ຜົ້ງສາລີຈະດຶງດູດນັກທ່ອງທ່ຽວ ໃຫ້ໄດ້ 1 ແສນກວ່າຄົນ ພາຍໃນ ປີ 2024

26/03/2024 05:37
Email Print 2533
ຂປລ ແຂວງຜົ້ງສາລີ ເປັນແຂວງເໜືອສຸດຂອງ ສປປ ລາວ, ມີຊາຍ ແດນຕິດກັບ ສສ ຫວຽດ ແລະ ສປ ຈີນ ເຊິ່ງເປັນແຂວງທີ່ມີຄວາມບົ່ມ ຊ້ອນດ້ານການຜະລິດກະສິກໍາ ເປັນ ສິນຄ້າ ແລະ ການທ່ອງທ່ຽວໄປ ຄວບຄູ່ກັນ.

*ແຂວງຜົ້ງສາລີ ເປັນແຂວງເໜືອສຸດຂອງ ສປປ ລາວ, ມີຊາຍ ແດນຕິດກັບ ສສ ຫວຽດ ແລະ ສປ ຈີນ ເຊິ່ງເປັນແຂວງທີ່ມີຄວາມບົ່ມຊ້ອນດ້ານການຜະລິດກະສິກໍາເປັນສິນຄ້າ ແລະ ການທ່ອງທ່ຽວໄປຄວບຄູ່ກັນ. ຫວ່າງບໍ່ດົນມານີ້, ຕາມການລາຍງານຂອງພະແນກຖະແຫລງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວຂອງແຂວງຜົ້ງສາລີວ່າ: ໃນ ປີ 2023, ມີນັກທ່ອງທ່ຽວເຂົ້າມາທ່ຽວຊົມແຂວງຜົ້ງສາລີ 143.000 ກວ່າຄົນ ໃນນີ້, ມີນັກທ່ອງທ່ຽວພາຍໃນ 66.800 ກວ່າຄົນ ແລະ ນັກທ່ອງທ່ຽວຕ່າງປະເທດ 76.500 ກວ່າຄົນ, ລາຍຮັບຈາກນັກທ່ອງທ່ຽວ 15.389.990 ໂດລາສະຫະລັດທຽບໃສ່ແຜນການປະຕິບັດໄດ້ 68,26% ທຽບໃສ່ 1 ປີຜ່ານມາເພີ່ມຂຶ້ນ 359,26% ໃນນີ້, ນັກທ່ອງທ່ຽວທ່ີເຂ້ົາມາຜ່ານດ່ານສາກົນລານຕຸ້ຍມີ 15.678 ເທື່ອຄົນ; ນັກທ່ອງທ່ຽວທີ່ເຂົ້າມາຜ່ານດ່ານສາກົນປາງຫົກມີ 34.530 ເທື່ອຄົນ.

     ໃນທົ່ວແຂວງມີໂຮງແຮມ 10 ແຫ່ງ ທຽບໃສ່ປີຜ່ານມາເພີ່ມຂຶ້ນ 1 ແຫ່ງ; ເຮືອນພັກ 60 ແຫ່ງ ທຽບໃສ່ປີຜ່ານມາເພີ່ມຂຶ້ນ 4 ແຫ່ງ; ພັດທະຄານມີ 3 ແຫ່ງທຽບໃສປີຜ່ານມາຫລຸດລົງ 2 ແຫ່ງ; ຮ້ານອາຫານມີ 62 ຮ້ານ ທຽບໃສ່ປີຜ່ານມາເພີ່ມຂຶ້ນ 1 ຮ້ານ, ຮ້ານກິນດື່ມ 64 ຮ້ານ ທຽບໃສ່ປີຜ່ານມາເພີ່ມຂຶ້ນ 8 ຮ້ານ ແລະ ຮ້ານບັນເທີງ 3 ຮ້ານ. ສຳລັບທິດທາງຄາດໝາຍປີ 2024, ຈະດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວພາຍໃນແຂວງໃຫ້ໄດ້ 128.775 ເທື່ອຄົນ, ສ້າງລາຍຮັບໃຫ້ໄດ້ 17.242.190 ໂດລາສະຫະລັດ.ໃນປີທ່ອງທ່ຽວ 2024 ນີ້, ແຜນການແມ່ນຈະຈັດຂຶ້ນໃນເດືອນ ພະຈິກ 2024, ເຊິ່ງຈະມີຫລາຍກິດຈະກໍາທີ່ຈະຈັດຂຶ້ນໃນເທສະການອາຫານເຜົ່າ ແລະ ດື່ມນ້ໍາຊາເປັນຕົ້ນ ແມ່ນກິດຈະກຳປະກວດອາຫານເຜົ່າ, ປະກວດການຊົງຊາ, ການປະກວດນາງງາມຊົນເຜົ່າ, ການວາງສະແດງອາຫານຂອງບັນດາເຜົ່າ, ວາງສະແດງສິນຄ້າຜະລິດຕະພັນຊາ ແລະ ສິນຄ້າໂອດ໋ອບຂອງແຂວງ, ການສະແດງສີລະປະວັນນະຄະດ ແລະ ອື່ນໆ.

ໂດຍ: ເກີດຂວັນໃຈ ມາລີຈັນສີ

KPL

ຂ່າວອື່ນໆ

    • ນ້ຳລ້ຽງມ້າ ຈາກຫ້ວຍ ກາຍເປັນສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຂອງ ປັກກິ່ງທ່ອງທ່ຽວ

      ນ້ຳລ້ຽງມ້າ ຈາກຫ້ວຍ ກາຍເປັນສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຂອງ ປັກກິ່ງ

      10/14/2025 8:43:35 AM

      ນະຄອນຫລວງ ປັກກິ່ງ ສປ ຈີນ ນອກຈາກເປັນເມືອງໜຶ່ງທີ່ຂຶ້ນຊື່ດ້ານຄວາມທັນສະໄໝ ແລະ ຄວາມຈະເລີນຮຸ່ງເຮືອງສີວິໄລແລ້ວ, ຍັງເປັນເມືອງທີ່ມີຊື່ສຽງໂດ່ງດັງດ້ານການທ່ອງທ່ຽວ

    • ໄປສໍາພັດເກາະໄຫຫລໍາແຫລ່ງທ່ອງທ່ຽວລະດັບໂລກທ່ອງທ່ຽວ

      ໄປສໍາພັດເກາະໄຫຫລໍາແຫລ່ງທ່ອງທ່ຽວລະດັບໂລກ

      10/9/2025 11:42:40 AM

      ຂປລ. ເກາະໄຫຫລຳ ຫລື ເອີ້ນຊື່ເຕັມວ່າ ແຂວງໄຫໜານ ສປ ຈີນ ຕັ້ງຢູ່ກາງທະເລຕອນໃຕ້ຂອງຈີນແຜ່ນດິນໃຫຍ່ທີ່ອ້ອມຮອບດ້ວຍນໍ້າທະເລ ແລະ ບໍ່ມີຊາຍແດນທາງທິດໃດຕິດກັບແຜນດິນໃຫຍ່.

    • ທ່ຽວຊົມໝູ່ບ້ານຢາພື້ນເມືອງ “ໄປ໋ເສົາຊານ”ທ່ອງທ່ຽວ

      ທ່ຽວຊົມໝູ່ບ້ານຢາພື້ນເມືອງ “ໄປ໋ເສົາຊານ”

      10/2/2025 12:26:06 PM

      ຂປລ. ນັບວ່າ ເປັນອີກໜຶ່ງໂອກາດທີ່ດີສຳລັບຜູ້ຂຽນເອງ ທີ່ໄດ້ມີໂອກາດເດີນທາງໄປ ສປ ຈີນ ຊຶ່ງຈຸດປະສົງກໍ່ເພື່ອເຂົ້າຮ່ວມເຂົ້າຮ່ວມ ເວທີປາໄສສື່ມວນຊົນ ແລະ ຄັງປັນຍາ “ທົ່ວໂລກໃຕ້” ປີ 2025 ໂດຍພາຍຫລັງສຳເລັດ ກອງປະຊຸມດັ່ງກ່າວ ຄະນະສື່ມວນຊົນລາວພວກເຮົາກໍ່ ໄດ້ມີໂອກາດໄປທ່ຽວຊົມສະຖານທີ່ຕ່າງໆ

    • ແຂວງຈຳປາສັກເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ ທາດສາມປາງ ແລະ ວັດພູຈຳປາສັກທ່ອງທ່ຽວ

      ແຂວງຈຳປາສັກເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ ທາດສາມປາງ ແລະ ວັດພູຈຳປາສັກ

      8/20/2025 11:58:15 AM

      *ເພື່ອເຮັດໃຫ້ບັນຍາກາດການທ່ອງທ່ຽວ ໃນໄລຍະລະດູຝົນໃຫ້ຟົດຟື້ນຕິດພັນກັບ ຟັງຄຳຄິດຄຳເຫັນ ແລະ ຂໍ້ສະເໜີຈາກປະຊາຊົນ, ຜູ້ປະກອບການນໍາໄປຄົ້ນຄວ້າ ຫາຊ່ອງທາງແກ້ໄຂໃນຕໍ່ໜ້ານັ້ນ, ເມື່ອມໍ່ໆມານີ້, ທ່ານ ສຸລິນ ເພັດທານີ ຮອງຫົວໜ້າພະແນກ ວັດທະນະທໍາ ແລະ ທ່ອງທ່ຽວ (ວທ) ແຂວງຈໍາປາສັກພ້ອມຄະນະ ໄດ້ເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ, ການທ່ອງທ່ຽວສີຂຽວຢູ່ ເມືອງ ສຸຂຸມາ ແລະ ເມືອງຈຳປາສັກ

    • ທ່ຽວທຳມະຊາດຕາດຫີນຄັນນາທ່ອງທ່ຽວ

      ທ່ຽວທຳມະຊາດຕາດຫີນຄັນນາ

      7/14/2025 11:32:39 AM

      ຕາດຫີນຄັນນາ ເປັນຕາດທ່ີມີຂະໜາດບ່ໍໃຫຍ່ຫລາຍ ແຕ່ກໍເປັນແຫລ່ງທ່ອງທ່ຽວທີ່ນິຍົມມາແຕ່ດົນນານ, ເນື່ອງຈາກວ່າເປັນຕາດທ່ີມີຄວາມສວຍງາມ, ມີນ້ຳໃສໄຫລເຢັນ ແລະ ປົກຄຸມດ້ວຍທຳມະຊາດທີ່ຂຽວສົດງົດງາມໄປດ້ວຍຕົ້ນໄມ້ນາໆຊະນິດ, ສາມາດດຶງດູດນັກທ່ອງທ່ຽວໃຫ້ມາທ່ຽວຊົມຢ່າງຫລວງຫລາຍ.

ads
ads

Top