ມຽນມາ ຈັດພິທີເດີນສວນສະໜາມເພື່ອສະເຫລີມສະຫລອງວັນສ້າງຕັ້ງກອງທັບຄົບຮອບ79ປີ

28/03/2024 18:39
Email Print 920
ຂປລ ມຽນມາ ໄດ້ຈັດພິທີ ເດີນສວນສະໜາມ ເພື່ອສະເຫລີມ ສະຫລອງ ວັນສ້າງຕັ້ງ ກອງທັບ ຄົບຮອບ 79ປີ ໂດຍມີ ທະຫານເຮືອ, ທະຫານບົກ ແລະ ທະຫານ ອາກາດ ຫລາຍກວ່າ 7500 ຄົນ, ທີມສະແດງ ຂອງກອງທັບອາ ກາດ, ທະຫານມ້າ ແລະ ອື່ນໆ ເຂົ້າຮ່ວມພິທີຢ່າງເປັນ ຂະບວນ ຟົດຟື້ນ.

   ຂປລ.ວິທະຍຸ ສາກົນ ແຫ່ງ ສປ ຈີນ, ວັນທີ 27 ມີນານີ້, ຢູ່ນະຄອນຫລວງ ເນປີດໍ ຂອງ ມຽນມາ ໄດ້ຈັດພິທີ ເດີນສວນສະໜາມ ເພື່ອສະເຫລີມ ສະຫລອງ ວັນສ້າງຕັ້ງ ກອງທັບ ຄົບຮອບ 79ປີໂດຍມີ ທະຫານເຮືອ, ທະຫານບົກ ແລະ ທະຫານ ອາກາດ ຫລາຍກວ່າ 7500 ຄົນ, ທີມສະແດງ ຂອງກອງທັບອາກາດ, ທະຫານມ້າ ແລະ ອື່ນໆ ເຂົ້າຮ່ວມພິທີຢ່າງເປັນ ຂະບວນ ຟົດຟື້ນ. ນອກນີ້, ແຂກຜູ້ມີກຽດ ຫລາຍຮ້ອຍຄົນ ລວມທັງ ຜູ້ຕາງໜ້າຊົນ ເຜົ່າສ່ວນໜ້ອຍ, ບັນດາ ເອກອັກ ຄະລັດຖະທູດ ຂອງຕ່າງປະເທດ ປະຈຳ ຢູ່ມຽນມາກໍໄດ້ເຂົ້າຮ່ວມ ພິທີດັ່ງກ່າວ ຕາມການເຊື້ອເຊີນ. ສຳລັບ ວັນທີ 27 ມີນາປີ1945, ກອງທັບປ້ອງກັນ ປະເທດ ມຽນມາ  ທີ່ໃນເມື່ອກ່ອນ ຊື່ວ່າ ກອງທັບ ເອກະລາດ ມຽນມາໄດ້ລຸກຮືຂຶ້ນ ແລະ ເຂົ້າຮ່ວມ ກັບບັນດາ ປະເທດ ໃນໂລກ ທີ່ຄັດຄ້ານ ຟາຊິດເພື່ອຕໍ່ຕ້ານ ຍີ່ປຸ່ນ ຜູ້ຮຸກຮານ, ວັນທີ 27 ມີນາກໍກາຍເປັນ ວັນສ້າງຕັ້ງ ກອງທັບປ້ອງກັນ ປະເທດ ມຽນມາ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

    • ອາຊຽນ ເພີ່ມທະວີການຊຸກຍູ້ສົນທິສັນຍາ ເຂດປອດອາວຸດ ນິວເຄລຍ -ສິດທິມະນຸດອາຊຽນ ASEAN

      ອາຊຽນ ເພີ່ມທະວີການຊຸກຍູ້ສົນທິສັນຍາ ເຂດປອດອາວຸດ ນິວເຄລຍ -ສິດທິມະນຸດ

      7/25/2024 7:58:00 PM

      ໃນຂອບເຂດ ກອງປະຊຸມ ລັດຖະມົນຕີ ການຕ່າງປະເທດ ອາຊຽນ ຄັ້ງທີ 57 ແລະ ບັນດາ ກອງປະຊຸມ ທີ່ກ່ຽວຂ້ອງ ຢູ່ ສປປ ລາວ ໃນວັນທີ 24 ກໍລະກົດນີ້

    • ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 57 ທົບທວນຄືນຫລາຍບັນຫາສຳຄັນອາຊຽນ ASEAN

      ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 57 ທົບທວນຄືນຫລາຍບັນຫາສຳຄັນ

      7/25/2024 4:40:23 PM

      ຂປລ. ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 57 ແລະ ກອງປະຊຸມສາມຝ່າຍ ລະຫວ່າງ ສປປ ລາວ, ກອງເລຂາອາຊຽນ ແລະ ນອກແວ ຈັດຂຶ້ນຢ່າງເປັນທາງການ ໃນວັນທີ 25 ກໍລະກົດ 2024 ຢູ່ຫໍປະຊຸມແຫ່ງຊາດ ນະຄອນຫລວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ.

    • ອາຊຽນ ທົບທວນຄືນຄວາມຄືບໜ້າ ການຈັດຕັ້ງປະຕິບັດ ຫລາຍບັນຫາສຳຄັນອາຊຽນ ASEAN

      ອາຊຽນ ທົບທວນຄືນຄວາມຄືບໜ້າ ການຈັດຕັ້ງປະຕິບັດ ຫລາຍບັນຫາສຳຄັນ

      7/24/2024 1:44:09 PM

      ຂປລ. ໃນວັນທີ 24 ກໍລະກົດ 2024 ນີ້, ສປປ ລາວ ໄດ້ເປັນເຈົ້າພາບ ຈັດກອງປະຊຸມຄະນະກຳມະທິການ ເຂດປອດອາວຸດນິວເຄລຍ ອາຊີຕາເວັນອອກສຽງໃຕ້, ກອງປະຊຸມພົບປະລະຫວ່າງ ລັດ ຖະມົນຕີຕ່າງປະເທດອາຊຽນ ກັບບັນດາຜູ້ຕາງໜ້າຄະນະກໍາມາທິການ ລະຫວ່າງ ລັດຖະບານອາຊຽນ ວ່າດ້ວຍສິດທິມະນຸດ ແລະ ກອງປະຊຸມປຶກສາຫາລືແບບບໍ່ເປັນທາງການ ລະຫວ່າງ ອະດີດປະທານອາ ຊຽນ, ປະທານອາຊຽນໃນປັດຈຸບັນ ແລະ ປະທານອາຊຽນໃນອະນາຄົດ

    • ນັບຖອຍຫລັງຕ້ອນຮັບການເປັນປະທານອາຊຽນອາຊຽນ ASEAN

      ນັບຖອຍຫລັງຕ້ອນຮັບການເປັນປະທານອາຊຽນ

      7/24/2024 9:48:05 AM

      ການຫັນປ່ຽນເພື່ອກ້າວໄປສູ່ດີຈິຕອນໃນອະນາຄົດ: ບູລິມະສິດນີ້ ແມ່ນເພື່ອສົ່ງເສີມໃຫ້ອາຊຽນ ເປັນເຂດເສດຖະກິດດີຈິຕອນທີ່ນຳໜ້າ, ດ້ວຍການສ້າງໃຫ້ອາຊຽນມີການເຊື່ອມຈອດກັນພາຍໃນ ແລະ ເຊື່ອມຈອດກັບທົ່ວໂລກ ໂດຍການນໍາໃຊ້ເຄື່ອງມືທີ່ທັນສະໄໝ ຊຶ່ງເຄື່ອງມືທັນສະໄໝດັ່ງກ່າວຈະສ້າງກາລະໂອກາດອັນໃໝ່ ແລະ ສ້າງຄວາມເຂັ້ມແຂງ ເພື່ອຮັບມືກັບສິ່ງທ້າທາຍຕ່າງໆຈາກເສດຖະກິດໂລກທີ່ທັນສະໄໝ.

    • ເຈົ້າໜ້າທີ່ອາວຸໂສອາຊຽນ ທົບທວນຄືນ ຫລາຍບັນຫາສຳຄັນອາຊຽນ ASEAN

      ເຈົ້າໜ້າທີ່ອາວຸໂສອາຊຽນ ທົບທວນຄືນ ຫລາຍບັນຫາສຳຄັນ

      7/23/2024 6:01:45 PM

      ຂປລ. ກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ແລະ ກອງປະຊຸມຄະນະບໍລິຫານງານຂອງຄະນະ ກຳມະທິການເຂດປອດອາວຸດນິວເຄລຍ ອາຊີຕາເວັນອອກສຽງໃຕ້ ພາຍໃຕ້ຄຳຂວັນ ການເປັນປະທານອາຊຽນຂອງ ສປປ ລາວ “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ” ໄດ້ຈັດຂຶ້ນ ໃນວັນທີ 23 ກໍລະກົດ 2024 ຢູ່ນະຄອນຫລວງວຽງຈັນ

ads
ads

Top