ສປຊ ຮຽກຮ້ອງໃຫ້ຄວາມຊ່ວຍເຫຼືອເຂດກາຊາ ຈຳນວນ ເງິນ 2,8 ຕື້ໂດລາ

18/04/2024 19:01
Email Print 434
ຂປລ ອົງການ ສະຫະປະຊາຊາດ (ສປຊ) ໄດ້ຮຽກຮ້ອງ ປະຊາຄົມໂລກ ໃຫ້ການ ຊ່ວຍເຫຼືອ ບ້ວງເງິນ 2,8 ຕື້ໂດລາ ສະຫະລັດ ໃນປີ 2024 ນີ້ ໃຫ້ແກ່ ປະຊາຊົນ ເຂດກາຊາ ທີ່ຖືກສົງຄາມ ທຳລາຍ, ກໍຄື ຊາວ ປາແລັດສະຕິນ ຢູ່ໃນເຂດ ຝັ່ງຕາເວັນຕົກ ແມ່ນ້ຳຊອກດານີ ທີ່ຖືກຢືດຄອງ.

ຂປລ. ສຳນັກ​ຂ່າວວິທະ​ຍຸ ກະຈາຍສຽງ​ ແຫ່ງ​ຊາດ ຫວຽດນາມ, ເມື່ອ​ບໍ່​ດົນ​ມານົ້, ອົງການ ​ສະຫະປະຊາ​ຊາດ (ສປຊ) ໄດ້ຮຽກຮ້ອງ ປະຊາຄົມໂລກ ໃຫ້ການ ຊ່ວຍເຫຼືອ ບ້ວງເງິນ  2,8 ຕື້​ໂດ​ລາ​ ສະຫະລັດ ໃນປີ 2024 ນີ້ ​ໃຫ້​ແກ່ ​ປະຊາຊົນ ເຂດກາຊາ ທີ່ຖືກສົງຄາມ ທຳລາຍ, ກໍຄື ຊາວ ປາແລັດສະຕິນ ຢູ່ໃນເຂດ ຝັ່ງຕາເວັນຕົກ ແມ່ນ້ຳຊອກ​ດາ​ນີ ທີ່ຖືກຢືດຄອງ.

          ທ່ານ ອັງເດຣ ເດີ ໂດເມນີໂກ ຫົວໜ້າ ຫ້ອງການ ຝ່າຍປະສານງານ ກ່ຽວກັບ ບັນຫາ ມະນຸດສະທຳ ຂອງ ສປຊ ປະຈຳ ປາແລັດສະຕິນ ​ໃຫ້​ຮູ້​ວ່າ:​ ບ້ວງເງິນ ດັ່ງກ່າວນີ້ ຈະຊ່ວຍ ແກ້ໄຂ ບັນດາ ຄວາມຕ້ອງການ ດ້ານມະນຸດສະທຳ ໄລ່ຮອດ ທ້າຍປີນີ້ ຂອງ ປະຊາຊົນ ປະມານ 3 ລ້ານຄົນ ທີ່ ພວມດຳລົງຊີວິດ ຢູ່ເຂດຝັ່ງຕາເວັນຕົກ ແມ່ນ້ຳຊອກ​ດາ​ນີ ແລະ ເຂດກາຊາ, ໃນນັ້ນ ງົບປະມານ  90% ສຳລັບ ເຂດກາຊາ.  ນອກຈາກ​ນີ້ ສປຊ ຍັງກ່າວເຕືອນວ່າ ປະຊາຊົນ ນັບໝື່ນຄົນ ຢູ່ເຂດ ກາຊາ ພວມຜະເຊີນໜ້າ ກັບ ໄພອຶດຫິວ, ​ໂດຍ​ສະ​ເພະ ເຂດພາກເໜືອ ເຊິ່ງເປັນ ບ່ອນແຈກຢາຍ ທັນຍາຫານ ແລະ ການອຸປະຖຳ ໄດ້ຖືກຈຳກັດ ກ່ຽວກັບ ການຂົນສົ່ງ ເຄື່ອງຊ່ວຍເຫຼືອ ຢູ່ໃນໃຈກາງ ເຂດກາຊາ ຍັງຖືກຊັກຊ້າຫຼາຍ. ຍ້ອນວ່າ ການກວດກາ ຄວາມປອດໄພ ແລະ ອື່ນ​ໆ./

 

 

KPL

ຂ່າວອື່ນໆ

ads
ads

Top