ດອນຊິງຊູ້ ກາຍເປັນແຫລ່ງທ່ອງທ່ຽວ ຍອດນິຍົມແຫ່ງໃໝ່

02/04/2024 05:47
Email Print 2335
ຂປລ ບ້ານດອນຊິງຊູ້ ກາຍເປັນແຫລ່ງທ່ອງທ່ຽວຍອດນິຍົມແຫ່ງໃໝ່ ທີ່ຫລາຍຄົນອາດຍັງບໍ່ຮູ້ວ່າຢູ່ໃສ? ມື້ນີ້ຜູ້ຂຽນຈະມາເລົ່າສູ່ຟັງ ແລະ ແນະນໍາທ່ານທີ່ມີຄວາມສົນໃຈຢາກໄປສໍາຜັດເພື່ອພັກຜ່ອນຢ່ອນອາລົມ ແລະ ສຶກສາຂໍ້ມູນຄວາມເປັນມາເບື້ອງໜ້າເບື້ອງຫລັງທີ່ແທ້ຈິງເປັນຄືແນວໃດ?.

       *ບ້ານດອນຊິງຊູ້ ກາຍເປັນແຫລ່ງທ່ອງທ່ຽວຍອດນິຍົມແຫ່ງໃໝ່ ທີ່ຫລາຍຄົນອາດຍັງບໍ່ຮູ້ວ່າຢູ່ໃສ? ມື້ນີ້ຜູ້ຂຽນຈະມາເລົ່າສູ່ຟັງ ແລະ ແນະນໍາທ່ານທີ່ມີຄວາມສົນໃຈຢາກໄປສໍາຜັດເພື່ອພັກຜ່ອນຢ່ອນອາລົມ ແລະ ສຶກສາຂໍ້ມູນຄວາມເປັນມາເບື້ອງໜ້າເບື້ອງຫລັງທີ່ແທ້ຈິງ ເປັນຄືແນວໃດ?.ດັ່ງນີ້ຮູ້ນໍາກັນ, ເມື່ອກ່ອນດອນຊິງຊູ້ເປັນບ້ານນ້ອຍໆ ແລະ ມີເຮືອນພຽງ 4-5 ຫລັງເທົ່ານັ້ນ ແຕ່ກ່ອນດອນນີ້ເປັນພຽງເປັນບ່ອນທໍາມາຫາກິນຂອງປະຊາຊົນລາວບັນດາເຜົ່າເທົ່ານັ້ນໂດຍສະເພາະປູກຝັງ, ລ້ຽງສັດ ແລະ ເຮັດການປະມົງຫາປາລ້ຽງຊີບ ເມື່ອປະເທດໄດ້ຮັບການພັດທະນາ ແລະ ປະຊາກອນໄດ້ມີຂະຫຍາຍຕົວຂຶ້ນເລື້ອຍໆຈິ່ງປ່ຽນຈາກບ້ານນ້ອຍໆກາຍເປັນໃຫຍ່, ບ້ານດອນຊິງຊູ້ຂຶ້ນກັບເມືອງ ສີໂຄດຕະບອງ, ນະຄອນຫລວງວຽງຈັນ ເຊິ່ງຕ້ັງຢູ່ກາງແມ່ນໍ້າຂອງ, ມີເນື້ອທີ່ທັງໝົດ 133,29  ເຮັກຕາ ແລະ ປັດຈຸບັນນີ້ ມີພົນລະເມືອງຈຳ ນວນ 253 ຄົນ ຍິງ 122 ຄົນ ມີ 56 ຄອບຄົວ 57 ຫລັງຄາເຮືອນ.


    ບ້ານດອນຊິງຊູ້ ມີເນື້ອທີ່ທຳການຜະລິດປະເພດພືດລົ້ມລຸກທັງໝົດ 64 ເຮັກຕາ ປະຊາຊົນພາຍໃນບ້ານສ່ວນໃຫຍ່ທຳການຜະລິດກະສິກຳ, ລ້ຽງສັດ ແລະ ຫາປາເປັນອາຊີບ.ເຖິງແນວໃດກໍດີ ບ້ານດອນຊິງຊູ້ບໍ່ໄດ້ເປັນພຽງບ້ານຂຶ້ນຊື່ດ້ານປະມົງ ແລະ ຜະລິດກະສິກໍາເທົ່ານັ້ນຫາກຍັງເປັນແຫລ່ງທ່ອງທ່ຽວ ຍອດນິຍົມທີ່ມີຮ່ອງຮອຍເຕັມໄປດ້ວຍມົນສະເໜ່ທີ່ໜ້າຄົ້ນຫາດ້ານປະຫວັດສາດ, ວັດທະນະທໍາ, ວັດວາອາຮາມ, ຕໍານານພະຍານາກ ແລະ ວິຖີຊີວິດຂອງຄົນຢູ່ກາງແມ່ນໍ້າຂອງ ເຊິ່ງມີຄວາມຜູກພັນຕິດພັນກັນມາແຕ່ດົນນານ.ຫລາຍທ່ານຕັ້ງຄໍາຖາມເຫດໃດ? ຜູ້ຄົນຈິ່ງໄປແວ່ວຽນທີ່ນັ້ນ ທັງວັນລາຊະການ ແລະ ພັກຜ່ອນຢ່າງໜາແໜ້ນໂດຍຊື້ປີ້ຂີ່ເຮືອ ເປັນແຖວຍາວຢຽດລຽບຕາມແຄມຂອງ ໂດຍສະເພາະໃນວັນອາທິດ-ວັນເສົາ. ຜູ້ຂຽນມີໂອກາດ ໄດ້ໄປສໍາຜັດທີ່ ນັ້ນມາແລ້ວຫລາຍຄັ້ງໜຶ່ງ ຈະນໍາເອົາເລື່ອງລາວຕ່າງໆທີ່ເຫັນ ແລະ ໄດ້ໂອ້ລົມກັບຄົນຢູ່ທີ່ບ້ານດອນຊິງຊູ້ມາເລົ່າສູ່ຟັງດັ່ງນີ້ ຕາມຄວາມເຊື່ອ ແລະ ການເຄົາບູຊາຂອງຊາວພຸດເຮົານັ້ນ ແມ່ນຈຸດທີ່ມາຂອງຄົນໄປທ່ຽວທີ່ນັ້ນ ດັ່ງທີ່ຮູ້ວັດພະຍານາກຕັ້ງຢູ່ດອນຊິງຊູ້ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ ເປັນດອນຢູ່ກາງນ້ຳຂອງກົງກັນຂ້າມກັບບ້ານສີໄຄ, ເກົ້າລ້ຽວ, ໜອງດາ.ປັດຈຸບັນນີ້ ວັດພະຍານາກ (ດອນຊິງຊູ້) ໄດ້ກາຍເປັນແຫລ່ງທ່ອງທ່ຽວຍອດນິຍົມ ແລະ ໂດ່ງດັງຢ່າງກວ້າງຂວາງ ຊຶ່ງເປັນວັດທີ່ເກົ່າແກ່ເພາະມີພະພຸດທະຮູບຫີນໃນຍຸກຂອງຊາຍຟອງ ເຊິ່ງວັດແຫ່ງດັ່ງກ່າວມີສິມໜຶ່ງຫລັງ ເປັນສິມໃໝ່ຫາກໍ່ສ້າງເມື່ອປີ ພສ 2544 ນີ້ເອງ ເມືອກ່ອນກໍ່ມີສິມເກົ່າ ປັດຈຸບັນເພິ່ນອະນຸລັກໄວ້ໃຫ້ເຫັນແຕ່ເສົາ 1 ຕົ້ນ ຂ້າງສິມໃໝ່.

 

    ຄົນສ່ວນໃຫຍ່ບໍ່ໄດ້ມີຈຸດປະສົງ ພຽງໄປກາບໄຫວ້ຂໍພອນຈາກສິ່ງສັກສິດເທົ່ານັ້ນ ຫາກຍັງໄປເບິ່ງທໍາມະຊາດແບບວິຖີຊາວບ້ານທີ່ດໍາລົງຊີວິດມາແຕ່ດົນນານ ເຊື່ອງຊ້ອນໄວ້ກາງດອນ ທ່ີມີແມ່ນໍ້າຂອງໄຫລອ້ອມໄວ້. ປະຊາຊົນສ່ວນໃຫຍ່ຢູ່ນັ້ນມີອາຊີບຫາປາ ແລະ ປູກຜັກຂາຍເປັນສິນຄ້າ ເພື່ອລ້ຽງຊີບ, ອີກກຸ່ມຄົນຈໍານວນໜຶ່ງແມ່ນໃຊ້ຊີວິດຂ້າມໄປຂ້າມທຸກວັນ ດ້ວຍເຮືອຈັກເພື່ອເດີນທາງໄປເຮັດວຽກໃນນະຄອນຫລວງວຽງຈັນ ລວມທັງເອົາສິນຄ້າໄປຂາຍໃນຕະຫລາດ.ປະຊາຊົນບ້ານດອນຊິງຊູ້ບອກວ່າ ວັດນີ້ມີພະພຸດທະຮູບເກົ່າແກ່ທີ່ເຮັດດ້ວຍຫີນ ຄາດວ່າສ້າງມາແຕ່ຍຸກຊາຍຟອງພ້ອມດຽວກັບພະພຸດທະຮູບ ຢູ່ວັດອິນແປງ (ພະພຸດທະຮູບຫີນ 2 ອົງ) ເມື່ອປະມານ 20- 30 ປີກ່ອນ ແນວໃດກໍດີບໍລິເວນວັດດັ່ງກ່າວຍັງຄົ້ນພົບພະພຸດທະຮູບຄຳ, ເງິນ,  ທອງແດງ ແລະ ຫີນ ຈຳນວນໜຶ່ງ ຂ້າງສິມຂອງວັດໂດຍອໍານາດການປົກຄອງໄດ້ນຳໄປເກັບໄວ້ທີ່ຫໍພິພິທະພັນ ຫໍພະແກ້ວຢູ່ນະຄອນຫລວງວຽງຈັນ.ຫວ່າງບໍ່ດົນມານີ້, ຕາມທິດຊີນໍາຂອງພະແນກຖະແຫລງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວນະຄອນລວງວຽງຈັນ (ຖວທນວ) ໄດ້ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດແຜນພັດທະນາຄື: ສ້າງຄອບຄົວ ແລະ ບ້ານວັດທະນະທໍາ, ລົງຊຸກຍູ້ຄວາມພ້ອມໃນການສ້າງບ້ານດອນຊິງຊູ້ ເມືອງສີໂຄດຕະບອງ ໄດ້ກາຍເປັນບ້ານວັດທະທໍາໃໝ່.ທ່ານ ຄໍາສອນ ຜູ້ປະກອບການ ທຸລະກິດໃຫ້ບໍລິການເຮືອຂ້າມໄປດອນຊິງຊູ້ບອກວ່າ: ນັບແຕ່ເປີດໃຫ້ບໍລິການເຮືອຢູ່ທີ່ນີ້ມາໄດ້ເກືອບ 5 ປີ ເຫັນວ່າມີຈໍານວນປະຊາຊົນ ແລະ ນັກທ່ອງທ່ຽວເພ່ີມຂ້ຶນຢ່າງຕ່ໍເນ່ືອງໂດຍສະເລ່ຍວັນທົ່ວໄປ 300-400 ຄົນຕໍ່ວັນ ຖ້າເປັນວັນເສົາ-ທິດແມ່ນປະມານ 500-600 ຄົນ ສໍາລັບບໍລິການເກັບຄ່າປ້ີຂ່ີເຮືອນ້ັນພຽງແຕ່ 25.000 ກີບຕໍ່ຄົນ (ລວມທັງໄປທັງກັບ), ສ່ວນຄ່າຝາກລົດຈັກ- ລົດໃຫຍ່ແມ່ນເກັບ 5.000 ກີບຕໍ່ຄັນເທົ່ານັ້ນ, ຄາດວ່າບຸນປີໃໝ່ລາວຈະມາເຖິງນີ້ຈະມີຄົນ ເຂົ້າມາຫລິ້ນບ້ານດອນຊິງຊູ້ບໍ່ຕໍ່າກວ່າ 700- 800 ຄົນຕໍ່ມື້ເນື່ອງຈາກວ່າຢູ່ທີ່ນັ້ນເປັນເຂດທີ່ມີຫາດຊາຍສວຍງາມ ແລະ ສະຫງົບດີ.  ນອກຈາກນັ້ນຍັງມີຮ້ານຂາຍເຄື່ອງປະເພດອາຫານ- ເຄື່ອງດື່ມ, ຂາຍຜົນຜະລິດກະສິກໍາ, ຂາຍປາ ແລະ ອື່ນໆອີກດ້ວຍ.

ໂດຍ: ເກີດຂວັນໃຈ ມາລີຈັນສີ

KPL

ຂ່າວອື່ນໆ

    • ນ້ຳລ້ຽງມ້າ ຈາກຫ້ວຍ ກາຍເປັນສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຂອງ ປັກກິ່ງທ່ອງທ່ຽວ

      ນ້ຳລ້ຽງມ້າ ຈາກຫ້ວຍ ກາຍເປັນສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຂອງ ປັກກິ່ງ

      10/14/2025 8:43:35 AM

      ນະຄອນຫລວງ ປັກກິ່ງ ສປ ຈີນ ນອກຈາກເປັນເມືອງໜຶ່ງທີ່ຂຶ້ນຊື່ດ້ານຄວາມທັນສະໄໝ ແລະ ຄວາມຈະເລີນຮຸ່ງເຮືອງສີວິໄລແລ້ວ, ຍັງເປັນເມືອງທີ່ມີຊື່ສຽງໂດ່ງດັງດ້ານການທ່ອງທ່ຽວ

    • ໄປສໍາພັດເກາະໄຫຫລໍາແຫລ່ງທ່ອງທ່ຽວລະດັບໂລກທ່ອງທ່ຽວ

      ໄປສໍາພັດເກາະໄຫຫລໍາແຫລ່ງທ່ອງທ່ຽວລະດັບໂລກ

      10/9/2025 11:42:40 AM

      ຂປລ. ເກາະໄຫຫລຳ ຫລື ເອີ້ນຊື່ເຕັມວ່າ ແຂວງໄຫໜານ ສປ ຈີນ ຕັ້ງຢູ່ກາງທະເລຕອນໃຕ້ຂອງຈີນແຜ່ນດິນໃຫຍ່ທີ່ອ້ອມຮອບດ້ວຍນໍ້າທະເລ ແລະ ບໍ່ມີຊາຍແດນທາງທິດໃດຕິດກັບແຜນດິນໃຫຍ່.

    • ທ່ຽວຊົມໝູ່ບ້ານຢາພື້ນເມືອງ “ໄປ໋ເສົາຊານ”ທ່ອງທ່ຽວ

      ທ່ຽວຊົມໝູ່ບ້ານຢາພື້ນເມືອງ “ໄປ໋ເສົາຊານ”

      10/2/2025 12:26:06 PM

      ຂປລ. ນັບວ່າ ເປັນອີກໜຶ່ງໂອກາດທີ່ດີສຳລັບຜູ້ຂຽນເອງ ທີ່ໄດ້ມີໂອກາດເດີນທາງໄປ ສປ ຈີນ ຊຶ່ງຈຸດປະສົງກໍ່ເພື່ອເຂົ້າຮ່ວມເຂົ້າຮ່ວມ ເວທີປາໄສສື່ມວນຊົນ ແລະ ຄັງປັນຍາ “ທົ່ວໂລກໃຕ້” ປີ 2025 ໂດຍພາຍຫລັງສຳເລັດ ກອງປະຊຸມດັ່ງກ່າວ ຄະນະສື່ມວນຊົນລາວພວກເຮົາກໍ່ ໄດ້ມີໂອກາດໄປທ່ຽວຊົມສະຖານທີ່ຕ່າງໆ

    • ແຂວງຈຳປາສັກເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ ທາດສາມປາງ ແລະ ວັດພູຈຳປາສັກທ່ອງທ່ຽວ

      ແຂວງຈຳປາສັກເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ ທາດສາມປາງ ແລະ ວັດພູຈຳປາສັກ

      8/20/2025 11:58:15 AM

      *ເພື່ອເຮັດໃຫ້ບັນຍາກາດການທ່ອງທ່ຽວ ໃນໄລຍະລະດູຝົນໃຫ້ຟົດຟື້ນຕິດພັນກັບ ຟັງຄຳຄິດຄຳເຫັນ ແລະ ຂໍ້ສະເໜີຈາກປະຊາຊົນ, ຜູ້ປະກອບການນໍາໄປຄົ້ນຄວ້າ ຫາຊ່ອງທາງແກ້ໄຂໃນຕໍ່ໜ້ານັ້ນ, ເມື່ອມໍ່ໆມານີ້, ທ່ານ ສຸລິນ ເພັດທານີ ຮອງຫົວໜ້າພະແນກ ວັດທະນະທໍາ ແລະ ທ່ອງທ່ຽວ (ວທ) ແຂວງຈໍາປາສັກພ້ອມຄະນະ ໄດ້ເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ, ການທ່ອງທ່ຽວສີຂຽວຢູ່ ເມືອງ ສຸຂຸມາ ແລະ ເມືອງຈຳປາສັກ

    • ທ່ຽວທຳມະຊາດຕາດຫີນຄັນນາທ່ອງທ່ຽວ

      ທ່ຽວທຳມະຊາດຕາດຫີນຄັນນາ

      7/14/2025 11:32:39 AM

      ຕາດຫີນຄັນນາ ເປັນຕາດທ່ີມີຂະໜາດບ່ໍໃຫຍ່ຫລາຍ ແຕ່ກໍເປັນແຫລ່ງທ່ອງທ່ຽວທີ່ນິຍົມມາແຕ່ດົນນານ, ເນື່ອງຈາກວ່າເປັນຕາດທ່ີມີຄວາມສວຍງາມ, ມີນ້ຳໃສໄຫລເຢັນ ແລະ ປົກຄຸມດ້ວຍທຳມະຊາດທີ່ຂຽວສົດງົດງາມໄປດ້ວຍຕົ້ນໄມ້ນາໆຊະນິດ, ສາມາດດຶງດູດນັກທ່ອງທ່ຽວໃຫ້ມາທ່ຽວຊົມຢ່າງຫລວງຫລາຍ.

ads
ads

Top