ຣັດເຊຍ ອົບພະຍົບປະຊາຊົນ ອອກຈາກນໍ້າຖ້ວມ ເກືອບ 8.000 ຄົນ

11/04/2024 22:04
Email Print 609
ຂປລ ສື່ທາງການ ຣັດເຊຍ ອ້າງຕາມ ເຈົ້າໜ້າທີ່ ທ້ອງຖິ່ນວ່າ: ຍອດຈຳນວນ ປະຊາຊົນ ອົບພະຍົບ ຈາກ ໄພນໍ້າຖ້ວມ ໃນແຄວ້ນ ໂອເຣນບຣຸກ ທາງພາກຕາເວັນຕົກ ສຽງໃຕ້ ຂອງ ຣັດເຊຍ ເພີ່ມຂຶ້ນເປັນ 7.700 ຄົນ

ຂປລ. ຕາມຂ່າວ ໂອເຣນບຣຸກ ຂອງ ຣັດເຊຍ, ວັນທີ 10 ເມສາ, ສື່ທາງການ ຣັດເຊຍ ອ້າງຕາມ ເຈົ້າໜ້າທີ່ ທ້ອງຖິ່ນວ່າ: ຍອດຈຳນວນ ປະຊາຊົນ ອົບພະຍົບ ຈາກ ໄພນໍ້າຖ້ວມ ໃນແຄວ້ນ ໂອເຣນບຣຸກ ທາງພາກຕາເວັນຕົກ ສຽງໃຕ້ ຂອງ ຣັດເຊຍ ເພີ່ມຂຶ້ນເປັນ 7.700 ຄົນ, ຫລັງຈາກ ລະດັບນໍ້າ ໃນແມ່ນໍ້າ ອູຣາລ ເພີ່ມຂຶ້ນ ຫລາຍກວ່າ ລະດັບ ອັນຕະລາຍ ແລ້ວເຄິ່ງໜຶ່ງ.

ໂດຍສະເພາະ ຄົວເຮືອນ ຫລາຍກວ່າ 300 ຫລັງ ຖືກນໍ້າຖ້ວມ ໃນເມືອງ ໂອເຣນບຣຸກ ເປັນເມືອງ ຣາຊະການຂອງ ແຄວ້ນ ໂອເຣນບຣຸກ ຫລັງຈາກ ແມ່ນໍ້າ ອູຣາລ ໃນເມືອງນີ້, ຕັ້ງຢູ່ແຄມຝັ່ງ, ມີລະດັບນໍ້າ ເພີ່ມຂຶ້ນຫລາຍກວ່າ ລະດັບ ອັນຕະລາຍເຖິງ 50 ຊັງຕີແມັດ . ຍ້ອນວ່າ ຫິມະ ຢູ່ພູອູຣາລ ໄດ້ລະລາຍລົງມາ ເຮັດໃຫ້ ປະລິມານນໍ້າ ໃນແມ່ນໍ້າເພີ່ມສູງຂຶ້ນ , ສົ່ງຜົນໃຫ້ ເກີດອຸທົກກະໄພ ຄັ້ງຮ້າຍແຮງ ທີ່ສຸດ ໃນຮອບ ຫລາຍທົດລະວັດ. ນອກຈາກນີ້ ອຸທົກວິທະຍາ ເຕືອນວ່າ: ເມືອງໂອເຣນບຣຸກ ທີ່ມີ ປະຊາກອນ ປະມານ 550.000 ຄົນ ຍັງສືບຕໍ່ມີຄວາມສ່ຽງສູງ ເນື່ອງຈາກ ແມ່ນໍ້າ ອູຣາລ  ທີ່ໄຫລຜ່ານ ຣັດເຊຍ ແລະ ກາຊັກສະຖານ ໄປລົງທະເລສາບ ແຄສປຽນ ອາດມີ ລະດັບນໍ້າ ເພີ່ມຂື້ນອີກ 70 ຊັງຕີແມັດ ແລະ ອື່ນໆ./

KPL

ຂ່າວອື່ນໆ

ads
ads

Top