69 ປີ ແຫ່ງການເຕີບໃຫຍ່ ເຂັ້ມແຂງ ຂອງຄະນະບໍລິຫານງານສູນກາງ ຊປປລ

11/04/2024 13:59
Email Print 1109
ຂປລ ຂປລ. ຕະຫລອດໄລຍະ 69 ປີຜ່ານມາ, ຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ (ຊປປລ) ແຕ່ສູນກາງຮອດທ້ອງຖິ່ນ ໄດ້ສຸມໃສ່ສ້າງຄວາມເຂັ້ມແຂງ ໃຫ້ແກ່ພະນັກງານຊາວໜຸ່ມ ເຮັດໃຫ້ການຈັດຕັ້ງປະຕິບັດວຽກງານຊາວໜຸ່ມທົ່ວປະເທດ




ຂປລ. ຕະຫລອດໄລຍະ
69 ປີຜ່ານມາ, ຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ (ຊປປລ) ແຕ່ສູນກາງຮອດທ້ອງຖິ່ນ ໄດ້ສຸມໃສ່ສ້າງຄວາມເຂັ້ມແຂງ ໃຫ້ແກ່ພະນັກງານຊາວໜຸ່ມ ເຮັດໃຫ້ການຈັດຕັ້ງປະຕິບັດວຽກງານຊາວໜຸ່ມທົ່ວປະເທດ ມີຜົນສຳເລັດໃນຫລາຍດ້ານ ເປັນຕົ້ນ ວຽກງານຂະບວນການຊາວໜຸ່ມທົ່ວປະເທດ ໄດ້ປຸກລະດົມສັງຄົມ ເຂົ້າຮ່ວມຂະບວນການຈັດຕັ້ງຢ່າງຟົດຟື້ນ ແລະ ກວ້າງຂວາງ ນັບແຕ່ສູນກາງຮອດທ້ອງຖິ່ນ ໂດຍສະເພາະ ຂະບວນການຊ່ວຍເຫລືອສັງຄົມ ທີ່ໄດ້ຮັບຜົນກະທົບຈາກໄພພິບັດທາງທໍາມະຊາດ, ໄດ້ມອບວັດຖຸອຸປະກອນ, ເຄື່ອງອຸປະໂພກ-ບໍລິໂພກ, ຂະບວນການບໍລິຈາກເລືອດ, ສ້ອມແປງຂົວ, ສ້ອມແປງທາງ, ສ້າງເຮືອນໃຫ້ຄອບຄົວທີ່ທຸກຍາກຂາດ ເຂີນ, ມອບທຶນປະກອບອາຊີບໃຫ້ຊາວໜຸ່ມ ແລະ ອື່ນໆ.

ທ່ານ ມອນໄຊ ລາວມົວຊົ່ງ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ ​ໄດ້​ໃຫ້​ຮູ້ ​ໃນ​ໂອກາດ​ຖະ​ແຫ​ລ່ງຂ່າວ​ ຕໍ່​ສື່​ມວນ​ຊົນໃນວັນທີ 10 ເມສາ 2024 ນີ້ວ່າ: ຜ່ານການເຄື່ອນ ໄຫວຈັດຕັ້ງປະຕິບັດວຽກງານຊາວໜຸ່ມ ໃນໄລຍະຜ່ານມາເຫັນວ່າ ຄະນະນໍາຊາວໜຸ່ມ ແລະ ສະມາຊິກຊາວໜຸ່ມຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ ຫລາຍສະຫາຍມີຄວາມເຕີບໃຫຍ່ເຂັ້ມແຂງ ແລະ ໄດ້ຮັບຄວາມ ໄວ້ເນື້ອເຊື້ອໃຈຈາກຄະນະພັກຂອງຕົນ ແລະ ໄດ້ມອບໝາຍໜ້າທີ່ໃໝ່ ທີ່ສູງຂຶ້ນກວ່າເກົ່າ, ມີຫລາຍສະຫາຍ ໄດ້ຮັບການຍົກລະດັບຄວາມຮູ້, ຄວາມສາມາດ ວຽກງານວິຊາສະເພາະດ້ານຕ່າງໆ ຢູ່ພາຍໃນ ແລະ ຕ່າງປະເທດ. ພ້ອມນີ້, ຊາວໜຸ່ມໄດ້ເອົາໃຈໃສ່ຕໍ່ວຽກງານ ກໍ່ສ້າງຮາກຖານການເມືອງ ຕາມທິດນໍາ 3 ສ້າງຂອງພັກ ໂດຍສຸມໃສ່ 4 ເນື້ອໃນ 4 ຄາດໝາຍ ແນໃສ່ປັບປຸງການຈັດຕັ້ງຊາວໜຸ່ມ ຢູ່ຂັ້ນຮາກຖານໃຫ້ມີຄວາມເຂັ້ມແຂງ. ປັດຈຸບັນ, ທົ່ວປະເທດ ມີຊາວໜຸ່ມໃນເກນອາຍຸ 15-35 ປີ ທັງໝົດ 1.573.738 ຄົນ, ຍິງ 757.658 ຄົນ, ເປັນສະມາຊິກຊາວໜຸ່ມ 635.664 ຄົນ, ຍິງ 271.636 ຄົນ, ມີໜ່ວຍຊາວໜຸ່ມຈໍານວນ 26.362 ໜ່ວຍ ແລະ ມີ 1.313 ຮາກຖານ, ມີເຍົາວະຊົນໃນເກນອາຍຸ 9-14 ປີ 559.316 ຄົນ, ຍິງ 281.005 ຄົນ. ໃນນັ້ນ, ເປັນເຍົາວະຊົນທັນວາ 385.912 ຄົນ, ຍິງ 205.921 ຄົນ, ມີອະນຸຊົນ ໃນເກນອາຍຸ 6-8 ປີ 301.299 ຄົນ, ຍິງ 151.474 ຄົນ. ໃນນັ້ນ, ເປັນອະນຸຊົນທັນວາ 149.135 ຄົນ, ຍິງ 76.756 ຄົນ.

ທ່ານ ມອນໄຊ ລາວມົວຊົ່ງ ຍັງໃຫ້ຮູ້ອີກວ່າ: ວັນສ້າງຕັ້ງ ຄະນະຊາວໜຸ່ມ ປະຊາຊົນ ປະຕິວັດລາວ ເປັນວັນສຳຄັນຍິ່ງໃຫຍ່, ເປັນວັນເຕົ້າໂຮມຄວາມສາມັກຄີ ຊາວໜຸ່ມລາວບັນດາເຜົ່າ, ເປັນວັນແຫ່ງການສຶກສາຮ່ຳຮຽນ ແລະ ສືບທອດມູນເຊື້ອຊາວໜຸ່ມຮຸ້ນກ່ອນ, ເພື່ອເຮັດໃຫ້ພາລະບົດບາດ ຂອງອົງການຈັດຕັ້ງຊາວໜຸ່ມປະຊາຊົນ ປະຕິວັດລາວກວ້າງຂວາງສູງສົ່ງ ແລະ ໜັກແໜ້ນເຂັ້ມແຂງຂຶ້ນເລື້ອຍໆ, ສືບຕໍ່ສ້າງຜົນງານຂ່ຳນັບຮັບຕ້ອນວັນສຳຄັນຕ່າງໆ ຂອງພັກຂອງຊາດ ຂອງຄະນະຊາວໜຸ່ມປະຊາຊົນປະ ຕິວັດລາວ ເປັນຕົ້ນ ແມ່ນສ້າງຂະບວນການຂ່ຳນັບຮັບຕ້ອນ ກອງປະຊຸມໃຫຍ່ຂອງຜູ້ແທນຊາວໜຸ່ມປະ ຊາຊົນປະຕິວັດລາວ. ໃນຕໍ່ໜ້ານີ້, ຊາວໜຸ່ມຈົ່ງນຳໜ້າ, ປະຈັນບານ ເຂົ້າໃນໜ້າທີ່ການງານໃຫ້ສົມກັບ ປະທານໄກສອນ ພົມວິຫານ ຂະໝານນາມໄວ້ວ່າ: ຊາວໜຸ່ມຈົ່ງກາຍເປັນດັ່ງນົກອິນຊີ ທີ່ບໍ່ຫວັ່ນກົວຕໍ່ພາຍຸລົມແດງ ຈົ່ງກາຍເປັນສິນໄຊ ແຫ່ງຍຸກສະໄໝພວກເຮົາ”.

ຂ່າວ: ທະນູທອງ

ພາບ: ສັນທະນາ

KPL

ຂ່າວອື່ນໆ

    • ພ້ອມກັນປະຕິບັດມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກໃຫ້ປະກົດເປັນຈິງ ການເມືອງ

      ພ້ອມກັນປະຕິບັດມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກໃຫ້ປະກົດເປັນຈິງ

      1/7/2026 2:39:08 PM

      ໃນໂອກາດເຂົ້າຮ່ວມ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດ ລາວ, ສະຫາຍ ຄຳມອນ ຈັນທະຈິດ ກຳມະການຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຮອງ ປະທານຜູ້ປະຈຳການສະພາທິດສະດີສູນກາງພັກ ໃຫ້ສຳພາດຕໍ່ສື່ມວນຊົນໃນວັນທີ 6 ມັງກອນ 2026 ວ່າ: ຕົນມີ ຄວາມຮູ້ສຶກເປັນກຽດ ແລະ ພາກພູມໃຈທີ່ໄດ້ມີສ່ວນຮ່ວມເຂົ້າໃນການກຽມກອງປະຊຸມໃນຄັ້ງນີ້ ຖືວ່າເປັນບັນຍາ ກາດທີ່ມີຄວາມຄຶກຄື້ນ, ມີຄວາມຮັບຜິດຊອບ ແລະ ທັງມີຄວາມສະນິດສະໜົມ ບໍ່ວ່າຢູ່ພາຍໃນກອງປະຊຸມ ແລະ ຢູ່ນອກກອງປະຊຸມ ລ້ວນແຕ່ສະແດງເຖິງຄວາມຕັ້ງໃຈ, ຄວາມເຊື່ອໝັ້ນ ແລະ ຄວາມຮັບຜິດຊອບຂອງແຕ່ລະພາກສ່ວນ.

    • ພັກກໍານົດທິດທາງ 5 ປີຕໍ່ໜ້າ ເພື່ອສ້າງການຫັນປ່ຽນ ແລະ ຍົກສູງບາດກ້າວການພັດທະນາປະເທດຊາດການເມືອງ

      ພັກກໍານົດທິດທາງ 5 ປີຕໍ່ໜ້າ ເພື່ອສ້າງການຫັນປ່ຽນ ແລະ ຍົກສູງບາດກ້າວການພັດທະນາປະເທດຊາດ

      1/7/2026 2:33:02 PM

      ໃນໂອກາດເຂົ້າຮ່ວມ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ວັນທີ 6 ມັງກອນ 2026 ນີ້, ສະຫາຍ ເຫລັກໄຫລ ສີວິໄລ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໄດ້ສະແດງຄວາມຮູ້ສຶກດີໃຈ ແລະ ພາກພູມໃຈເປັນຢ່າງຍິ່ງ ທີ່ໄດ້ຕາງໜ້າໃຫ້ພະນັກງານສະມາຊິກພັກ ໃນຂອບເຂດທົ່ວປະເທດ ກໍຄື ເປັນຕົວແທນສະມາຊິກພັກກະ ຊວງ ຍທຂ ເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງນີ້, ຖືເປັນເຫດການການເມືອງ ທີ່ມີຄວາມໝາຍຄວາມສໍາຄັນຫລາຍ ທີ່ໄດ້ຮັບຮູ້ກ່ຽວກັບການສະຫລຸບຕີລາຄາການນໍາພາຂອງພັກ ຕະຫລອດໄລຍະ 5 ປີ ຜ່ານມາ ແລະ ກໍານົດທິດທາງແຜນ ການ 5 ປີຕໍ່ໜ້າ ເພື່ອສ້າງການຫັນປ່ຽນ ແລະ ຍົກສູງບາດກ້າວການພັດທະນາໃນຕໍ່ໜ້າ ໃຫ້ມີອັນພົ້ນເດັ່ນ ມີອັນໃໝ່ໆ ນໍາພາປະເທດຊາດເຮົາກ້າວຂຶ້ນໃນແຕ່ລະໄລຍະ.

    • ພັກ ປປ ລາວ ຈະປະຕິຮູບລະບອບ-ລະບຽບການຕ່າງໆ  ໃນການບໍລິຫານປະເທດ ຕິດພັນກັບການຊຸກຍູ້ຫັນເປັນທັນສະໄໝການເມືອງ

      ພັກ ປປ ລາວ ຈະປະຕິຮູບລະບອບ-ລະບຽບການຕ່າງໆ ໃນການບໍລິຫານປະເທດ ຕິດພັນກັບການຊຸກຍູ້ຫັນເປັນທັນສະໄໝ

      1/7/2026 2:26:55 PM

      ໃນໄລຍະ 5 ປີຕໍ່ໜ້າ (2026-2030) ພັກ ປປ ລາວ ກໍຄື ຄະນະບໍລິຫານງານສູນກາງພັກ ຊຸດທີ XII ຈະປະຕິຮູບລະບອບ-ລະບຽບການຕ່າງໆ ໃຫ້ໂປ່ງໃສຍິ່ງຂຶ້ນ, ຫລຸດຜ່ອນຂອດຂັ້ນ ແລະ ຍົກສູງປະສິດທິພາບ ແລະ ຄວາມສາມາດ ໃນການບໍລິຫານປະເທດ ຕິດພັນກັບການຊຸກຍູ້ການຫັນເປັນທັນສະໄໝ-ຫັນເປັນດີຈິຕອນ, ການແບ່ງຂັ້ນຄຸ້ມຄອງ, ແບ່ງສິດໃຫ້ຈະແຈ້ງ, ຂາດຕົວ ແລະ ສ້າງສະພາບແວດລ້ອມການລົງທຶນ, ການດໍາເນີນການຜະ ລິດ-ທຸລະກິດ ໃຫ້ມີຄວາມສະດວກ, ວ່ອງໄວ ແລະ ມີຄວາມສາມາດສູງຂຶ້ນໃນການແຂ່ງຂັນ.

    • ລັດຖະບານ ຈະສືບຕໍ່ພັດທະນາປະເທດ ໃຫ້ຫລຸດພົ້ນຈາກ ສະຖານະພາບດ້ອຍພັດທະນາ ຢ່າງມີຄຸນນະພາບ ແລະ ໂລ່ງລ່ຽນການເມືອງ

      ລັດຖະບານ ຈະສືບຕໍ່ພັດທະນາປະເທດ ໃຫ້ຫລຸດພົ້ນຈາກ ສະຖານະພາບດ້ອຍພັດທະນາ ຢ່າງມີຄຸນນະພາບ ແລະ ໂລ່ງລ່ຽນ

      1/7/2026 2:06:59 PM

      ໄລຍະ 5 ປີ (2026-2030) ລັດຖະບານ ຈະສືບຕໍ່ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ເປັນແຜນສືບຕໍ່ພັດທະນາປະເທດ ໃຫ້ຫລຸດພົ້ນອອກຈາກສະຖາ ນະພາບປະເທດດ້ອຍພັດທະນາ ຢ່າງມີຄຸນນະພາບ ແລະ ໂລ່ງລ່ຽນ, ບັນລຸເປົ້າໝາຍການພັດທະນາແບບຍືນຍົງ, ທັງເປັນແຜນຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ແລະ ຍຸດທະສາດການພັດທະນາ ໄລຍະ 10 ປີ (2026-2035) ແລະ ວິໄສທັດ ຮອດປີ 2055, ສືບຕໍ່ປະຕິບັດ 4 ບຸກທະລຸ ໃຫ້ແຂງແຮງ, ເລິກເຊິ່ງ.

    • ກອງປະຊຸມໃຫຍ່ຄັ້ງທີ XII ຂອງມື້ທຳອິດ ຕົກລົງ-ຮັບຮອງເອົາຫລາຍບັນຫາສຳຄັນການເມືອງ

      ກອງປະຊຸມໃຫຍ່ຄັ້ງທີ XII ຂອງມື້ທຳອິດ ຕົກລົງ-ຮັບຮອງເອົາຫລາຍບັນຫາສຳຄັນ

      1/7/2026 7:47:13 AM

      ໃນວາລະດຳເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງ ທີ XII ຂອງພັກປະຊາຊົນປະຕິວັດລາວໃນມື້ທຳອິດ ໃນວັນທີ 6 ມັງກອນ 2026.

ads
ads

Top