ມື້ທີ 2 ຂອງປີໃໝ່ລາວ ທົ່ວປະເທດ ມີຜູ້ເສຍຊີວິດຈາກອຸບັດເຫດ 8 ຄົນ

17/04/2024 13:50
Email Print 562
ຂປລ ຂປລ. ຕາມການລາຍງານອຸບັດເຫດໃນປີໃໜ່ລາວ ພສ 2567 ປະຈໍາວັນທີ 14 ເມສາ 2024 ຂອງກົມຕໍາຫລວດຈະລາຈອນ ໃຫ້ຮູ້ວ່າ: ໃນທົ່ວປະເທດ ມີອຸບັດເຫດເກີດຂຶ້ນທັງໝົດ 78 ຄັ້ງ, ພາຫະນະເປ່ເພທັງໝົດ 140 ຄັນ, ຄົນໄດ້ຮັບບາດເຈັບທັງໝົດ 140 ຄົນ ແລະ ເສຍຊິວິດ 8 ຄົນ



ຂປລ. ຕາມການລາຍງານອຸບັດເຫດໃນປີໃໜ່ລາວ ພສ
2567 ປະຈໍາວັນທີ 14 ເມສາ 2024 ຂອງກົມຕໍາຫລວດຈະລາຈອນ ໃຫ້ຮູ້ວ່າ: ໃນທົ່ວປະເທດ ມີອຸບັດເຫດເກີດຂຶ້ນທັງໝົດ 78 ຄັ້ງ, ພາຫະນະເປ່ເພທັງໝົດ 140 ຄັນ, ຄົນໄດ້ຮັບບາດເຈັບທັງໝົດ 140 ຄົນ ແລະ ເສຍຊິວິດ 8 ຄົນ ເຊິ່ງແຂວງທີ່ມີຄົນເສຍຊິວິດປະກອບມີ: ຊຽງຂວາງ ເສຍຊິວິດ 2 ຄົນ, ຫລວງນໍ້າທາ, ຫລວງພະບາງ, ວຽງຈັນ, ບໍລິຄໍາໄຊ, ຈໍາປາສັກ ແລະ ແຂວງອັດຕະປື ເສຍຊິວິດແຂວງລະ 1 ຄົນ.

ຈາກອຸບັດຕິເຫດເກີດຂຶ້ນນັ້ນ, ທຽບໃສ່ໄລະຍະດຽວກັນ ຂອງປີຜ່ານມາ (14 ເມສາ 2023) ອຸບັດເຫດຫລຸດລົງ 4 ຄັ້ງ, ພາຫະນະເປເພເທົ່າເດີມ, ຄົນໄດ້ຮັບບາດເຈັບຫລຸດລົງ 16 ຄົນ ແລະ ຄົນເສຍຊິວິດເພີ່ມຂຶ້ນ 1 ຄົນ.



ໂອກາດ​ນີ້, ​ເຈົ້າ​ໜ້າ​ທີ່ຕໍາຫລວດຈະລາຈອນ ​ໄດ້ຮຽກຮ້ອງມາຍັງຜູ້ຂັບຂີ່ທີ່ ນໍາໃຊ້ລົດ-ໃຊ້ຖະໜົນຕ້ອງມີສະຕິ
, ຖືເອກະສານລົດມານໍາທຸກຄັ້ງ, ປະຕິບັດກົດລະບຽບຈະລາຈອນຢ່າງເຂັ້ມງວດ ໂດຍສະ ເພາະຂັບຂີ່ຍານພາຫະນະບໍ່ຄວນດື່ມສິ່ງມຶນເມົາ, ບໍ່ຄວນຂັບຂີ່ລົດໄວເກີນດຳນົດ, ຜູ້ຂັບຂີ່ລົດໃຫຍ່ຕ້ອງຮັດສາຍນິລະໄພທຸກຄັ້ງ, ຜູ້ຂັບຂີ່ລົດຈັກຕ້ອງໃສ່ໝວກກັນກັນທົບທັງຜູ້ຂັບ ແລະ ຜູ້ຊ້ອນທ້າຍ ຖ້າຫາກຜູ້ຂັບຂີ່ໃສ່ໃຈປະຕິບັດ ກົດລະບຽບຈະລາຈອນ ຢ່າງເຂັ້ມງວດ ເຊື່ອວ່າບັນຫາການເກີດອຸບັດຕິເຫດ ກໍຈະຫລຸດໜ້ອຍຖອຍລົງ ຕະຫລອດໄລຍະການສະຫລອງບຸນປີໃໜ່ລາວ ພສ 2567.

ຂ່າວ: ໜັງສືພິມ ປ້ອງກັນຄວາມສະຫງົບ

KPL

ຂ່າວອື່ນໆ

ads
ads

Top