ກຳລັງປ້ອງກັນເຄື່ອນທີ່ ເອົາໃຈໃສ່ ກວດກາລາດຕະເວນ ໄລຍະປີໃໝ່ລາວ

17/04/2024 14:09
Email Print 426
ຂປລ ຂປລ. ກຳລັງປ້ອງກັນເຄື່ອນທີ່ໄດ້ເອົາໃຈໃສ່ໃນການກວດກາລາດຕະເວນ ໃນຂອບເຂດ 4 ຕົວເມືອງໃນນະຄອນຫລວງວຽງຈັນ ນັບແຕ່ວັນທີ 12 ເມສາເປັນຕົ້ນມາ ໂດຍມີການສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອຮັບປະກັນບໍ່ໃຫ້ມີປະກົດການຫຍໍ້ທໍ້ເກີດຂຶ້ນ.​



ຂປລ. ກຳລັງປ້ອງກັນເຄື່ອນທີ່ໄດ້ເອົາໃຈໃສ່ໃນການກວດກາລາດຕະເວນ ໃນຂອບເຂດ
4 ຕົວເມືອງໃນນະຄອນຫລວງວຽງຈັນ ນັບແຕ່ວັນທີ 12 ເມສາເປັນຕົ້ນມາ ໂດຍມີການສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອຮັບປະກັນບໍ່ໃຫ້ມີປະກົດການຫຍໍ້ທໍ້ເກີດຂຶ້ນ.​



ທ່ານ ພັຕ ກອງຄຳ ຈັນທະວົງ ຮັກສາການ ຫົວໜ້າ ກອງຮ້ອຍ
3 ກອງພັນ 133 ກອງບັນຊາການປ້ອງກັນເຄື່ອນທີ່ ກະຊວງປ້ອງກັນຄວາມສະຫງົບ ໄດ້ໃຫ້ສຳພາດໃນວັນທີ 15 ເມສາ 2024 ວ່າ: ໂດຍປະຕິບັດຕາມຄຳສັ່ງຂອງຂັ້ນເທິງ ໃນການປ້ອງກັນ ການສະເຫລີມສະຫລອງປີໃໝ່ລາວ ຢູ່ນະຄອນ ຫລວງວຽງຈັນ ໃຫ້ມີຄວາມສະຫງົບ ເຕັມໄປດ້ວຍຄວາມເບີກບານມ່ວນຊື່ນ. ຜ່ານການຈັດຕັ້ງປະຕິບັດໜ້າທີ່ ເຫັນວ່າຍັງມີຄວາມສະຫງົບດີ, ປະຊາຊົນ ໄດ້ເປັນເຈົ້າການຮ່ວມກັນ ໃນການຮັກສາຄວາມສະຫງົບ ແລະ ປະຕິບັດຕາມແຈ້ງການຕ່າງໆຢ່າງເຂັ້ມງວດ ສະແດງອອກ​ໃນການເຄື່ອນໄຫວປະຕິບັດໜ້າທີ່ ຂອງກຳລັງປ້ອງກັນເຄື່ອນທີ່ ໃນຂົງເຂດຄວາມຮັບຜິດຊອບ ນັບແຕ່ວັນທີ​ 12-15​ ເມສາ​ 2024​ ແມ່ນບໍ່ມີກໍລະນີເຫດການ​ເກີດຂຶ້ນ. ນອກນັ້ນ, ກຳລັງປ້ອງກັນເຄື່ອນທີ່ ຍັງມີການປະຈຳການກຽມພ້ອມ ຕະ ຫລອດ 24 ຊົ່ວໂມງ.



ໂອກາດ​ນີ້, ທ່ານ ພັຕ ກອງຄຳ ຈັນທະວົງ ຍັງໄດ້ຮຽກຮ້ອງໃຫ້ທຸກຄົນໃນສັງຄົມ ຈົ່ງເປັນເຈົ້າການຮ່ວມກັນຢ່າງເຂັ້ມງວດ ໃຫ້ມີສະຕິໃນການ ສະເຫລີມສະຫລອງບຸນປີໃໝ່ລາວ ເພື່ອຫລີກລ້ຽງບັນຫາປະກົດ ການຫຍໍ້ທໍ້ຕ່າງໆ ຮັບປະກັນ ໃຫ້ນະຄອນຫລວງ ມີຄວາມສະຫງົບປອດໄພ.

ພາບ-ຂ່າວ: ບຸນເຫລືອ
KPL

ຂ່າວອື່ນໆ

ads
ads

Top