ຫ້ອງວ່າການສູນກາງພັກປິດຊຸດຝຶກອົບຮົມ ຜູ້ບໍລິຫານລະດັບກາງໃຫ້ພະນັກງານ-ລັດຖະກອນ

01/03/2024 16:18
Email Print 466
ຂປລ ຂປລ. ໃນວັນທີ 29 ກຸມພາ 2024, ຫ້ອງວ່າການສູນກາງພັກ ນະຄອນຫລວງວຽງຈັນຈັດ ພິທີປິດຊຸດອົບຮົມຜູ້ບໍລິຫານລະດັບກາງ ໃຫ້ພະນັກງານ-ລັດຖະກອນ ທີ່ມີຕໍາແໜງບໍລິຫານຂັ້ນພະແນກ ພາຍໃນຫ້ອງວ່າການສູນກາງພັກ ພາຍຫລັງດຳເນີນມາແຕ່ ວັນທີ 5-29 ກຸມພາ 2024



ຂປລ. ໃນວັນທີ 29 ກຸມພາ 2024
, ຫ້ອງວ່າການສູນກາງພັກ ນະຄອນຫລວງວຽງຈັນຈັດ ພິທີປິດຊຸດອົບຮົມຜູ້ບໍລິຫານລະດັບກາງ ໃຫ້ພະນັກງານ-ລັດຖະກອນ ທີ່ມີຕໍາແໜງບໍລິຫານຂັ້ນພະແນກ ພາຍໃນຫ້ອງວ່າການສູນກາງພັກ ພາຍຫລັງດຳເນີນມາແຕ່ ວັນທີ 5-29 ກຸມພາ 2024 ໂດຍການເຂົ້າຮ່ວມຂອງ ທ່ານ ນາງ ຈັນທາ ອ່ອນວຽງໄຊ ຫົວໜ້າສະຖາບັນຄົ້ນຄວ້າ ວິທະຍາສາດການປົກຄອງ ແລະ ຝຶກອົບຮົມ ກະຊວງພາຍໃນ, ທ່ານ ຄໍາພາ ພິມມະສອນ ຮອງຫົວໜ້າຫ້ອງວ່າການສູນກາງພັກ, ມີສຳມະນາກອນເຂົ້າຮ່ວມ ທີ່ມາຈາກອ້ອມຂ້າງຫ້ອງວ່າການສູນກາງພັກ ເຂົ້າຮ່ວມ.

ທ່ານ ຄໍາພາ ພິມມະສອນ ໄດ້ມີຄໍາເຫັນວ່າ: ຜົນສໍາເລັດໃນການຝຶກອົບຮົມຄັ້ງນີ້, ຖືເປັນບາດກ້າວສໍາ ຄັນ ເຊິ່ງມັນໄດ້ສະແດງເຖິງຄວາມເອົາໃຈໃສ່ ຂອງຄະນະພັກ, ຄະນະຫ້ອງວ່າການສູນກາງພັກ ທີ່ຖື ສໍາຄັນຕໍ່ການບໍາລຸງກໍ່ສ້າງພະນັກງານ ການນຳຫລັກແຫລ່ງ ຂອງຫ້ອງວ່າການສູນກາງພັກ ໃຫ້ນັບມື້ມີ ຄວາມເຕີບໃຫຍ່ເຂັ້ມແຂງ, ແຕ່ເຖິງຢ່າງໃດກໍຕາມ ອັນນັ້ນກໍ ເປັນພຽງຜົນສໍາເລັດໃນເບື້ອງຕົ້ນເທົ່ານັ້ນ ສິ່ງສໍາຄັນແມ່ນການນໍາເອົາບົດຮຽນ ແລະ ປະສົບການ ໃນການຝຶກອົບຮົມ ໄປຄົ້ນຄວ້າ ແລະ ໝູນໃຊ້ເຂົ້າໃນ ການເຄື່ອນໄຫວ ວຽກງານຕົວຈິງໃຫ້ໄດ້ ຮັບຜົນຢ່າງເປັນຮູບປະທໍາ. ພ້ອມນີ້, ທ່ານຍັງໄດ້ເນັ້ນບາງຈຸດ ທີ່ຄວນເອົາໃຈໃສ່ໃນຕໍ່ໜ້າດັ່ງນີ້: ບັນດາສຳມະນາກອນ ກໍຄື ພະນັກງານການນຳຫລັກແຫລ່ງຂັ້ນກາງ ຂອງຫ້ອງວ່າການວ່າການສູນກາງພັກ ຈົ່ງພ້ອມກັນສືບຕໍ່ເສີມ ຂະຫຍາຍເນື້ອໃນ ແລະ ບົດ ຮຽນຈາກການເຂົ້າຮ່ວມຝຶກອົບຮົມຄັ້ງນີ້ ເຂົ້າໃນການຈັດຕັ້ງປະຕິບັດ ວຽກງານຕົວຈິງຂອງຕົນຢ່າງປະດິດສ້າງ ແລະ ມີປະສິດທິຜົນສູງຂຶ້ນ, ສ້າງການຫັນປ່ຽນໃໝ່ຢ່າງແຂງແຮງ ໃນການຈັດຕັ້ງນຳພາ, ຕັ້ງໜ້າແຂ່ງຂັນພັດທະນາຕົນເອງ ແລະ ການຈັດຕັ້ງ, ເອົາໃຈໃສ່ຍົກສູງຄວາມອາດສາມາດ ໃນການນໍາພາພະນັກງານ-ລັດຖະກອນ ທີ່ຢູ່ໃນຄວາມຮັບຜິດ ຊອບຂອງຕົນ, ເປັນເຈົ້າການຈັດຕັ້ງຜັນຂະຫຍາຍວຽກງານໃນ ຄວາມຮັບຜິດຊອບຂອງຕົນໃຫ້ສູງຂຶ້ນ ເພື່ອເປັນກໍາລັງແຮງໃຫ້ແກ່ຄະນະພັກ, ຄະນະຫ້ອງວ່າການສູນກາງພັກ ໃນການຈັດຕັ້ງປະຕິບັດ ບັນດາຄາດ ໝາຍ ຂອງກອງປະຊຸມໃຫຍ່ ອົງຄະນະພັກຫ້ອງວ່າການ ສູນກາງພັກ ໃຫ້ບັນລຸຕາມຈຸດປະສົງຄາດໝາຍທີ່ວາງໄວ້.

⁠ທ່ານ ຄໍາພາ ພິມມະສອນ ຍັງກ່າວຕື່ມວ່າ: ພາຍຫລັງບັນດາສຳມະນາກອນ ໄດ້ສໍາເລັດການຝຶກອົບຮົມກັບໄປປະຈຳການປົກກະຕິແລ້ວ ໃຫ້ບັນດາກົມກອງທີ່ບັນດາພະນັກງານຫລັກແຫລ່ງ ຂັ້ນກາງສັງກັດຢູ່ ສືບຕໍ່ຕິດຕາມ, ຊຸກຍູ້, ກໍ່ສ້າງ ເຂົາເຈົ້າຕໍ່ໄປ ດ້ວຍການມອບ ວຽກມອບງານ, ນໍາໃຊ້, ທົດສອບໃນໜ້າວຽກຕົວຈິງ ໃຫ້ຫລາຍຂຶ້ນ ເພື່ອເປັນການກໍ່ສ້າງພະນັກງານ ທາງດ້ານຄວາມຮູ້ຄວາມສາມາດ, ຊຸກຍູ້ໃຫ້ເຂົາເຈົ້າໄດ້ລົງເລິກຕົວຈິງ ໃນການໝູນໃຊ້ບົດຮຽນ, ຄວາມຮູ້ທາງດ້ານທິດສະດີ ທີ່ໄດ້ຈາກການຝຶກອົບຮົມ ມາຜັນຂະຫຍາຍ ເຂົ້າສູ່ຕົວຈິງຢ່າງເປັນຮູບປະທຳ ແລະ ມີປະສິດທິຜົນສູງຂຶ້ນ.

ຂ່າວ-ພາບ: ສົມຫວັງ

KPL

ຂ່າວອື່ນໆ

    • ຮູບເງົາ ນວນແສງ ກຽມເຂົ້າສາຍໃນໂຮງຮູບເງົາ 19 ກັນຍານີ້ວັດທະນະທຳ-ສັງຄົມ

      ຮູບເງົາ ນວນແສງ ກຽມເຂົ້າສາຍໃນໂຮງຮູບເງົາ 19 ກັນຍານີ້

      9/5/2024 2:59:54 PM

      ຂປລ. ຮູບເງົາ​ເລື່ອງ “ນວນແສງ” ກຽມເຂົ້າສາຍໃນໂຮງຮູບເງົາ ໃນວັນທີ 19 ກັນຍາ 2024 ຢູ່ໂຮງຮູບເງົາເມເຈີ ແພັດຕິນໍ່າ ຊິນີເພັກ ວຽງຈັນເຊັນເຕີ, ໂຮງຮູບເງົາເງົາເມເຈີ ແພັດຕິນໍ່າ ຊິນີເພັກ ໄອເຕັກ, ໂຮງຮູບເງົາປາກເຊ, ໂຮງຮູບເງົາຊີຕີ້ເພັກດົງໂດກ.

    • ລາວ ເພີ່ມທະວີການເຊື່ອມຕໍ່ກັບ ສ ເກົາຫລີ ຜ່ານການປັບປຸງ ສະໜາມບິນສາກົນຫລວງພະບາງວັດທະນະທຳ-ສັງຄົມ

      ລາວ ເພີ່ມທະວີການເຊື່ອມຕໍ່ກັບ ສ ເກົາຫລີ ຜ່ານການປັບປຸງ ສະໜາມບິນສາກົນຫລວງພະບາງ

      9/5/2024 2:43:12 PM

      ຂປລ. ອົງການສົ່ງເສີມການຄ້າ-ການລົງທຶນ ສ ເກົາຫລີ (KOTRA) ວຽງ​ຈັນ ຈັດສຳມະນາວ່າດ້ວຍບົດລາຍງານເທື່ອສຸດທ້າຍ ຂອງໂຄງ​ການ​ແບ່ງ​ປັນ​ຄວາມ​ຮູ້ (KSP) ພາຍ​ໃຕ້ຫົວຂໍ້ “ການປັບປຸງ ນ່ານຟ້າ ແລະ ວົງຈອນບິນຂອງສະໜາມບິນສາກົນຫລວງພະບາງ” ​ໃນ​ວັນ​ທີ 3 ກັນຍາ 2024 ຜ່ານ​ມາ ຢູ່​ນະຄອນຫລວງ​ວຽງ​ຈັນ ໂດຍການສະໜັບສະໜູນຈາກ ກະຊວງເສດຖະກິດ ແລະ ການເງິນ ສ ເກົາ ຫລີ ແນໃສ່ ຍົກລະດັບອຸສາຫະກຳການບິນຂອງລາວ, ສົ່ງເສີມການທ່ອງທ່ຽວ, ແລະ ສົ່ງເສີມການຟື້ນຟູເສດຖະກິດຂອງລາວ.

    • ສາຍການບິນຫວຽດເຈັດ ໄດ້ຮັບລາງວັນການທ່ອງທ່ຽວໂລກວັດທະນະທຳ-ສັງຄົມ

      ສາຍການບິນຫວຽດເຈັດ ໄດ້ຮັບລາງວັນການທ່ອງທ່ຽວໂລກ

      9/5/2024 2:33:20 PM

      ສາຍການບິນຫວຽດເຈັດ (VietJet) ໄດ້ຮັບ 2 ລາງວັນໃນງານມອບລາງວັນການທ່ອງທ່ຽວຂອງໂລກປີ 2024 ເຊິ່ງ ໄດ້ຮັບລາງວັນຄື: ສາຍການບິນຊັ້ນນໍາຂອງອາຊີ ດ້ານການໃຫ້ປະສົບການແກ່ລູກຄ້າ ແລະ ລາງວັນສາຍການບິນຊັ້ນນໍາດ້ານໂປຣແກມສະສົມຄະແນນຂອງອາຊີ ໂດຍພິທີ​​ໄດ້​ຈັດ​ຂຶ້ນ​ຢູ່​ນະຄອນຫລວງ​ມະ​ນີລາ​ ປະເທດ​ຟີ​ລິບ​ປິນ, ​ໂດຍ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້ນໍາ​ຕ່າງປະ​ເທດ ແລະ ຜູ້​ຊ່ຽວຊານ​ດ້ານ​ຂະ​ແໜງ​ການ​ການບິນ, ການ​ເດີນທາງ ​ແລະ ການທ່ອງທ່ຽວ.

    • ເມືອງລະຄອນເພັງ ກຽມຄວາມພ້ອມ  ເປີດດ່ານສາກົນ ປາກຕາພານ 100%ວັດທະນະທຳ-ສັງຄົມ

      ເມືອງລະຄອນເພັງ ກຽມຄວາມພ້ອມ ເປີດດ່ານສາກົນ ປາກຕາພານ 100%

      9/5/2024 2:29:51 PM

      ຂປລ. ດ່ານທ້ອງຖິ່ນປາກຕາພານ ຕັ້ງຢູ່ບ້ານປາກຕາພານ, ເມືອງລະຄອນເພັງ ແຂວງສາລະວັນ ມີປະຕູດ່ານເຊິ່ງໜ້າກັບດ່ານຊາຍແດນຖາວອນປາກແຊງ ອໍາເພີນາຕານ ແຂວງອຸບົນຣາຊະທານີ ຣາຊະອານາຈັກໄທ. ປັດຈຸບັນ, ພາກສ່ວນ​ກ່ຽວຂ້ອງ ກໍ​ຄື ​ເມືອງ​ລະຄອນ​ເພັງ ​​ແຂວງ​ສາລະ​ວັນ ແມ່ນ​ໄດ້​ກຽມ​ຄວາມ​ພ້ອມ​ຮອບດ້ານ​​ເພື່ອ​ເປີດ​ດ່ານ​ດັ່ງກ່າວ ​ເປັນ​ດ່ານ​ສາກົນ.

    • ການດຳລົງຊີວິດຂອງຊົນເຜົ່າກະຕູວັດທະນະທຳ-ສັງຄົມ

      ການດຳລົງຊີວິດຂອງຊົນເຜົ່າກະຕູ

      9/5/2024 12:33:30 PM

      ລາວ ເປັນປະເທດທີ່ມີອະລິຍະທໍາເກົ່າແກ່ໃນອາຊີຕາເວັນອອກສຽງໃຕ້ ແລະ ມີຄວາມຫລາກຫລາຍທາງດ້ານຊົນເຜົ່າ, ວັດທະ ນາທໍາ, ຮີດຄອງປະເພນີ ແລະ ຮູບແບບການດໍາລົງຊີວິດພົນລະເມືອງລາວ ປະກອບຫລາຍຊົນເຜົ່າ.

ads
ads

Top