ອຸດົມໄຊ ສຸມໃສ່ຜະລິດກະສິກຳເປັນສິນຄ້າ ເພື່ອແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ

18/07/2024 10:38
Email Print 1748
ຂປລ ແຂວງອຸດົມໄຊ ມີທ່າແຮງທາງດ້ານກະສິກຳ ໂດຍສະເພາະແມ່ນມີພື້ນທີ່ກວ້າງຂວາງ, ອຸດົມສົມບູນ, ດິນກໍເໝາະສົມກັບການປູກພຶດຫລາຍຊະນິດລວມທັງພືດລົ້ມລຸກ, ໄມ້ຢືນຕົ້ນ, ໄມ້ໃຫ້ໝາກຕ່າງໆ ແລະ ເໝາະສົມກັບການລ້ຽງສັດ; ຫລາຍເມືອງກໍມີທ່າແຮງແຕກຕ່າງກັນ.

    *ແຂວງອຸດົມໄຊ ມີທ່າແຮງທາງດ້ານກະສິກຳ ໂດຍສະເພາະແມ່ນມີພື້ນທີ່ກວ້າງຂວາງ, ອຸດົມສົມບູນ, ດິນກໍເໝາະສົມກັບການປູກພຶດຫລາຍຊະນິດລວມທັງພືດລົ້ມລຸກ, ໄມ້ຢືນຕົ້ນ, ໄມ້ໃຫ້ໝາກຕ່າງໆ ແລະ ເໝາະສົມກັບການລ້ຽງສັດ; ຫລາຍເມືອງກໍມີທ່າແຮງແຕກຕ່າງກັນ ໂດຍສະເພາະເມືອງທີ່ມີທ່ົງພຽງຫລາຍກໍເໝາະສົມກັບການປູກພືດເປັນສິນຄ້າປະເພດພືດລົ້ມລຸກຫລາຍ, ບາງເມືອງທີ່ເປັນພູດອຍທີ່ກວມອັດຕາສ່ວນສູງແມ່ນປູກພືດທີ່ເປັນເຂດເນີນສູງຕາມທ່າແຮງ ແລະ ບວກກັບທ່າແຮງອີກອັນໜຶ່ງ ແຂວງອຸດົມໄຊ ມີຫລາຍຊົນເຜົ່າ ແຕ່ລະຊົນເຜົ່າກໍມີມູນເຊື້ອດຸໝັ່ນ ແລະ ປະສົບການບົດຮຽນໃນການປູກການລ້ຽງທີ່ແນ່ນອນພໍສົມຄວນ.


     ດັ່ງທີ່, ທ່ານ ພີມມະເສນ ຄຸນສີລິວົງ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງອຸດົມໄຊໄດ້ໃຫ້ຮູ້ວ່າ: ໃນລະດູແລ້ງ ປີ 2023-2024 ໄດ້ ສຸມໃສ່ການຜະລິດຫລາຍຢ່າງໂດຍສະເພາະກໍແມ່ນການປູກເຊິ່ງມີເນື້ອທີ່ 11.560 ເຮັກຕາ ທຽບໃສ່ ແຜນການປະຕິບັດໄດ້ 92% ຜົນຜະລິດສາມາດເກັບກູ້ໄດ້ 113.300 ໂຕນ ສະເລ່ຍໄດ້ປະມານ 9,5 ໂຕນ ຕໍ່ເຮັກຕາໃນນີ້ຫລັກໆກໍສຸມໃສ່ໃນ ການຜະລິດເຂົ້ານາແຊງ 280 ເຮັກຕາ ໃນ 6 ເມືອງ ຜົນຜະລິດໄດ້ 1.270 ໂຕນ ສະມັດຕະພາບສະເລ່ຍ 4,9 ໂຕນຕໍ່ເຮັກຕາ ພ້ອມກັນນັ້ນກໍ ໄດ້ມີການປູກພືດເປັນສິນຄ້າໃນລະ ດູແລ້ງ ມີເນື້ອທີ່ 7.190 ເຮັກຕາ ທຽບໃສ່ແຜນການປະຕິບັດໄດ້ 82% ໃນ 7 ເມືອງ ຜົນຜະລິດໄດ້ 91.780 ໂຕນສະມັດຕະພາບສະ ເລ່ຍ 12.76ໂຕນຕໍ່ເຮັກຕາ ໃນນີ້ການຜະລິດເປັນສິນຄ້າມີສາລີແຂງມີເນື້ອທີ່ 3.300 ກວ່າເຮັກຕາ ພືດຕະກູນທົ່ວເຊິ່ງມີຫລາຍຊະນິດເປັນຂະບວນທີ່ກວ້າງຂວາງ ມີເນື້ອທ່ີ 1.900 ກວ່າເຮັກຕາ ປູກພືດຜັກຊະນິດຕ່າງໆ 1.370 ເຮັກຕາ ຢາສູບປະມານ 500 ກວ່າເຮັກຕາ ແລະ ມີທຸລະກິດບໍລິສັດຜູ້ປະກອບການມາຊຸກຍູ້ສົ່ງເສີມປະຊາຊົນປູກພືດຊະນິດຕ່າງໆຈຳນວນ 21 ຫົວໜ່ວຍ.

    ໃນປັດຈຸບັນກຳລັງສຸມໃສ່ການຜະລິດລະດູຝົນ ມີເນ້ືອທ່ີປະມານ 84.150,75 ເຮັກຕາ ທຽບໃສ່ແຜນປີ 2023 ແມ່ນເພີ່ມຂຶ້ນ 4%, ຄາດຄະເນຜົນຜະລິດໄດ້ທັງໝົດ 911.192,64 ໂຕນ,  ສະມັດຕະພາບ 10.84 ໂຕນ/ຮຕ ໃນນີ້ການຜະ ລິດສະບຽງອາຫານເລັ່ງໃສ່ການ ປູກເຂົ້າທັງໝົດ 26.264,91 ເຮັກຕາ, ຄາດຄະເນສະມັດຕະພາບ 3,59 ໂຕນ/ຮຕ, ຄາດຄະເນຜົນຜະລິດໄດ້ທັງໝົດ 94.281,18 ໂຕນ ໃນນັ້ນມີເຂົ້ານາປີ ເນື້ອທີ່ 16.625 ເຮັກຕາ, ຄາດຄະເນສະມັດຕະພາບ 4,51 ໂຕ່ນ/ເຮັກຕາ, ຄາດຄະເນຜົນຜະລິດ75.001 ໂຕນ; ຮອດປັດຈຸບັນກະກຽມດິນສຳເລັດ 33%, ຕົກ ກ້າສຳເລັດ 35% ແລະ ປັກດຳສຳເລັດຈຳນວນໜຶ່ງ. ເຂົ້າໄຮ່ ເນື້ອທ່ີ 9.639 ເຮັກຕາ, ຄາດຄະເນສະມັດຕະພາບ 2 ໂຕ່ນ/ເຮັກຕາ, ຄາດຄະເນຜົນຜະລິດ 1.279 ກວ່າໂຕນ. ການປູກພືດສະບຽງລວມມີເນື້ອທີ່ທັງໝົດ 5.888 ກວ່າເຮັກຕາ, ຄາດຄະເນສະມັດຕະພາບ 10.33 ໂຕນ/ເຮັກຕາ, ຜົນຜະລິດໄດ້ 60.335 ກວ່າໂຕນ.


     ທ່ານ ພີມມະເສນ ຄຸນສີລິວົງ ໄດ້ໃຫ້ຮູ້ຕື່ມວ່າ: ໂດຍປະຕິບັດຕາມທິດນຳຂອງລັດຖະບານ ກໍຄືນິຕິກຳຂອງຂັ້ນເທິງ ໂດຍສະເພາະບັນຫາວິກິດການທາງດ້ານເສດຖະກິດ ແລະ ຄວາມຫຍຸ້ງຍາກຕ່າງໆ ໂດຍສະເພາະແມ່ນບັນຫາເງິນກີບອ່ອນ ຄ່າ, ການຜະລິດພາຍໃນບໍ່ພຽງພໍຈຳນວນໜຶ່ງ ສຳລັບແຂວງອຸດົມໄຊ ກໍໄດ້ແຕ່ງຕັ້ງຄະນະຮັບຜິດຊອບແກ້ໄຂບັນຫາເສດຖະກິດເຄັ່ງຮ້ອນ ໂດຍແມ່ນການນຳຂັ້ນແຂວງ ເປັນປະທານ ໂດຍເລ່ັງໃສ່ໃນການຜະລິດ ສຳລັບການຜະລິດສະບຽງອາ ຫານ ຫລື ພືດຜັກຕ່າງໆ ແລະ ໝາກໄມ້ ແຂວງອຸດົມໄຊ ແມ່ນພຽງພໍໂດຍພື້ນຖານ ເຊິ່ງພວກເຮົາສາມາດຜະລິດໄດ້ປະເພດພືດຜັກເປັນໃບ ແລະ ໄມ້ໃຫ້ຫມາກຈຳນວນໜຶ່ງ, ແຕ່ຍັງບໍ່ສາມາດມາດຜະລິດພືດຊະນິດ ເປັນຫົວໂດຍສະເພາະມັນຝຣັ່ງ, ຫົວກະລົດ, ຜັກກາດຫົວແຕ່ກຳລັງສຶກສາຄົ້ນຄວ້າ ແລະ ຍາດແຍ່ງນັກທຸລະກິດມາທົດລອງປູກ ຖ້າໄດ້ຮັບຜົນພວກເຮົາຈະໄດ້ຢຸດຕິການນຳເຂົ້າ.  ສຳລັບພືດຜັກຕ່າງໆແມ່ນພຽງພໍ ແລະ ສາມາດສົ່ງອອກຈຳນວນໜຶ່ງໄປແຂວງໄກ້ຄຽງ.

ໂດຍ: ຄຳພູສະຫວັນ ເພັນສະຫວັດ

KPL

ຂ່າວອື່ນໆ

    • ກຸ່ມຜະລິດແນວພັນເຂົ້າເປັນສິນຄ້າ ບ້ານພ້າວໃຫຍ່ ສ້າງຄວາມເຂັ້ມແຂງໄດ້ຫລາຍດ້ານເສດຖະກິດ

      ກຸ່ມຜະລິດແນວພັນເຂົ້າເປັນສິນຄ້າ ບ້ານພ້າວໃຫຍ່ ສ້າງຄວາມເຂັ້ມແຂງໄດ້ຫລາຍດ້ານ

      5/28/2025 3:57:55 PM

      ປລ. ແຫລ່ງຂ່າວຈາກ ແຂວງສາລະວັນ ໃຫ້ຮູ້ວ່າ: ເມື່ອບໍ່ດົນມານີ້, ທ່ານ ພັນໄຊ ອິງໄຊ ຮອງຫົວໜ້າກົມສົ່ງເສີມກະສິກຳ ແລະ ສະຫະກອນ ກະຊວງກະສິກຳ ແລະ ປ່າໄມ້, ທ່ານ ສິນໄຊ ເພັດແພງລາສີ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງສາລະວັນ ພ້ອມດ້ວຍຫົວໜ້າໂຄງການ ສົ່ງເສີມລະບົບຕ້ອງໂສ້ ການຜະລິດກະສິກຳເປັນສິນຄ້າ ທີ່ເປັນມິດຕໍ່ສິ່ງແວດລ້ອມ (ຄສກສ) ແລະ ທີມງານ ຂັ້ນສູນກາງ ເຄື່ອນໄຫວຢ້ຽມຢາມ ກຸ່ມຜະລິດແນວພັນເຂົ້າເປັນສິນຄ້າ ຢູ່ບ້ານພ້າວໃຫຍ່ ເມືອງສາລະວັນ ແຂວງສາລະວັນ.

    • ຂະບວນລົດໄຟຈີນ-ລາວທີ່ແລ່ນໃນໄຕມາດທໍາອິດເພີ່ມຂຶ້ນ 40% ທຽບໃສ່ໄລຍະດຽວກັນ, ເມືອງເສີນຕູ ພວມເລັ່ງກໍ່ສ້າງເສັ້ນທາງທອງຄໍາ ອາຊີ-ເສີນຕູ-ເອີຣົບເສດຖະກິດ

      ຂະບວນລົດໄຟຈີນ-ລາວທີ່ແລ່ນໃນໄຕມາດທໍາອິດເພີ່ມຂຶ້ນ 40% ທຽບໃສ່ໄລຍະດຽວກັນ, ເມືອງເສີນຕູ ພວມເລັ່ງກໍ່ສ້າງເສັ້ນທາງທອງຄໍາ ອາຊີ-ເສີນຕູ-ເອີຣົບ

      4/29/2025 1:49:21 PM

      ຂປລ. ຢູ່ສູນວາງສະແດງທ່າກຳປັ່ນລົດໄຟສາກົນເສີນຕູ, ຂະບວນລົດໄຟສາກົນທີ່ກຳລັງແລ່ນຢູ່ໄດ້ສະແດງໃຫ້ເຫັນຜ່ານໜ້າຈໍໃຫຍ່ແບບ real time. ນັບແຕ່ປີນີ້ເປັນຕົ້ນມາ, ຂະບວນລົດໄຟສາກົນເສີນຕູ ໄດ້ສືບຕໍ່ ຂະຫຍາຍຂີດ ຄວາມສາມາດການເຂົ້າເຖິງເຄືອຂ່າຍຂອງຕົນ. ໃນໄຕມາດທໍາອິດຂອງປີ 2025, ຂະບວນລົດໄຟສາກົນເສີນຕູ ເປີດແລ່ນໄດ້ 1.380 ຂະບວນ. ໃນນັ້ນ, ມີປະລິມານການຂົນສົ່ງສິນຄ້າຂາເຂົ້າ-ຂາອອກ 417.000 ໂຕນ, ເພີ່ມຂຶ້ນ 11,4% ເມື່ອທຽບໃສ່ໄລຍະດຽວກັນ; ຈຳນວນຂະບວນລົດໄຟຈີນ-ລາວເພີ່ມຂຶ້ນ 40% ເມື່ອທຽບໃສ່ໄລຍະດຽວກັນ, ໄດ້ບັນລຸ "ການເລີ່ມຕົ້ນດ້ວຍໝາກຜົນທີ່ດີ" ໃນໄຕມາດທຳອິດ.

    • ສາຍການບິນຫວຽດເຈັດ ເປີດ​ຖ້ຽວ​ບິນ​ໄປ​ເກາະ​ໂກນ​ດ່າວເສດຖະກິດ

      ສາຍການບິນຫວຽດເຈັດ ເປີດ​ຖ້ຽວ​ບິນ​ໄປ​ເກາະ​ໂກນ​ດ່າວ

      4/23/2025 12:33:40 PM

      ສາຍການບິນຫວຽດເຈັດ (Vietjet) ໄດ້ເປີດ 2 ເສັ້ນທາງບິນກົງໃໝ່ເຊື່ອມຕໍ່ຮ່າໂນ້ຍ ແລະ ນະຄອນໂຮ່ຈີ່ມິງ ກັບເກາະໂກນດ່າວ ເກາະທີ່ມີທຳມະຊາດສວຍງາມຂອງປະເທດຫວຽດນາມ, ການເປີດເສັ້ນທາງໃໝ່ນີ້ຈະຊ່ວຍປັບປຸງການເຊື່ອມຕໍ່ພາຍໃນຂອງສາຍການບິນ ​ແລະ ສະໜອງ​ຄວາມ​ສະດວກ​ໃຫ້​ນັກ​ທ່ອງ​ທ່ຽວ​ເຂົ້າ​ເຖິງ​ສະຖານທີ່ສຳຄັນດ້ານ​ປະຫວັດສາດ ​ແລະ ຈຸດໝາຍປາຍທາງອັນສັກສິດ​ຂອງ​ຫວຽດນາມ.

    • ການຕັ້ງກໍາແພງພາສີກີດກັ້ນການຄ້າ ອາດຈູດສະນວນລະເບີດໃສ່ເສດຖະກິດໂລກເສດຖະກິດ

      ການຕັ້ງກໍາແພງພາສີກີດກັ້ນການຄ້າ ອາດຈູດສະນວນລະເບີດໃສ່ເສດຖະກິດໂລກ

      4/15/2025 10:09:30 AM

      ນະໂຍບາຍການຕັ້ງກຳແພງສິນຄ້າຂອງປະທານາທິບໍດີໂດນໂນ ທຣຳ ທີ່ສະເໜີໃຫ້ເກືອບທຸກສິນຄ້ານຳເຂົ້າສະຫະລັດອາເມລິການັ້ນກໍາລັງກາຍເປັນຫົວຂໍ້ເຮັດໃຫ້ຊາວໂລກວິຕົກກັງວົນ ແລະ ບໍ່ພໍໃຈ ເຊິ່ງນະໂຍບາຍດັ່ງກ່າວຄາດວ່າຈະສົ່ງຜົນກະທົບຢ່າງກວ້າງຂວາງຕໍ່ເສດຖະກິດໂລກ ລວມທັງ ສປປ ລາວ.

    • ເອດີບີ ຄາດຄະເນການເຕີບໂຕທາງ ເສດຖະກິດຂອງລາວ ຢູ່ໃນລະດັບປານກາງເສດຖະກິດ

      ເອດີບີ ຄາດຄະເນການເຕີບໂຕທາງ ເສດຖະກິດຂອງລາວ ຢູ່ໃນລະດັບປານກາງ

      4/9/2025 3:03:35 PM

      ຂປລ. ໃນວັນທີ 9 ເມສາ 2025 ນີ້, ຫ້ອງການທະນາຄານພັດທະນາອາຊີ ຫລື ​ເອດີ​ບີ (ADB) ປະຈຳ ສປປ ລາວ ໄດ້ລາຍງານການເຕີບໂຕ ທາງດ້ານເສດຖະກິດຂອງລາວ ໂດຍຍົກໃຫ້ເຫັນການບໍລິ ການດ້ານການຂົນສົ່ງ ແລະ ທ່ອງທ່ຽວ ຈະສືບຕໍ່ເປັນແຮງຊຸກຍູ້ ໃຫ້ການເຕີບໂຕ ທາງເສດຖະກິດລາວ, GDP ຄາດວ່າຈະເຕີບໂຕໃນລະດັບປານກາງ ໃນອັດຕາ 3,9% ໃນປີ 2025 ແລະ 4,0% ໃນປີ 2026.

ads
ads

Top