ສາຍການບິນ ແອຣເອເຊຍ ເອັກ ມາເລເຊຍ ຮອງຮັບ ຜູ້ໂດຍສານ ຫລາຍກວ່າ 8 ແສນເທື່ອຄົນ

26/07/2024 20:08
Email Print 481
ຂປລ ແອຣເອເຊຍ ເອັກ (AirAsia X) ເປັນ ສາຍການບິນ ລາຄາ ປະຢັດ ຂອງ ມາເລເຊຍ ໄດ້ລາຍງານ ກ່ຽວກັບ ການຂົນສົ່ງ ຜູ້ໂດຍສານ ໃນໄຕມາດທີ 2 (ເດືອນເມສາ-ເດືອນມິຖຸນາ) ລວມມີ 880.265 ເທື່ອຄົນ, ເພີ່ມຂຶ້ນ 42% ເມື່ອທຽບໃສ່ ປີຕໍ່ປີ

ຂປລ. ສຳນັກ​ຂ່າວ ຊິນ​ຮວາ​ ຂອງ ສປຈີນ, ວັນທີ 25 ເດືອນກໍລະກົດ, ​ແອຣ​ເອ​ເຊຍ ​ເອັກ (AirAsia X) ເປັນ ສາຍ​ການບິນ ລາຄາ​ ປະຢັດ​ ຂອງ ມາ​ເລ​ເຊຍ ໄດ້ລາຍ​ງານ​ ກ່ຽວກັບ ການ​ຂົນ​ສົ່ງ​ ຜູ້​ໂດຍສານ ​ໃນ​ໄຕ​ມາດ​ທີ 2 (​ເດືອນ​ເມສາ-​ເດືອນ​ມິຖຸນາ) ລວມມີ  880.265 ​ເທື່ອ​ຄົນ, ​ເພີ່ມ​ຂຶ້ນ 42% ​ເມື່ອ​ທຽບໃສ່ ປີ​ຕໍ່​ປີ , ເປັນຕົວເລກ ລື່ນ​ກາຍ ​ປະລິມານ ດ້ານ​ຜູ້​ໂດຍສານ (ASK) ຫລື ຈຳນວນ​ທີ່​ນັ່ງ ​ຂອງ ຜູ້​ໂດຍສານ ຄູນ​ໄລຍະ​ທາງ​ບິນ ​ເປັນ​ກິ​ໂລ​ແມັດ ​ເຕີບ​ໂຕ 25%. ສາຍ​ການບິນ ມີປະລິມານ ການ​ຜະລິດ ດ້ານ ​ຜູ້​ໂດຍສານ ປະມານ 4,39 ຕື້ ​ໃນ​ໄຕ​ມາດ2 ເມື່ອທຽບໃສ່ ໄລຍະດຽວກັນ ​ເມື່ອປີ​ກາຍ. ​ໃນຂະນະດຽວກັນ, ບໍລິສັດດັ່ງກ່າວ ກວດພົບວ່າ ຄວາມ​ຕ້ອງການ ​ເດີນທາງ​ ເພີ່ມ​ຂຶ້ນ ​ແລະ ໄດ້​ເປີດ​ໃຊ້​ງານ ​ເຮືອບິນ ອີກ​ຄັ້ງ ​ໃນ​ໄລຍະ 12 ​ເດືອນ​ທີ່​ຜ່ານ​ມາ ​ເພື່ອ​ຮັບຮອງ ​ເຄືອຂ່າຍ ທີ່​ພວມ​ ຂະຫຍາຍຕົວ ໂດຍ ທຸລະ​ກິດ ​ໄດ້​ຮັບ ​ແຮງ​ຊຸກຍູ້ ຈາກ ​ໄລຍະ​ ລະດູ ການ​ທ່ອງ​ທ່ຽວ  ​ຢູ່ໃນ​ຕະຫລາດ ​ສຳຄັນ ຫລາຍ​ແຫ່ງ ​ແລະ ​ໄລ​ຍະ​ວັນພັກ​ ຍາມ​ບຸນ ​ເທດ ສະການ​ອື່ນໆ./

KPL

ຂ່າວອື່ນໆ

ads
ads

Top