ຊາວອົດສະຕຣາລີ ຖີ້ມເສດອາຫານ ຫລາຍກວ່າ 7 ລ້ານໂຕນຕໍ່ປີ

26/07/2024 20:08
Email Print 428
ຂປລ ອົງການ ເອັນຟູດ ເວສ ອົດສະຕຣາລີ (ອີເອຟດັບເບິລຢູເອລ) ລະບຸວ່າ: ຊາວອົດສະຕຣາລີ ໄດ້ຖີ້ມເສດອາຫານ 7,6 ລ້ານໂຕນ ຕໍ່ປີ ໂດຍຄິດໄລ່ ເປັນມູນຄ່າ ປະມານ 36,600 ລ້ານໂດລາ ອົດສະຕຣາລີ.

ຂປລ. ສຳນັກ​ຂ່າວ ຊິນ​ຮວາ​ ຂອງ ສປຈີນ ລາຍ​ງານ​ ຈາກ ​ນະ​ຄອນ​ຫລວງ ​ແຄັນ​ເບຣາ ປະ​ເທດ​ ອົດ​ສະຕຣາລີ ​ເມື່ອ​ວັນ​ທີ 25 ກໍລະກົດ​, ອົງການ ​ເອັນ​ຟູ​ດ ​ເວສ ອົດ​ສະຕຣາລີ (ອີ​ເອຟດັບ​ເບິ​ລຢູ​ເອລ) ລະບຸ​ວ່າ: ຊາວ​ອົດ​ສະຕຣາລີ ​ໄດ້ຖີ້ມ​ເສດອາຫານ 7,6 ລ້ານ​ໂຕນ ​ຕໍ່​ປີ ໂດຍຄິດໄລ່ ເປັນມູນ​ຄ່າ​ ປະມານ 36,600 ລ້ານ​ໂດ​ລາ​ ອົດສະຕຣາລີ. ທ່ານ ສະຕີເວນ ລາພິດ ເຈົ້າໜ້າທີ ລະດັບສູງ ຂອງ ອີ​ເອຟດັບ​ເບິ​ລຢູ​ເອລ ກ່າວວ່າ ປະລິມານ ຂີ້ເຫຍື້ອ ອາຫານ ດັ່ງກ່າວ ຈຳນວນ ຫລາຍພຽງພໍ ທີ່ຈະນໍາມາ ຈັດກຽມເປັນຄາບ ກາງເວັນໃຫ້ແກ່ ຊາວອົດສະຕຣາລີ ທຸກຄົນໃນແຕ່ລະວັນ, ​ໃນຂະນະທີ່ ຄົວເຮືອນ 3,7 ລ້ານຫລັງ ພວມພະຍາຍາມ ຊອກຫາອາຫານເພື່ອລ້ຽງຊີວິດແລະອື່ນໆ. /

 

KPL

ຂ່າວອື່ນໆ

ads
ads

Top