ໂທດຂອງການເປັນນັກສືບສອດແນມ

26/02/2024 10:03
Email Print 939
ຂປລ ຄົນຕ່າງປະເທດ, ຄົນຕ່າງດ້າວ ຫລື ຄົນບໍ່ມີສັນຊາດ ຜູ້ໃດຫາກໄດ້ເຄ່ືອນໄຫວເກັບກຳຂ່າວ, ຂ້ໍມູນ, ວັດຖຸ, ການດຳເນີນງານ ຫລື ເອກະ ສານທາງຄອມພິວເຕີ ຫລື ເອກະສານກ່ຽວກັບຄວາມລັບຂອງລັດ ຫລື ຄວາມລັບທາງລັດຖະການເພື່ອກໍ່ຄວາມເສຍຫາຍ ຫລື ມ້າງເພ ສາທາ ລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຈະຖືກລົງໂທດຕັດອິດສະລະພາບ.
  
  * ຄົນຕ່າງປະເທດ, ຄົນຕ່າງດ້າວຫລື ຄົນບໍ່ມີສັນຊາດຜູ້ໃດຫາກໄດ້ ເຄ່ືອນໄຫວເກັບກຳຂ່າວ, ຂ້ໍມູນ, ວັດຖຸ, ການດຳເນີນງານ ຫລື ເອກະສານທາງຄອມພິວເຕີ ຫລື ເອກະສານກ່ຽວກັບຄວາມລັບຂອງລັດ ຫລື ຄວາມລັບທາງລັດຖະການ ເພື່ອກໍ່ຄວາມເສຍຫາຍ ຫລື ມ້າງເພ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຈະຖືກລົງໂທດຕັດອິດສະລະພາບ ແຕ່ສິບປີ ຫາ ຊາວປີ ແລະ ຈະຖືກປັບໃໝ ແຕ່ 5.000.000 ກີບ ຫາ  300.000.000 ກີບ, ອາດຈະຖືກຮິບຊັບ, ຖືກຈຳກັດທີ່ຢູ່ ຫລື ຖືກເນລະເທດ ຫລື ຕັດອິດສະລະພາບຕະຫລອດຊີວິດ ແລະ ຈະຖືກປັບໃໝ ແຕ່ 30.000.000 ກີບ ຫາ  400.000.000 ກີບ ຫລື ປະຫານຊີວິດ.ບຸກຄົນໃດຫາກໄດ້ເຄື່ອນໄຫວເກັບກຳຂ່າວ, ຂໍ້ມູນ, ວັດຖຸ, ການດຳເນີນງານ ຫລື ເອກະສານທາງຄອມພິວເຕີ ຫລື ເອກະສານກ່ຽວກັບຄວາມລັບຂອງລັດ ຫລື ຄວາມລັບທາງລັດຖະການສົ່ງໃຫ້ພວກທໍລະຍົດ ຫລື  ກະບົດຕໍ່ຊາດເພື່ອມ້າງເພສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຈະຖືກລົງໂທດຕັດອິດສະລະພາບ ແຕ່ ຫ້າປີ ຫາ ສິບປີ ແລະ ຈະຖືກປັບໃໝ ແຕ່ 5.000.000 ກີບ ຫາ 200.000.000 ກີບ, ອາດຈະຖືກ ຮິບຊັບ ແລະ ອາດຈະຖືກຈຳກັດທີ່ຢູ່. ພົນລະເມືອງລາວຜູ້ໃດທີ່ເຄື່ອນໄຫວເກັບກຳຂ່າວ, ຂໍ້ມູນ, ວັດຖຸ, ການດຳເນີນງານ ຫລື ເອກະສານທາງຄອມພິວເຕີ ຫລື ເອກະສານກ່ຽວກັບຄວາມລັບຂອງລັດ ຫລື ຄວາມລັບທາງລັດຖະການສົ່ງໃຫ້ຄົນຕ່າງປະເທດ ຫລື ອົງການຈັດຕັ້ງຕ່າງປະເທດ ເພື່ອໃຊ້ເປັນຂໍ້ມູນກໍ່ຄວາມເສຍຫາຍ ຫລື ມ້າງເພສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຈະຖືວ່າໄດ້ກະທຳຜິດໃນສະຖານທໍລະຍົດຕ່ໍຊາດ ແລະ ຈະຖືກລົງໂທດຕາມມາດຕາ 110 ຂອງປະມວນກົດໝາຍ ສະບັບນີ້.
KPL

ຂ່າວອື່ນໆ

    • 42 ປີ ແຫ່ງການກຳເນີດເຕີບໃຫຍ່ຂະຫຍາຍຕົວຂອງ ກອງພັນໃຫຍ່ 641ບົດ-ສາລະຄະດີ

      42 ປີ ແຫ່ງການກຳເນີດເຕີບໃຫຍ່ຂະຫຍາຍຕົວຂອງ ກອງພັນໃຫຍ່ 641

      6/30/2025 3:06:10 PM

      * ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ ໃນໄລຍະໃໝ່ ຂອງການປະຕິວັດ ກໍຄືການ ປັບປຸງກໍ່ສ້າງກອງທັບ ໃຫ້ເຕີບໃຫຍ່ເຂັ້ມແຂງຂຶ້ນເທື່ອລະກ້າວນັ້ນ ກອງພັນໃຫຍ່ 641 ເຊິ່ງເປັນກອງພັນທໍາອິດ ຂອງ ເຫລົ່າຮົບປ້ອງກັນອາກາດ ໄດ້ຮັບການສ້າງຕັ້ງຂຶ້ນຢ່າງເປັນທາງການ ຕາມການຕົກລົງ ຂອງກະຊວງປ້ອງກັນປະເທດ ໃນວັນທີ 24 ມິຖຸນາ 1983.

    • ຫວນຄືນການເຕີບໃຫຍ່ຂະຫຍາຍຕົວ ຂອງຄະນະພົວພັນຕ່າງປະເທດສູນກາງພັກບົດ-ສາລະຄະດີ

      ຫວນຄືນການເຕີບໃຫຍ່ຂະຫຍາຍຕົວ ຂອງຄະນະພົວພັນຕ່າງປະເທດສູນກາງພັກ

      6/30/2025 2:07:33 PM

      *ໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວລັດ, ທົ່ວກອງທັບ ແລະ ປວງຊົນລາວທັງຊາດ ພວມແຂ່ງຂັນສ້າງຜົນງານ ຂ່ຳນັບຮັບຕ້ອນ ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ທີ່ຈະມີເຖິງ ແລະ ເປັນໄລຍະທີ່ອົງຄະນະພັກ, ສະມາຊິກ ພັກ-ພະ ນັກງານ ທົ່ວຄະນະພົວພັນຕ່າງປະເທດສູນກາງພັກ ພວມກະກຽມໄຂກອງປະຊຸມໃຫຍ່ ຄັ້ງທີ III ຂອງຕົນ ເຊິ່ງກໍພໍດີ ຖືກກັບໂອກາດວັນສ້າງຕັ້ງ ຄະນະພົວພັນຕ່າງປະເທດສູນກາງພັກ ທີ່ໄດ້ບັນຈົບມາຄົບຮອບ 42 ປີ ໃນວັນທີ 29 ມິຖຸນາ 2025.

    • ເລີແກຣນປາກແບງລີສອດ ເນັ້ນການບໍລິການທີ່ສ້າງຄວາມປະທັບໃຈໃຫ້ລູກຄ້າບົດ-ສາລະຄະດີ

      ເລີແກຣນປາກແບງລີສອດ ເນັ້ນການບໍລິການທີ່ສ້າງຄວາມປະທັບໃຈໃຫ້ລູກຄ້າ

      6/24/2025 10:02:11 AM

      ເລີແກຣນ ປາກແບງຣີສອດ,ເມືອງປາກແບງ, ແຂວງອຸດົມໄຊ ໃນການບໍລິການດຳເນີນທຸລະກິດກ່ຽວກັບທີ່ພັກ ແລະ ຮ້ານອາຫານອີກແຫ່ງໜຶ່ງທີ່ຂຶ້ນຊື່ລືນາມ ເລື່ອງການບໍລິການທີ່ດີ, ສະຖານທີ່ສວຍງາມປານຮູບແຕ້ມ.

    • ເມືອງບາຈຽງຈະເລີນສຸກ ຈັດງານວາງສະແດງສິນຄ້າຫັດຖະກຳ-ກະສິກຳ ຄັ້ງທີ XIXບົດ-ສາລະຄະດີ

      ເມືອງບາຈຽງຈະເລີນສຸກ ຈັດງານວາງສະແດງສິນຄ້າຫັດຖະກຳ-ກະສິກຳ ຄັ້ງທີ XIX

      6/24/2025 9:44:58 AM

      ນັບວ່າເປັນອີກໜຶ່ງງານທີສຳຄັນ ທັງເປັນການສົ່ງເສີມການຜະລິດເປັນສິນຄ້າແກ້ໄຂຄວາມທຸກຍາກເພືື່ອພັດທະນາຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ, ການສົ່ງເສີມທາງດ້ານການຕະຫລາດ ໂດຍສະເພາະແມ່ນການຈັດງານວາງສະແດງຜົນຜະລິດກະສິກຳ-ຫັດຖະກຳໃນແຕ່ລະປີ.

    • ການປົກປັກຮັກສາ ແລະ ການພັດທະນາສັດປ່າບົດ-ສາລະຄະດີ

      ການປົກປັກຮັກສາ ແລະ ການພັດທະນາສັດປ່າ

      6/16/2025 6:16:34 PM

      ໃນໝວດ 2 ຂອງກົດໝາຍວ່າດ້ວຍສັດປ່າສະບັບປັບປຸງມາດຕາ 31 (ປັບປຸງ) ໄດ້ກຳນົດໄວ້ວ່າ: ການປົກປັກຮັກສາສັດປ່າປະກອບດ້ວຍກິດຈະກຳດັ່ງນີ້: ການສຳຫລວດປ່າ; ການກຳນົດເຂດປົກປັກຮັກສາສັດປ່າ; ການສ້າງສູນຟື້ນຟູສຸຂະພາບສັດປ່າ; ການປ່ອຍສັດປ່າຄືນສູ່ທຳມະຊາດ; ການສຶກສາຄົ້ນຄວ້າດ້ານວິທະຍາສາດ; ການປູກຈິດສຳນຶກ ແລະ ກິດຈະການອື່ນ.

ads
ads

Top