ປະທານປະເທດ ອວຍພອນປີໃໝ່ລາວ ພສ 2567

12/04/2024 10:07
Email Print 1630
ຂປລ ຂປລ. ວັນ​ທີ 9 ​ເມສາ 2024 ຜ່ານ​ມາ, ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ​ໄດ້​ກ່າວ​ຄຳ​ອວຍພອນເນື່ອງໃນໂອກາດສົ່ງທ້າຍປີເກົ່າ ພສ 2566, ຕ້ອນຮັບປີໃໝ່ ພສ 2567 ​ເຖິງ​ພີ່ນ້ອງ​ຊາວ​ລາວ​ຢູ່​ພາຍ​ໃນ ​ແລະ ດຳລົງ​ຊີວິດ​ຢູ່​ຈ່າງ​ປະ​ເທດ

ຂປລ. ວັນ​ທີ 9 ​ເມສາ 2024 ຜ່ານ​ມາ, ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ​ໄດ້​ກ່າວ​ຄຳ​ອວຍພອນເນື່ອງໃນໂອກາດສົ່ງທ້າຍປີເກົ່າ ພສ 2566, ຕ້ອນຮັບປີໃໝ່ ພສ 2567 ​ເຖິງ​ພີ່ນ້ອງ​ຊາວ​ລາວ​ຢູ່​ພາຍ​ໃນ ​ແລະ ດຳລົງ​ຊີວິດ​ຢູ່​ຈ່າງ​ປະ​ເທດ ​ເຊິ່ງມີ​ເນື້ອ​ໃນ​ດັ່ງ​ນີ້:  

ພີ່ນ້ອງຮ່ວມຊາດ, ເພື່ອນມິດສະຫາຍ ທີ່ນັບຖື ແລະ ຮັກແພງທັງຫລາຍ !

ປີເຖາະ ພສ 2566 ທີ່ກໍາລັງຜ່ານພົ້ນໄປນີ້, ກໍເປັນອີກປີໜຶ່ງທີ່ປວງຊົນລາວທັງຊາດ ໄດ້ປະສົບກັບຄວາມຫຍຸ້ງຍາກດ້ວຍຜົນກະທົບ ຈາກສະພາບການທັງນອກຕົວ ແລະ ໃນຕົວ, ເຮັດໃຫ້ຊີວິດການເປັນຢູ່ທາງດ້ານຕ່າງໆ ຂອງປະຊາຊົນເຮົາພົບຄວາມຫຍຸ້ງຍາກ ຝືດເຄືອງຕະຫລອດປີຜ່ານມາ. ແຕ່ເຖິງຢ່າງໃດກໍຕາມ, ດ້ວຍຄວາມເປັນເຈົ້າປະເທດ, ຄວາມບາກບັ່ນພະຍາຍາມ ແລະ ຄວາມສາມັກຄີເປັນປຶກແຜ່ນ ຂອງປວງຊົນລາວທຸກຄົນ ທີ່ໄດ້ເຂົ້າຮ່ວມຢ່າງຕັ້ງໜ້າ ໃນການປະຕິບັດແນວທາງນະໂຍບາຍ ແລະ ບັນດາມາດຕະການທີ່ພັກ ແລະ ລັດຖະບານ ວາງອອກນັ້ນ ດ້ວຍຄວາມບຸກບື່ນສູງ. ດັ່ງນັ້ນ, ປີ ຜ່ານມາ ພວກເຮົາສາມາດສື່ບຕໍ່ຮັກສາໄດ້ ສະຖຽນລະພາບດ້ານການເມືອງ, ສັງຄົມມີຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ, ການປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມ ມີຜົນສໍາເລັດທີ່ເປັນພື້ນຖານ, ເສດຖະກິດສືບຕໍ່ຂະຫຍາຍຕົວໃນຈັງຫວະດີຂຶ້ນ, ການລົງທຶນ ແລະ ການທ່ອງທ່ຽວ ໄດ້ມີການຟື້ນຕົວ, ຊີວິດການເປັນຢູ່ຂອງປະຊາຊົນ ໄດ້ຮັບການປັບປຸງດີຂຶ້ນຕາມລໍາດັບ ເຊິ່່ງສ້າງໄດ້ພື້ນ ຖານ ແລະ ທ່ວງທ່າອັນດີໃຫ້ແກ່ການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ໃນທ້າຍສະໄໝ ມີຜົນສໍາເລັດບົນຈິດໃຈຍາກສ້າງຄວາມເປັນເຈົ້າ, ເພິ່ງຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະ ກ້າວໄປສູ່ໄລຍະໃໝ່ ຂອງການປະຕິບັດແນວທາງປ່ຽນແປງໃໝ່ຂອງພັກ ດ້ວຍຄວາມເປັນເຈົ້າ.

ຂ້າພະເຈົ້າຂໍຖື ໂອກາດນີ້ ຍ້ອງຍໍຊົມເຊີຍ ແລະ ສະແດງຄວາມຮູ້ບຸນຄຸນຕໍ່ພະນັກງານ, ທະ ຫານ, ຕໍາຫລວດ, ນັກທຸລະກິດ, ຜູ້ປະກອບການ ແລະ ປະຊາຊົນລາວ ທຸກທົ່ວໜ້າທີ່ໄດ້ປະກອບສ່ວນ ເຂົ້າໃນການແກ້ໄຂບັນຫາຄວາມຫຍຸ້ງຍາກ ແລະ ອຸປະສັກຕ່າງໆ ໃນຕະຫລອດປີທີ່ຜ່ານມາ, ພ້ອມກັນນັ້ນ ຂໍແດງຄວາມຂອບໃຈ ຢ່າງຈິງໃຈຕໍ່ການສະໜັບສະໜູນຊ່ວຍເຫລືອອັນລໍໍ້າຄ່າ ຂອງປະເທດເພື່ອນມິດ ແລະ ອົງການຈັດຕັ້ງສາກົນ ທີ່ມີຕໍ່ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ມານະໂອກາດນີ້ດ້ວຍ.

 ບັນດາທ່ານ, ບັນດາສະຫາຍ, ພີ່ນ້ອງຮ່ວມຊາດ ທີ່ຮັກແພງ! ພວກເຮົາກໍາລັງກ້າວເຂົ້າສູ່ປີມະໂລງ ພສ 2567 ເຊິ່ງເປັນອີກປີ ໜຶ່ງທີ່ຍັງຕ້ອງຜະເຊີນກັບສິ່ງທ້າທາຍ ທົດສອບຫລາຍດ້ານຕໍ່ໄປອີກ, ແຕ່ພວກເຮົາກໍສາມາດ​ເບິ່ງເຫັນກາລະໂອກາດ ແລະ ຄວາມຫວັງຂອງອະນາຄົດ ດ້ວຍການ​ເບິ່ງໂລກໃນແງ່ດີໄດ້.  ຂ້າພະເຈົ້າຂໍຮຽກຮ້ອງ ມາຍັງທົ່ວພັກ, ທົ່ວລັດ, ທົ່ວກໍາລັງປະກອບອາວຸດ ແລະ ທົ່ວປວງຊົນລາວ ທັງຊາດ ຈົ່ງສືບຕໍ່ເສີມຂະຫຍາຍມູນເຊື້ອ ຄວາມສາມັກຄີເປັນປຶກແຜ່ນ, ຍົກສູງສະຕິຊາດ, ເຊີດຊູຄວາມເປັນເຈົ້າ, ປະກອບສ່ວນເຫື່ອແຮງ, ສະຕິປັນຍາ, ປະຕິບັດພັນທະ-ໜ້າທີ່ ຂອງຕົນເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ສືບຕໍ່ໝັ້ນຄົງເຂັ້ມແຂງ. ປີນີ້ ສປປ ລາວ ພວກເຮົາໄດ້ຮັບກຽດເຮັດໜ້າທີ່ເປັນປະທານໝູນວຽນອາຊຽນ ແລະ ທັງເປັນປີທ່ອງທ່ຽວລາວ, ຂໍໃຫ້ທຸກພາກສ່ວນ ໃນສັງຄົມຈົ່ງພ້ອມກັນເປັນເຈົ້າພາບທີ່ດີ, ຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ, ຮັກສາຄວາມສະອາດຈົບງາມ, ອໍານວຍຄວາມສະດວກ ແລະ ສ້າງຄວາມປະທັບໃຈໃນການຕ້ອນຮັບ ແຂກບ້ານ-ແຂກເມືອງ ທີ່ຈະມາເຂົ້າຮ່ວມກອງປະຊຸມ, ມາທ່ອງທ່ຽວ, ມາລົງທຶນ ແລະ ມາຢ້ຽມຢາມຢູ່ປະເທດຂອງພວກເຮົາ. ເນື່ອງໃນໂອກາດ ອັນເປັນສີຣິມຸງຄຸນຕ້ອນຮັບປີໃໝ່ລາວ ພສ 2567 ນີ້, ຂ້າພະເຈົ້າ ຂໍສົ່ງຄໍາອວຍພອນໄຊອັນປະເສີດ ມາຍັງພີ່ນ້ອງຮ່ວມຊາດ, ຕະຫລອດເຖິງພີ່ນ້ອງຄົນເຊື້ອຊາດລາວ ທີ່ອາໄສຢູ່ຕ່າງປະເທດ ກໍຄື ຊາວຕ່າງປະເທດທີ່ກໍາລັງດໍາລົງຊີວິດ ແລະ ປະຕິ ບັດໜ້າທີ່ີຢູ່ ສປປ ລາວ ຈົ່ງມີຄວາມຢູ່ເຢັນເປັນສຸກ, ປາສະຈາກໂລກໄພໄຂ້ເຈັບ ແລະ ຈົ່ງພ້ອມກັນສະຫລອງປີໃໝ່ລາວ ດ້ວຍຄວາມເບີກບານມ່ວນຊື່ນ, ມີໂຊກມີໄຊ ແລະ ສະຫງົບປອດໄພທຸກປະການເທີ້ນ.

ສະບາຍດີປີໃໝ່

ພາບ: ຂັນ​ໄຊ

KPL

ຂ່າວອື່ນໆ

    • ອະດີດນັກສຶກສາລາວ ຈັກງານ ພົບປະຮັດແໜ້ນຄວາມສາມັກຄີວັດທະນະທຳ-ສັງຄົມ

      ອະດີດນັກສຶກສາລາວ ຈັກງານ ພົບປະຮັດແໜ້ນຄວາມສາມັກຄີ

      1/20/2025 3:36:41 PM

      ຂປລ. ໃນວັນທີ 18 ມັງກອນ 2025 ຜ່ານມາ, ອະດີດນັກສຶກສາລາວ ແລະ ນັກສຶກສາລາວ ທີ່ຮຽນຢູ່ ແຂວງກວາງຊີ ສປ ຈີນ ຮ່ວມກັບ ສະພາການຄ້າ ແຂວງກວາງຊີ ປະຈໍາ ສປປ ລາວ ຈັດງານພົບປະສັງສັນ ເຊິ່ງກັນ ​ແລະ ກັນ ແລະ ຈັດກິດຈະກໍາສ້າງຂະບວນການແຂ່ງຂັນກິລາ ເພື່ອຮັດແໜ້ນຄວາມສາມັກຄີ ແລະ ເພື່ອສະເຫລີມສະຫລອງບຸນປີໃໝ່ຈີນ ປະຈໍາປີ 2025 ແລະ ບຸນເດືອນສາມ ຂອງເຜົ່າຈ້ວງ ກວາງຊີ ທີ່ຈະມາເຖິງນີ້.

    • ສື່ມວນຊົນລາວ ສໍາເລັດຝຶກອົບຮົມວຽກ ສຸຂະພາບໜຶ່ງດຽວ ຢູ່ຣາຊະອານາຈັກໄທວັດທະນະທຳ-ສັງຄົມ

      ສື່ມວນຊົນລາວ ສໍາເລັດຝຶກອົບຮົມວຽກ ສຸຂະພາບໜຶ່ງດຽວ ຢູ່ຣາຊະອານາຈັກໄທ

      1/20/2025 3:11:44 PM

      ຂປລ. ສື່​ມວນ​ຊົນ ຈາກ ສປປ ລາວ ສໍາ​ເລັດ​ການເຂົ້າຮ່ວມຝຶກອົບຮົມ ພາຍໃຕ້ຫົວຂໍ້ “ສຸຂະພາບໜຶ່ງດຽວ” ໃນວັນທີ 13-17 ມັງກອນ 2025 ຢູ່ຣາຊະ​ອານາຈັກໄທ ​ໂດຍ​ໄດ້​ຮຽນ​ຮູ້​ການ​ເຮັດ​ຄລິບ​ວິ​ດີ​ໂອ​ ດ້ວຍ​ມື​ຖື ​ເພື່ອ​ໂຄສະນາ​ກ່ຽວ​ກັບ​ການ​ເຝົ້າ​ລະວັງ​ພະຍາດຕ່າງໆ ພາຍ​ໃຕ້​ໂຄງການ​ດັ່ງກ່າວ.

    • ມວນຊົນຢູ່ນະຄອນຫລວງວຽງຈັນ ເຂົ້າຮ່ວມກິດຈະກຳສະຫລອງບຸນກຸດຈີນວັດທະນະທຳ-ສັງຄົມ

      ມວນຊົນຢູ່ນະຄອນຫລວງວຽງຈັນ ເຂົ້າຮ່ວມກິດຈະກຳສະຫລອງບຸນກຸດຈີນ

      1/20/2025 2:10:43 PM

      ຂປລ. ສູນວັດທະນະທໍາຈີນ ປະຈໍາລາວ ເປີດໃຫ້ມວນຊົນເຂົ້າຮ່ວມ ກິດຈະກຳສະເຫລີມສະ ຫລອງບຸນກຸດຈີນ ປີ 2025 ໃນຫົວຂໍ້ “ສໍາຜັດວັດທະນະທໍາຫູເປີຍ ທີ່ປະເທດລາວ” ລະຫວ່າງວັນທີ 18-19 ມັງກອນ 2025 ແບບບໍ່ເສຍຄ່າ ຢູ່ສູນວັດທະນະທໍາຈີນ ປະຈໍາລາວ, ພາຍໃນງານມີຫລາຍກິດ ຈະກຳ ເປັນຕົ້ນ ຫລິ້ນເກມ, ລະບາຍສີ, ການຂຽນໂຕໜັງສືຈີນ, ການຕັດເຈ້ຍ, ການແຕ້ມໜ້າກາກ ແລະ ກິດຈະກຳສະຫລອງບຸນກຸດຈີນອື່ນໆ ເພື່ອລຸ້ນຮັບລາງວັນ ຈາກສູນວັດທະນະທຳຈີນ.

    • ສູນວັດທະນະທຳຈີນ ປະຈໍາລາວ ສະຫລອງບຸນກຸດຈີນ ປີ 2025ວັດທະນະທຳ-ສັງຄົມ

      ສູນວັດທະນະທຳຈີນ ປະຈໍາລາວ ສະຫລອງບຸນກຸດຈີນ ປີ 2025

      1/20/2025 1:46:37 PM

      ຂປລ. ສູນວັດທະນະທຳຈີນ ປະຈຳລາວ ຈັດກິດຈະກໍາ ສະເຫລີມສະຫລອງບຸນກຸດຈີນ ປີ 2025 ໃນຫົວຂໍ້ “ສໍາຜັດວັດທະນະທໍາຫູເປີຍທີ່ປະເທດລາວ” ໃນຕອນບ່າຍວັນທີ 17 ມັງກອນ 2025 ທີ່ສູນວັດທະນະທໍາຈີນ ປະຈໍາ ສປປ ລາວ ໂດຍມີ ທ່ານ ວັນສີ ກົວມົວ ຮອງລັດຖະມົນຕີ ກະຊວງ ຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ທ່ານ ນາງ ຟາງຫົງ ເອກອັກຄະລັດຖະທູດ ແຫ່ງ ສປ ຈີນ ປະຈໍາລາວ,ທ່ານ ນາງ ຫລີຢີ່ຜິງ ຫົວໜ້າສູນວັດທະນະທໍາຈີນ ປະຈໍາລາວ ເຂົ້າຮ່ວມ.

    • ຂະແໜງການພະລັງງານ-ບໍ່ແຮ່ ຈະສຸມໃສ່ ພັດທະນາພະລັງງານສະອາດ ຢູ່ ລາວວັດທະນະທຳ-ສັງຄົມ

      ຂະແໜງການພະລັງງານ-ບໍ່ແຮ່ ຈະສຸມໃສ່ ພັດທະນາພະລັງງານສະອາດ ຢູ່ ລາວ

      1/16/2025 1:46:20 PM

      ຂປລ. ພິທີເຊັນສັນຍາການຮ່ວມມື (MOA) ການພັດທະນາຕະຫລາດພະລັງງານສະອາດ ຢູ່ ສປປ ລາວ ລະຫວ່າງ ສະຖາບັນຄົ້ນຄວ້າພະລັງງານ ແລະ ບໍ່ແຮ່ (ພບ) ກະຊວງພະລັງງານ ແລະ ບໍ່ແຮ່ ກັບ ບໍລິສັດ Finger Inc ແລະ ບໍລິສັດ CECTE carbon to electric ໄດ້ຈັດຂຶ້ນ

ads
ads

Top