີວຊູເຊີ ຮອງຫົວໜ້າ ຄະນະກຳມະ ການ ພັດທະນາ ແລະ ປະຕິຮູບ ແຫ່ງຊາດ ຈີນ ລາຍງານວ່າ: ປັດຈຸບັນ ສປຈີນ ໄດ້ຈັດສັນ ເງິນທຶນ ຈາກ ງົບປະມານ ສ່ວນກາງ ໂດຍມີ ມູນຄ່າ ຫລາຍກວ່າ 3 ແສນລ້ານຢວນ ເພື່ອສົ່ງເສີມ ການລົງທຶນ ໃຫ້ໄດ້ຮັບປະສິດ ທິຜົນ ໃນປີ 2024.

ທ່ານ ຫລີວຊູເຊີ ກ່າວວ່າ ບ້ວງເງີນທຶນ ທີ່ ຈັດສັນໄວ້ ກວມເອົາ 30% ຂອງ ຈຳນວນເງິນປະຈຳ ທີ່ວາງແຜນໄວ້ ແລະ ຄະນະ ກຳມະການ ຈະເລັ່ງ  ຈັດສັນເງິນທຶນ ທີ່ກ່ຽວຂ້ອງ ເພື່ອຊຸກຍູ້ ໂຄງການ ດັ່ງກ່າວ ແລະ ປັບປຸງປະສິດທິພາບ ໃນການ ນຳໃຊ້ງົບ ປະມານ ສ່ວນກາງ.

ບົດລາຍງານ ການເຄື່ອນໄຫວ ວຽກງານ ປະຈຳປີ ຂອງ ລັດຖະບານ ລະບຸວ່າ  ຈະມີການ ຈັດສັນ ບ້ວງເງີນທຶນ ຈາກ ງົບປະມານ ສ່ວນກາງ ເພື່ອລົງທຶນ ສຳລັບ ປີ 2024 ລວມມີ ທັງໝົດ 7 ແສນລ້ານຢວນ. ນອກຈາກງົບປະມານ ສ່ວນກາງແລ້ວ ຈີນ ຍັງວາງແຜນ ອອກພັນທະບັດ ລັດຖະບານ ທ້ອງຖິ່ນ ສະເພາະກິດ ດ້ວຍມູນຄ່າ 3,9 ພັນຕື້ຢວນ, ​ເພີ່ມຂື້ນ 1 ແສນລ້ານຢວນ ເມື່ອທຽບໃສ່ ປີກາຍນີ້. ໂດຍ ຄະນະ ກຳມະການ ໄດ້ຄັດເລືອກ ໂຄງການ ພັນທະບັດ ລັດຖະບານ ທ້ອງຖິ່ນ ສະເພາະກິດ ເບື້ອງຕົ້ນ ຢ່າງສຳເລັດ, ໂຄງການຊຸດນີ້ ມີຄວາມຕ້ອງການ ເງິນທຶນ ຈຳນວນຫລາຍ ຊຶ່ງຊ່ວຍວາງ ຮາກຖານ ທີ່ໝັ້ນຄົງ ໃຫ້ກັບການອອກ ແລະ ການໃຊ້ພັນທະບັດ ລັດຖະບານ ທ້ອງຖິ່ນ./

KPL

ຂ່າວອື່ນໆ

ads
ads

Top