ສປຈີນ ມີສະຖານີຖານ 5 ຈີ ເກືອບ 3,92 ລ້ານແຫ່ງ

26/07/2024 20:08
Email Print 423
ຂປລ ກະຊວງ ອຸດສາຫະກຳ ແລະ ເຕັກໂນໂລຊີ ສື່ສານ ຂອງ ຈີນ ລາຍງານວ່າ ປັດຈຸບັນ, ຈີນ ມີສະຖານີຖານ 5 ຈີ ເກືອບ 3,92 ລ້ານແຫ່ງ (ຄິດໄລ່ເຖິງ ເດືອນມິຖຸນາ ຜ່ານມາ) , ເພີ່ມຂຶ້ນ 5,4 ແສນແຫ່ງ ເມື່ອທຽບໃສ່ ທ້າຍປີກາຍນີ້, ກວມເອົາ 33% ຂອງ ຈຳນວນ ສະຖານີຖານ ໂທລະສັບເຄື່ອນທີ່ ທັງໝົດ ທົ່ວປະເທດ.

ຂປລ. ສຳນັກ​ຂ່າວ ຊິນ​ຮວາ ​ຂອງ ສປຈີນ, ເມື່ອບໍ່ດົນມານີ້, ກະຊວງ​ ອຸດສາຫະກຳ ​ແລະ ​ເຕັກ​ໂນ​ໂລ​ຊີ ສື່ສານ ຂອງ ຈີນ ລາຍ​ງານ​ວ່າ ປັດຈຸບັນ, ຈີນ ມີສະຖາ​ນີຖານ 5 ຈີ ​ ​ເກືອບ 3,92 ລ້ານ​ແຫ່ງ (ຄິດ​ໄລ່​ເຖິງ ​ເດືອນ​ມິຖຸນາ ​ຜ່ານ​ມາ) , ເພີ່ມ​ຂຶ້ນ 5,4 ​ແສນ​ແຫ່ງ ​ເມື່ອ​ທຽບໃສ່ ທ້າຍ​ປີ​ກາຍນີ້, ກວມ​ເອົາ 33% ຂອງ ​ຈຳນວນ ສະຖານີ​ຖານ ​ໂທລະສັບ​ເຄື່ອນ​ທີ່ ທັງ​ໝົດ ທົ່ວ​ປະ​ເທດ. ໂດຍສະເພາະ ຈຳນວນ​ຜູ້​ໃຊ້ ​ໂທລະສັບ​ມື​ຖື 5ຈີ ​ໃນ​ຈີນ ລວມມີ 927 ລ້ານ​ຄົນ, ​ເພີ່ມ​ຂຶ້ນ 105 ລ້ານ​ຄົນ ​ ​ແລະ ກວມ​ເອົາ 52,4% ຂອງ​ ຈຳນວນ ຜູ້​ໃຊ້ ​ໂທລະສັບ​ມື​ຖື ທັງ​ໝົດ​ຂອງ ຈີນ ເກືອບ 1,78 ຕື້​ຄົນ.

          ໃນ​ຂະນະ​ທີ່ ກຸ່ມຜູ້​ປະກອບ​ທຸລະ​ກິດ ສື່ສານ ຄົມມະນາຄົມ ລາຍ​ໃຫຍ່​ ຂອງ ຈີນ ​ໄດ້​ແກ່: ​ໄຊ​ນ່າ ​ເທ​ເລ​ຄອມ (China Telecom); ​ໄຊ​ນ່າ ​ໂມ​ບາຍ(China Mobile); ​ໄຊ​ນ່າ ຢູນິຄອມ(China Unicom) ​ແລະ ​ໄຊ​ນ່າ ບຣອດ​ເນັດ(China Broadnet). ໂດຍ​ເຄືອຂ່າຍ 5ຈີນ ​ແລະ ການ​ໃຊ້​ງານ ​ເຄືອຂ່າຍ ​ດັ່ງກ່າວ ​ເຊິ່ງການ​ຄ້າ​ຂອງ ຈີນ ໄດ້ມີການ ພັດທະນາ ຢ່າງ​ວ່ອງ​ໄວ ໃນຫລາຍ​ປີ ຜ່ານ​ມາ. ​ປັດຈຸບັນ ​ເຄືອ​ຂ່າຍ 5 ຈີ ຂອງ​ຈີນ ຄວບ​ຄຸ​ມ​ໄປຫລາຍແຂວງ ​ແລະ ​ຫລາຍຕົວເມືອງ ຢູ່ທົ່ວ​ປະ​ເທດ ກວມເອົາ ຫລາຍ​ກວ່າ 90% ອື່ນໆ​. ນອກຈາກນັ້ນ, ຈີນ ຍັງກໍ່ສ້າງໂຮງງານ 5 ຈີ ຈຳນວນ 300 ແຫ່ງ ແລະ ດຳເນີນໂຄງການໝູນໃຊ້ 5 ຈີ ພລັສອີນເຕີເນັດ ອຸດສາຫະກຳ ຫລາຍກວ່າ 13.000 ໂຄງການ ໂດຍການໃຊ້ງານເຄືອຂ່າຍ 5 ຈີ ເຊີງການຄ້າ ເພື່ອຊຸກຍູ້ ຜົນຜະລິດ ທາງດ້ານເສດຖະກິດ ໂດຍກົງໃນຈີນ ປະມານ 5,6 ພັນຕື້ຢວນ ໃນໄລຍະ 5ປີຜ່ານມາ, ທັງນີ້ ຈີນ ຈະສືບຕໍ່ ພັດທະນາ 5 ຈີ ແລະ ຂະຫຍາຍ ການຄວບຄຸມ ຂອງ ເຄືອຂ່າຍ 5 ຈີ ໄປຍັງ ສະຖານທີ່ຕ່າງເຊັ່ນ: ແຫລ່ງວັດທະນະທຳ, ການທ່ອງທ່ຽວ, ມະຫາວິທະຍາໄລ, ສູນການຂົນສົ່ງ, ລະບົບລົດໄຟໃຕ້ດິນ ແລະ ອື່ນໆ./.

KPL

ຂ່າວອື່ນໆ

ads
ads

Top