ພິທີກ່າວໄວ້ອາໄລ ສະຫາຍ ຫງວຽນ ຝູ໋ຈ້ອງ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ກອມມູນິດ ຫວຽດນາມ

26/07/2024 20:20
Email Print 396
ຂປລ ໃນເວລາ 13 ໂມງຂອງວັນທີ 26 ກໍລະກົດ,ພິທີກ່າວ ໄວ້ອາໄລ ສະຫາຍ ເລຂາທິການໃຫຍ່ ຫງວຽນ ຝູ໋ຈ້ອງ ໄດ້ຈັດຂຶ້ນຢູ່ ຫໍຈັດງານສົບ ແຫ່ງຊາດ ທີ່ເຮືອນເລກທີ 5 ຖະໜົນ ເຈິ່ນແທັງຕົງ, ນະຄອນ ຮ່າໂນ້ຍ; ຫໍປະຊຸມທົງເຍິດ, ນະຄອນ ໂຮ່ຈີມິນ ແລະ ຫໍວັດທະນະທຳ ບ້ານ ລ້າຍດ່າ, ຕາແສງ ດົງໂຮ້ຍ, ເມືອງ ດົງແອັງ (ຮ່າໂນ້ຍ), ບ້ານເກີດຂອງ ສະຫາຍ ເລຂາທິການໃຫຍ່.

ຂປລ.ວິທະຍຸ ກະຈາຍສຽງ ແຫ່ງຊາດ ຫວຽດນາມ, ໃນເວລາ 13 ໂມງຂອງວັນທີ 26 ກໍລະກົດ,ພິທີກ່າວ ໄວ້ອາໄລ ສະຫາຍ ເລຂາທິການໃຫຍ່ ຫງວຽນ ຝູ໋ຈ້ອງ ໄດ້ຈັດຂຶ້ນຢູ່ ຫໍຈັດງານສົບ ແຫ່ງຊາດ ທີ່ເຮືອນເລກທີ 5 ຖະໜົນ ເຈິ່ນແທັງຕົງ, ນະຄອນ ຮ່າໂນ້ຍ; ຫໍປະຊຸມທົງເຍິດ, ນະຄອນ ໂຮ່ຈີມິນ ແລະ ຫໍວັດທະນະທຳ ບ້ານ ລ້າຍດ່າ, ຕາແສງ ດົງໂຮ້ຍ, ເມືອງ ດົງແອັງ (ຮ່າໂນ້ຍ), ບ້ານເກີດຂອງ ສະຫາຍ ເລຂາທິການໃຫຍ່. ເຂົ້າຮ່ວມ ພິທີກ່າວ ໄວ້ອາໄລ ສະຫາຍ ເລຂາທິການໃຫຍ່ ຫງວຽນຝູ໋ຈ້ອງ ຢູ່ຫໍຈັດງານສົບ ແຫ່ງຊາດ ທີ່ນະຄອນ ຮ່າໂນ້ຍ ມີສະຫາຍ ປະທານ ປະເທດ ໂຕເລິມ; ສະຫາຍ ນາຍົກລັດຖະມົນຕີ ຟ້າມມິງຈິງ; ສະຫາຍ ປະທານ ສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງ ເໝິ້ນ; ພ້ອມດ້ວຍ ສະຫາຍ ທອງລຸນ ສີສຸລິດ,ເລຂາທິການໃຫຍ່, ປະທານ ປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍ ພັນລະຍາ;  ສະຫາຍ ປະທານພັກ ປະຊາຊົນ ກຳປູເຈຍ, ປະທານ ສະພາສູງ ກຳປູເຈຍ Hunsen, ສະຫາຍ ປະທານ ສະພາແຫ່ງຊາດ ກູບາ Esteban Lazo Hernandez, ຜູ້ຕາງໜ້າ ບັນດາຄະນະ ຜູ້ແທນສາກົນ ພ້ອມດ້ວຍ ປະຊາຊົນ ຈຳນວນຫລາຍ.ໃນໂອກາດນີ້ ປະທານ ພິທີກ່າວ ໄວ້ອາໄລ, ສະຫາຍ ເລືອງເກືອງ ກຳມະການ ກົມການເມືອງ, ຜູ້ປະຈຳການ ຄະນະເລຂາສູນກາງພັກ, ຫົວໜ້າ ຄະນະຈັດຕັ້ງ ພິທີງານສົບ ເນັ້ນໜັກວ່າ:ໃນຄວາມອາໄລອາວອນ ຢ່າງສຸດຊື້ງ ຂອງຈຸດເວລາ ອັນສັກສິດນີ້, ພວກເຮົາ ເຕົ້າໂຮມກັນ ຢູ່ທີ່ນີ້ ເພື່ອສົ່ງອຳລາ ສະຫາຍ ເລຂາທິການໃຫຍ່ ຫງວຽນ ຝູ໋ຈ້ອງ ໃຫ້ໄປສູ່ ສຸຂະຕິ ພົບເທີ້ນ”.ຈາກນັ້ນ ສະຫາຍ ໂຕເລິມ ກຳມະການກົມການເມືອງ, ປະທານ ປະເທດ, ຫົວໜ້າຄະນະງານສົບ ໄດ້ກ່າວບົດສະດຸດີ ເນັ້ນໜັກວ່າ: ສະຫາຍ ເລຂາທິການໃຫຍ່ ຫງວຽນ ຝູ໋ຈ້ອງ ແມ່ນການນຳ ຜູ້ດີເລີດພິເສດ, ເປັນແວນແຍງອັນໃສແຈ້ງ ກ່ຽວກັບ ການສຶກສາຮ່ຳຮຽນ, ປະຕິບັດຕາມແນວຄິດ, ຄຸນສົມບັດ ໂຮ່ຈີມິນ, ເປັນສະມາຊິກພັກຜູ້ຈົງຮັກພັກດີ, ມີອິດທະພົນຊື່ສຽງຢ່າງຍິ່ງໃຫຍ່ຂອງພັກ, ລັດ ແລະ ປະຊາຊົນ ຫວຽດນາມ, ເປັນຜູ້ທີ່ມີຄົບທຸກຄຸນນະທາດ, ປີຊາສາມາດ, ຈັນຍາບັນ, ພູມປັນຍາຂອງການນຳຫວຽດນາມ ໃນຍຸກສະໄໝປ່ຽນແປງໃໝ່. ແລະ ກ່າວຢັ້ງຢືນວ່າ: ການຈາກໄປຂອງ ສະຫາຍ ເລຂາທິການໃຫຍ່ ຫງວຽນ ຝູ໋ຈ້ອງ ນັ້ນແມ່ນ ການສູນເສຍ ຢ່າງໃຫຍ່ຫລວງ ສຳລັບພັກ, ລັດ ແລະ ປະຊາຊົນ ຫວຽດນາມ, ໂດຍບໍ່ມີຫຍັງ ສາມາດ ທົດແທນໄດ້. ປະເທດຊາດ ສູນເສຍ ການນຳ ຜູ້ປີຊາສາມາດ. ຂະບວນການ ກອມມູນິດ ກ້າວໜ້າໂລກ ສູນເສຍ ນັກທິດສະດີ ທີ່ຫລັກແຫລມ. ເພື່ອນມິດສາກົນ ສູນເສຍໄປ ເພື່ອນທີ່ນ້ຳໃສໃຈຈິງ, ມິດສະຫາຍ ທີ່ສະໜິດ ສະໜົມ, ຄອບຄົວ, ວົງຕະກຸນ, ບ້ານເມືອງເສຍໄປ ລູກຜູ້ດີເລີດ. ເກືອບ 60 ປີແຫ່ງການເຄື່ອນໄຫວ ປະຕິວັດ, ສະຫາຍ ເລຂາທິການໃຫຍ່ ຫງວຽນ ຝູ໋ຈ້ອງ ດ້ວຍພູມປັນຍາ ເລິກເຊິ່ງ, ແຫລມຄົມ, ໄດ້ປະໄວໃຫ້ທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບ ຫວຽດນາມ ລະບົບແນວຄິດ ແລະ ທິດສະດີ ທີ່ລ້ຳຄ່າ ກ່ຽວກັບເສັ້ນທາງປະຕິວັດ ຫວຽດນາມ ໃນຍຸກສະໄໝໃໝ່; ຢືດໝັ້ນ ນຳໃຊ້ການປະດິດຄິດສ້າງ ຂອງລັດທິ ມາກ-ເລນິນ, ແນວຄິດ ໂຮ່ຈີມິນ, ດ້ວຍເປົ້າໝາຍ ສ້າງເອກະລາດ ຊົນຊາດ ແລະ ລັດທິ ສັງຄົມນິຍົມ. ມໍລະດົກ ທີ່ລ້ຳຄ່ານັ້ນ ໄດ້ປັບປຸງ ຄວາມໄວ້ເນື້ອ ເຊື່ອໃຈ ຢ່າງແຮງ ຕໍ່ເສັ້ນທາງກ້າວຂຶ້ນ ສັງຄົມນິຍົມຂອງ ຫວຽດນາມ, ປະກອບສ່ວນສຳຄັນ ເຂົ້າໃນການພັດທະນາ ຂອງຂະບວນການ ກອມມູນິດ ໃນໂລກໃນຍຸກສະໄໝ ປະຈຸບັນ”.ສະຫາຍ ປະທານ ປະເທດ ຢືນຢັນວ່າ: ທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບ ໝັ້ນໝາຍວ່າ ຈະປະຕິບັດຄວາມມຸ່ງຫວັງຂອງ ສະຫາຍ ເລຂາທິການໃຫຍ່, ຈົດຈຳຄຳສັ່ງ ສອນຕະຫລອດໄປທີ່ວ່າ: ຖ້າເປັນມະນຸດ, ຈົ່ງເປັນນັກກອມມູນິດ, ຮັບໃຊ້ປະເທດຊາດ, ປະຊາຊົນ ຢ່າງສຸດຈິດສຸດໃຈ. ພາຍຫລັງບົດກ່າວສະດຸດີ, ການນຳພັກ, ລັດ, ແຂກສາກົນ, ຄອບຄົວໄດ້ສະຫງວນ ເວລາໜຶ່ງນາທີ່ ເພື່ອກົ້ມຫົວໄວ້ອາໄລເຖິງ ສະຫາຍ ເລຂາທິການໃຫຍ່. ພາຍຫລັງ ຄຳກ່າວ ຂໍຂອບໃຈ ຂອງຄອບຄົວ ສະຫາຍ ເລຂາທິການໃຫຍ່ ຫງວຽນ ຝູ໋ຈ້ອງ, ໂລງສົບສະຫາຍ ເລຂາທິການໃຫຍ່ ຫງວຽນ ຝູ໋ຈ້ອງ ໄດ້ສົ່ງໄປລົດ ສົ່ງສະການ ຢູ່ນອກຫໍ ຈັດງານສົບ ໃນທ່າມກາງສຽງດຸລິຍະດັ່ງຂຶ້ນ.ໂລງສົບ ຂອງ ສະຫາຍ ເລຂາ ທິການໃຫຍ່ ຫງວຽນ ຝູ໋ຈ້ອງ ໄດ້ສົ່ງໄປ ຜ່ານຖະໜົນ ຫລາຍສາຍ ຂອງນະຄອນຫລວງ ເພື່ອໄປເຂດ ສຸສານ ມາຍຢິກ, ນະຄອນ ຮ່າໂນ້ຍ. ພິທີປົງສົບ ສະຫາຍ ເລຂາທິການໃຫຍ່ ຫງວຽນ ຝູ໋ຈ້ອງ ຈັດຂຶ້ນ ໃນເວລາ 15 ໂມງ ຂອງວັນດຽວກັນ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top