ຊາວໜຸ່ມກອງທັບ ແລະ ຊາວໜຸ່ມ ກະຊວງ ສາທາລະນະສຸກ ເຊັນບົດບັນທຶກແຮກສ່ຽວ

10/04/2024 18:24
Email Print 1184
ຂປລ ຂປລ. ພິທີເຊັນບົດບັນທຶກຊ່ວຍຈຳ ແຮກສ່ຽວ ລະຫວ່າງ ຫ້ອງການຊາວໜຸ່ມກອງທັບ ແລະ ຄະນະບໍລິຫານງານຊາວໜຸ່ມ ກະຊວງສາທາລະນະສຸກ ຈັດຂຶ້ນໃນວັນທີ 9 ເມສາ 2024



ຂປລ. ພິທີເຊັນບົດບັນທຶກຊ່ວຍຈຳ ແຮກສ່ຽວ ລະຫວ່າງ ຫ້ອງການຊາວໜຸ່ມກອງທັບ ແລະ ຄະນະບໍລິຫານງານຊາວໜຸ່ມ ກະຊວງສາທາລະນະສຸກ ຈັດຂຶ້ນໃນວັນທີ 9 ເມສາ 2024 ໂດຍມີ ສະຫາຍ ໄພວັນ ແກ້ວປະເສີດ ຄະນະປະຈຳພັກ
, ປະທານກວດກາພັກ, ຮອງລັດຖະມົນຕີ ຜູ້ຊີ້ນຳວຽກງານອົງການຈັດຕັ້ງມະຫາຊົນກະ ຊວງສາທາລະນະສຸກ, ສະຫາຍ ພົນຈັດຕະວາ ໄພວັນ ຈັນທະພົມມາ ກຳມະການຄະນະພັກ ກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ຜູ້ຊີ້ນຳວຽກງານອົງການ  ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງທັງຝ່າຍເຂົ້າຮ່ວມ.

ຈຸດປະສົງ ການເຊັນບົດບັນທຶກຄັ້ງນີ້, ເພື່ອຍົກສູງບົດບາດການນໍາພາ-ຊີ້ນໍາ ຂອງສອງອົງຄະນະພັກ ກະ ຊວງສາທາລະນະສຸກ ແລະ ກະຊວງປ້ອງກັນປະເທດ ດ້ວຍການຮ່ວມມືກັນສຶກສາອົບຮົມ ການເມືອງ-ແນວຄິດ, ວິຊາສະເພາະ, ທັດສະນະສຶກສາມູນເຊື້ອ ທາງປະຫວັດສາດ, ວັດທະນະທໍາ ໃຫ້ແກ່ສະມາຊິກຊາວໜຸ່ມ ຂອງ 2 ພາກສ່ວນ ໃຫ້ມີຄວາມຮັບຮູ້ເຂົ້າໃຈ ແລະ ເປັນເອກະພາບສູງ ຕໍ່ແນວທາງ, ນະໂຍບາຍ ຂອງພັກ, ກົດໝາຍ ຂອງລັດ, ລະບຽບການຕ່າງໆ ສາມາດກໍາໄດ້ລະບຽບການຕິດພັນກັບ 2 ພາກສ່ວນ ເພື່ອຈັດຕັ້ງປະຕິບັດນະໂຍບາຍ ແລະແຜນງານ ໃຫ້ສອດຄ່ອງກົມກຽວກັນ ລະຫວ່າງ 2 ພາກສ່ວນ; ມີນໍ້າໃຈຮັກຊາດ, ມີຄຸນສົມບັດສິນທໍາປະຕິວັດ, ມີຄວາມຈົງຮັກພັກດີຕໍ່ອຸດົມການຂອງພັກ, ຂອງຊາດ, ມີຈິດໃຈຟົດຟື້ນປະຕິວັດ, ມີໂລກະທັດ ແລະ ຊີວະທັດທີ່ກ້າວໜ້າ, ມີຄວາມສີວິໄລດ້ານຈິດໃຈ, ມີຄວາມສາມັກຄີເອື້ອເຟື້ອເຜື່ອແຜ່, ມີວິໄນ ແລະ ຄວາມຮັບຜິດຊອບສູງຕໍ່ວຽກງານ.  ທັງນີ້, ກໍເພື່ອເສີມຂະຫຍາຍສາຍພົວພັນຮ່ວມມື ແລະ ຄວາມສາມັກຄີຮັກແພງ ຂອງຊາວໜຸ່ມ ທັງ 2 ພາກ ສ່ວນ ໃຫ້ກ້າວເຂົ້າສູ່ລວງເລິກ, ໜັກແໜ້ນ ແລະ ມີຈຸດສຸມ ຕິດພັນກັບການຈັດຕັ້ງປະຕິບັດ ຂະບວນການຮັກຊາດ ແລະ ພັດທະນາ, ຄໍາຂວັນ 5 ຮ່ວມ ແລະ ຂະບວນການ 4 ບຸກ ຂອງຊາວໜຸ່ມໃຫ້ປະກົດຜົນເປັນຈິງ ແລະ ສ້າງໂອ ກາດໃຫ້ສະມາຊິກຊາວໜຸ່ມ ຮູ້ນໍາໃຊ້ເຕັກນິກວິທະຍາສາດທີ່ທັນສະໄໝ ເຂົ້າໃນການປະຕິບັດໜ້າທີ່ວຽກງານ ແລະ ເຂົ້າເຖິງຂໍ້ມູນຂ່າວສານທີ່ມີປະໂຫຍດ ເພື່ອພັດທະນາຕົນເອງ, ຄອບຄົວ, ການຈັດຕັ້ງ ແລະ ປະເທດຊາດ.

ພ້ອມນີ້, ຍັງໄດ້ຮັບຟັງການປາຖະກະຖາຫວນຄືນມູນເຊື້ອ ວັນສ້າງຕັ້ງຄະນະຊາວໜຸ່ມປະຊາຊົນລາວ ຄົບ ຮອບ 69 ປີ (14 ເມສາ 1955 - 14 ເມສາ 2024) ຕື່ມອີກ.

ຂ່າວ: ລີຕ່າ ກັດຕິຍະວົງ

KPL

ຂ່າວອື່ນໆ

    • ພາກສ່ວນຕ່າງໆສືບຕໍ່ເຂົ້າວາງພວງມາລາ ໄວ້ອາໄລ ຕໍ່ການຈາກໄປຂອງ ສະຫາຍ ຫງວຽນ ຝູ໋ ຈ້ອງການເມືອງ

      ພາກສ່ວນຕ່າງໆສືບຕໍ່ເຂົ້າວາງພວງມາລາ ໄວ້ອາໄລ ຕໍ່ການຈາກໄປຂອງ ສະຫາຍ ຫງວຽນ ຝູ໋ ຈ້ອງ

      7/26/2024 6:33:55 PM

      ຂປລ. ໃນວັນທີ 26 ກໍລະກົດ 2024, ຢູ່ສະຖານເອກອັກຄະລັດຖະທູດຫວຽດນາມ ປະຈຳລາວ ທີ່ນະ ຄອນຫລວງວຽງຈັນ ພາກສ່ວນຕ່າງໆ ເປັນຕົ້ນ ບັນດາກະຊວງ, ທູຕານຸທູດ, ອົງການກວດສອບແຫ່ງລັດ, ສູນກາງສະຫະພັນແມ່ຍິງ, ສູນກາງສະຫະພັນກຳມະບານ, ວິທະຍາຄານ ປ້ອງກັນຊາດ ໄກສອນ ພົມວິຫານ, ກອງບັນຊາການທະຫານນະຄອນຫຼວງວຽງຈັນ, ອະດີດນັກຮຽນທີ່ເຄີຍສຶກສາຢູ່ ສສ ຫວຽດນາມ, ບັນດານັກທຸລະກິດຫວຽດນາມ ແລະ ພາກສ່ວນອື່ນໆ ຍັງສືບຕໍ່ເຂົ້າວາງພວງມາລາ ແລະ ເຊັນປຶ້ມໄວ້ອາໄລ ຕໍ່ການຈາກໄປຂອງ ສະຫາຍ ຫງວຽນ ຝູ໋ ຈ້ອງ ອະດີດເລຂາທິການໃຫຍ່ຄະນະບໍລິຫານງານ ສູນກາງພັກກອມມູນິດຫວຽດນາມ.

    • ລາວ-ນິວຊີແລນ ຮັດແໜ້ນການຮ່ວມມືສອງຝ່າຍການເມືອງ

      ລາວ-ນິວຊີແລນ ຮັດແໜ້ນການຮ່ວມມືສອງຝ່າຍ

      7/26/2024 6:21:46 PM

      ຂປລ. ໃນວັນທີ 26 ກໍລະກົດ 2024 ນີ້, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ທ່ານ ວິນສະເຕີນ ພີເຕີ (Rt Hon Winston PETERS) ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ນິວຊີແລນ ໃນໂອກາດເດີນທາງມາເຂົ້າຮ່ວມ ກອງປະຊຸມລັດຖະມົນຕີ ຕ່າງປະເທດອາຊຽນທີ່ກ່ຽວຂ້ອງ ໃນລະຫວ່າງວັນທີ 24-28 ກໍລະກົດ 2024.

    • ລາວ-ຍີ່ປຸ່ນ ເພີ່ມທະວີຮັດແໜ້ນການຮ່ວມມືສອງຝ່າຍການເມືອງ

      ລາວ-ຍີ່ປຸ່ນ ເພີ່ມທະວີຮັດແໜ້ນການຮ່ວມມືສອງຝ່າຍ

      7/26/2024 6:15:15 PM

      ຂປລ. ໂດຍຕອບຮັບຕາມການເຊື້ອເຊີນຂອງ ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ທ່ານນາງ ຄາມິກາວະ ໂຢໂກະ (KAMIKAWA Yoko) ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ປະເທດຍີ່ປຸ່ນ ພ້ອມດ້ວຍຄະນະ ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ໃນໂອກາດເຂົ້າຮ່ວມກອງປະຊຸມ ລັດຖະມົນຕີຕ່າງປະເທດອາຊຽນ ແລະ ກອງປະຊຸມປິ່ນອ້ອມຕ່າງໆ ໃນລະຫວ່າງວັນທີ 25-27 ກໍລະກົດ 2024 ເພື່ອສືບຕໍ່ເພີ່ມທະວີຮັດແໜ້ນ ສາຍພົວພັນມິດຕະພາບ ອັນເປັນມູນເຊື້ອ ແລະ ການຮ່ວມມືອັນດີງາມ ພາຍໃຕ້ການເປັນ ຄູ່ຮ່ວມຍຸດທະສາດ ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ.

    • ແຈ້ງການຂອງກະຊວງການຕ່າງປະເທດການເມືອງ

      ແຈ້ງການຂອງກະຊວງການຕ່າງປະເທດ

      7/26/2024 6:04:01 PM

      ຂປລ. ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະ ມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ທ່ານ ຈອນ ລີ ຫົວໜ້າຄະນະບໍລິຫານເຂດປົກຄອງພິເສດຮົງກົງ ສປ ຈີນ ຈະເດີນທາງຢ້ຽມຢາມຢ່າງເປັນທາງການຢູ່ ສປປ ລາວ ລະຫວ່າງ ວັນທີ 28-30 ກໍລະກົດ 2024 ເພື່ອຊຸກຍູ້ເສີມຂະຫຍາຍ ການພົວພັນຮ່ວມມື ສອງຝ່າຍ ລະຫວ່າງ ສປປ ລາວ ແລະ ຮົງກົງ.

    • ກຊສ ປາຖະກະຖາສາມວັນສໍາຄັນຂອງພັກ-ຂອຊາດການເມືອງ

      ກຊສ ປາຖະກະຖາສາມວັນສໍາຄັນຂອງພັກ-ຂອຊາດ

      7/26/2024 6:02:27 PM

      ຂປລ. ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ (ກຊສ) ຈັດປາຖະກະຖາ ວັນເກີດປະ ທານ ສຸພານຸວົງ ຄົບຮອບ 115 ປີ (13 ກໍລະກົດ 1909-13 ກໍລະກົດ 2024), ວັນເຊັນສົນທິສັນຍາ ມິດຕະພາບ-ການຮ່ວມມື ຄົບຮອບ 47 ປີ (18 ກໍລະກົດ 1977-18 ກໍລະກົດ 2024), ການສ້າງຕັ້ງສາຍພົວພັນການທູດລາວ-ຫວຽດນາມ ຄົບຮອບ 62 ປີ (5 ກັນຍາ 1962-5 ກັນຍາ2024) ໃນວັນທີ 25 ກໍລະກົດ 2024

ads
ads

Top