ຂປລ
ປະເທດລາວ ເປັນປະເທດໜຶ່ງທີ່ມີສັດຫລາຍປະເພດທັງໃຫຍ່ ແລະ ນ້ອຍທີ່ສວຍສົດງົດງາມ. ໃນຂະນະດຽວກັນຈຳນວນສັດປະເພດຕ່າງໆ ເຫລົ່ານັ້ນກໍ່ຫລຸດລົງ ຍ້ອນຖືກລ່າ ແລະ ປ່າໄມ້ຖືກຖາງເພື່ອທຳການຜະລິດຢ່າງຊະຊາຍ, ເຮັດໃຫ້ຄວາມອຸດົມສົມບູນກໍ່ຄ່ອຍໆໝົດໄປເຊັ່ນ ດຽວກັນ.
*ປະເທດລາວ ເປັນປະເທດໜຶ່ງທີ່ມີສັດຫລາຍປະເພດທັງໃຫຍ່ ແລະ ນ້ອຍທີ່ສວຍສົດງົດງາມ. ໃນຂະນະດຽວກັນຈຳນວນສັດປະເພດຕ່າງໆເຫລົ່ານັ້ນກໍ່ຫລຸດລົງ ຍ້ອນຖືກລ່າ ແລະ ປ່າໄມ້ຖືກຖາງເພື່ອທຳການຜະລິດຢ່າງຊະຊາຍ, ເຮັດໃຫ້ຄວາມອຸດົມສົມບູນກໍ່ຄ່ອຍໆໝົດໄປເຊັ່ນດຽວກັນ. ແຕ່ເຖິງຢ່າງໃດກໍ່ຕາມລັດຖະບານກໍ່ຄືຫລາຍທ້ອງຖິ່ນກໍ່ໄດ້ເອົາໃຈໃສ່ຕໍ່ການຄຸ້ມຄອງ, ປຸກລະດົມທົ່ວປວງຊົນຮ່ວມກັນປົກປັກຮັກສາປ່າໄມ້, ສັດປ່າຕິດພັນກັນການອອກລະບຽບກົດໝາຍຄຸ້ມຄອງບວກໃສ່ຟື້ຟູປ່າມາໂດຍຕະຫລອດ. ດ່ັງທ່ີ ທ່ານ ພິມແກ້ວ ທຳລະສິນ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງຫລວງນ້ຳທາໄດ້ໃຫ້ສຳພາດຕໍ່ສືມວນຊົນວ່າ: ພາຍຫລັງທີ່ ທ່ານເຈົ້າແຂວງຫລວງນໍ້າທາໄດ້ຕົກລົງຮັບຮອງເອົາ ນົກຂວາ ເປັນສັນຍະລັກຂອງແຂວງຢ່າງເປັນທາງການໂດຍອີງຕາມຂໍ້ຕົກລົງ ຂອງທ່ານເຈົ້າແຂວງສະບັບເລກ ທີ 45/ຈຂ ລົງວັນທີ່ 9 ມັງກອນ 2024 ວ່າດ້ວຍການຮັບຮອງເອົາສັດປະເພດ ນົກຂວາ ເປັນສັດປະຈໍແຂວງຫລວງນໍ້າທາ ແລະ ໄດ້ຮັບການມອບໝາຍໃຫ້ພະແນກກະສິກໍາ ແລະ ປ່າໄມ້ແຂວງ ຮ່ວມກັບພະແນກຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວແຂວງ ອອກລະບຽບຄຸ້ມຄອງ, ການຂະຫຍາຍພັນ, ການອະນຸລັກປົກປັກຮັກສາ ແລະ ວາງມາດຕະການຢ່າງເຂັ້ມງວດຕໍ່ຜູ້ລະເມີດທໍາລາຍນົກຂວາ. ທ່ານ ພິມແກ້ວ ທຳລະສິນ ຍັງໃຫ້ຮູ້ຕື່ມວ່າ: ນົກຂວາ ເປັນນົກປະເພດທີ່ດຳລົງຊີວິດຢູ່ຕາມທໍາມະຊາດ ທັງຢູ່ໃນເຂດປ່າດົງດິບ, ປ່າປະສົມ, ປ່າໄມ້ປ່ອງ ແລະ ທົ່ງຫຍ້າ.

ປັດຈຸບັນແຂວງຫລວງນໍ້າທາ ໄດ້ຈັດສັນປ່າໄມ້ເປັນ 3 ປະເພດຄື: ປະເພດປ່າສະຫງວນແຫ່ງຊາດ 2 ແຫ່ງ (ນໍ້າຫ້າ ແລະ ນ້ຳການ), ປ່າສະຫງວນແຂວງ1 ແຫ່ງ ແລະ ເມືອງ 5 ແຫ່ງ ລວມເນື້ອທີ່ກວ່າ 345.500 ເຮັກຕາ, ປະເພດປ່າຜະລິດແຫ່ງຊາດ 2 ແຫ່ງ ມີເນື້ອທີ່ເກືອບ 44.800 ເຮັກຕາ ແລະ ປະເພດປ່າປ້ອງກັນແຫ່ງຊາດ 4 ແຫ່ງ, ຂອງແຂວງ 1 ແຫ່ງ ແລະ ຂອງເມືອງ 3 ແຫ່ງ ມີ ເນື້ອທີ່ 333.500 ກວ່າເຮັກຕາ. ອີງ ຕາມການສໍາຫລວດຈາກຊ່ຽວຊານໃນຊຸມປີ 1995-1996 ຢູ່ໃນ 3 ປະເພດປ່ານີ້ພົບເຫັນສັດຫລາຍກວ່າໝູ່ໃນເຂດປ່າສະຫງວນແຫ່ງຊາດນໍ້າຫ້າແມ່ນປະເພດນົກຂວາຈຶ່ງໄດ້ກໍານົດເອົານົກດັ່ງກ່າວ ເປັນເຄື່ອງໝາຍປ່າສະຫງວນແຫ່ງຊາດແຫ່ງນີ້. ຂະນະທີ່ປ່າສະຫງວນແຫ່ງຊາດ ນໍ້າຫ້າ ກໍ່ໄດ້ຖືກຮັບຮອງເປັນມໍລະດົກອາຊຽນແຫ່ງທຳອິດຂອງ ສປປ ລາວ, ສໍາລັບປະຊາກອນ ຂອງນົກຂວາ ນັບແຕ່ປີ 2020– 2022 ໄດ້ມີການເພີ່ມຂຶ້ນ.
ແນວໃດກໍດີມາໃນປີ 2023 ກອງກວດກາປ່າໄມ້ແຂວງ, ກອງຄຸ້ມຄອງປ່າສະ ຫງວນແຫ່ງຊາດ, ຫ້ອງການກະສິກຳ ແລະ ປ່າໄມ້ 5 ເມືອງ ພ້ອມດ້ວຍທີມງານໄດ້ລົງກວດກາລາດຕະເວນຕາມຈຸດຫລໍ່ແຫລມ, ຕາມເສັ້ນທາງ, ຕະຫລາດ ແລະ ຮ້ານອາຫານຕ່າງໆ ສາມາດຢຶດໄດ້ສັດປ່າຈາກຜູ້ບຸກລຸກລ່າສັດປາ ແລະ ໄດ້ຈັດພິທີທໍາລາຍໂດຍເຊີນເອົາພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ. ນອກນັ້ນ ກໍ່ໄດ້ຕິດປ້າຍໂຄສະນາ ຫ້າມຊື້ - ຂາຍສັດປ່າ ຕາມຕະຫລາດ ແລະ ຖະໜົນຫົນທາງ ພ້ອມທັງໄດ້ອອກແຈ້ງການຂອງພະແນກກະສິກຳ ແລະ ປ່າໄມ້ ເລກທີ 648/ ກປຂ.ນທ, ລົງວັນທີ 31 ຕຸລາ 2023 ຫ້າມການຄ້າຂາຍສັດປ່າ, ຊິ້ນສ່ວນ ແລະ ຜະລິດຕະພັນສັດປ່າປະເພດຫວງຫ້າມ ເພື່ອປຸກຈິດສຳນຶກໃຫ້ແກ່ ປະຊາຊົນແຂວງຫລວງນໍ້າທາ ຊ່ວຍກັນປົກປັກຮັກສາສັດປ່າໃຫ້ມີຄວາມຍືນຍົງ ແລະ ໄດ້ເພີ່ມຄວາມເອົາໃຈໃສ່ຢ່າງເຂັ້ມງວດ ໃນການຄຸ້ມຄອງສັດປ່າ ໂດຍສະເພາະແມ່ນນົກຂວາ ທີ່ເປັນສັນຍະລັກຂອງແຂວງຫລວງນໍ້າທາ, ເດັດຂາດຫລຸດຜ່ອນການວາງຊື້-ຂາຍນົກຂວາ ຕາມທ້ອງຕະຫລາດ, ຮ້ານອາຫານ, ຕາມເສັ້ນທາງ ແລະ ຈຸດຫລໍ່ ແຫລມຕ່າງໆ, ພ້ອມທັງຫລຸດຜ່ອນການລ່າໃຫ້ຫລຸດໜ້ອຍຖອຍລົງເທື່ອລະກ້າວ ໂດຍການຍົກລະດັບການກວດກາລາດຕະເວນ ແລະ ບັງຄັບໃຊ້ລະບຽບກົດໝາຍໃຫ້ເຂັ້ມງວດກວ່າເກົ່າ, ພ້ອມທັງຖືເອົາການໂຄສະນາເຜີຍແຜ່ຄວາມໝາຍຄວາມສໍາຄັນຂອງສັດປ່າ ແລະ ນົກຂວາໃຫ້ປະຊາຊົນຫລວງນໍ້າທາໃຫ້ຮັບຮູ້ຢ່າງກວ້າງຂວາງ.
ນອກນັ້ນ ກໍ່ໄດ້ມີການຕິດຕາມ ປະເມີນປະຊາກອນ ນົກຂວາ ເປັນໄລຍະໄລຍະເພື່ອຮັບປະກັນບໍ່ໃຫ້ ນົກຂວາສູນພັນຈາກແຂວງຫລວງນ້ໍາທາ ແລະ ເພື່ອຮັບປະກັນ ໃຫ້ນົກຂວາມີການແຜ່ຂະຫຍາຍຍືນຍົງກໍ່ໄດ້ມີແຜນສົ່ງເສີມໃຫ້ມີການລ້ຽງ ຫລື ເພາະພັນນົກຂວາ ປ່ອຍຄືນສູ່ທຳມະຊາດ. ສ່ິງນ້ີກ່ໍແມ່ນອີກໜ່ຶງທາງເລືອກໃນການສົ່ງເສີມການທ່ອງທ່ຽວຊົມນົກຂວາ. ທັງໝົດນ້ີແມ່ນຕ້ອງໄປຕາມກົດໝາຍວ່າ ດ້ວຍສັດປ່າ ແລະ ກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ.ຢ່າງໃດກໍ່ຕາມພວກເຮົາຕ້ອງຮ່ວມກັນເປັນຫູເປັນຕາຊ່ວຍເຈົ້າໜ້າທີ່ກ່ຽວຂ້ອງໃນການປົກປັກຮັກສາສັດນ້ຳ-ສັດປ່າ ເພື່ອໃຫ້ຈຳນວນປະຊາກອນສັດປ່າຢູ່ໃນປະເທດລາວເຮົານັບມື້ອຸດົມສົມບູນຂຶ້ນ ໂດຍສະເພາະແມ່ນຢຸດລ່າ,ຢຸດຊື້, ຢຸດທຳລາຍປ່າໄມ້ແບບຊະຊາຍ, ປ້ອງກັນບໍ່ໃຫ້ເກີດໄຟໄໝ້ລາມປ່າໃນແຕ່ລະປີ ແລະ ອື່ນໆ.
KPL