ສາຍການບິນຫວຽດເຈັດ ເຊື່ອມຕໍ່ການເດີນທາງຫວຽດນາມ - ອົດສະຕຣາລີ ດ້ວຍຖ້ຽວບິນ ຮ່າໂນ້ຍ - ຊິດນີ

23/03/2024 10:01
Email Print 4182
ຂປລ *ເປັນໂອກາດດີສຳລັບນັກທ່ອງທ່ຽວລາວ ທີ່ວາງແຜນຈະໄປຢ້ຽມຢາມອົດສະຕຣາລີ ໃນມື້ພັກທີ່ຈະມາເຖິງນີ້, ຖ້ຽວບິນຂອງ ສາຍການບິນຫວຽດເຈັດ (Vietjet)

*ເປັນໂອກາດດີສຳລັບນັກທ່ອງທ່ຽວລາວ ທີ່ວາງແຜນຈະໄປຢ້ຽມຢາມອົດສະຕຣາລີ ໃນມື້ພັກທີ່ຈະມາເຖິງນີ້, ຖ້ຽວບິນຂອງ ສາຍການບິນຫວຽດເຈັດ (Vietjet) ອອກຈາກນະຄອນຫລວງຮ່າໂນ້ຍຂອງຫວຽດນາມ ຈະຂະຫຍາຍເສັ້ນທາງສາຍການບິນໃໝ່ໄປ ຊິດນີ ປະເທດອົດສະຕຣາລີ ຕື່ມອີກ. ພາຍຫລັງ​ເປີດຖ້ຽວ​ບິນ ຮ່າ​ໂນ້ຍ – ​ເມວ​ເບີນ ໃນ​ຕົ້ນ​ເດືອນ​ນີ້, ຖ້ຽວບິນຮ່າ​ໂນ້ຍ – ຊິດ​ນີ ຈະ​ເລີ່​ມບິນ​ໃນ​ເດືອນ​ມິຖຸນາ​ນີ້. ດ້ວຍເວລາບິນປະມານ 10 ຊົ່ວໂມງຕໍ່ຖ້ຽວ, ເສັ້ນທາງໃໝ່ຈະຊ່ວຍປະຢັດເວລາເດີນທາງ ແລະ ຍັງເພີ່ມທາງເລືອກໃນການເດີນທາງຕື່ມອີກ.

ເລີ່​ມ​ແຕ່​ວັນ​ທີ 8 ມິຖຸນາ 2024, ​ເສັ້ນທາງ ຮ່າ​ໂນ້ຍ - ຊິດ​ນີ ຈະ​ດຳ​ເນີນ​ຖ້ຽວ​ບິນ 2 ຄັ້ງ​ຕໍ່​ອາທິດ. ​ໃນ​ວັນ​ພຸດ ​ແລະ ວັນ​ເສົາ, ນັກ​ທ່ອງ​ທ່ຽວ​ຈະໄດ້ຮັບຄວາມ​ສະດວກ​ສະບາຍ​ໃນ​ການ​ເດີນທາງ​ຈາກ​ນະຄອນຫລວງ​ຮ່າ​ໂນ້ຍຂອງ​ຫວຽດນາມ ​ແລະ​ ໄປ​ຮອດ​ນະຄອນ ຊິດນີ, ເປັນເມືອງທີ່ເຕັມໄປດ້ວຍຄວາມ​ມີ​ຊີວິດ​ຊີວາ​ຂອງ​ອົດສະຕຣາລີ. ​ ຖ້ຽວ​ບິນ​ຈາກ ຊິດນີ ຈະ​ພາ​ນັກທ່ອງທ່ຽວ​ໄປ​ຮອດ​ໃຈ​ກາງ​ຂອງ​ຫວຽດ​ນາມ ໃນ​ວັນ​ພະ​ຫັດ ແລະ ວັນ​ອາ​ທິດ ເພື່ອຮັບຊົມທິວ​ທັດ​ທີ່​ຂຽວ​ສົດງົດງາມ ​ທາງ​ພາກ​ເໜືອ​ຂອງ​ຫວຽດ​ນາມ.

ເສັ້ນທາງ ຮ່າໂນ້ຍ – ເມວເບີນ ຈະເລີ່ມໃຫ້ບໍລິການວັນທີ 3 ມິຖຸນາ 2024, ບິນອາທິດລະ 2 ຄັ້ງ ຄືວັນຈັນ ແລະ ວັນສຸກ ຈາກຮ່າໂນ້ຍ, ມາຮອດ ເມວເບີນໃນມື້ດຽວກັນ. ຖ້ຽວບິນຂາກັບອອກຈາກ ເມວເບີນ ໄປ ຮ່າໂນ້ຍ ໃນວັນອັງຄານ ແລະ ວັນເສົາ.

ສາຍການບິນ Vietjet ໃຫ້ບໍລິການຖ້ຽວບິນກົງເຊື່ອມຕໍ່ນະຄອນຫລວງວຽງຈັນ ຫາ ນະຄອນໂຮ່ຈີມິນ 4 ຖ້ຽວຕໍ່ອາທິດໃນວັນຈັນ, ວັນພຸດ, ວັນສຸກ ແລະ ວັນອາທິດ ດ້ວຍເວລາບິນພຽງແຕ່ 1 ຊົ່ວໂມງ 45 ນາທີ. ມອບທາງເລືອກໃຫ້ນັກທ່ອງທ່ຽວຈາກລາວທີ່ມີແຜນເດີນທາງໄປອົດສະຕຣາລີ, ນັກທ່ອງທ່ຽວສາມາດເດີນທາງໄປນະຄອນໂຮ່ຈີມິນ ແລະ ຮ່າໂນ້ຍ ໄປ Melbourn, Sydney, Brisbane, Perth ແລະ Adelaide ກັບ Vietjet ທີ່ອົດສະຕຣາລີ ດ້ວຍລາຄາທີ່ເໝາະສົມ. ສາຍການບິນ Vietjet ໄດ້ມອບທາງເລືອກ ແລະ ຄວາມກຸ້ມຄ່າທີ່ສຸດ ດ້ວຍການບໍລິການທີ່ທ່ານຈະພໍໃຈຢ່າງແນ່ນອນ. ​ນໍາທຸກໆ​ຈຸດໝາຍ​ປາຍທາງ​ໃຫ້ກັບ​ນັກ​ທ່ອງ​ທ່ຽວ​ຫລາຍກວ່າເກົ່າດ້ວຍ​ເສັ້ນທາງ​ຂອງສາຍການບິນ Vietjet.

ເພື່ອສະເຫລີມມສະຫວອງເສັ້ນທາງໃໝ່ Vietjet ມອບໂປຣໂມຊັ່ນເລີ່ມຕົ້ນພຽງແຕ່ 0 ໂດລາ (ບໍ່ລວມພາສີ ແລະ ຄ່າທຳນຽມ) ແຕ່ມື້ນີ້ຫາວັນທີ 25 ມີນາ ທີ່ www.vietjetair.com ແລະ ແອັບມືຖື Vietjet Air, ນຳໃຊ້ໄດ້ກັບທຸກເຄືອຂ່າຍຖ້ຽວບິນຂອງຫວຽດນາມ - ອົດສະຕຣາລີ ເຊິ່ງປີ້ໂປຣໂມຊັນມີຕັ້ງແຕ່ມື້ນີ້ຈົນເຖິງວັນທີ 31 ຕຸລາ 2024 (ຍົກເວັ້ນວັນພັກ, ຂຶ້ນກັບແຕ່ລະເຂດ ແລະ ເສັ້ນທາງ).

ນອກຈາກ​ນີ້.​ ​ຜູ້​ໂດຍສານທີ່ສະສົມຄະແນນ​ເຖິງ 500 Skypoints ຈະ​ໄດ້​ຮັບ​ຂອງຂວັນ​​ທີ່​ໃນ​ຖ້ຽວ​ບິນ​ ຮ່າ​ໂນ້ຍ - ຊິດ​ນີ ​ແລະ ຮ່າ​ໂນ້ຍ - ເມວເບີນ. ສາມາດຮັບຂໍ້ສະເໜີເພີ່ມເຕີມໄດ້ທີ່ແອັບ SkyJoy ຫລື https://skyjoy.vietjetair.com/ ແລະ ໂປໂມຊັນທີ່ໜ້າສົນໃຈຫລາຍຢ່າງຈາກ Vietjet ບໍ່ວ່າຈະເປັນ ອາຫານ, ສິນຄ້າແລະ ແຫລ່ງທ່ອງທ່ຽວທີ່ມີຊື່ສຽງໃນຫວຽດນາມ ແລະ ທົ່ວໂລກ.

ພາຍ​ໃນເວລາ​ພຽງ​ໜຶ່ງ​ປີ​ທີ່ໃຫ້ບໍລິການ​ໃນ​ອົດ​ສະ​ຕຣາ​ລີ, ເສັ້ນທາງການບິນຂອງ​ Vietjet ໄດ້​ສະ​ແດງ​ໃຫ້​ເຫັນສັກກະຍະພາບຂອງ​ຕົນ. ​ເສັ້ນທາງ​ທີ່​ເຊື່ອມ​ຕໍ່​ທັງ​ນະຄອນ ​ໂຮ່ຈີ​ມິນ ​ແລະ ຮ່າ​ໂນ້ຍ ​ໄປ​ຍັງ​ບັນດາ​ນະຄອນ​ໃຫຍ່​ຂອງ​ອົດ​ສະ​ຕຣາ​ລີ ​ໄດ້​ມອບການ​ເດີນທາງທີ່​ສະດວກ​ສະບາຍ​ໃນ​ທົ່ວ​ທະວີບ​ ເພື່ອເດີນທາງໄປ​ເຮັດ​ວຽກ, ທ່ອງທ່ຽວ ​ຫລື ການ​ສຳ​ຫລວດສະຖານທີ່ໃໝ່ໆ. ປັດຈຸບັນສາຍການບິນໄດ້ໃຫ້ບໍລິການຖ້ຽວບິນຈາກນະຄອນໂຮ່ຈີມິນ ໄປ Melbourne, Sydney, Brisbane, Perth ແລະ Adelaide.

ໃນປີ 2023, Vietjet ໄດ້ຂະຫຍາຍຕາໜ່າງການບິນຂອງຕົນດ້ວຍການເພີ່ມເສັ້ນທາງບິນສາກົນ ແລະ ພາຍໃນປະເທດ 33 ເສັ້ນທາງ. ​ໃນ​ນັ້ນ​ມີ 5 ​ເສັ້ນທາງ​ໃໝ່​ທີ່​ເຊື່ອມ​ຕໍ່​ອົດ​ສະຕຣາລີ (Adelaide, Brisbane, Melbourne, Perth ​ແລະ Sydney) ​ໄປ​ຫວຽດນາມ.

KPL

ຂ່າວອື່ນໆ

    • ໄຟຟ້າພະລັງງານລົມ ມອນຊູນ ວິນພາວເວີປະກອບສ່ວນສົ່ງເສີມການສ້າງເສດຖະກິດຂອງລາວເສດຖະກິດ

      ໄຟຟ້າພະລັງງານລົມ ມອນຊູນ ວິນພາວເວີປະກອບສ່ວນສົ່ງເສີມການສ້າງເສດຖະກິດຂອງລາວ

      10/30/2026 9:04:49 AM

      ໂຄງການໄຟຟ້າພະລັງງານລົມມອນຊູນວິນພາວເວີ (Monsoon Wind Power) ຂະໜາດ 600 ເມກາວັດ ເປັນໂຄງການພະລັງງານສະອາດທີ່ສຳຄັນຂອງ ສປປ ລາວ, ທັງເປັນໂຄງການຕົວແບບ, ເປັນມິດກັບສິ່ງແວດລ້ອມ ຊຶ່ງບໍ່ພຽງແຕ່ຜະລິດໄຟຟ້າຈາກພະລັງງານໝູນວຽນ ເພື່ອສົ່ງອອກໄປຍັງປະເທດຫວຽດນາມ ແຕ່ຍັງມີບົດບາດສຳຄັນໃນການສົ່ງເສີມສ້າງເສດຖະກິດຂອງ ສປປ ລາວ ກໍຄື ສ້າງວຽກເຮັດງານທຳ, ພັດທະນາອາຊີບ ແລະ ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນ ໂດຍສະເພາະເມືອງດາກຈຶງ ແຂວງເຊກອງ ແລະ ຊຸມຊົນໃນພື້ນທີ່ໂຄງການ.

    • ໂຄງການໄຟຟ້າພະລັງງານລົມ ມອນຊູນ ວິນພາວເວີສ້າງອາຊີບ ແລະ ຍົກລະດັບຊີວິດການເປັນຢູ່ໃຫ້ປະຊາຊົນເສດຖະກິດ

      ໂຄງການໄຟຟ້າພະລັງງານລົມ ມອນຊູນ ວິນພາວເວີສ້າງອາຊີບ ແລະ ຍົກລະດັບຊີວິດການເປັນຢູ່ໃຫ້ປະຊາຊົນ

      10/27/2026 8:33:33 PM

      ໂຄງການໄຟຟ້າພະລັງງານລົມມອນຊູນວິນພາວເວີ (Monsoon Wind Power) ໄດ້ສຸມໃສ່ຊຸກຍູ້ສົ່ງເສີມອາຊີບ, ສ້າງລາຍຮັບ ແລະ ປັບປຸງຄຸນນະພາບຊີວິດການເປັນຢູ່ໃຫ້ປະຊາຊົນໃນທ້ອງຖິ່ນ ໂດຍສະເພາະຄອບຄົວທີ່ໄດ້ຮັບຜົນກະທົບຈາກໂຄງການ 29 ບ້ານ ໃນເມືອງດາກຈຶງ ແຂວງເຊກອງ ແລະ ເມືອງຊານໄຊ ແຂວງອັດຕະປື ຜ່ານການສ້າງໂອກາດມີວຽກເຮັດງານທຳ, ສົ່ງເສີມດ້ານກະສິກຳ ແລະ ພັດທະນາອາຊີບທີ່ສາມາດສ້າງລາຍຮັບໄດ້ໃນໄລຍະຍາວ.

    • ກຸ່ມບໍລິສັດລາວໂທລະຄົມ ຮ່ວມຂັບເຄື່ອນການຫັນປ່ຽນດີຈິຕອນຜ່ານງານສັບປະດາດີຈິຕອນ ປະຈຳປີ 2026ເສດຖະກິດ

      ກຸ່ມບໍລິສັດລາວໂທລະຄົມ ຮ່ວມຂັບເຄື່ອນການຫັນປ່ຽນດີຈິຕອນຜ່ານງານສັບປະດາດີຈິຕອນ ປະຈຳປີ 2026

      10/26/2026 12:19:03 PM

      ກຸ່ມບໍລິສັດລາວໂທລະຄົມ ທີ່ປະກອບດ້ວຍລາວໂທລະຄົມ (Lao Telecom), ທີ-ພລັດ (T-Plus), ເອັມ-ມັນນີເອັກ (M-MoneyX) ແລະ ຄູ່ຮ່ວມງານຕ່າງປະເທດ ໄດ້ເຂົ້າຮ່ວມຈັດວາງສະແດງຜະລິດຕະພັນ, ການບໍລິການດີຈິຕອນ ແລະ ເຕັກໂນໂລຊີໂທລະຄົມມະນາຄົມ ໃນງານສັບປະດາດີຈິຕອນລາວ ປະຈຳປີ 2026 (Lao Digital Week 2026) ທີ່ໄດ້ຈັດຂຶ້ນໃນວັນທີ 21 ຕຸລາ 2026 ຜ່ານມາ

    • ຜົນສຳເລັດການພິຈາລະນາຮັບຮອງແຜນພັດທະນາ ເສດຖະກິດສັງຄົມແຫ່ງຊາດ ແຜນຫງົບປະມານແຫ່ງລັດເສດຖະກິດ

      ຜົນສຳເລັດການພິຈາລະນາຮັບຮອງແຜນພັດທະນາ ເສດຖະກິດສັງຄົມແຫ່ງຊາດ ແຜນຫງົບປະມານແຫ່ງລັດ

      10/21/2026 9:52:45 AM

      ໃນວັນທີ 20 ຕຸລາ 2026 ນີ້, ທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ ຖະແຫລງຂ່າວຕໍ່ສື່ມວນຊົນກ່ຽວກັບການພິຈາລະນາຮັບຮອງເອົາບົດລາຍງານຂອງລັດຖະບານກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ, ແຜນເງິນຕາ ປະຈຳປີ 2026 ແລະ ທິດທາງແຜນການ ປີ 2027.

    • ເປີດມະຫາກຳການທ່ອງທ່ຽວ ການສຶກສາມາເລເຊຍ ປະຈຳປີ 2026ເສດຖະກິດ

      ເປີດມະຫາກຳການທ່ອງທ່ຽວ ການສຶກສາມາເລເຊຍ ປະຈຳປີ 2026

      10/19/2026 10:43:44 AM

      ອົງການທ່ອງທ່ຽວມາເລເຊຍ ປະຈຳນະຄອນຫຼວງວຽງຈັນ ຮ່ວມກັບສະຖານທູດມາເລເຊຍ ປະຈຳ ລາວ ເປີດມະຫະກຳການທ່ອງທ່ຽວ ແລະ ການສຶກສາມາເລເຊຍ 2026 (Malaysia Travel and Education Fair 2026) ໃນລະຫວ່າງວັນທີ 17-18 ຕຸລາ 2026 ຢູ່ສູນການຄ້າພາກຊັນ ນະຄອນຫຼວງວຽງຈັນ ເພື່ອສົ່ງເສີມການທ່ອງທ່ຽວ, ການແລກປ່ຽນການສຶກສາ ແລະ ສົ່ງເສີມຮູບແບບການທ່ອງທ່ຽວ ຫຼື ກິດຈະກຳປີທ່ອງທ່ຽວມາເລເຊຍ 2026-2027 (Visit Malaysia 2026-2027) ໂດຍມີ ທູດມາເລເຊຍປະຈຳລາວ, ຫົວໜ້າກົມພັດທະນາການທ່ອງທ່ຽວ, ຫົວໜ້າກົມສົ່ງເສີມຕະຫຼາດການທ່ອງທ່ຽວ ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ, ຫົວໜ້າສະມາຄົມນັກທ່ອງທ່ຽວລາວ, ບັນດາທູດ, ຜູ້ປະກອບການດ້ານການທ່ອງທ່ຽວ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ads
ads

Top