ເດືອນມັງກອນ 2024 ລາວ ສົ່ງອອກ ສິນຄ້າ ມູນຄ່າ 561 ລ້ານໂດລາ

18/03/2024 15:04
Email Print 4002
ຂປລ ຂປລ. ໃນເດືອນມັງກອນ 2024, ສປປ ລາວ ສົ່ງອອກສິນຄ້າທັງໝົດ ມູນຄ່າປະມານ 561 ລ້ານໂດລາສະຫະລັດ ແລະ ມູນຄ່າການນຳເຂົ້າສິນຄ້າ ທັງໝົດ 749 ລ້ານໂດລາສະຫະລັດ ເຮັດໃຫ້ເດືອນທຳອິດຂອງປີ 2024 ສປປ ລາວ ຂາດດຸນການຄ້າ 188 ລ້ານໂດລາສະຫະລັດ (ໃນນີ້ ຍັງບໍ່ລວມການສົ່ງອອກ-ນຳເຂົ້າໄຟຟ້າ).

ຂປລ. ໃນເດືອນມັງກອນ 2024, ສປປ ລາວ ສົ່ງອອກສິນຄ້າທັງໝົດ ມູນຄ່າປະມານ 561 ລ້ານໂດລາສະຫະລັດ ແລະ ມູນຄ່າການນຳເຂົ້າສິນຄ້າ ທັງໝົດ 749 ລ້ານໂດລາສະຫະລັດ ເຮັດໃຫ້ເດືອນທຳອິດຂອງປີ 2024 ສປປ ລາວ ຂາດດຸນການຄ້າ 188 ລ້ານໂດລາສະຫະລັດ (ໃນນີ້ ຍັງບໍ່ລວມການສົ່ງອອກ-ນຳເຂົ້າໄຟຟ້າ). ສຳລັບປະເທດ ທີ່ ສປປ ລາວ ນໍາເຂົ້າຫລາຍໃນ 5 ອັນດັບມີ: ໄທ ປະມານ 309 ລ້ານໂດລາສະຫະລັດ, ຈີນ ປະມານ 298 ລ້ານໂດລາສະຫະລັດ, ຫວຽດນາມ ປະມານ 53 ລ້ານໂດລາສະຫະລັດ, ສ ອາເມລິກາ 17 ລ້ານໂດລາສະຫະລັດ ແລະ ຍີ່ປຸ່ນ ປະມານ 10 ລ້ານ ໂດລາສະຫະລັດ.

ສູນຂໍ້ມູນຂ່າວສານທາງດ້ານການຄ້າ ຂອງສປປ ລາວ ອ້າງອີງຈາກກົມພາສີ ກະຊວງການເງິນ ໃຫ້ຮູ້ວ່າ: ສິນຄ້າສົ່ງອອກຫລັກ 10 ອັນດັບ ປະກອບມີ: ມັນຕົ້ນ 94 ລ້ານໂດລາສະຫະລັດ, ແຮ່ທອງ 44 ລ້ານໂດລາສະຫະລັດ, ຄໍາປະສົມ, ຄຳແທ່ງ 44 ລ້ານໂດລາສະຫະລັດ, ເຈ້ຍ ແລະ ເຄື່ອງທີ່ເຮັດດ້ວຍເຈ້ຍ 39 ລ້ານໂດລາສະຫະລັດ, ແປ້ງມັນຕົ້ນ 33 ລ້ານໂດລາສະຫະລັດ, ຢາງພາລາ 32 ລ້ານໂດລາສະຫະລັດ, ນໍ້າຕານ 27 ລ້ານໂດລາສະຫະລັດ, ແຮ່ເຫລັກ 24 ລ້ານໂດລາສະຫະລັດ, ເຍື່ອໄມ້ ແລະ ເສດເຈ້ຍ 21 ລ້ານໂດລາສະຫະລັດ ແລະ ໝາກກ້ວຍ 21 ລ້ານໂດລາສະຫະລັດ. ປະເທດ ທີ່ ສປປ ລາວ ສົ່ງອອກຫລາຍໃນ 5 ອັນດັບມີ: ຈີນ ປະມານ 198 ລ້ານໂດລາສະຫະລັດ, ໄທ ປະມານ 134 ລ້ານໂດລາສະຫະລັດ, ຫວຽດນາມ ປະມານ 129 ລ້ານໂດລາສະຫະລັດ, ອົສຕຣາລີ ປະມານ 32 ລ້ານໂດລາສະຫະລັດ ແລະ ສ ອາເມລິກາ ປະມານ 13 ລ້ານໂດລາສະຫະລັດ.

ສ່ວນມູນຄ່າ ການນໍາເຂົ້າສິນຄ້າທັງໝົດ 10 ອັນດັບ ປະກອບມີ: ນ້ຳມັນກາຊວນ 95 ລ້ານໂດລາສະຫະລັດ, ຜະລິດຕະພັນເຄມີປະສົມສໍາເລັດຮູບ 64 ລ້ານໂດລາສະຫະລັດ, ອຸປະກອນກົນຈັກ (ນອກຈາກເຄື່ອງກົນຈັກພາຫະນະ) 62 ລ້ານໂດລາສະຫະລັດ, ພາຫະນະທາງບົກ (ນອກຈາກລົດຈັກ, ລົດໄຖ) 53 ລ້ານໂດລາສະຫະລັດ, ເຄື່ອງໄຟຟ້າ ແລະ ອຸປະກອນໄຟຟ້າ 34 ລ້ານໂດລາສະຫະລັດ, ເຫລັກ ແລະ ເຄື່ອງທີ່ເຮັດດ້ວຍເຫລັກ, ເຫລັກກ້າ 33 ລ້ານໂດລາສະຫະລັດ, ໄມ້ ແລະ ເຄື່ອງໃຊ້ທີ່ເຮັດດ້ວຍໄມ້ 31 ລ້ານໂດລາສະຫະລັດ, ເຄື່ອງດື່ມ (ນໍ້າ, ນໍ້າອັດລົມ, ຊູກໍາລັງ) 24 ລ້ານໂດລາສະຫະລັດ, ນໍ້າຕານ 23 ລ້ານໂດລາສະຫະລັດ ແລະ ຊິ້ນສ່ວນອາໄຫລ່ລົດ (ລວມທັງຢາງ, ແວ່ນ, ໂສ້) 23 ລ້ານໂດລາສະຫະລັດ.
KPL

ຂ່າວອື່ນໆ

    • ສາຍການບິນຫວຽດເຈັດຕົກລົງຊື້ເຮືອບິນ 20 ລຳ ມູນຄ່າ 7,4 ຕື້ໂດລາ ເສດຖະກິດ

      ສາຍການບິນຫວຽດເຈັດຕົກລົງຊື້ເຮືອບິນ 20 ລຳ ມູນຄ່າ 7,4 ຕື້ໂດລາ

      7/24/2024 4:13:23 PM

      ຂປລ. ສາຍການບິນຫວຽດເຈັດ (VietJet) ແລະ ແອບັດ (Airbus) ໄດ້ລົງນາມຢ່າງເປັນທາງການໃນສັນຍາຊື້ເຮືອບິນ A330neo (A330-900) ລຸ້ນໃໝ່ຈໍານວນ 20 ລໍາ, ລວມມູນຄ່າ 7,4 ຕື້ໂດລາຕາມລາຄາຂອງລາຍຊື່ຜູ້ຜະລິດ ຢູ່ທີ່ງານວາງສະແດງການບິນສາກົນ Farnborough. ລົງນາມໃນສັນຍາດັ່ງກ່າວມີ ທ່ານ Nguyen Thi Phuong Thao ປະທານບໍລິສັດສາຍການບິນ VietJet ແລະ ທ່ານ Christian Scherer ຄະນະບໍລິຫານສູງສຸດຂອງບໍລິສັດ Airbus Commercial Aircraft.

    • ທົ່ວແຂວງອຸດົມໄຊ ມີຄອບຄົວພົ້ນທຸກ ກວມເອົາ 60,83%ເສດຖະກິດ

      ທົ່ວແຂວງອຸດົມໄຊ ມີຄອບຄົວພົ້ນທຸກ ກວມເອົາ 60,83%

      7/24/2024 9:57:54 AM

      ການຈັດຕັ້ງປະຕິບັດວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກໃນໄລຍະຜ່ານມາ ໄດ້ຍຶດໝັ້ນ ແລະ ສືບຕໍ່ຈັດຕັ້ງປະຕິບັດຕາມທິດສ້າງຊົນນະບົດໃໝ່ ໂດຍໄດ້ກຳນົດໄວ້ໃນມະຕິກອງປະຊຸມໃຫຍ່ ຄັ້ງທີ IX ຂອງອົງຄະນະພັກ ແຂວງ.

    • ຊຽງຂວາງ ຄຸ້ມຄອງການລົງທຶນ ຢ່າງມີປະສິດທິຜົນດີຂຶ້ນເສດຖະກິດ

      ຊຽງຂວາງ ຄຸ້ມຄອງການລົງທຶນ ຢ່າງມີປະສິດທິຜົນດີຂຶ້ນ

      7/23/2024 10:43:36 AM

      ຊຽງຂວາງເອົາໃຈໃສ່ປະຕິບັດວຽກງານສົ່ງເສີມການລົງທຶນ ຂອງພາກເອກະຊົນພາຍໃນ ແລະ ຕ່າງປະເທດມີປະສິດທິຜົນດີຂຶ້ນສະແດງອອກໃນໄລຍະ 6 ເດືອນຕົ້ນປີ 2024 ສາມາດປະຕິບັດໄດ້ທັງໝົດ 319 ຫົວໜ່ວຍ, ມູນຄ່າທັງໝົດ 711,52 ຕື້ກີບ, ເທົ່າກັບ 49,16%ຂອງແຜນການປີ.

    • ອຸດົມໄຊ ສຸມໃສ່ຜະລິດກະສິກຳເປັນສິນຄ້າ ເພື່ອແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດເສດຖະກິດ

      ອຸດົມໄຊ ສຸມໃສ່ຜະລິດກະສິກຳເປັນສິນຄ້າ ເພື່ອແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ

      7/18/2024 10:38:39 AM

      ແຂວງອຸດົມໄຊ ມີທ່າແຮງທາງດ້ານກະສິກຳ ໂດຍສະເພາະແມ່ນມີພື້ນທີ່ກວ້າງຂວາງ, ອຸດົມສົມບູນ, ດິນກໍເໝາະສົມກັບການປູກພຶດຫລາຍຊະນິດລວມທັງພືດລົ້ມລຸກ, ໄມ້ຢືນຕົ້ນ, ໄມ້ໃຫ້ໝາກຕ່າງໆ ແລະ ເໝາະສົມກັບການລ້ຽງສັດ; ຫລາຍເມືອງກໍມີທ່າແຮງແຕກຕ່າງກັນ.

    • ຈຳປາສັກ ສຸມໃສ່ການຜະລິດກະສິກຳ ເປັນທາແຮງໃນການສົ່ງອອກສິນຄ້າເສດຖະກິດ

      ຈຳປາສັກ ສຸມໃສ່ການຜະລິດກະສິກຳ ເປັນທາແຮງໃນການສົ່ງອອກສິນຄ້າ

      7/16/2024 5:14:32 PM

      ຂປລ. ແຂວງຈຳປາສັກ ເລັ່ງແກ້ໄຂບັນຫາຄວາມຫຍຸງຍາກ ທາງດ້ານເສດຖະກິດ-ການເງິນ ເປັນວຽກງານບູລິມະສິດ ເຊິ່ງໄດ້ສຸມໃສ່ການຜະລິດກະສິກຳ ເພື່ອຄໍ້າປະກັນສະບຽງອາຫານ ທົດແທນການ ນໍາເຂົ້າ, ຫລຸດຜ່ອນການໄຫລອອກເງິນຕາຕ່າງປະເທດ; ສຸມໃສ່ການຜະລິດກະສິກຳ ແລະ ປຸງແຕ່ງເປັນສິນຄ້າ ເພື່ອສົ່ງອອກ ແລະ ເຮັດໃຫ້ເງິນຕາຕ່າງປະເທດ ໄຫລເຂົ້າມາໃຫ້ໄດ້ຫລາຍຂຶ້ນ; ສ້າງຄວາມເຂັ້ມ ແຂງໃຫ້ແກ່ວິສາຫະກິດຂະໜາດນ້ອຍ ແລະ ກາງພາຍໃນແຂວງ; ຄຸ້ມຄອງການນຳເຂົ້າ ແລະ ການສົ່ງອອກສິນຄ້າ

ads
ads

Top