5925

g]0kmy dko.spj ra d xx ]k; rh v,dkooe0A ol6 ' ;k'r;',k]kw;h vkw] ltskp s';Po /6J 9h v' 9a fry mu gvq km5 ']q 'g7yj 'glq k w;h vkw] g]0kmy dko.spj ra ddv,,6 oy fs;Pfok, dkooera d{]a f ;k'r;',k]k{g-a oxB ,w;h vkw]8+ dko glp-u ;y f0v'g]0kmy dko.spj ra ddv,,6 oy fs;Pfok, dv'xt-5 ,]a f4t,q o8u 8j k'xtgmfvk-Po 7A 'mu 57 mq [m;o7n os]kp[a oskle7a o l6 odk'co;]k;lh k'-kf c]t [= ]y la fdki6 fk,u gfp 9eda f gxu f;k]tlko ]k;lh k'-kf lt[a [ry glf lq omtokc]dxj Podko]q 'g]y dxt8y I6 [ 0v'9u o .op5 d.\j da [3vdkf0v'3]d 7totde,tdko75 h ,7v'wrry [a f d;fdklt|k,/b d-h v, dv[d6 h wrry [a f16 j vj k'oEs5 , ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ www.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນສຸກ 26.07.2024 ປີທີ 23 ສະບັບທີ 5.980 ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK jົີ້ົ່ືັົີ້ົ່ືັັຸີີັີັຸີີັີ  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2 mj v'mj P;]k; xvfwrF -n j o.9;a fmtotme me,t-kf c]t xts;a flkf  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2 ຂປລ. ກົມໂຄສະນາສູນກາງ ແນວລາວສ້າງຊາດ ແລະ ບໍລິສັດ ກາຣູດາ ມີເດຍ ຈໍາກັດຈັດສໍາມະນາ ການຮ່ວມມື ແລະ ເປີດວາລະສານ ລາວສ້າງຊາດ ສະບັບພິເສດ ໃນວັນ ທີ 22 ກໍລະກົດ 2024 ຢູ່ນະຄອນ ຫລວງວຽງຈັນ ໂດຍມີທ່ານ ນາງ  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2 ຂປລ. ການນໍາພັດ-ລັດຖະບານ ສປປ ລາວ ໄດ້ເຂົ້າວາງພວງມາລາ ແລະ ເຊັນປຶ້ມໄວ້ອາໄລ ຕໍ່ການເສຍຊີ ວິດຂອງສະຫາຍ ຫງວຽນ ຝູ໋ ຈ້ອງ ເລຂາທິການໃຫຍ່ຄະນະລິຫານ ງານສູນກາງພັກກອມມູນິດຫວຽດ ນາມ ໃນວັນທີ 25 ກໍລະກົດ 2024 ຢູ່ສະຖານທູດ ຫວຽດນາມ ປະຈຳ ສປປ ລາວ ມີ ສະຫາຍ ບຸນທອງ ຈິດມະນີ ກຳມະການກົມການເມືອງ ສູນກາງພັກ, ຜູ້ປະຈຳການຄະນະ ເລຂາທິການສູນກາງພັກ, ຮອງປະ ທານປະເທດ, ສະຫາຍ ສອນໄຊ ສິພັນດອນ ກຳມະການກົມການ ເມືອງສູນກາງພັກ, ນາຍົກລັດຖະມົນ ຕີ, ສະຫາຍ ສະເຫລີມໄຊ ກົມມະສິດ ຂາຍ ຊູກຍູ້ການນໍາໃຊ້ເງິນກີບເຂົ້າ ໃນການຊໍາລະຢູ່ພາຍໃນຢ່າງກວ້າງ ຂວາງ ເຊິ່ງເປັນໜ້າຍ້ອງຍໍສັນລະ ເສີນ ແລະ ໄດ້ຮັບການຕອບຮັບຈາກ ສັງຄົມເປັນຢ່າງດີ. ແຕ່ຍັງມີບາງ ທັດສະນະທີ່ສະເໜີຜ່ານສື່ສັງຄົມ ອອນລາຍ ວ່າເປັນການເອົາປຽບ ລູກຄ້າ,ນັກທ່ອງທ່ຽວ,ກຳນົດອັດຕາ ແລກປ່ຽນທີ່ຕໍ່າກວ່າຄວາມ ເປັນຈິງ, ຫ້າມ ຫລື ບໍ່ຮັບເງິນຕາຕ່າງປະເທດ ແລະ ອື່ນໆ. ຕໍ່ທັດສະນະດັ່ງກ່າວ, ທ່ານ ພານຸສັກ ແກ່ນວົງພະຈັນ ຫົວໜ້າ ຫ້ອງການທະນາຄານແຫ່ງ ສປປ ສະຫາຍ ສອນໄຊ ສິພັນດອນ ສະຫາຍ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງ ພັກ, ຮອງນາຍົກລັດຖະມົນຕີ,ລັດຖະ ມົນຕີກະຊວງການຕ່າງປະເທດ. ພ້ອມນີ້, ຍັງມີຄະນະນຳຈາກສະພາ ແຫ່ງຊາດ, ຄະນະລັດຖະບານ,ຫ້ອງ ວ່າການສູນກາງພັກ, ຄະນະໂຄສະ ນາອົບຮົມ, ບັນດາກະຊວງ, ສະມາ ຄົມມິດຕະພາບ ລາວ-ຫວຽດນາມ, ບັນດາສະຖານທູດຕ່າງປະເທດປະ ຈໍາລາວ ແລະ ພາກສ່ວນອື່ນໆຕາມ ລໍາດັບ. ຂປລ. ວັນທີ 25 ກໍລະກົດ 2024 ນີ້, ອົງການຈັດຕັ້ງພັກ-ລັດ ຊຶ່ງປະກອບມີຫ້ອງວ່າການສູນກາງ ພັກ, ສະພາແຫ່ງຊາດ, ສຳນັກງານ ນາຍົກລັດຖະມົນຕີ (ຫສນຍ) ໄດ້ ຈັດພິທີເອົາທຸງລົງເຄິ່ງເສົາ ເພື່ອເປັນ ການໄວ້ອາໄລເຖິງສະຫາຍຫງວຽນ ຝູ໋ຈ້ອງ ເລຂາທິການໃຫຍ່ຄະນະບໍລິ ຫານງານສູນກາງພັກກອມມູນິດ ຫວຽດນາມ ທີ່ໄດ້ເຖິງແກ່ມໍລະນະ ກຳ ໃນວັນທີ 19 ກໍລະກົດ 2024 ຜ່ານມາ. ທັງນີ້ກໍເພື່ອສະແດງຄວາມ ເສົ້າສະຫລົດໃຈຕໍ່ການຈາກໄປຂອງ ສະຫາຍ ຫງວຽນ ຝູ໋ຈ້ອງ ເຊິ່ງເປັນ ການສູນເສຍເພື່ອນສະຫາຍທີ່ໃກ້ຊິດ ສະໜິດສະໝົມທີ່ສຸດຂອງພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າ. ການ ໄວ້ອາໄລໃນຄັ້ງນີ້, ສປປ ລາວ ຖືເປັນການໄວ້ອາໄລລະດັບຊາດ ເພື່ອສະແດງຄວາມໂສກເສົ້າສະ ຫລົດໃຈ ແລະ ອາໄລອາວອນຢ່າງ ສຸດຊຶ້ງຕໍ່ການຈາກໄປ ຂອງສະຫາຍ ຫງວຽນ ຝູ໋ຈ້ອງ ໂດຍຈະໄວ້ອາໄລ ເປັນເວລາ 2 ວັນ ລະຫວ່າງວັນທີ ຂປລ. ຄະນະກໍາມະການຄຸ້ມ ຄອງໄພພິບັດ ກະຊວງປ້ອງກັນປະ ເທດນໍາໂດຍ ສະຫາຍ ພົຕ ໄພວັນ ຈັນທະພົມມາ ຮອງຫົວໜ້າກົມໃຫຍ່ ການເມືອງກອງທັບ, ຄະນະກໍາມະ ການຄຸ້ມຄອງໄພພິບັດກະຊວງປ້ອງ ກັນປະເທດ ພ້ອມຄະນະໄດ້ລົງເຄື່ອນ ໄຫວກວດກາສະໜາມຝຶກຊ້ອມ ກອບກູ້ໄພພິບັດຢູ່ອ່າງນໍ້າຫຸ່ມ ເມືອງ ນາຊາຍທອງ ນະຄອນຫລວງວຽງ ຈັນ ໃນວັນທີ 23 ກໍລະກົດ 2024 ເພື່ອວາງແຜນຄາດຄະເນກໍານົດ ຂປລ. ສູນກາງຊາວໜຸ່ມປະຊາ ຊົນປະຕິວັດລາວຮ່ວມກັບ ວິທະຍຸໂທ ລະພາບສູນກາງຈີນປະຈໍາລາວ ຈັດເວທີສົນທະນາແລກປ່ຽນຫົວຂໍ້ ຂປລ. ກອງປະຊຸມລັດຖະມົນຕີ ຕ່າງປະເທດອາຊຽນ ຄັ້ງທີ 57 ແລະ ກອງປະຊຸມສາມຝ່າຍ ລະຫວ່າງ ສປປລາວ,ກອງເລຂາອາຊຽນແລະ ນອກແວ ຈັດຂຶ້ນຢ່າງເປັນທາງການ ໃນວັນທີ 25 ກໍລະກົດ 2024 ຢູ່ຫໍ ປະຊຸມແຫ່ງຊາດ ນະຄອນຫລວງ ວຽງຈັນ ໂດຍການເປັນປະທານ ຂອງ ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນ ຕີກະຊວງການຕ່າງປະເທດ. ກອງປະຊຸມລັດຖະມົນຕີຕ່າງປະ ເທດອາຊຽນ ຄັ້ງທີ 57 ໄດ້ທົບ ທວນຄວາມຄືບໜ້າຂອງການສ້າງ ປະຊາຄົມອາຊຽນ, ລວມທັງຄວາມ la '7q ,8n j o8q ; lq j 'glu ,dkooe.-h g'odu [g0Q k.odko-e]t16 j rkp.o y ທ່ານ ພານຸສັກ ແກ່ນວົງພະຈັນ ຂປລ. ທະນາຄານແຫ່ງ ສປປ ລາວ(ທຫລ)ຊີ້ແຈງກ່ຽວກັບຄວາມ ຕື່ນຕົວຂອງສັງຄົມ ທີ່ພໍ່ຄ້າ-ຊາວ “ການລົງເລິກປະຕິຮູບຂອງຈີນ ໃນ ຍຸກໃໝ່ ກັບໂອກາດຂອງໂລກ” ໃນ ວັນທີ 27 ກໍລະກົດ 2024 ໂດຍມີ

lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 26/07/2024 xtgmf]k; ຄະນະກຳມະການ... ການນຳພັກ-ລັດ ວາງ... ເລຂາທິການໃຫຍ່... ສູນກາງແນວລາວສ້າງຊາດ... ສໍາລັບການເຊັນປຶ້ມໄວ້ອາໄລ ໂດຍມີເນື້ອໃນສັງຮວມດັ່ງນີ້: ຄະ ນະບໍລິຫານງານສູນກາງພັກປະຊາ ຊົນປະຕິວັດລາວ, ສະພາແຫ່ງຊາດ, ລັດຖະບານ ແຫ່ງ ສປປ ລາວ ແລະ ສູນກາງແນວລາວສ້າງຊາດ ສະ ແດງຄວາມໂສກເສົ້າສະຫລົດໃຈຕໍ່ ການຈາກໄປ ໂດຍບໍ່ມີວັນກັບຄືນມາ ຂອງ ສະຫາຍ ຫງວຽນ ຝູ໋ ຈ້ອງ ອະດີດ ເລຂາທິການໃຫຍ່ຄະນະບໍລິ ຫານງານສູນກາງພັກກອມມູນິດ ຫວຽດນາມ ເຊິ່ງເປັນການສູນເສຍ ຜູ້ນໍາທີ່ສະຫລາດສ່ອງໃສ່, ອົງອາດ ກ້າແກ່ນ ຂອງພັກ, ລັດ ແລະ ປະ ຊາຊົນຫວຽດນາມອ້າຍນ້ອງ. ໃນ ຕະຫລອດຊີວິດຂອງສະຫາຍໃນ ການເຄື່ອນໄຫວປະຕິວັດສະຫາຍ ໄດ້ອຸທິດຊີວິດ, ເຫື່ອແຮງ ແລະ ສະຕິປັນຍາຂອງຕົນຢ່າງບໍ່ຮູ້ອິດຮູ້ ເມື່ອຍຈົນເຖິງວິນາທີ່ສຸດທ້າຍຂອງ ຊີວິດເຂົ້າໃນພາລະກິດປົກປັກຮັກ ສາ ແລະ ສ້າງສາພັດທະນາປະເທດ ຊາດຫວຽດນາມໂດຍສະເພາະໃນ ພາລະກິດແຫ່ງການປ່ຽນແປງໃໝ່, ນໍາພາປະເທດຫວຽດນາມ ຈະ ເລີນກ້າວໜ້າຢ່າງບໍ່ຢຸດຢັ້ງ ແລະ ສະຫາຍຍັງເປັນຜູ້ນໍາໜ້າໃນການ ປັບປຸງຄວາມໂປ່ງໃສພາຍໃນອົງ ການຈັດຕັ້ງພັກ, ລັດ, ຖັນແຖວພະ ນັກງານ ແລະ ໃນສັງຄົມທົ່ວລະ ບົບການເມືອງຂອງ ຫວຽດນາມ. ການຈາກໄປຂອງສະຫາຍ ຫງວຽນ ຝູ໋ ຈ້ອງ ຄັ້ງນີ້, ບໍ່ພຽງແຕ່ເປັນການ ສູນເສຍອັນຍິ່ງໃຫຍ່ຂອງຄອບຄົວ, ພັກ, ລັດ ແລະ ປະຊາຊົນຫວຽດ ນາມອ້າຍນ້ອງ ເທົ່ານັ້ນ ແຕ່ຍັງເປັນ ການສູນເສຍເພື່ອນມິດທີ່ສະໜິດ ສະໜົມທີ່ສຸດຂອງພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າເຊັ່ນດຽວ ກັນ. ສະຫາຍຍາມໃດກໍມີຄວາມເປັນ ຫ່ວງເປັນໃຍ ແລະ ປະກອບສ່ວນ ຢ່າງຕັ້ງໜ້າເຂົ້າໃນການເສີມສ້າງ, ຮັດແໜ້ນ ແລະ ວາງຮາກຖານສຳ ຄັນ ໃຫ້ແກ່ການເສີມຂະຫຍາຍສາຍ ພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການ ຮ່ວມມືຮອບດ້ານ ລະຫວ່າງ ສອງ ພັກ, ສອງລັດ ແລະ ປະຊາຊົນສອງ ຊາດລາວ-ຫວຽດນາມ ໃຫ້ຈະເລີນ ງອກງາມຍິ່ງໆຂຶ້ນ. ດ້ວຍຄວາມເຊື່ອ ໝັ້ນຢ່າງຍິ່ງວ່າ ພາຍໃຕ້ການນໍາ ພາ-ຊີ້ນໍາອັນສະຫລາດສ່ອງໃສ ຂອງພັກກອມມູນິດຫວຽດນາມ, ການບໍລິຫານເດັດດ່ຽວຂອງລັດຖະ ບານ ແລະ ຄວາມເປັນຈິດໜຶ່ງໃຈ ດຽວຂອງປະຊາຊົນຫວຽດນາມ ອ້າຍນ້ອງບັນດາສະຫາຍຈະຫັນເອົາ ບັນຍາກາດແຫ່ງການໂສກເສົ້ານີ້ໃຫ້ ກາຍເປັນເຫງົ້າພະລັງທີ່ໜັກແໜ້ນ ໃນການທ້ອນໂຮມຄວາມສາມັກຄີ ທົ່ວປວງຊົນ ເພື່ອສືບຕໍ່ພັດທະນາປະ ເທດຊາດຫວຽດນາມ ໃຫ້ກາຍເປັນ ປະເທດອຸດສາຫະກໍາ ແລະ ທັນສະ ໄໝ, ປະຊາຊົນຮັ່ງມີຜາສຸກ, ປະເທດ ຊາດມັ່ງຄັ່ງເຂັ້ມແຂງໃນອະນາຄົດ ອັນໃກ້ນີ້. ຄືບໜ້າ ຂອງການຈັດຕັ້ງປະຕິບັດ ບັນດາບຸລິມະສິດການເປັນປະທານ ອາຊຽນ ຂອງ ສປປ ລາວ ທີ່ປິ່ນ ອ້ອມຄໍາຂວັນ: “ເພີ່ມທະວີການ ເຊື່ອມຈອດ ແລະ ຄວາມເຂັ້ມແຂງ ອາຊຽນ” ເປັນຕົ້ນ ການສ້າງແຜນ ຍຸດທະສາດ ເພື່ອຈັດຕັ້ງປະຕິບັດວິ ໄສທັດປະຊາຄົມອາຊຽນ 2045 ທີ່ປະກອບດ້ວຍແຜນຍຸດທະສາດປະ ຊາຄົມການເມືອງ-ຄວາມໝັ້ນຄົງ ອາຊຽນ, ແຜນຍຸດທະສາດປະຊາ ຄົມເສດຖະກິດອາຊຽນ, ແຜນຍຸດ ທະສາດປະຊາຄົມວັດທະນະທໍາສັງຄົມອາຊຽນ ແລະ ແຜນຍຸດທະ ສາດການເຊື່ອມຈອດອາຊຽນ. ກອງ ປະຊຸມ, ຍັງໄດ້ປຶກສາຫາລືກ່ຽວກັບ ການສະໝັກເຂົ້າເປັນພາຄີຂອງສົນ ທິສັນຍາໄມຕີຈິດ ແລະ ການຮ່ວມມື ໃນອາຊີຕາເວັນອອກສຽງໃຕ້ ແລະ ໄດ້ສະແດງຄວາມຍິນດີທີ່ອານ ເຊີຣີ, ແຟງລັງ, ລຸກຊໍາບວກ, ແອັດສະ ປາຍ ແລະ ເມັກຊິກ ຈະໄດ້ລົງນາມ ເຂົ້າເປັນພາຄີສົນທິສັນຍາດັ່ງກ່າວ, ໃນເວລາອັນໄວ. ນອກຈາກນີ້, ກອງປະຊຸມລັດຖະ ມົນຕີຕ່າງປະເທດອາຊຽນ ກໍໄດ້ທົບ ທວນຄືນການຈັດຕັ້ງປະຕິບັດຄໍາ ຕົກລົງ 5 ຂໍ້ຂອງຜູ້ນໍາອາຊຽນ, ການພົວພັນລະຫວ່າງອາຊຽນ ແລະ ຄູ່ຮ່ວມມືພາຍນອກ ເຊິ່ງກອງປະ ຊຸມໄດ້ຢໍ້າຄືນຄວາມສໍາຄັນໃນການ ຮັດແໜ້ນການຮ່ວມມື ແລະ ຄວາມ ເປັນແກນກາງຂອງອາຊຽນໃນໂຄງ ສ້າງການຮ່ວມມືພາກພື້ນທີ່ພວມ ຜັນແປໄປ. ນອກນັ້ນ, ລັດຖະມົນຕີ ຕ່າງປະເທດອາຊຽນ ໄດ້ປຶກສາຫາລື ແລກປ່ຽນຄໍາຄິດເຫັນກ່ຽວກັບບັນ ຫາພາກພື້ນ ແລະ ສາກົນ ທີ່ພົ້ນເດັນ ແລະ ມີຄວາມສົນໃຈຮ່ວມກັນ. ໃນຕອນບ່າຍວັນດຽວກັນ, ທ່ານ ຮອງນາຍົກລັດຖະມົນຕີສະເຫລີມໄຊ ກົມມະສິດ ຍັງໄດ້ເປັນປະທານກອງ ປະຊຸມສາມຝ່າຍລະຫວ່າງ ສປປ ລາວ,ກອງເລຂາອາຊຽນແລະນອກ ແວ ເຊິ່ງກອງປະຊຸມໄດ້ຕີລາຄາສູງ ຕໍ່ຄວາມຄືບໜ້າຂອງການຈັດຕັ້ງຜັນ ຂະຫຍາຍການເປັນຄູ່ຮ່ວມຂະແໜງ ການລະຫວ່າງອາຊຽນ ແລະ ນອກ ແວ ນັບແຕ່ການສ້າງຕັ້ງການເປັນ ຄູ່ຮ່ວມຂະແໜງການກັບອາຊຽນ ຂອງນອກແວ ແຕ່ປີ 2015 ເປັນ ຕົ້ນມາ ໂດຍຜ່ານການຈັດຕັ້ງປະຕິ ບັດເອກະສານຊ້ອນທ້າຍ ຂອງແຜນ ປະຕິບັດງານ ອາຊຽນ-ນອກແວ (2021-2025), ພ້ອມທັງໄດ້ປຶກ ສາຫາລືເພື່ອກໍານົດທິດທາງການ ຮ່ວມມືໃນຕໍ່ໜ້າ. ພ້ອມນັ້ນ, ທ່ານຮອງນາຍົກ ລັດຖະມົນຕີ, ລັດຖະມົນຕີກະຊວງ ການຕ່າງປະເທດ ຍັງໄດ້ພົບປະສອງ ຝ່າຍກັບບາງປະເທດສະມາຊິກອາ ຊຽນ ແລະ ຄູ່ເຈລະຈາຂອງອາຊຽນ ເພື່ອປຶກສາຫາລືກ່ຽວກັບການຮັດ ແໜ້ນການຮ່ວມມືສອງຝ່າຍນໍາກັນ. 25-26 ກໍລະກົດ 2024. ສະຫາຍ ຫງວຽນ ຝູ໋ຈ້ອງ ໄດ້ປະ ກອບສ່ວນອັນສໍາຄັນເຂົ້າໃນການ ເພີ່ມພູນຄູນສ້າງສາຍພົວພັນມິດ ຕະພາບອັນຍິ່ງໃຫຍ່, ຄວາມສາມັກ ຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດ ນາມ, ຫວຽດນາມ-ລາວ ມາ ໂດຍ ຕະຫລອດ ເຊິ່ງການຈາກໄປຂອງສະ ຫາຍເປັນການສູນເສຍ ເພື່ອນສະ ຫາຍທີ່ໃກ້ຊິດສະໜິດສະໝົມທີ່ສຸດ ຂອງ ພັກ, ລັດ ແລະ ປະຊາຊົນລາວ ບັນດາເຜົ່າ. ການຈາກໄປຂອງສະຫາຍ ຫງວຽນ ຝູ໋ ຈ້ອງ ເປັນການສູນເສຍ ຜູ້ນໍາປະຕິວັດທີ່ອົງອາດກ້າແກ່ນ ຂອງພັກ, ລັດ ແລະ ປະຊາຊົນຫວຽດ ນາມອ້າຍນ້ອງ ເຊິ່ງໃນຕະຫລອດຊີ ວິດແຫ່ງການເຄື່ອນໄຫວປະຕິວັດ ສະຫາຍ ໄດ້ອຸທິດຊີວິດ, ເຫື່ອແຮງ ແລະ ສະຕິປັນຍາເຂົ້າໃນວຽກງານ, ພາລະກິດປົດປ່ອຍຊາດ, ພາລະກິດ ທ້ອນໂຮມປະເທດຊາດເປັນເອກະ ພາບ ແລະ ພາລະກິດປ່ຽນແປງໃໝ່ ຂອງພັກກອມມູນິດຫວຽດນາມ ໂດຍສະເພາະແມ່ນວຽກງານປັບປຸງ ກໍ່ສ້າງພັກໃຫ້ເຂັ້ມແຂງ, ປອດໃສກໍຄື ວຽກງານການປ້ອງກັນ, ຕ້ານການ ສໍ້ລາດບັງຫລວງ ແລະ ຕ້ານປະກົດ ການຫຍໍ້ທໍ້ຕ່າງໆ ອັນໄດ້ເຮັດໃຫ້ປະ ເທດຊາດຫວຽດນາມມີການພັດ ທະນາຢ່າງບໍ່ຢຸດຢັ້ງ, ຖານະບົດບາດ ຂອງສສຫວຽດນາມໄດ້ຮັບການຍົກ ສູງຂຶ້ນຢ່າງຈະແຈ້ງໃນເວທີພາກພື້ນ ແລະ ສາກົນ. ຂ່າວ: ກິດຕາ,ພາບ: ຂັນໄຊ ອິນລາວັນ ແກ້ວບຸນພັນ ຮອງປະ ທານສູນກາງແນວລາວສ້າງຊາດ, ທ່ານ ຊຸຍ ດິງ ຄັງ ປະທານບໍລິສັດ ກາຣູດາມີເດຍຈໍາກັດ,ມີຄະນະທີ່ປຶກ ສາວຽກງານຂົນຂວາຍປະຊາຊົນ ຂອງສູນກາງແນວລາວສ້າງຊາດ, ບັນດາຫົວໜ້າກົມ, ຮອງກົມອ້ອມ ຂ້າງສູນກາງແນວສ້າງຊາດ, ຜູ້ຕາງ ໜ້າ 3 ອົງກາຈັດຕັ້ງມະຫາຊົນ, ຕາງໜ້າກົມສື່ມວນຊົນກະຊວງຖະ ແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ຄະນະໂຄສະນາອົບຮົມ ສູນກາງພັກ, ສະພາການຄ້າຈີນປະ ຈໍາລາວ, ສະຖານີວິທະຍຸ CMG ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ວາລະສານ ລາວສ້າງຊາດ ສະ ບັບພິເສດ ເປັນການຮ່ວມກັນສ້າງ ຂຶ້ນລະຫວ່າງກົມໂຄສະນາສູນກາງ ແນວລາວສ້າງຊາດ ແລະ ບໍລິສັດ ກາຣູດາ ມີເດຍ ຈໍາກັດ ເຊິ່ງເປັນສະ ບັບທໍາອິດ, ເປັນນິມິດໝາຍ ແລະ ເປັນໝາກຜົນແຫ່ງການຮ່ວມມື ຂອງທັງສອງຝ່າຍ ແລະ ຈະໄດ້ສືບ ຕໍ່ຮ່ວມກັນພັດທະນາ ວາລະສານ ລາວສ້າງຊາດ ໃຫ້ດີຂຶ້ນເປັນກ້າວໆ ໃຫ້ມີເນື້ອໃນອຸດົມສົມບູນ ແລະ ເຜີຍ ແຜ່ໄດ້ຢ່າງກວ້າງຂວາງສູ່ລະດັບ ສາກົນ; ເພື່ອສົ່ງເສີມການຈັດຕັ້ງຜັນ ຂະຫຍາຍສາຍພົວພັນຮ່ວມມື ລາວຈີນ, ຈີນ-ລາວ ຕາມແຜນການ ຮ່ວມ ມືໜຶ່ງແລວໜຶ່ງເສັ້ນທາງ ແລະ ການ ປະຕິບັດຄູ່ຮ່ວມຊາຕາກໍາ ລາວ-ຈີນ ເຊິ່ງຈະໄດ້ນໍາເອົາບັນດາບົດປະ ກອບຄຳເຫັນ ຈາກພາກສ່ວນຕ່າງໆ ລົງໃນວາລະສານ ສະບັບຕໍ່ໄປ ເຊິ່ງ ຈະໄດ້ພິມອອກເປັນສະບັບທໍາອິດໃນ ເດືອນ 8/2024 ເພື່ອຕ້ອນຮັບກອງ ປະຊຸມສຸດຍອດອາຊຽນ ຄັ້ງທີ 44 ທີ່ ສປປ ລາວເປັນເຈົ້າພາບ ໃນທ້າຍ ປີ 2024. ວາລະສານສະບັບດັ່ງ ກ່າວ, ຈະແຈກຢາຍເປັນຂອງຂວັນ ໃຫ້ແກ່ຜູ້ແທນ 10 ປະເທດອາ ຊຽນ+3 ທີ່ເດີນທາງມາຮ່ວມກອງ ປະຊຸມດັ່ງກ່າວ ໂດຍຈະໄດ້ມີການ ແປເປັນ 3 ພາສາຄື: ພາສາລາວ, ຈີນ, ອັງກິດ. ໂອກາດນີ້, ຜູ້ເຂົ້າຮ່ວມໄດ້ຮັບຟັງ ການລາຍງານຄວາມເປັນມາ ໂດຍ ຫຍໍ້ກ່ຽວກັບວາລະສານລາວສ້າງ ຊາດ ແລະ ການຮ່ວມມືພັດທະນາວາ ລະສານລາວສ້າງຊາດ. ຈາກນັ້ນ, ໄດ້ຮັບຟັງການປະກອບຄໍາຄິດເຫັນ, ການແລກປ່ຽນບົດຮຽນ, ປະສົບ ການດ້ານຕ່າງໆ ຈາກສະມາຄົມມິດ ຕະພາບລາວ-ຈີນ, ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ; ສະພາການຄ້າຈີນ ປະຈໍາ ລາວ ແລະ ພາກສ່ວນທີ່ກ່ຽວຂ້ອງຂອງຝ່າຍຈີນ ແລະ ຝ່າຍລາວຕື່ມອີກ. ຂ່າວ: ວຽງສະຫວັນ, ພາບ: ອ່າຍຄຳ ບັນດາຈຸດຝຶກຊ້ອມ, ສະຖານທີ່ພັກ ເຊົ່າ ແລະ ບ່ອນເຮັດວຽກ ເພື່ອຮັບປະ ກັນໃຫ້ແກ່ການຝຶກຊ້ອມຝ່າຍດຽວ ກ່ອນທີ່ຈະເດີນທາງໄປເຂົ້າຮ່ວມ ຝຶກຊ້ອມກອບກູ້ໄພພິບັດ 3 ກອງທັບ ກໍາປູເຈຍ-ລາວ-ຫວຽດນາມ ທີ່ຈະ ຈັດຂຶ້ນໃນລະຫວ່າງເດືອນພະຈິກ 2024 ທີ່ກອງທັບຣາຊະອານາຈັກ ກໍາປູເຈຍ ເປັນເຈົ້າພາບ. ພາຍຫລັງສໍາເລັດການລົງກວດ ກາສະໜາມຕົວຈິງແລ້ວ, ຄະນະຊີ້ ນໍາ ຍັງໄດ້ປຶກສາຫາລືກ່ຽວກັບ ຄວາມພ້ອມດ້ານຕ່າງໆຂອງແຕ່ລະ ພາກສ່ວນ ເຊິ່ງໄດ້ເຫັນດີເປັນເອກະ ພາບໃນການກໍານົດຈຸດຕ່າງໆ. ໃນ ນັ້ນ, ສະໜາມຝຶກຊ້ອມປະກອບມີສະ ໜາມຫັດແອບຊອກຄົ້ນ-ກອບກູ້ຜູ້ ປະສົບໄພທາງນໍ້າ, ສະໜາມຫັດ ແອບຊອກຄົ້ນ-ກອບກູ້ຜູ້ປະສົບໄພ ທາງບົກ, ສະໜາມຫັດແອບການນໍາ ໃຊ້ໂດຣນບິນສໍາຫລວດ ແລະ ຍົກຢ່ອນເຄື່ອງກູ້ໄພ ແລະ ເຄື່ອງບັນເທົາ ທຸກໃຫ້ຜູ້ປະສົບໄພພິບັດທາງນໍ້າ ແລະ ສະຖານທີ່ຮັບປະກັນສະໜາມ ປະກອບມີສະຖານທີ່ພັກເຊົາຂອງ ກໍາລັງຝຶກຊ້ອມ, ສະຖານທີ່ພາກ ສ່ວນເຮັດວຽກງານພະລາທິການ, ເຕັກນິກ ແລະ ສະຖານທີ່ຮັບປະກັນ ດ້ານຕ່າງໆ. ໂອກາດນີ້, ທ່ານ ພົຕ ໄພວັນ ຈັນທະພົມມາ ຍັງໄດ້ຊີ້ນໍາໃຫ້ແຕ່ລະ ພາກສ່ວນຈົ່ງພ້ອມກັນນໍາເອົາເນື້ອ ໃນຈິດໃຈທີ່ໄດ້ເປັນເອກະພາບໃນ ຄັ້ງນີ້, ໄປຈັດຕັ້ງປະຕິບັດໃຫ້ມີປະສິດ ທິຜົນສູງ, ຮັບປະກັນໃຫ້ແກ່ການຝຶກ ຊ້ອມຝ່າຍດຽວ ກ່ອນຈະເຂົ້າຮ່ວມ ຝຶກຊ້ອມກອບກູ້ໄພພິບັດ 3 ກອງທັບ ລາວ ໄດ້ຊີ້ແຈງເພີ່ມເຕີມ ໃຫ້ທົ່ວສັງ ຄົມໄດ້ເຂົ້າໃຈຢ່າງຖືກຕ້ອງວ່າ: ອີງ ຕາມກົດໝາຍວ່າດ້ວຍການຄຸ້ມຄອງ ເງິນຕາຕ່າງປະເທດ (ສະບັບປັບ ປຸງ) ທີ່ມີຜົນບັງຄັບໃຊ້ໃນເດືອນກໍ ລະກົດ ປີ 2022 ໄດ້ກໍານົດເງິນກີບ ເທົ່ານັ້ນ ທີ່ເປັນສື່ກາງໃນການຊໍາ ລະ, ຮັບຊໍາລະທີ່ຖືກຕ້ອງຕາມກົດ ໝາຍ, ທຸກການຕິດປະກາດລາຄາ ສິນຄ້າ, ຊໍາລະ-ຮັບຊໍາລະຄ່າສິນຄ້າ ແລະ ການບໍລິການພາຍໃນ ສປປ ລາວ ຈະຕ້ອງເປັນເງິນກີບ; ການ ແລກປ່ຽນເງິນຕາຕ່າງປະເທດຕ້ອງ ດຳເນີນຜ່ານທະນາຄານທຸລະກິດ ແລະ ໜ່ວຍບໍລິການຂອງທະນາ ຄານທຸລະກິດທີ່ໄດ້ຮັບອະນຸຍາດເທົ່າ ນັ້ນ; ການກຳນົດອັດຕາແລກປ່ຽນ ແມ່ນທະນາຄານທຸລະກິດເປັນຜູ້ ກຳນົດພຽງຜູ້ດຽວ, ການກຳນົດລາ ຄາຄ່າສິນຄ້າ ແລະ ການບໍລິການ ຕ້ອງອີງໃສ່ອັດຕາແລກປ່ຽນຂອງ ທະນາຄານ ຈຶ່ງຖືວ່າຖືກຕ້ອງຕາມ ກົດໝາຍ; ບຸກຄົນ, ນິຕິບຸກຄົນ,ການ ຈັດຕັ້ງສາມາດຄອບຄອງເງິນຕາ ຕ່າງປະເທດ, ມີບັນຊີເງິນຝາກເປັນ ເງິນຕາຕ່າງປະເທດ ແລະ ດຳເນີນ ທຸລະກໍາເງິນຕາຕ່າງປະເທດ ໃຫ້ຖືກ ຕ້ອງກັບຈຸດປະສົງ ແລະ ເປົ້າໝາຍ ທີ່ລະບຽບການກຳນົດ. ສໍາລັບຄວາມຕື່ນຕົວຂອງສັງ ຄົມໃນການສົ່ງເສີມການນໍາໃຊ້ເງິນ ກີບໃນໄລຍະຜ່ານມ, ຂໍໃຫ້ມີຄວາມ ເຂົ້າໃຈຢ່າງຖືກຕ້ອງ, ບໍ່ຄວນຖືເປັນ ປະເດັນທີ່ຈະສ້າງຄວາມສັບສົນແລະ ເຂົ້າໃຈຜິດກັນ ເຊິ່ງເປັນພຽງການ ສະແດງອອກດ້ວຍຄວາມສະໝັກ ໃຈຂອງສັງຄົມ ທີ່ຢາກຊ່ວຍກັນນໍາ ໃຊ້ເງິນກີບ ເຂົ້າໃນການຊໍາລະຢູ່ ພາຍໃນ, ຫລຸດຜ່ອນຄວາມຕ້ອງ ການເງິນຕາຕ່າງປະເທດ ທີ່ມີຄວາມ ຊິນເຄີຍນໍາໃຊ້ກັນຢ່າງຊະຊາຍ ເພື່ອ ຫລຸດຜ່ອນຜົນກະທົບຈາກການ ເໜັງຕີງ ຂອງອັດຕາແລກປ່ຽນ, ເງິນເຟີ້ ແລະ ຕ້ອງການໃຫ້ຜູ້ມີເງິນ ຕາຕ່າງປະເທດ ບໍ່ວ່າຈະເປັນຄົນ ລາວ ແລະ ຄົນຕ່າງປະເທດໄປ ແລກປ່ຽນນໍາທະນາຄານເອົາເງິນ ກີບກ່ອນຈະໃຊ້ຈະຈ່າຍຢູ່ພາຍໃນ ໃຫ້ຖືກຕ້ອງຕາມກົດໝາຍຄືກັບປະ ເທດອື່ນໆທີ່ປະຕິບັດ. ທຸກສະກຸນເງິນ ຕາຂອງ ແຕ່ລະປະເທດກໍລ້ວນແລ້ວ ແຕ່ມີຄວາມໝາຍ, ມີຄຸນຄ່າ ແລະ ນໍາ ໃຊ້ໃຫ້ຖືກຕ້ອງກັບຈຸດປະສົງ ແລະ ເປົ້າໝາຍຕາມກົດໝາຍ ແລະ ລະ ບຽບການທີ່ກ່ຽວຂ້ອງກໍານົດໄວ້. ໂອກາດນີ້, ທະນາຄານແຫ່ງ ສປປ ລາວ ຂໍຮຽກຮ້ອງມາຍັງ ທົ່ວ ສັງ ຄົມ ຈົ່ງໃຫ້ການຮ່ວມມືສົ່ງເສີມ ການນໍາໃຊ້ເງິນກີບໃນການຊໍາລະ ພາຍໃນ ດັ່ງຄໍາຂັວນ: “ຢູ່ເມືອງລາວ ໃຊ້ແຕ່ເງິນກີບ”, ກໍານົດອັດຕາແລກ ປ່ຽນໃຫ້ຖືກຕ້ອງ ແລະ ແລກປ່ຽນ ເງິນຕາກັບທະນາຄານກ່ອນຈະ ໃຊ້ຈ່າຍ ເພື່ອຈັດຕັ້ງປະຕິບັດນິຕິກໍາ ຄຸ້ມຄອງເງິນຕາຕ່າງປະເທດຢ່າງ ທ່ານ ທອງຈັນ ພູມີພັນ ຮອງເລຂາ ຄະນະບໍລິຫານງານສູນກາງຊາວ ໜຸ່ມປະຊາຊົນ ປະຕິວັດລາວ, ທ່ານ ນາງ ແສງແກ້ວ ຫົວໜ້າວິທະຍຸໂທ ລະພາບສູນກາງຈີນ ປະຈໍາລາວ, ມີ ບັນດາຜູ້ສົນທະນາຈາກພາກສ່ວນທີ່ ກ່ຽວຂ້ອງ ເຂົ້າຮ່ວມ. ທ່ານ ທອງຈັນ ພູມີພັນ ໄດ້ກ່າວ ວ່າ: ການຈັດເວທີສົນທະນາພາຍ ໃຕ້ຫົວຂໍ້ “ການລົງເລິກປະຕິຮູບ ຂອງຈີນໃນຍຸກໃໝ່ກັບໂອກາດຂອງ ໂລກ” ເປັນການແລກປ່ຽນບົດຮຽນ ຂອງ ສປ ຈີນ ແລະ ສປປ ລາວ, ໂອກາດ ແລະ ສິ່ງທ້າທາຍໃນການ ພັດທະນາໃນ ສປປ ລາວ, ສຶກສາ ແລະ ຄົ້ນຄວ້າບັນດາເນື້ອໃນກອງ ປະຊຸມຄົບຄະນະຄັ້ງທີ 3 ຄະນະກຳ ມະການສູນກາງພັກກອມມູນິດຈີນ ສະໄໝ ທີ 20; ການນໍາໃຊ້ໂອກາດ ຜົນສໍາເລັດຂອງກາພົວພັນຮ່ວມ ມືຂອງສອງພັກ, ສອງລັດປະຊາ ຊົນສອງຊາດ ລາວ-ຈີນ, ຈີນ-ລາວ ເຊິ່ງນັບມື້ເຕີບໃຫຍ່ຂະຫຍາຍຕົວ, ບົດຮຽນການປະຕິຮູບຂອງ ສປ ຈີນ ແລະກາລະໂອກາດຂອງສປປລາວ ກໍຄື ຊາວໜຸ່ມລາວ ນໍາມາໝູນໃຊ້ ເຂົ້າໃນວຽກງານຕົວຈິງ ເຊິ່ງຫົວຂໍ້ ທີ່ນໍາມາສົນທະນາ ປະກອບມີ: ການ ຖືເອົາປະຊາຊົນເປັນໃຈກາງ,ການ ປະຕິຮູບຢ່າງຮອບດ້ານຕາມເສັ້ນ ທາງຖືກຕ້ອງ, ການພັດທະນາທີ່ມີ ຄຸນນະພາບສູງຂອງຈີນ ແລະ ປະ ຊາຄົມຮ່ວມຊະຕາກໍາຂອງມວນ ມະນຸດ. ບົນພື້ນຖານມູນເຊື້ອການພົວພັນ ຮ່ວມມືອັນດີລະຫວ່າງ ລາວ-ຈີນ, ການເປັນຄູ່ຮ່ວມມືຍຸດທະສາດຮອບ ດ້ານໝັ້ນຄົງຍາວນານ ຕາມທິດ 4 ດີ ແລະ ການສ້າງຄູ່ຮ່ວມຊາຕາ ກໍາ ລາວ-ຈີນ, ຈີນ-ລາວ ກາຍເປັນ ຂີດໝາຍສຳຄັນໃນການພົວພັນລະ ຫວ່າງ ຄະນະຊາວໜຸ່ມ ສອງຊາດ ລາວ ແລະ ສປ ຈີນ, ທັງເປັນການ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນ ການເສີມຂະຫຍາຍສາຍພົວພັນມິດ ຕະພາບແບບຄູ່ຮ່ວມຍຸດທະສາດ ຮອບດ້ານໝັ້ນຄົງຍາວນານລະ ຫວ່າງສອງພັກ, ສອງລັດ, ປະຊາຊົນ ສອງຊາດ, ອົງການຈັດຕັ້ງຕ່າງໆ ໂດຍສະເພາະສອງອົງການຈັດຕັ້ງ ຊາວໜຸ່ມລາວ ແລະ ສປ ຈີນ. ຂ່າວ-ພາບ: ສົມຫວັງ ຂປລ.ໃນຕອນບ່າຍວັນທີ 25 ກໍລະກົດ2024 ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍ ລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດແຫ່ງ ສປປ ລາວ ພ້ອມການນຳຂັ້ນສູງ ເຂົ້າວາງພວງມາລາໄວ້ອາໄລສະ ຫາຍ ຫງວຽນ ຝູ໋ ຈ້ອງ ເລຂາທິການ ໃຫຍ່ຄະນະບໍລິຫານງານສູນກາງ ພັກກອມມູນິດຫວຽດນາມ ທີ່ນະ ຄອນຫລວງຮ່າໂນ້ຍ ສສ ຫວຽດ ນາມ. ຄະນະເດີນທາງມາເຖິງສະຖານ ທີ່ຈັດງານຊາປະນະກິດລະດັບຊາດ ໄດ້ຖືກຕ້ອນຮັບຈາກຄະນະຈັດຕັ້ງ ພິທີຊາປະນະກິດ ໂດຍມີທະຫານ ກອງກຽດຕິຍົດກອງທັບປະຊາຊົນ ຫວຽດນາມນຳໜ້າຂະບວນ ສະຫາຍ ທອງລຸນ ສີສຸລິດ ໄດ້ຈູດທູບສະແດງ ຄວາມເຄົາລົບ ແລ້ວເຂົ້າສູ່ພິທີໄວ້ ອາໄລຕໍ່ການຈາກໄປຢ່າງບໍ່ມີວັນ ກັບຄືນມາຂອງ ສະຫາຍຫງວຽນ ຝູ໋ ຈ້ອງ. ໃນໂອກາດອັນໂສກເສົ້າເສຍ ດາຍນີ້ ສະຫາຍ ທອງລຸນ ສີສຸລິດ ຍັງໄດ້ຕາງໜ້າໃຫ້ແກ່ພັກລັດຖະ ບານ ສະພາແຫ່ງຊາດ ອົງການຈັດ ຕັ້ງ ແລະ ປະຊາຊົນລາວບັນດາເຜົ່າ ຂຽນປຶ້ມໄວ້ອາໄລ ເພື່ອສະແດງ ຄວາມໂສກເສົ້າເສຍດາຍອາໄລອາ ວອນຕໍ່ການຈາກໄປຂອງສະຫາຍ ຫງວຽນ ຝູ໋ ຈ້ອງ. ສະຫາຍ ຫງວຽນ ຝູ໋ ຈ້ອງ ເປັນ ຄົນທີ່ມີຄວາມຮູ້ເລິກເຊິ່ງດ້ານທິດ ສະດີ ແລະ ບົດຮຽນອັນໃຫຍ່ຫລວງ ທາງດ້ານພຶດຕິກຳໃນການພັດທະ ນາເສດຖະກິດ-ສັງຄົມຂອງຫວຽດ ນາມ ສະຫາຍ ໄດ້ສຶກສາຢ່າງເລິກ ເຊິ່ງລັດທິມາກ-ເລນິນ ເສັ້ນທາງ ກ້າວຂຶ້ນສັງຄົມນິຍົມ ແລະ ສໍາຄັນ ທີ່ສຸດ ສະຫາຍໄດ້ນໍາເອົາແນວຄິດ ໂຮ່ຈີ່ມິງມາຈັດຕັ້ງນໍາພາສ້າງສາປະ ເທດຊາດນັບມື້ນັບກ້າວຂຶ້ນຢ່າງບໍ່ ຢຸດຢັ້ງ. ການຈາກໄປຂອງສະຫາຍ ເປັນການສູນເສຍຜູ້ນໍາປະຕິວັດທີ່ ອົງອາດກ້າແກ່ນຂອງພັກ-ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ. ຕະຫລອດຊີວິດແຫ່ງການເຄື່ອນ ໄຫວປະຕິວັດ ສະຫາຍ ໄດ້ອຸທິດຊີ ວິດເຫື່ອແຮງ ແລະ ສະຕິປັນຍາ ເຂົ້າໃນວຽກງານພາລະກິດປົດປ່ອຍ ຊາດ ພາລະກິດທ້ອນໂຮມປະເທດ ຊາດເປັນເອກະພາບ ແລະ ພາລະ ກິດປ່ຽນແປງໃໝ່ຂອງພັກກອມ ມູນິດຫວຽດນາມ ໂດຍສະເພາະ ແມ່ນວຽກງານປັບປຸງກໍ່ສ້າງພັກ ໃຫ້ເຂັ້ມແຂງປອດໃສກໍ່ຄືວຽກ ງານ ການປ້ອງກັນຕ້ານການສໍ້ລາດບັງ ຫລວງ ແລະ ຕ້ານປະກົດການຫຍໍ້ ທໍ້ຕ່າງໆ ອັນໄດ້ເຮັດໃຫ້ປະເທດ ຫວຽດນາມ ມີການພັດທະນາຢ່າງ ບໍ່ຢຸດຢັ້ງ ຖານະບົດບາດຂອງຫວຽດ ນາມກໍ່ໄດ້ຮັບການຍົກສູງຂຶ້ນຢ່າງ ຈະແຈ້ງໃນເວທີພາກພື້ນ ແລະ ສາ ກົນ. ພ້ອມນີ້ສະຫາຍ ຍັງໄດ້ປະກອບ ສ່ວນອັນໃຫຍ່ຫລວງລໍ້າຄ່າ ແລະ ສໍາຄັນເຂົ້າໃນການເພີ່ມພູນຄູນສ້າງ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ຄວາມສາມັກຄີພິເສດ ແລະ ການ ຮ່ວມມືຮອບດ້ານ ລະຫວ່າງສອງ ພັກສອງລັດ ແລະ ປະຊາຊົນສອງ ຊາດ ລາວ-ຫວຽດນາມ; ຫວຽດ ນາມ-ລາວມາໂດຍຕະຫລອດ. ການ ຈາກໄປຂອງ ສະຫາຍ ຫງວຽນ ຝູ໋ ຈ້ອງ ເປັນການສູນເສຍເພື່ອນສະ ຫາຍທີ່ໃກ້ຊິດສະໜິດສະໝົມທີ່ສຸດ ຂອງພັກລັດແລະ ປະຊາຊົນລາວບັນ ດາເຜົ່າພວກເຮົາ. ຂ່າວ:ຄຕພ +ພາບ:ຕຸໄລເພັດ ພິມເມືອງ ຂໍສະແດງຄວາມອາໄລຮັກຢ່າງ ສຸດຊຶ້ງ ເຖິງ ສະຫາຍ ຫງວຽນ ຝູ໋ ຈ້ອງ ແລະ ຂໍໃຫ້ດວງວິນຍານຂອງ ເພິ່ນ ຈົ່ງໄປສູ່ສຸຄະຕິດ້ວຍເທີນ. ພາບ: ຂັນໄຊ ກອງປະຊຸມລັດຖະມົນຕີ... ຈັດພິທີເອົາທຸງລົງເຄິ່ງເສົາ... ກໍາປູເຈຍ-ລາວ-ຫວຽດນາມ ທີ່ຈະ ຈັດຂຶ້ນໃນເດືອນພະຈິກທີ່ຈະມາເຖິງ ນີ້ ໃຫ້ມີຜົນສຳເລັດຕາມແຜນການ ທີ່ວາງໄວ້. ສັງຄົມຕື່ນຕົວສົ່ງເສີມ... ເຂັ້ມງວດ. ໃນອະນາຄົດອັນໃກ້ນີ້, ທະນາຄານແຫ່ງ ສປປ ລາວ ຈະ ອອກຂໍ້ຕົກລົງ ແລະ ຄຳແນະນໍາລະ ອຽດໃນການຊໍາລະຄ່າສິນຄ້າ, ຄ່າ ບໍລິການ ແລະ ຊໍາລະໜີ້ສິນຢູ່ ສປປ ລາວ ວ່າຄວນປະຕິບັດແບບໃດຈຶ່ງ ສອດຄ່ອງເໝາະສົມເປັນອັນລະ ອຽດຕື່ມ. ຂ່າວ-ພາບ: ກິດຕາ ສົນທະນາແລກປ່ຽນ...

xtgmf]k; 3 26/07/2024 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ໂດຍ: ກອງຄຳ ຜັນຂະຫຍາຍມະຕິ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ບົດສະເໜີ ໂດຍ: ກິດຕາ ໂດຍ: ຢ່າຕົ່ງ gxa og9Q kdko8y f8k,ltrk[vkdkf grnj vIa [,n da [wroE4h ;, c,j py ']k; wfh Ia [dko ra fmtok gruj ,0B ooa [,N glf4tdy fc0;'7e,j ;o 0tspkp8q ;.o]tfa [ 4,52% * ແມ່ຍິງລາວ ມີບົດບາດສຳຄັນ ຕໍ່ການພັດທະນາປະເທດຊາດ, ແມ່ຍິງລາວ ນັບມື້ນັບໄດ້ຮັບການ ພັດທະນາ, ມີບົດບາດສຳຄັນ ແລະ ເປັນທີ່ຍອມຮັບຂອງສັງຄົມ ຍ້ອນ ໄດ້ຮັບໂອກາດ, ໄດ້ຮັບນະໂຍບາຍ ທີ່ຖືກຕ້ອງຈາກພັກ, ລັດຖະບານ ໃນການສົ່ງເສີມແມ່ຍິງລາວໃຫ້ມີ ຄວາມກ້າວໜ້າ, ພັດທະນາໃຫ້ແມ່ ຍິງມີຄວາມຮູ້, ຄວາມສາມາດຮອບ ດ້ານ, ອາດເວົ້າໄດ້ວ່າ ປະເທດຊາດ ຈະພັດທະນາບໍ່ໄດ້ຫາກບໍ່ມີການພັດ ທະນາແມ່ຍິງ, ປັດຈຸບັນ ແມ່ຍິງໄດ້ ຮັບການບັນຈຸເຂົ້າໃນຕຳແໜ່ງພັກລັດໃນແຕ່ລະຂັ້ນຫລາຍຂຶ້ນ. ທ່ານ ນາງ ສິນທະມາລາ ລານາ ວັນສູນຄະນະບໍລິຫານງານ,ຫົວໜ້າ ກົມໂຄສະນາ-ວັດທະນະທຳ ສູນກາງ ສະຫະພັນ ແມ່ຍິິງລາວ ໄດ້ໃຫ້ສຳ ພາດໃນວັນທີ 18 ກໍລະກົດ 2024 ວ່າ: ສູນກາງສະຫະພັນແມ່ຍິງລາວ ໃນຖານະເປັນອົງການຕົວແທນປົກ ປ້ອງສິດຜົນປະໂຫຍດອັນຊອບທຳ ຂອງແມ່ຍິງແລະ ເດັກນ້ອຍມີພາລະ ບົດບາດໃນການເຕົ້າໂຮມຄວາມ ສາມັກຄີ ຂອງເອື້ອຍນ້ອງແມ່ຍິງ ລາວບັນດາເຜົ່າໃນຂອບເຂດທົ່ວປະ ເທດ ເຂົ້າໃນການປະກອບສ່ວນເຂົ້າ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກໍຄື ການພັດທະນາແມ່ຍິງ ເອົາໃຈໃສ່ ສຶກສາອົບຮົມ ແລະ ພັດທະນາແມ່ ຍິງ ຕາມ 4 ດ້ານ ທີ່ໄດ້ກຳນົດໄວ້ໃນ ກົດໝາຍວ່າດ້ວຍການພັດທະນາ ແລະ ປົກປ້ອງແມ່ຍິງ (ພັດທະນາ ທາງດ້ານຈິດໃຈຮ່າງກາຍ, ການ ສຶກສາ, ວິຊາຊີບ ແລະ ສີມືແຮງ ງານ) ຕິດພັນກັບການປະຕິບັດຂໍ້ ແຂ່ງຂັນ 3 ດີ (ພົນລະເມືອງດີ, ພັດ ທະນາດີ, ສ້າງຄອບຄົວດີ) ຢ່າງ ເປັນຂະບວນຟົດຟື້ນ, ສະມາຊິກສະ ຫະພັນແມ່ຍິງ ແລະ ແມ່ຍິງຢູ່ຫລາຍ ຂົງເຂດ, ຫລາຍສາຂາອາຊີບໄດ້ຮັບ ການພັດທະນາຢ່າງຮອບດ້ານ ແລະ ມີລະດັບທີ່ສູງຂຶ້ນ, ສາມາດສ້າງ ຄວາມເຊື່ອໝັ້ນໃຫ້ແກ່ການຈັດຕັ້ງ ພັກ-ລັດ ແລະ ເປັນທີ່ຍອມຮັບຂອງ ສັງຄົມ. ໂອກາດນີ້, ທ່ານ ນາງ ສິນທະ ມາລາ ລານາວັນສູນ ຍັງຝາກເຖິງ ເອື້ອຍນ້ອງແມ່ຍິງ ໃນການບໍລິໂພກ ຂໍ້ມູນຂ່າວສານຕ່າງໆ ທີ່ມີຄວາມ ຫລາກຫລາຍຈາກທົ່ວໂລກ ໂດຍສະ * ໃນໄລຍະ 6 ເດືອນຕົ້ນປີເສດ ຖະກິດຂອງແຂວງຄຳມ່ວນ ສືບຕໍ່ ຂະຫຍາຍຕົວໃນລະດັບ 4,52% (ສະພາຮັບຮອງ ໝົດປີໃຫ້ບັນລຸ 5,59%), ລວມຍອດຜະລິດຕະ ພັນພາຍໃນ (GDP) ບັນລຸໄດ້ 13.258 ຕື້ກີບ ເທົ່າກັບ 65% (ສະພາຮັບຮອງໝົດປີ ໃຫ້ບັນລຸ 20.426 ຕື້ກີບ), ລາຍຮັບສະເລ່ຍ ຕໍ່ຫົວຄົນບັນລຸໄດ້ 1.374 ໂດລາ (ສະພາຮັບຮອງໝົດປີໃຫ້ບັນລຸ 2.286 ໂດລາ), ໄດ້ລະດົມແຫລ່ງ ທຶນທົ່ວສັງ ຄົມກວມ 17% ຂອງ GDP ຫລື ເທົ່າກັບ 2.302 ຕື້ກີບ (ສະພາຮັບຮອງໝົ້ດປີ ໃຫ້ໄດ້ 4.980 ຕື້ກີບ ຫລື ເທົ່າກັບ 24% ຂອງGDP, ດ້ານການລົງທຶນແມ່ນ ສາມາດລະດົມແຫລ່ງທຶນເພື່ອການ ພັດທະນາໄດ້ 2.302 ຕື້ກີບ ເທົ່າກັບ 46% ຂອງມະຕິສະພາຮັບຮອງ ໃນນີ້ ການລົງທຶນຂອງລັດ ປະຕິບັດ ໄດ້ 250 ໂຄງການ, ມູນຄ່າ 159 ຕື້ ກີບ ເທົ່າກັບ 35% ຂອງແຜນການ ປີ, ການຊ່ວຍເຫລືອທາງການ ເພື່ອ ການພັດທະນາ 2 ໂຄງການ ມູນຄ່າ 11 ຕື້ກີບ, ການລົງທຶນເອກະຊົນ ພາຍໃນ ແລະ ຕ່າງປະເທດ 40 ໂຄງ ການ ມູນຄ່າ 1.280 ຕື້ກີບ ເທົ່າກັບ 37% ຂອງແຜນການປີ. ຂະນະທີ່ ການລົງທຶນໃນລະບົບ ທະນາຄານ ສາມາດລະດົມທຶນ ໄດ້ ທັງໝົດ 8.550 ຕື້ກີບ ແລະ ປ່ອຍ ສິນເຊື່ອໄດ້ 851 ຕື້ກີບ ລື່ນມະຕິສະ ພາ 11%, ສຳລັບການຈັດເກັບລາຍ ຮັບຕາມແຜນລາຍຮັບງົບປະມານ ຂອງແຂວງທັງລາຍຮັບສູນກາງ ແລະ ທ້ອງຖິ່ນ ມີທັງໝົດ 2.417 ຕື້ ກີບ, ໄລຍະ 6 ເດືອນຕົ້ນ ປີປະຕິບັດ ໄດ້1.971ຕື້ກີບ ເທົ່າກັບ81,52% ຂອງແຜນການປີ ໃນນີ້ລາຍຮັບສູງ ກາງ ແຜນການປີ 1.045 ຕື້ກີບ, ປະຕິບັດໄດ້ 584,81 ຕື້ກີບ ເທົ່າກັບ 55,96%, ລາຍຮັບທ້ອງຖິ່ນແຜນ ການປີ 1.372 ຕື້ກີບ, ປະຕິບັດ ໄດ້ 1.386 ຕື້ກີບ ເທົ່າກັບ 100,98%, ດ້ານວຽກງານພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ ໄດ້ ສຸມທຶນຮອນ, ງົບປະມານຂອງລັດ, ທຶນຊ່ວຍເຫລືອເພື່ອການພັດທະນາ ຈາກອົງການຈັດຕັ້ງສາກົນ ແລະ ອົງການຈັດຕັ້ງສັງຄົມຕ່າງໆເຂົ້າ ໃນການປັບປຸງໂຄງລ່າງພື້ນຖານຢູ່ ເຂດຊົນນະບົດເປັນຕົ້ນ: ການກໍ່ສ້າງ ທາງ, ຂົວ, ຊົນລະປະທານ, ຈັດສັນ ເນື້ອທີ່ທຳການຜະລິດ, ສະໜອງສັດ ລ້ຽງ, ກໍ່ສ້າງຕາຂ່າຍໄຟຟ້າ, ຕິດຕັ້ງ ລະບົບໄຟຟ້າແສງຕາເວັນ, ສ້າງ ໂຮງຮຽນ, ໂຮງໝໍນ້ອຍ, ສຸກສາລາ, ລະບົບການສະໜອງນໍ້າສະອາດ, ສ້າງຕັ້ງກອງທຶນພັດທະນາບ້ານ ແລະ ການຝຶກອົບຮົມວິຊາຊີບໃນ ຂະແໜງການຕ່າງໆ. ຜ່ານການຈັດ ຕັ້ງປະຕິບັດແມ່ນເຮັດໃຫ້ຊີວິດ ການເປັນຢູ່ຂອງປະຊາຊົນໄດ້ຮັບ ການປັບປຸງດີຂຶ້ນ. ໃນປັດຈຸບັນທົ່ວ ແຂວງມີເມືອງພົ້ນທຸກ 6 ເມືອງ, ບ້ານພົ້ນທຸກ 456 ບ້ານ ກວມ 80% ຂອງຈຳນວນບ້ານໃນທົ່ວແຂວງ, ບ້ານທຸກຍາກຍັງເຫລືອ 114 ບ້ານ ກວມ 20%, ຄອບຄົວທຸກຍາກຍັງ ເຫລືອ 16.042 ຄອບຄົວ ກວມ 19,26%, ບ້ານພັດທະນາມີ 230 ບ້ານ ກວມ 40,35%, ຄອບຄົວ ພົ້ນທຸກ 67.230 ຄອບຄົວ ກວມ 80,73%, ຄອບຄົວພັດທະນາມີ 55.338ຄອບຄົວກວມ66,45%, ໄດ້ນໍາໃຊ້ລະບົບໄຟຟ້າ 10 ເມືອງ ກວມ 100%, ບ້ານໄດ້ຊົມໃຊ້ໄຟຟ້າ 554 ບ້ານ ເທົ່າກັບ 97% ແລະ ຄອບຄົວຊົມໃຊ້ໄຟຟ້າ83.066ຄອບ ຄົວ ເທົ່າກັບ 94% ຂອງຈໍານວນ ຄອບຄົວທັງໝົດໃນທົ່ວແຂວງ. ສຳລັບທິດທາງແຜນການ 6 ເດືອນທ້າຍປີ 2024 ແມ່ນສືບຕໍ່ຍຶດ ໝັ້ນ ແລະ ຈັດຕັ້ງປະຕິບັດວຽກງານ ຈຸດສຸມທີ່ກຳນົດໄວ້ໃນມະຕິ ກອງ ປະຊຸມໃຫຍ່ ຄັ້ງທີXຂອງອົງຄະນະ ພັກແຂວງ, ບັນດາມະຕິຂອງຄະນະ ບໍລິຫານງານພັກແຂວງ, ມະຕິກອງ ປະຊຸມສະພາປະຊາຊົນແຂວງ ບົນ ຈິດໃຈສືບຕໍ່ສ້າງການຫັນປ່ຽນຢ່າງ ແຂງແຮງ, ເລິກເຊິ່ງແລະຮອບດ້ານ ຮັບປະກັນໃຫ້ແຂວງຄຳມ່ວນ ມີສະ ຖຽນລະພາບທາງດ້ານການເມືອງ ຢ່າງໜັກແໜ້ນ, ສັງຄົມມີຄວາມສະ ຫງົບ ແລະ ເປັນລະບຽບຮຽບຮ້ອຍ ດີ, ເສດຖະກິດ-ສັງຄົມຂະຫຍາຍຕົວ ຢ່າງຕໍ່ເນື່ອງ ຕາມທິດຜັນຂະຫຍາຍ ມະຕິ 04 ຂອງກົມການເມືອງສູນ ກາງພັກ ວ່າດ້ວຍການສ້າງເສດຖະ ກິດເອກະລາດ ເປັນເຈົ້າຕົນເອງໃນ ໄລຍະໃໝ່, ສ້າງສະພາບແວດລ້ອມ, ໂຄສະນາດຶງດູດການລົງທຶນ ທັງ ພາຍໃນ ແລະ ຕ່າງປະເທດ ໃຫ້ແຂງ ແຮງກວ່າເກົ່າ, ສຸມໃສ່ການເກັບ ລາຍຮັບງົບ ປະມານ ປີ 2024 ໃຫ້ ໄດ້ຕາມແຜນ ຫລື ລື່ນແຜນໃຫ້ເປັນ ປີທີ 4 ຕິດຕໍ່ກັນ, ເອົາໃຈໃສ່ຄຸ້ມຄອງ ລາຍຈ່າຍໃຫ້ເຂັ້ມງວດ, ສືບຕໍ່ຍູ້ ແຮງການຜະລິດເປັນສິນຄ້າຕາມ ທ່າແຮງຂອງແຂວງ ເປັນຕົ້ນ: ເຂົ້າ, ຊີ້ນ, ປາ, ພືດ, ຜັກ, ໝາກໄມ້ ເພື່ອ ຕອບສະໜອງພາຍໃນ ທົດແທນ ການນໍາເຂົ້າ, ກໍ່ສ້າງຟື້ນຟູໂຄງລ່າງ ພື້ນຖານໃຫ້ແກ່ການຂະຫຍາຍພື້ນ ທີ່ການຜະລິດ, ຊຸກຍູ້, ສົ່ງເສີມຫົວ ໜ່ວຍຈຸລະວິສາຫະກິດ, ວິສາຫະກິດ ຂະໜາດນ້ອຍ ແລະ ຂະໜາດກາງ ດ້ວຍການສະໜອງດອກເບ້ຍຕໍ່າ, ໂຄສະນາ, ຊຸກຍູ້, ສົ່ງເສີມພະນັກ ງານ-ລັດຖະກອນ ແລະ ປະຊາຊົນ ນໍາໃຊ້ຜະລິດຕະພັນພາຍໃນໃຫ້ ຫລາຍຂຶ້ນ, ເພີ່ມທະວີການຄຸ້ມຄອງ ລາຄາສິນຄ້າທີ່ມີຜົນກະທົບໄວ ຕໍ່ ຊີວິດການເປັນຢູ່ຂອງປະຊາຊົນ, ມີມາດຕະການສະກັດກັ້ນ ການນໍາ ເຂົ້າສິນຄ້າປະເພດຕ່າງໆທີ່ເຮົາມີ ຢູ່ພາຍໃນ. ທັງໝົດນີ້ ແມ່ນການລາຍງານ ຂອງທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ ຕໍ່ກອງປະຊຸມ ສະໄໝສາມັນເທື່ອທີ 7 ຂອງສະພາ ປະຊາຊົນແຂວງຄຳມ່ວນ ຊຸດທີ II ໃນວັນທີ 24 ກໍລະກົດ 2024 ຜ່ານມາ. ເພາະແມ່ນໄວໜຸ່ມຍິງ-ຊາຍ ຕ້ອງ ຮູ້ຈັກເລືອກເຟັ້ນຂໍ້ມູນຂ່າວສານ ໃຫ້ ມີຄວາມເໝາະສົມກັບບ້ານເຮົາ, ເໝາະສົມກັບວັດທະນະທຳ, ຮີດ ຄອງປະເພນີບ້ານເຮົາ ແຕ່ກໍບໍ່ໄດ້ ໝາຍຄວາມວ່າເຮົາຈະປະຕິເສດ ອັນໃໝ່ທີ່ເກີດຂຶ້ນ, ອັນທີ່ຍອດຍິ່ງ, ອັນທີ່ຈະເລີນ ແລະ ອັນກ້າວໜ້າ ແຕ່ຄວນເລືອກເຟັ້ນເອົາສິ່ງທີ່ມີປະ ໂຫຍດນຳກັບມາໝູນໃຊ້ໃນການ ພັດທະນາຕົນເອງ ໃຫ້ກາຍເປັນຄົນ ດີ, ຄົນເກັ່ງ ແລະ ນຳຄວາມຮູ້ດັ່ງ ກ່າວ, ມາພັດທະນາປະເທດຊາດ ໃຫ້ມີຄວາມຈະເລີນກ້າວໜ້າ. * ປັດຈຸບັນ ເຫັນວ່າສະພາບອາ ກາດພາຍໃນປະເທດລາວເຮົາໄດ້ມີ ການປ່ຽນແປງ ໂດຍສະເພາະແມ່ນ ໄດ້ເກີດມີຝົນຕົກຕໍ່ເນື່ອງໃນຂອບ ເຂດທົ່ວປະເທດ. ໃນນັ້ນ, ໄດ້ສົ່ງຜົນ ກະທົບຕໍ່ບ້ານ, ເມືອງຈຳນວນໜຶ່ງ ເສຍຫາຍໜັກພໍສົມຄວນ. ດັ່ງກໍລະນີ ໃນວັນທີ23-24ກໍລະກົດປີ2024ຢູ່ ເຂດກຸ່ມບ້ານເມືອງໝ້ວຍ ເມືອງວຽງ ຄໍາ ແຂວງຫລວງພະບາງ ໄດ້ເກີດມີ ຝົນຕົກໜັກຫລາຍຊົ່ວໂມງຕິດຕໍ່ກັນ ເຮັດໃຫ້ປະຊາຊົນບັນດາເຜົ່າຢູ່ບ້ານ ເມືອງໝ້ວຍ, ບ້ານຫ້ວຍໂກນ ແລະ ບ້ານໃກ້ຄຽງປະສົບກັບໄພນໍ້າຖ້ວມ ເນື່ອງຈາກປະລິມານນໍ້າເຊືອງ, ນໍ້າຫ້ວຍໂກນ, ຫ້ວຍມ້າ ແລະ ນໍ້າ ຫ້ວຍຫວີງ ມີປະລິມານເພີ່ມຂຶ້ນ ຫລາຍສ້າງຜົນກະທົບຕໍ່ປະຊາຊົນ ທີ່ດຳລົງຊີວິດຢູ່ເຂດແຄມນ້ຳ. ແນວ ໃດກໍດີ ເພື່ອຮັບມືກັບໄພນ້ຳຖ້ວມທີ່ ອາດເກີດຂຶ້ນ ພວກເຮົາຕ້ອງໄດ້ເປັນ ເຈົ້າການຕິດຕາມສະພາບອາກາດ ຈາກພາກສ່ວນກ່ຽວຂ້ອງເປັນປະ ຈຳ ອັນຈະໄດ້ກຽມຄວາມພ້ອມຮັບ ມືໄພນ້ຳຖ້ວມ. ໄລຍະນີ້ ເຫັນວ່າໄດ້ເກີດມີຝົນ ຕົກໃນຫລາຍທ້ອງຖິ່ນ ອັນໄດ້ສົ່ງ ຜົນກະທົບບໍ່ໜ້ອຍຕໍ່ຊັບສິນລວມ ໂດຍສະເພາະແມ່ນຖະໜົນຫົນທາງ, ເຮືອນຊານບ້ານຊ່ອງ, ຊັບສິບຂອງ ປະຊາຊົນ. ສະພາບຝົນຕົກດັ່ງກ່າວ ມີຫລາຍທ້ອງຖິ່ນອົງການຈັດຕັ້ງ ໄດ້ກະກຽມຄວາມພ້ອມ ເພື່ອຮັບມື ກັບໄພນ້ຳຖ້ວມທີ່ອາດເກີດຂຶ້ນ. ດັ່ງ ຄະນະບໍລິຫານຊາວໜຸ່ມເມືອງໂພນ ທອງ ແຂວງຫລວງພະບາງ ໄດ້ມີ ການແຈ້ງການເຖິງຊາວໜຸ່ມທົ່ວ ເມືອງກະກຽມຄວາມພ້ອມໃນການ ເປັນກຳລັງປະຈັນບານ ເພື່ອຮັບມື ຊ່ວຍເຫລືອກັບໄພພິບັດທີ່ອາດຈະ ເກີດຂຶ້ນເຊັ່ນ: ໄພນ້ຳຖ້ວມ, ດິນເຊາະ ເຈື່ອນແລະ ອື່ນໆ. ເນື່ອງຈາກເກີດ ມີສະພາບຝົນຕົກໜັກຕໍ່ເນື່ອງເປັນ ເວລາຫລາຍວັນຕິດດຕໍ່ກັນເຮັດໃຫ້ ແມ່ນ້ຳຫລາຍສາຍ ໂດຍສະເພາະ ນ້ຳມັດ, ນ້ຳແມນ, ນ້ຳແຊງ ແລະ ແມ່ນ້ຳສາຍອື່ນໆ ມີການໄຫລນອງ ແລະ ມີປະລິິມານເພີ່ມຂຶ້ນຢ່າງໄວ ວາ ເຊິ່ງຈະກໍ່ໃຫ້ເກີດໄພນ້ຳຖ້ວມ ຢ່າງກະທັນຫັນ, ດິນເຊາະເຈື່ອນ, ນ້ຳປ່າໄຫລຊຸ...ຂອບເຂດບ້ານ, ເຮືອນລຽບຕາມແມ່ນ້ຳ, ເຮືອນພັກ, ຮ້ານອາຫານ. ດັ່ງນັ້ນ, ຮຽກຮ້ອງ ໃຫ້ຊ່ວຍລະດົມກຳລັງແຮງໜຸ່ມ, ສະມາຊິກຊາວໜຸ່ມທຸກສະຫາຍ, ຊາວໜຸ່ມຂົງເຂດ ປກຊ-ປກສ, ຊາວ ໜຸ່ມສຳນັກງານ, ຫ້ອງການ, ກົມ ກອງ, ຊາວໜຸ່ມທຸກທົ່ວໜ້າ ຈົ່ງພ້ອມ ກັນກຽມກຳລັງຊາວໜຸ່ມພາຍໃຕ້ ການນຳພາຂອງຕົນ ເພືື່ອກຽມຊ່ວຍ ເຫລືອພໍ່ແມ່ປະຊາຊົນທີ່ອາດຈະພົບ ພໍ້ກັບໄພພິ ບັດທີ່ອາດຈະເກີດຂຶ້ນ ໂດຍສະເພາະແມ່ນຈັດກຽມກຳລັງ ຊ່ວຍຍົກຍ້າຍສິ່ງຂອງໄວ້ບ່ອນປອດ ໄພ ແລະ ຊ່ວຍກັນເຝົ້າລະວັງຕິດ ຕາມສະພາບການຢ່າງໃກ້ຊິດ ຈົນ ກວ່າສະຖານະການຈະກັບຄືນມາ ສູ່ສະພາບປົກກະຕິ. ຂະນະທີ່ກົມອຸຕຸນິຍົມ ແລະ ອຸທົກ ກະສາດໄດ້ແຈ້ງເຕືອນເຖິງປະຊາ ຊົນບັນດາເຜົ່າ, ອົງການປົກຄອງ ທ້ອງຖິ່ນ ແລະ ອົງການຈັດຕັ້ງທຸກ ພາກສ່ວນຈົ່ງມີສະຕິລະວັງຕົວແລະ ກຽມຄວາມພ້ອມຮັບມືຕໍ່ດິນເຈືື່ອນ, ນໍ້າຖ້ວມຊຸທີ່ອາດຈະເກີດຂື້ນໃນໄລ ຍະນີ້ ທັງຕິດຕາມຂ່າວພະຍາກອນ ອາກາດແລະລະດັບນໍ້າຈາກກົມອຸຕຸນິ ຍົມ ແລະ ອຸທົກກະສາດຢ່າງຕໍໍໍ່ເນືື່ອງ. ພາບປະກອບ

RkJQdWJsaXNoZXIy MTc3MTYxMQ==