ຫລວງພະບາງ ຈຸດໝາຍປາຍທາງຂອງນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ

12/03/2024 09:30
Email Print 2291
ຂປລ ຫລວງພະບາງ ເມືອງແຫ່ງມົນສະເໜ່, ມີວັດທະນະທຳສວຍງາມ ທີ່ບັນດານັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດຍົກໃຫ້ເປັນຈຸດໝາຍປາຍທາງການທ່ອງທ່ຽວ, ເມືອງຫລວງພະບາງ ເມືອງແຫ່ງມໍລະດົກໂລກ ທີ່ເຕັມໄປດ້ວຍສະຖານທີ່ແຫລງທ່ອງທ່ຽວທາງທຳມະ ຊາດ, ປະຫວັດສາດ ແລະ ວັດທະນະທຳ.

      *ຫລວງພະບາງ ເມືອງແຫ່ງມົນສະເໜ່, ມີວັດທະນະທຳສວຍງາມ ທີ່ບັນດານັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ຍົກໃຫ້ເປັນຈຸດໝາຍປາຍທາງການທ່ອງທ່ຽວ, ເມືອງຫລວງພະບາງ ເມືອງແຫ່ງມໍລະດົກໂລກ ທີ່ເຕັມໄປດ້ວຍສະຖານທີ່ແຫລງທ່ອງທ່ຽວທາງທຳມະຊາດ, ປະຫວັດສາດ ແລະ ວັດທະນະທຳ ເປັນຕົ້ນຕາດກວາງຊີ, ວັດຊຽງທອງ, ພູສີ, ວັດວາອາຮາມ, ຫໍພິພິທະພັນ, ຖໍ້າຕິ່ງ, ຕາດຮ້ອຍຄົວ ແລະ ອື່ນໆ. ນອກຈາກນີ້, ຍັງມີກິດຈະກຳຕ່າງໆ ທີ່ເປັນເອກະລັກສະເພາະຂອງຊາວຫລວງພະບາງ ເຊັ່ນ: ການໃສ່ບາດ, ການນຸ່ງເຄື່ອງແບບບູຮານ, ອາຫານການກິນ, ວິຖີຊີວິດຂອງປະຊາຊົນທ້ອງຖິ່ນ. ປັດຈຸບັນ, ແຂວງຫລວງພະບາງ ມີແຫລ່ງທ່ອງທ່ຽວຍອດນິຍົມຫລາຍແຫ່ງ ທີ່ນັກທ່ອງທ່ຽວທົ່ວທຸກມຸມໂລກ ຖືເປັນຈຸດໝາຍປາຍທາງຂອງການທ່ອງທ່ຽວ, ທົ່ວແຂວງມີແຫລ່ງທ່ອງທ່ຽວຫລາຍກວ່າ 200 ແຫ່ງ. ໃນນັ້ນ, ແຫລ່ງທ່ອງທ່ຽວທຳມະຊາດຫລາຍກວ່າ 100 ແຫ່ງ, ວັດທະນະທຳຫລາຍ ກວ່າ 70 ແຫ່ງ ແລະ ແຫລ່ງທ່ອງທ່ຽວທາງປະຫວັດສາດຫລາຍກວ່າ 30 ແຫ່ງ. ໃນປີ 2023 ມີນັກທ່ອງທ່ຽວເຂົ້າມາທ່ຽວຊົມຫລວງພະບາງ ທັງໝົດ 1.029.698 ເທື່ອຄົນ, ຖ້າທຽບໃສ່ປີຜ່ານມາເພີ່ມຂຶ້ນ 491.979 ເທື່ອຄົນ.

     ໃນນີ້, ມີນັກທ່ອງທ່ຽວພາຍໃນ 265.102 ເທື່ອຄົນ ທຽບໃສ່ປີທີ່ຜ່ານມາຫລຸດລົງ 15.721 ເທື່ອຄົນ ແລະ ນັກທ່ອງທ່ຽວສາກົນ 764.596 ເທື່ອຄົນ, ເພີ່ມຂຶ້ນ 507.700 ເທື່ອຄົນ; ສະເລ່ຍຄ່າໃຊ້ຈ່າຍຂອງນັກທ່ອງທ່ຽວ ໄດ້ທັງໝົດ 559 ລ້ານກວ່າໂດລາສະຫະລັດ, ທຽບໃສ່ປີທີ່ຜ່ານມາເພີ່ມຂຶ້ນ 340 ລ້ານກວ່າໂດລາສະຫະລັດ. ຄາດໝາຍປີ 2024 ຈະດຶງດູດນັກທ່ອງທ່ຽວເຂົ້າມາທ່ອງທ່ຽວຫລວງພະບາງຄາດໄວ້ມີ 2 ລະດັບ ຄື: ລະດັບກາງ 1,1 ລ້ານກວ່າເທື່ອຄົນ ແລະ ລະດັບສູງ 1,7 ລ້ານກວ່າເທື່ອຄົນ. ໃນນັ້ນ, ນັກທ່ອງທ່ຽວພາຍໃນ 182.560 ເທື່ອຄົນ (ລະດັບກາງ) ແລະ 373.259 ເທື່ອ ຄົນ (ລະດັບສູງ), ນັກທ່ອງທ່ຽວຕ່າງປະເທດ 942.573 ເທຶ່ອຄົນ (ລະດັບ ກາງ) ແລະ 1,4 ລ້ານກວ່ເທື່ອຄົນ (ລະດັບສູງ). ສ່ວນລາຍຮັບຄາດໄວ້ມີ  2 ລະດັບ ຄື: ລະດັບກາງ 645 ລ້ານ ກວ່າໂດລາສະຫະລັດ ແລະ ລະດັບສູງເກືອບ 1 ຕື້ໂດລາສະຫະລັດ.

      ເພື່ອຮອງຮັບໃຫ້ແກ່ນັກທ່ອງທ່ຽວ, ຄະນະນຳແຂວງຫລວງພະບາງ ກໍໄດ້ເອົາໃຈໃສ່ປັບປຸງໂຄ່ງລ່າງພື້ນຖານຂະໜາດນ້ອຍ, ການສ້າງຂີດຄວາມສາມາດໃນຂະແໜງການທ່ອງທ່ຽວ, ການສ້າງຈິດສໍານຶກ, ການເຜີຍແຜ່ລະບຽບການ ແລະ ນິຕິກໍາ, ການຈັດລະດັບມາດຕະຖານ ຂອງ ສປປ ລາວ ແລະ ມາດຕະຖານອາຊຽນເຊິ່ງທົ່ວແຂວງມີບໍລິສັດທ່ອງທ່ຽວ 106 ບໍລິສັດ, ມີໂຮງແຮມ-ຣີສອດ 100 ແຫ່ງ, ມີຫ້ອງນອນ 2.732 ຫ້ອງ, ຕຽງນອນ 5.579 ຕຽງ, ເຮືອນພັກ 416 ຫລັງ, ຮ້ານອາຫານ 384 ຮ້ານ, ຮ້ານບັນເທີງ ແລະ ຄາຣາໂອເກະ 45 ຮ້ານ, ຮ້ານນວດ- ສະປາ 41 ຮ້ານ ແລະ ພະນັກງານນຳທ່ຽວ 768 ຄົນ, ຍິງ 162 ຄົນ. ໃນປີທ່ອງທ່ຽວ 2024 ນີ້, ຫລວງພະບາງກະກຽມຈັດກິດຈະກໍາຕ່າງໆເປັນຕົ້ນບຸນໄຫລເຮືອໄຟ, ງານງາມແທ້ໂອ້ຫລວງພະບາງ ຄັ້ງທີ 2 ທີ່ສະທ້ອນໃຫ້ເຫັນຄວາມເປັນຫລວງພະບາງ, ເທສະການອາຫານພື້ນເມືອງ, ງານວາງສະແດງສິນຄ້າຫັດຖະກຳ, ສາທິດກິດຈະກຳທີ່ຕິດພັນກັບວິຖີຊີວິດທີ່ເປັນເອກະລັກຂອງແຂວງ, ງານປະກວດດົນຕີພື້ນເມືອງ, ກິດຈະກຳຂີ່ລົດຖີບເພື່ອອະນຸລັກວັດທະນະທໍາ, ບຸນຊ່ວງເຮືອ. ນອກຈາກນີ້, ຍັງມີຕະຫລາດນັດລາດຊ່າງຄ້ອງ, ການຈັດທັດສະນະສຶກສາຢ້ຽມຢາມ ແລະ ແລກປ່ຽນບົດຮຽນຮ່ວມກັບປະເທດເພື່ອນບ້ານ ແລະ ການສະແດງສິລະປະວັນນະຄະດີ ເພື່ອໂຄສະນາແລກປ່ຽນທາງດ້ານວັດທະນະທໍາທັງພາຍໃນ ແລະ ຕ່າງປະເທດ ແລະ ອີກຫລາຍກິດຈະກໍາ. ນອກຈາກນີ້, ຢູ່ບັນດາເມືອງຍັງໄດ້ມີກິດຈະກຳຕ່າງໆ ເຊັ່ນ: ການທ່ອງທ່ຽວທາງດ້ານກະສິກຳ ແລະ ທຳມະຊາດທີ່ເມືອງພູຄູນ; ບຸນປະເພນີກິນຈຽງຂອງເຜົ່າມົ້ງ ແລະ ບຸນປົດປີຂອງເຜົ່າກຶມມຸນະຄອນຫລວງພະບາງ; ບຸນປະເພນີຂອງເຜົ່າລື້ ເມືອງ ປາກອູ; ງານວາງສະແດງເຄື່ອງຫັດຖະກຳ ເຄື່ອງປັ້ນດິນເຜົາທີ່ບ້ານຈ່ານ ເໜືອ ເມືອງຈອມເພັດ; ບຸນອອກພັນສາຊ່ວງເຮືອ ເມືອງຊຽງເງິນ, ບຸນບັ້ງໄຟທີ່ເມືອງນານ ແລະ ອື່ນໆ.

ຂ່າວ: ກິດຕາ

KPL

ຂ່າວອື່ນໆ

    • ຄາດວ່ານັກທ່ອງທ່ຽວ ຈະເຂົ້າຊົມຖໍ້າກອງລໍ ຢ່າງໜ້ອຍ 6 ພັນຄົນ ໃນປີ 2024 ນີ້ທ່ອງທ່ຽວ

      ຄາດວ່ານັກທ່ອງທ່ຽວ ຈະເຂົ້າຊົມຖໍ້າກອງລໍ ຢ່າງໜ້ອຍ 6 ພັນຄົນ ໃນປີ 2024 ນີ້

      5/2/2024 10:13:43 AM

      ນັກທ່ອງທ່ຽວພາຍໃນ​ ແລະ​ ຕ່າງປະເທດຫລາຍຮ້ອຍຄົນຕໍ່ມ້ື ຫລັງໄຫລເຂົ້າທ່ຽວຊົມສະຖານ​ທ່ອງທ່ຽວຖໍ້າກອງລໍຢູ່ເມືອງຄູນຄໍາ​ ແຂວງຄໍາມ່ວນ​ ແລະ​ ຄາດວ່າປີ 2024​ ຈະສາມາດຶງດູດນັກທ່ອງ​ທ່ຽວໄດ້ຢ່າງໜ້ອຍ​6-8​ພັນກວ່າຄົນ.

    • ຫາດຫົົກ ຍັງລໍຄອຍໄປສຳພັດທ່ອງທ່ຽວ

      ຫາດຫົົກ ຍັງລໍຄອຍໄປສຳພັດ

      4/30/2024 10:57:14 AM

      ຄິດວ່າ​ຫລາຍທ່ານຄົງໄດ້ສະເຫລີມສະຫລອງບຸນປີໃໝ່ລາວຢ່າງ​ເບີກບານມ່ວນຊື່ນ​ ທັງໄດ້ໄປທ່ອງ​ທ່ຽວຕາມຈຸດປະສົງຂອງໃຜລາວ,​ ບ່ໍວ່າການທ່ອງທ່ຽວທາງທຳມະ​ຊາດ,​ປະຫວັດສາດ ​ແລະ​ ທຳມະ​ຊາດມາແລ້ວ.​

    • ຜູ້ປະກອບການລາວ ຫວັງວ່າຄວ້າລາງວັນທ່ອງທ່ຽວອາຊຽນແບບຍືນຍົງທ່ອງທ່ຽວ

      ຜູ້ປະກອບການລາວ ຫວັງວ່າຄວ້າລາງວັນທ່ອງທ່ຽວອາຊຽນແບບຍືນຍົງ

      4/29/2024 9:16:48 AM

      ຜູ້ປະກອບທຸລະກິດໂຮງແຮມ,ຮ້ານອາຫານ ແລະ ການບໍລິການທ່ອງທ່ຽວອື່ນໆຫວັງຈະຄວ້າລາງວັນທ່ອງທ່ຽວອາຊຽນໃນປີຕໍ່ໜ້າ ຂະນະທີ່ 10 ປະເທດສະມາຊິກອາຊຽນຍັງເນັ້ນການພັດທະນາທ່ອງທ່ຽວແບບຍືນຍົງ ຕິດພັນກັບທໍາມະຊາດ, ວັດທະນະທໍາຮີດຄອງປະເພນີອັນດີງາມ, ປະຫວັດສາດ, ການມີສ່ວນຮ່ວມຂອງປະຊາຊົນ ແລະ ອື່ນໆ.

    • ສິ່ງທີເປັນຫົວໃຈສຳຄັນ ຂອງສວນອາຫານຫ້ວຍວີທ່ອງທ່ຽວ

      ສິ່ງທີເປັນຫົວໃຈສຳຄັນ ຂອງສວນອາຫານຫ້ວຍວີ

      4/25/2024 11:07:37 AM

      ​ຫ່າງ​ຫາຍ​ມາ​ດດົນພໍສົມຄວນສໍາ​ລັບກາ​ນນໍາ​ສະ​ເໜີ​ທຸລະ​ກິດກ່ຽວ​ກັບຮ້ານອາຫານ,​ ມື້ນີ້ຄໍ​ລໍາ​ສົ່ງເສີມ​ທຸລະ​ກິດຈະ​ມາຫວນຄືນບັນຍາກາດ​ເກົ່າເກ່ົາ ​ແລະ​​ ພາ​ບັນດາ​ທ່ານມາ​​ຮູ້​ຈັກ​​ ຮ້ານ​ອາຫານສວນອາຫານ​ ຫ້ວຍວີ​ ທີ່​ມີ​ຊື່ສຽງຂອງ​ເມືອງ​ລະ​ມາມ​ ​ແຂວງ​ເຊ​ກອງ.

    • ແກ້ງຊັນ ອີກແຫລ່ງທ່ອງທ່ຽວນອດນິຍົມທີ່ຄວນໄປສຳຜັດທ່ອງທ່ຽວ

      ແກ້ງຊັນ ອີກແຫລ່ງທ່ອງທ່ຽວນອດນິຍົມທີ່ຄວນໄປສຳຜັດ

      4/25/2024 11:00:53 AM

      ໃນໄລຍະບຸນປີໃໝ່ລາວ,​ນອກ​ຈາກຊາວລາວ​ແລະ​ນັກທ່ອງທ່ຽວ​ ມັກຫລິ້ນນໍ້າດ້ວຍວິທີຫົດສົງພະທະ​ຮູບ,​ຄູບາອາຈານ,​ພໍ່ແມ່,​ລຸງປ້າ​ອາວອາ​ ແລະ​ ໝູ່ເພື່ອນ​ ເພື່ອສະ​ແດງເຖິງຄວາມກະຕັນຍູຮູ້ບຸນຄຸນ,​ ລ້າງກໍາຈັດປັດເປົ່າສິ່ງບໍ່ດີອອກ​ຈາກຮ່າງ​ແລະ​ຮັບໂຊກຮັບໄຊໃຫຍ່​ຫລວງກວ່າເກົ່າ​ແຕ່ອີກທາງເລືອກ​ໜຶ່ງຄືຄົນເຮົາມັກຊອກຫາແຫລ່ງ​ທ່ອງທ່ຽວເປັນທໍາມະຊາດທ່ີມີນ້ໍາ​ໄຫລເຢັນຕະຫລອດປີເພື່ອ​ ເປັນ​ຂອງຂວັນໃນວັນພັກຜ່ອນດ້ວຍບັນ​ຍາກາດງຽບສະຫງົບ,​ຢູ່ຫ່າງຈາກ​ຜູ້ຄົນ​ແລະ​ລວມທັງມົນລະພິດ.

ads
ads

Top