ມວຍລາວລະດັບຊາດ ຊີງແຊ້ມສາຍແອວ ກຽດຕິຄຸນການນຳຂັ້ນສູງ ຮອບທີ 4 ຈະຈັດຢູ່ ນວ

03/04/2024 14:53
Email Print 1868
ຂປລ ຂປລ. ການແຂ່ງຂັນຊົກມວຍລາວ ລະດັບຊາດ ຊີງແຊ້ມສາຍແອວກຽດຕິຄຸນ ການນຳຂັ້ນສູງ ຂອງ ສປປ ລາວ ຮອບທີ 4 ຈະຈັດຂຶ້ນໃນວັນທີ 7 ເມສາ 2024 ຢູ່ສະໜາມກິລາວູໂດ ແຫ່ງຊາດລາວ ເມືອງຈັນທະບູລີ ນະຄອນຫລວງວຽງຈັນ(ນວ) ເພື່ອຄັດເລືອກເອົານັກກິລາມວຍລາວ ໃນແຕ່ລະຮຸ່ນນ້ຳໜັກ




ຂປລ. ການແຂ່ງຂັນຊົກມວຍລາວ ລະດັບຊາດ ຊີງແຊ້ມສາຍແອວກຽດຕິຄຸນ ການນຳຂັ້ນສູງ ຂອງ ສປປ ລາວ ຮອບທີ
4 ຈະຈັດຂຶ້ນໃນວັນທີ 7 ເມສາ 2024 ຢູ່ສະໜາມກິລາວູໂດ ແຫ່ງຊາດລາວ ເມືອງຈັນທະບູລີ ນະຄອນຫລວງວຽງຈັນ(ນວ) ເພື່ອຄັດເລືອກເອົານັກກິລາມວຍລາວ ໃນແຕ່ລະຮຸ່ນນ້ຳໜັກ ຄື: ຮຸ່ນ 51 ກິໂລ, 57 ກິໂລ ແລະ 65 ກິໂລ ສົ່ງເຂົ້າຮ່ວມແຂ່ງຂັນ ໃນລະດັບພາກພື້ນ ແລະ ສາກົນ, ທັງເປັນການສ້າງຂະບວນການ ສະເຫລີມສະຫລອງປີໃໝ່ລາວ ລວມເຖິງວັນສຳຄັນຕ່າງໆຂອງພັກ, ຂອງຊາດ ໃຫ້ມີບັນຍາກາດຟົດຟື້ນ ແລະ ສົ່ງເສີມປີທ່ອງທ່ຽວລາວ 2024 ຕື່ມອີກ.



ທ່ານ ຕຸດາວັນ ໜໍ່ເມືອງເສດ ຮອງປະທານສະຫະພັນກິລາມວຍລາວແຫ່ງຊາດ
, ທັງເປັນເລຂາທິການສະຫະພັນ ກິລາມວຍລາວແຫ່ງຊາດ ໄດ້ຖະແຫລງຂ່າວກ່ຽວກັບ ການຈັດການແຂ່ງຂັນຊົກມວຍ ດັ່ງກ່າວ ໃນວັນທີ 2 ເມສາ 2024 ນີ້ວ່າ: ການແຂ່ງຂັນຊົກມວຍ ໃນຄັ້ງນີ້, ຕິດພັນກັບການສະເຫລີມ ສະຫລອງ ວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບ ຄົບຮອບ 63 ປີ ແລະ ປີໃໝ່ລາວ 2024 ເພື່ອຄັດເລືອກເອົາຜູ້ຊະນະໃນ 3 ຮຸ່ນນ້ຳໜັກ ເຂົ້າຊີງສາຍແອວກຽດຕິຄຸນຂອງການນຳຂັ້ນສູງ ສປປ ລາວ ໂດຍມີການແຂ່ງຂັນທັງໝົດ 15 ຄູ່(ມວຍຮອບ 8 ຄູ່ ແລະ ມວຍຄູ່ພິເສດ 7 ຄູ່). ໃນນັ້ນ, ຮຸ່ນນ້ຳໜັກ 51 ກິໂລ ເປັນການພົບກັນລະຫວ່າງ ເມືອງໂຂງ  ສິດຄູແຫລ້ ກັບ ນໍ້າອ້ອຍ ຮ້ານອາຫານເວກັດ, ແລມໂບ້ເລັກ  ມວຍລາວລ້ານຊ້າງ ພົບກັບ ຍອດເລົ່າງາມ ບັນຊາເດດ, ຫລ່ຽມເພັດເລັກ (CSC) ວິທະຍາຄານ ຕໍາຫລວດປະຊາຊົນ ພົບກັບ ຍອດສາລະວັນ ບັນຊາເດດ ແລະ ນ້ອງເບຍ ຂຸນວັງຫລວງ ພົບມັງກອນຂາວ  HKGYM. ສ່ວນ ຮຸ່ນນ້ຳໜັກ 57 ກິໂລ ແມ່ນ ຄູນເພັດ ສສ ໂວວຽດນາມ ພົບກັບ ສອນໄຊ ມາດາມຊາຣາ ແລະ ຂູນເຫລັກ  ຂຸນວັງຫລວງ ພົບແມ໋ກນ້ອຍ  ສູນຝຶກກິລາວູຊູແຫ່ງຊາດ; ຮຸ່ນ 65 ກິໂລ ເພັດພູພານ ມວຍລາວລ້ານຊ້າງ ພົບກັບ ປາຫວ່າ ສິດຊຽນນິຍົມ ແລະ ລາຍເພັດນ້ອຍ (CSC) ກົມຄຸມຂັງດັດສ້າງ ກະຊວງ ປກສ ພົບກັບ ລອນນີ້  ສູນຝຶກກິລາວູຊູແຫ່ງຊາດ.




ນອກນີ້
, ຍັງມີມວຍຄູ່ພິເສດ ຮຸ່ນນ້ຳໜັກ 61 ກິໂລ ເປັນການພົບກັນລະຫວ່າງ ເກົ້າແສນ ຂວັນໃຈສີໂຄດ ຈາກ ສປປ ລາວ ພົບກັບ ລໍານໍ້າໂຂງ  ຕໍເພັດຕາວັນ  ຣາຊະອານາຈັກໄທ, ຮຸ່ນນ້ຳໜັກ 68 ກິໂລ ສິ່ງໃຫຍ່  AIDC ຈາກ ສປປ ລາວ ພົບກັບ ຈໍານຸດ  ຊໍານາງ ຈາກກໍາປູເຈຍ, ຮຸ່ນ 65 ກິໂລ ຂຸນຊ້າງ  ບັນຊາເດດ ຈາກ ສປປ ລາວ ພົບກັບ babak jungle hunter  ຈາກ ອີລານ, ຮຸ່ນ 64 ກິໂລ ນ້ອງໂອ ວິທະຍາຄານ ວປສ ເສັຍຕ້າຂຸນວັງຫລວງ ຈາກ ສປປ ລາວ ພົວກັບ Saman ayothaya  ຈາກອີລານ. ສ່ວນມວຍປະກອບລາຍການ ຮຸ່ນນ້ຳໜັກ 51 ກິໂລ ເພັດທະຈັກ ມຸງຄຸນເພັດ ກະຊວງ ປກສ ພົບກັບ ອາຍາເລັກ  ແອອຸດົມອາໄລ່ຍົນ, ຮຸ່ນ 52 ກິໂລ ສາຍຊົນ  ຂວັນໃຈສີໂຄດ ພົບກັບ ຊີອຸຍ ຂູນວັງຫລວງ ແລະ ຮຸ່ນນ້ຳໜັກ 46 ກິໂລ ເປັນການພົບກັນລະຫວ່າງ ສືບທອດ KKV ພົບກັບ ສິງຂອນເລັກ  ກຽດປະສານໄຊ.

ສຳລັບ ເງິນລາງວັນ ຮຸ່ນນ້ຳໜັກ 57 ກິໂລ ແລະ ຮຸ່ນ 65 ກິໂລ ຊະນະເລີດ ໄດ້ຮັບສາຍແອວກຽດຕິຄຸນຂອງການນຳຂັ້ນສູງ ສປປ ລາວ, ພ້ອມເງິນລາງວັນ 100 ລ້ານກີບ ແລະ ຮອງຊະນະເລີດ ໄດ້ຮັບເງິນລາງວັນ 50 ລ້ານກີບ. ສ່ວນຮຸ່ນນ້ຳໜັກ 51 ກິໂລ ໄດ້ຮັບສາຍແອວກຽດຕິຄຸນທ່ານນາຍົກ ລັດຖະມົນຕີ, ພ້ອມເງິນລາງວັນ 60 ລ້ານກີບ ແລະ ຮອງຊະນະເລີດ ໄດ້ຮັບເງິນລາງວັນ 30 ລ້ານກີບ. ສ່ວນການແຂ່ງຂັນໃນຮອບຕໍ່ໄປ ຄາດວ່າ ຈະຈັດຂຶ້ນໃນເດືອນຕໍ່ໄປ ຢູ່ນະຄອນຫລວງພະບາງ ແຂວງຫລວງພະບາງ.

ຂ່າວ: ທະນູທອງ

KPL

ຂ່າວອື່ນໆ

    • ເຕັກນິກການລ້່ຽງກົບສຶກສາ-ກິລາ

      ເຕັກນິກການລ້່ຽງກົບ

      2/5/2025 10:14:07 AM

      ກົບທີ່ບໍລິໂພກສ່ວນຫລາຍໄດ້ມາຈາກທຳມະຊາດຕາມທົ່ງໄຮ່ທົ່ງນາ, ຕາມທ້ອງຖິ່ນຕ່າງໆ ແຕ່ເໜືອຮອດໃຕ້, ໃນໄລຍະລະດູຝົນຈະມີຫລາຍ, ແຕ່ປັດຈຸບັນກົບຢູ່ຕາມທຳມະຊາດນັບມື້ຫລຸດໜ້ອຍຖອຍລົງ, ເນື່ອງຈາກວ່າສັງຄົມນັບມື້ຂະຫຍາຍຕົວວິທີການຊອກ ຫາ ແລະ ອຸປະກອນເຄື່ອງມືກໍທັນສະໄໝກວ່າແຕ່ກ່ອນ.

    • ສ້າງຄວາມເຂັ້ມແຂງໃຫ້ຄູ ໃນຊົນນະບົດ ແກ້ໄຂສິ່ງທ້າທາຍ ດ້ານການຮຽນ-ການສອນສຶກສາ-ກິລາ

      ສ້າງຄວາມເຂັ້ມແຂງໃຫ້ຄູ ໃນຊົນນະບົດ ແກ້ໄຂສິ່ງທ້າທາຍ ດ້ານການຮຽນ-ການສອນ

      1/23/2025 3:32:45 PM

      ຂປລ. ໃນລະຫວ່າງວັນທີ 20-24 ມັງກອນ 2025 ນີ້, ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດຝຶກອົບຮົມໃຫ້ຜູ້ເຮັດວຽກສຶກສານິເທດພາຍໃນ ຄັ້ງທີ 5 ຫລາຍກວ່າ 1.120 ຄົນ ເພື່ອປະຕິບັດ ພາ ລະບົດບາດຂອງຕົນ ໃນການພັດທະນາ ວິຊາຊີບຄູແບບຕໍ່ເນື່ອງ ໃນຂັ້ນໂຮງຮຽນ ແລະ ກຸ່ມໂຮງຮຽນ ໂດຍໄດ້ຮັບການ ສະໜັບສະໜູນ ຈາກ ລັດຖະບານອົດສະຕຣາລີ ຜ່ານແຜນງານປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າຮຽນ ສຳລັບການສຶກສາຂັ້ນພື້ນຖານ ໃນ ສປປ ລາວ (ແຜນງານບີຄວາ).

    • ຄອລ ສະຫລຸບຜົນງານການເຄື່ອນໄຫວວຽກງານ ປີ 2024ສຶກສາ-ກິລາ

      ຄອລ ສະຫລຸບຜົນງານການເຄື່ອນໄຫວວຽກງານ ປີ 2024

      1/22/2025 4:01:41 PM

      ຂປລ. ​ເມື່ອ​ບໍ່​ດົນ​ມາ​ນີ້, ຄະນະກຳມະການ ໂອແລັມປິກແຫ່ງຊາດລາວ (ຄອລ) ຈັດປະຊຸມສະຫລຸບຜົນງານ ການເຄື່ອນໄຫວທີ່ພົ້ນເດັ່ນ ປະຈຳປີ 2024 ແລະ ວາງທິດທາງແຜນການ ປີ 2025 ພາຍໃຕ້ການເປັນປະທານຂອງ ທ່ານ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທັງເປັນປະທານ ຄອລ, ມີຄະນະບໍລິຫານງານ ຄອລ ພ້ອມດ້ວຍປະທານສະຫະພັນກິລາແຫ່ງຊາດ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    • ມູນນິທິພັດທະນາລ້ານຊ້າງ-ແມ່ຂອງ ມອບເຄື່ອງຊ່ວຍເຫລືອໃຫ້ ກະຊວງ ສສກສຶກສາ-ກິລາ

      ມູນນິທິພັດທະນາລ້ານຊ້າງ-ແມ່ຂອງ ມອບເຄື່ອງຊ່ວຍເຫລືອໃຫ້ ກະຊວງ ສສກ

      1/22/2025 3:56:00 PM

      ຂປລ. ​ເມື່ອ​ບໍ່​ດົນ​ມາ​ນີ້, ມູນນິທິພັດທະນາລ້ານຊ້າງ-ແມ່ຂອງ ມອບອຸປະກອນການຮຽນ ແລະ ເຄື່ອງນຸ່ງຫົ່ມ ທີ່ໄດ້ຈາກການລະດົມຂອງ 6 ພາກສ່ວນຈາກ ສປ ຈີນ ໃຫ້ກະຊວງສຶກສາທິການ ແລະ ກິລາ ສປປ ລາວ (ສສກ) ລວມມູນຄ່າ 90 ລ້ານກວ່າກີບ ເພື່ອນໍາໄປມອບຕໍ່ໃຫ້ບັນດາ ສະຖານການສຶກສາ ໃນຂອບເຂດທົ່ວປະເທດ ໂດຍສະເພາະ ບັນດາໂຮງຮຽນທີ່ຢູ່ຫ່າງໄກສອກຫລີກ ແລະ ພາກສ່ວນທີ່ຖືກຜົນກະທົບ ໄພພິບັດນໍ້າຖ້ວມ ຢູ່ ສປປ ລາວ

    • ຢູນິເທວ ມອບທຶນຊ່ວຍເຫລືອ ແລະ ອຸປະກອນການສຶກສາ ໃຫ້ໂຮງຮຽນ ມຕ ມູຈີ່ຫ້ວຍສານ ສຶກສາ-ກິລາ

      ຢູນິເທວ ມອບທຶນຊ່ວຍເຫລືອ ແລະ ອຸປະກອນການສຶກສາ ໃຫ້ໂຮງຮຽນ ມຕ ມູຈີ່ຫ້ວຍສານ

      1/14/2025 4:42:27 PM

      ຂປລ. ບໍລິສັດ ສະຕາໂທລະຄົມ (ຢູນິເທວ) ໄດ້ມອບທຶນໃນການຊ່ວຍເຫລືອ ໂຮງຮຽນ ມຕ ມູຈີ່ຫ້ວຍສານ ເມືອງບຸນໃຕ້ ແຂວງຜົ້ງສາລີ ຫລາຍກວ່າ 170 ລ້ານກີບ ພາຍໃຕ້ໂຄງການ “ໃຫ້ດ້ວຍຄວາມຮັກ ຮັບດ້ວຍຄວາມສຸກ” ເພື່ອສ້ອມແປງໂຮງຮຽນ, ຊ່ວຍເຫລືອການນຳເອົາ ນໍ້າສະອາດເຂົ້າໂຮງຮຽນ, ຊື້ດອກໄຟໂຊລ່າເຊວ ເພື່ອຕິດຕັ້ງໃຫ້ຫໍພັກນັກຮຽນ ພ້ອມທັງອຸປະກອນການສຶກສາຕ່າງໆ ລວມທັງເຄື່ອງນຸ່ງຫົ່ມທັງໃໝ່-ເກົ່າ ໃຫ້ນ້ອງນັກຮຽນ ແລະ ປະຊາຊົນທີ່ຂາດແຄນໃນໄລຍະທີ່ອາກາດໜາວ ຢູ່ບ້ານຈີ່ຫ້ວຍສານ, ບ້ານນ້ຳຂຸ້ນ ແລະ ບ້ານນາມາກ.

ads
ads

Top