ປະທານປະເທດ ຮ່ວມປີທ່ອງທ່ຽວລາວ ແລະ ບຸນປະເພນີປີໃໝ່ລາວຢູ່ຫລວງພະບາງ

17/04/2024 13:17
Email Print 569
ຂປລ ຂປລ. ແຫລ່ງຂ່າວຈາກ ແຂວງຫລວງພະບາງ ໃຫ້ຮູ້ວ່າ: ບຸນປະເພນີປີໃໝ່ລາວ ແລະ ການສະເຫລີມສະຫລອງປີທ່ອງທ່ຽວລາວ 2024 ທີ່ແຂວງຫລວງພະບາງ ຈັດຂຶ້ນຢ່າງເປັນທາງການໃນວັນທີ 14 ເມສາ 2024 ທີ່ເສັ້ນທາງສີສະຫວ່າງວົງ ໜ້າຫໍພິພິທະພັນແຫ່ງຊາດ ຫລວງພະບາງ



ຂປລ. ແຫລ່ງຂ່າວຈາກ ແຂວງຫລວງພະບາງ ໃຫ້ຮູ້ວ່າ: ບຸນປະເພນີປີໃໝ່ລາວ ແລະ ການສະເຫລີມສະຫລອງປີທ່ອງທ່ຽວລາວ
2024 ທີ່ແຂວງຫລວງພະບາງ ຈັດຂຶ້ນຢ່າງເປັນທາງການໃນວັນທີ 14 ເມສາ 2024 ທີ່ເສັ້ນທາງສີສະຫວ່າງວົງ ໜ້າຫໍພິພິທະພັນແຫ່ງຊາດ ຫລວງພະບາງ ໂດຍມີ ທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ, ພ້ອມດ້ວຍອະດີດການນໍາຂັ້ນສູງ, ລັດຖະມົນຕີກະຊວງ ຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ມີທ່ານເຈົ້າແຂວງ, ກົງສູນໃຫຍ່ ສສ ຫວຽດ ນາມ, ສປ ຈີນ, ປະຊາຊົນບັນດາເຜົ່າ ພາຍ​ໃນຫລວງພະບາງ ລວມທັງແຂກທັງພາຍໃນ ແລະ ຕ່າງ ປະເທດ ເຂົ້າຮ່ວມຢ່າງຫລວງຫລາຍ.



ໃນພິທີ, ທ່ານ ບຸນເລື່ອມ ມະນີວົງ ຮອງເຈົ້າແຂວງຫລວງພະບາງ, ທັງເປັນປະທານຈັດງານປະເພນີປີໃໝ່ ລາວ ພສ
2567 ແລະ ສະເຫລີມສະຫລອງປີທ່ອງທ່ຽວລາວ 2024 ຂອງແຂວງຫລວງພະບາງ ໄດ້ລາຍງານກ່ຽວກັບການກະກຽມວຽກງານແຕ່ລະດ້ານວ່າ: ການຈັດງານປະເພນີປີໃໝ່ລາວ ພສ 2567 ທີ່ເປັນບຸນປະເພນີຂອງຊາດລາວ ໄດ້ສືບທອດກັນມາຫລາຍເຊັ່ນຄົນ, ໃນປີນີ້ຖືວ່າມີຄວາມພ້ອມໃນທຸກດ້ານ. ພິເສດປີນີ້, ຄະນະຮັບຜິດຊອບໄດ້ນໍາເອົາກິດຈະກໍາ ສະເຫລີມສະຫລອງປີທ່ອງທ່ຽວລາວ 2024 ຕິດພັນກັບງານປະເພນີປີໃໝ່ລາວ ພສ 2567 ເພື່ອໂຄສະນາເຜີຍແຜ່ວັດທະນະທຳ, ວິຖີຊີວິດ ແລະ ຮີດຄອງປະເພນີອັນດີງາມ ທີ່ເປັນເອກະລັກສະເພາະ ຂອງຊາວຫລວງພະບາງ, ສະແດງບັນດາຜະລິດຕະພັນການທ່ອງທ່ຽວ ແລະ ສະຖານທີ່ທ່ອງທ່ຽວ ອັນໂດດເດັ່ນທາງດ້ານທຳມະຊາດ, ປະ ຫວັດສາດ ແລະ ວັດທະນະທຳຂອງແຂວງຫລວງພະບາງ ໃຫ້ແຂກພາຍໃນ ແລະ ຕ່າງປະເທດໄດ້ຮັບຮູ້. ສໍາລັບແຂວງຫລວງພະບາງ ໄດ້ກຳນົດເອົາ 2 ກິດຈະກໍາຫລັກ ເປັນງານສະເຫລີມສະຫລອງປີທ່ອງທ່ຽວລາວຂອງແຂວງ ຄື: ບຸນປະເພນີປີໃໝ່ລາວ ແລະ ບຸນອອກພັນສາປະວໍລະນາ. ໃນໄລຍະຜ່ານມາ ອົງການປົກຄອງແຂວງ ໄດ້ໃຫ້ຄວາມສໍາຄັນຕໍ່ການພັດທະນາ, ສົ່ງເສີມວຽກງານການທ່ອງທ່ຽວ ເປັນຂະແໜງການຫລັກ ໃນການຊຸກຍູ້ເສດຖະກິດຂອງແຂວງ ແລະ ໃນຕໍ່ໜ້າ ຈະສືບຕໍ່ພັດທະນາບັນດາພື້ນຖານໂຄງລ່າງ, ສິ່ງອໍານວຍຄວາມສະດວກ ດ້ານການທ່ອງທ່ຽວ ໃຫ້ມີຄຸນະພາບ, ມີຫລາຍສີສັນ, ຕິດພັນກັບການຟື້ນຟູ, ອະນຸລັກ ແລະ ເສີມຂະຫຍາຍມໍລະດົກວັດທະນະທຳ ທີ່ເປັນເອກະລັກສະເພາະຂອງຊາວຫລວງພະບາງ. ປັດຈຸບັນທົ່ວແຂວງ ມີສະຖານທີ່ທ່ອງທ່ຽວ 228 ແຫ່ງ ເຊິ່ງເປີດບໍລິການແລ້ວ 158 ແຫ່ງ ແລະ ປີ 2024 ແຂວງຫລວງພະບາງ ໄດ້ຕັ້ງເປົ້າໝາຍດຶງດູດນັກທ່ອງທ່ຽວໃຫ້ໄດ້ 1 ລ້ານ 7 ແສນເທື່ອຄົນ.



ໂອກາດນີ້
, ທ່ານ ຄໍາຂັນ ຈັນທະວີສຸກ ເຈົ້າແຂວງຫລວງພະບາງ ໄດ້ກ່າວເປີດງານປະເພນີປີໃໝ່ ລາວ ແລະ ສະເຫລີມສະຫລອງປີທ່ອງທ່ຽວລາວ 2024 ຢ່າງເປັນທາງການ ໂດຍໄດ້ເຊີນຊວນບັນດານັກທ່ອງທ່ຽວ ພາຍໃນ, ຈາກພາກພື້ນ ແລະ ສາກົນ ທີ່ເຂົ້າມາທ່ຽວຊົມແຂວງຫລວງພະບາງ ມາສໍາພັດກັບບັນດາສະຖານທີ່ທ່ອງທ່ຽວ, ຮີດຄອງປະເພນີ ວັດທະນະທໍາ ທີ່ເປັນເອກະລັກສະເພາະ ຂອງຊາວຫລວງພະບາງ. ພ້ອມທັງສະແດງຄວາມຍ້ອງຍໍຊົມເຊີຍ ຄະນະຮັບຜິດຊອບ, ອະນຸກຳມະການຝ່າຍຕ່າງໆ, ນັບທັງພາກລັດ, ພາກທຸລະກິດ ຕະຫລອດຮອດປະຊາຊົນນະຄອນ ຫລວງພະບາງ ແລະ ບັນດາເມືອງໃນທົ່ວແຂວງ ທີ່ໄດ້ມີສ່ວນຮ່ວມເຂົ້າໃນການ ກະກຽມບັນດາກິດຈະກຳ ບຸນປະເພນີປີໃໝ່ລາວ ພສ 2567 ແລະ ສະເຫລີມສະຫລອງປີທ່ອງທ່ຽວລາວ 2024, ເຊິ່ງແມ່ນປາງບຸນປະເພນີ ທີ່ມີຄວາມໝາຍ-ຄວາມສຳຄັນ ລະດັບຊາດ, ແມ່ນວັດທະນະທຳອັນດີງາມ ທີ່ເປັນເອກະລັກສະເພາະ ຂອງຊາວນະຄອນ ຫລວງພະບາງ ເມືອງມໍລະດົກໂລກ ທີ່ໄດ້ສືບທອດປະຕິບັດກັນມາ ເປັນເວລາເຫິງນານ ຈົນເທົ້າເຖິງທຸກວັນນີ້.



ໂອກາດນີ້
, ທ່ານ ທອງລຸນ ສີສຸລິດ ກໍໄດ້ໃຫ້ກຽດຕັດແຖບຜ້າ ແລະ ລັ່ນຄ້ອງ 9 ບາດ ເພື່ອເປັນສີລິມຸງຄຸນ ແລະ ເປີດງານຢ່າງເປັນທາງການ. ພ້ອມທັງຊົມຂະບວນກ້ອນກໍາລັງຈາກຫລາຍພາກສ່ວນ ພາຍໃນນະຄອນ-ຫລວງພະບາງ, ບັນດາເມືອງອ້ອມຂ້າງ ແລະ 13 ເຜົ່າ ທີ່ດຳລົງຊີວິດຢູ່ແຂວງຫລວງພະບາງ ລວມທັງໝົດ 40 ຂະບວນ, ເຊິ່ງແຕ່ລະຂະບວນລ້ວນແຕ່ສ່ອງແສງໃຫ້ເຫັນເຖິງຂະນົບທຳນຽມ, ຮີດຄອງປະເພນີ ທີ່ເປັນເອກະລັກສະເພາະຂອງ ຊາວຫລວງພະບາງ.

KPL

ຂ່າວອື່ນໆ

    • ອະດີດນັກສຶກສາລາວ ຈັກງານ ພົບປະຮັດແໜ້ນຄວາມສາມັກຄີວັດທະນະທຳ-ສັງຄົມ

      ອະດີດນັກສຶກສາລາວ ຈັກງານ ພົບປະຮັດແໜ້ນຄວາມສາມັກຄີ

      1/20/2025 3:36:41 PM

      ຂປລ. ໃນວັນທີ 18 ມັງກອນ 2025 ຜ່ານມາ, ອະດີດນັກສຶກສາລາວ ແລະ ນັກສຶກສາລາວ ທີ່ຮຽນຢູ່ ແຂວງກວາງຊີ ສປ ຈີນ ຮ່ວມກັບ ສະພາການຄ້າ ແຂວງກວາງຊີ ປະຈໍາ ສປປ ລາວ ຈັດງານພົບປະສັງສັນ ເຊິ່ງກັນ ​ແລະ ກັນ ແລະ ຈັດກິດຈະກໍາສ້າງຂະບວນການແຂ່ງຂັນກິລາ ເພື່ອຮັດແໜ້ນຄວາມສາມັກຄີ ແລະ ເພື່ອສະເຫລີມສະຫລອງບຸນປີໃໝ່ຈີນ ປະຈໍາປີ 2025 ແລະ ບຸນເດືອນສາມ ຂອງເຜົ່າຈ້ວງ ກວາງຊີ ທີ່ຈະມາເຖິງນີ້.

    • ສື່ມວນຊົນລາວ ສໍາເລັດຝຶກອົບຮົມວຽກ ສຸຂະພາບໜຶ່ງດຽວ ຢູ່ຣາຊະອານາຈັກໄທວັດທະນະທຳ-ສັງຄົມ

      ສື່ມວນຊົນລາວ ສໍາເລັດຝຶກອົບຮົມວຽກ ສຸຂະພາບໜຶ່ງດຽວ ຢູ່ຣາຊະອານາຈັກໄທ

      1/20/2025 3:11:44 PM

      ຂປລ. ສື່​ມວນ​ຊົນ ຈາກ ສປປ ລາວ ສໍາ​ເລັດ​ການເຂົ້າຮ່ວມຝຶກອົບຮົມ ພາຍໃຕ້ຫົວຂໍ້ “ສຸຂະພາບໜຶ່ງດຽວ” ໃນວັນທີ 13-17 ມັງກອນ 2025 ຢູ່ຣາຊະ​ອານາຈັກໄທ ​ໂດຍ​ໄດ້​ຮຽນ​ຮູ້​ການ​ເຮັດ​ຄລິບ​ວິ​ດີ​ໂອ​ ດ້ວຍ​ມື​ຖື ​ເພື່ອ​ໂຄສະນາ​ກ່ຽວ​ກັບ​ການ​ເຝົ້າ​ລະວັງ​ພະຍາດຕ່າງໆ ພາຍ​ໃຕ້​ໂຄງການ​ດັ່ງກ່າວ.

    • ມວນຊົນຢູ່ນະຄອນຫລວງວຽງຈັນ ເຂົ້າຮ່ວມກິດຈະກຳສະຫລອງບຸນກຸດຈີນວັດທະນະທຳ-ສັງຄົມ

      ມວນຊົນຢູ່ນະຄອນຫລວງວຽງຈັນ ເຂົ້າຮ່ວມກິດຈະກຳສະຫລອງບຸນກຸດຈີນ

      1/20/2025 2:10:43 PM

      ຂປລ. ສູນວັດທະນະທໍາຈີນ ປະຈໍາລາວ ເປີດໃຫ້ມວນຊົນເຂົ້າຮ່ວມ ກິດຈະກຳສະເຫລີມສະ ຫລອງບຸນກຸດຈີນ ປີ 2025 ໃນຫົວຂໍ້ “ສໍາຜັດວັດທະນະທໍາຫູເປີຍ ທີ່ປະເທດລາວ” ລະຫວ່າງວັນທີ 18-19 ມັງກອນ 2025 ແບບບໍ່ເສຍຄ່າ ຢູ່ສູນວັດທະນະທໍາຈີນ ປະຈໍາລາວ, ພາຍໃນງານມີຫລາຍກິດ ຈະກຳ ເປັນຕົ້ນ ຫລິ້ນເກມ, ລະບາຍສີ, ການຂຽນໂຕໜັງສືຈີນ, ການຕັດເຈ້ຍ, ການແຕ້ມໜ້າກາກ ແລະ ກິດຈະກຳສະຫລອງບຸນກຸດຈີນອື່ນໆ ເພື່ອລຸ້ນຮັບລາງວັນ ຈາກສູນວັດທະນະທຳຈີນ.

    • ສູນວັດທະນະທຳຈີນ ປະຈໍາລາວ ສະຫລອງບຸນກຸດຈີນ ປີ 2025ວັດທະນະທຳ-ສັງຄົມ

      ສູນວັດທະນະທຳຈີນ ປະຈໍາລາວ ສະຫລອງບຸນກຸດຈີນ ປີ 2025

      1/20/2025 1:46:37 PM

      ຂປລ. ສູນວັດທະນະທຳຈີນ ປະຈຳລາວ ຈັດກິດຈະກໍາ ສະເຫລີມສະຫລອງບຸນກຸດຈີນ ປີ 2025 ໃນຫົວຂໍ້ “ສໍາຜັດວັດທະນະທໍາຫູເປີຍທີ່ປະເທດລາວ” ໃນຕອນບ່າຍວັນທີ 17 ມັງກອນ 2025 ທີ່ສູນວັດທະນະທໍາຈີນ ປະຈໍາ ສປປ ລາວ ໂດຍມີ ທ່ານ ວັນສີ ກົວມົວ ຮອງລັດຖະມົນຕີ ກະຊວງ ຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ທ່ານ ນາງ ຟາງຫົງ ເອກອັກຄະລັດຖະທູດ ແຫ່ງ ສປ ຈີນ ປະຈໍາລາວ,ທ່ານ ນາງ ຫລີຢີ່ຜິງ ຫົວໜ້າສູນວັດທະນະທໍາຈີນ ປະຈໍາລາວ ເຂົ້າຮ່ວມ.

    • ຂະແໜງການພະລັງງານ-ບໍ່ແຮ່ ຈະສຸມໃສ່ ພັດທະນາພະລັງງານສະອາດ ຢູ່ ລາວວັດທະນະທຳ-ສັງຄົມ

      ຂະແໜງການພະລັງງານ-ບໍ່ແຮ່ ຈະສຸມໃສ່ ພັດທະນາພະລັງງານສະອາດ ຢູ່ ລາວ

      1/16/2025 1:46:20 PM

      ຂປລ. ພິທີເຊັນສັນຍາການຮ່ວມມື (MOA) ການພັດທະນາຕະຫລາດພະລັງງານສະອາດ ຢູ່ ສປປ ລາວ ລະຫວ່າງ ສະຖາບັນຄົ້ນຄວ້າພະລັງງານ ແລະ ບໍ່ແຮ່ (ພບ) ກະຊວງພະລັງງານ ແລະ ບໍ່ແຮ່ ກັບ ບໍລິສັດ Finger Inc ແລະ ບໍລິສັດ CECTE carbon to electric ໄດ້ຈັດຂຶ້ນ

ads
ads

Top