7069

ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ ົີ້ົ່ືັwww.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນສຸກ 11.07.2025 ປີທີ 24 ສະບັບທີ 6.224ັຸີີັີ ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK j -q ,g-u p;a olh k'8A 'ra dxt-k-q o xt8y ;a f]k; 7q [Iv[ 70 xu 1j k'l5 f.9K 9q f\kpv;prvo;a o-kf,q '3d]u 0tc|'dtly de o; -U c9's]kp[a osk 8y fra oda [dko75h ,7v']k7kly o7h kdtly de ຂປລ. ກອງປະຊຸມສະໄໝສາ ມັນເທືອທີ 9 ຂອງສະພາປະຊາຊົນ ນະຄອນຫລວງວຽງຈັນ (ນວ) ໃນ ວັນທີ 9 ກໍລະກົດ 2025 ພາຍໃຕ້ ການເປັນປະທານຂອງ ທ່ານ ອານຸ ພາບ ຕຸນາລົມ ປະທານສະພາປະ ຊາຊົນ ນະຄອນຫລວງວຽງຈັນ, ທ່ານ ແສງອາລຸນ ສຸລິຍະວົງ ຫົວ ໜ້າພະແນກກະສິກຳ ແລະ ປ່າໄມ້ ນວໄດ້ຊີ້ແຈງຕໍ່ຄໍາຊັກຖາມຂອງບັນ ດາສະມາຊິກສະພາແຫ່ງຊາດ ປະ ຈຳເຂດເລືອກຕັ້ງ 1 ນວ (ສສຊ) ແລະ ສະມາຊິກສະພາປະຊາຊົນ oE4h ;,0a '.o8q ;g,n v' o; w]pt]tf6 /q o gdu f9kds]kpxa fw9 ຂປລ. ບັນຫານ້ຳຖ້ວມຂັງໃນຕົວ ເມືອງ, ຖ້ວມຖະໜົນຫົນທາງ ໃນ ນະຄອນຫລວງວຽງຈັນ (ນວ) ໃນ F ອ່ານຕໍ່ໜ້າ 2່ າໍ່ ໜ້າ ຂປລ. ໃນໄລຍະຜ່ານມາ ພະ ແນກອຸດສາຫະກຳ ແລະ ການຄ້າ ນະຄອນຫລວງວຽງຈັນ ສຸມໃສ່ຊຸກ ຍູ້ສົ່ງເສີມການຜະລິດເປັນສິນຄ້າ ຂອງບັນດາໂຮງງານອຸດສາຫະກຳ ປຸງແຕ່ງ ໃຫ້ມີການຜະລິດເພີ່ມຂຶ້ນ, ປັດຈຸບັນທົ່ວນະຄອນຫລວງວຽງ ຈັນ(ນວ)ມີໂຮງງານອຸດສາຫະກຳ ປຸງແຕ່ງ 2.836 ຫົວໜ່ວຍ ແລະ ສາມາດຜະລິດໄດ້ 906 ລາຍການ. ສໍາລັບໂຮງງານທີ່ເຮັດການຜະລິດ ເພື່ອສົ່ງອອກມີ 119 ໂຮງງານ ເປັນ ຕົ້ນ ປະເພດອຸດສາຫະກຳສະບຽງ ອາຫານ, ອຸດສາຫະກໍາເຄື່ອງດື່ມ, ອຸດສາຫະກໍາເຄື່ອງນຸ່ງຫົ່ມ, ອຸດສາ o; -5 dp6h lqj 'glu ,dkozt]y fgxa oly o7h k 0v'[a ofk3I''kov5 flkstdex5 'c8j ' ຫະກໍາໄມ້ ແລະ ຜະລິດຕະພັນຈາກ ໄມ້, ຫວາຍ ແລະ ຜະລິດຕະພັນຈາກ ເຟືອງ, ເຄື່ອງຈັກສານ, ອຸດສາຫະ ກຳເຄື່ອງເຟີນິເຈີ, ອຸດສາຫະກຳ ໂລຫະປະດິດ, ອຸດສາຫະກຳຢາງ ແລະ ປລາສຕິກ, ອຸດສາຫະກໍາເຈ້ຍ ແລະ ຜະລິດຕະພັນເຈ້ຍ ແລະ ອື່ນໆ. ທ່ານ ນາງ ວັນມະນີ ພິມມະ ສານ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ນວ ໄດ້ລາຍງານໃນ ກອງປະຊຸມສະໄໝສາມັນ ເທີ່ອທີ 9 ຂອງສະພາປະຊາຊົນ ນະຄອນ ຫລວງວຽງຈັນ ວັນທີ 9 ກໍລະກົດ 2025 ກ່ຽວກັບການຊຸກຍູ້ສົ່ງເສີມ mk[mk,[5 d7t]kdvo lt\a dIa [g]n vd8A ' 7tot[= ]y sko'kora d dt-;' xdl Iv[mu 2 ຂປລ. ກອງປະຊຸມທາບທາມ ຮ່າງລາຍງານການເມືອງ, ຮ່າງບົດ ສໍາຫລວດການນໍາພາລວມ ຂອງ ຄະນະບໍລິຫານງານພັກ ກະຊວງ ປ້ອງກັນຄວາມສະຫງົບ ແລະ ທາບ ທາມບຸກຄະລາກອນສະໝັກຮັບ ເລືອກຕັ້ງເຂົ້າໃນຄະນະບໍລິຫານ ງານພັກ ກະຊວງປ້ອງກັນຄວາມ ສະຫງົບ ສະໄໝທີ 6 ຮອບທີ 2 ຈັດຂຶ້ນໃນວັນທີ 9 ກໍລະກົດ 2025 ພາຍໃຕ້ການເປັນປະທານຂອງ ສະຫາຍ ພົນເອກ ວິໄລ ຫລ້າຄໍາ ຟອງ ກໍາມະການກົມການເມືອງສູນ ກາງພັກ, ເລຂາທິການສູນກາງພັກ, ເລຂາອົງຄະນະພັກກະຊວງ, ຮອງ ນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ, ມີສະຫາຍຮອງເລຂາອົງຄະນະພັກ ກະຊວງ, ຄະນະປະຈໍາພັກ, ຄະນະ ພັກ, ພ້ອມດ້ວຍສະຫາຍຄະນະຜູ້ F ອ່ານຕໍ່ໜ້າ 2່ າໍ່ ໜ້າ F ອ່ານຕໍ່ໜ້າ 2່ າໍ່ ໜ້າ ]a f4t,q o8u dt-;'dko8j k'xtgmf]k; g0Q kIj ;, dv'xt-5 ,]a f4t,q o8u 8j k'xtgmfvk-Po 7A 'mu 58 ຂປລ. ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງ ການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ເເທນລາວ ເຂົ້າ ຮ່ວມກອງປະຊຸມລັດຖະມົນຕີການ ຕ່າງປະເທດອາຊຽນຄັ້ງທີ58 ເຊິ່ງ ພິທີເປີດຢ່າງເປັນທາງການຈັດຂຶ້ນ ໃນວັນທີ 9 ກໍລະກົດ 2025, ທີ່ ກົວລາລໍາເປີ, ປະເທດມາເລເຊຍ. ໂອກາດນີ້, ທ່ານລັດຖະມົນຕີ ທອງ ສະຫວັນ ແລະ ບັນດາລັດຖະມົນຕີ F ອ່ານຕໍ່ໜ້າ 2່ າໍ່ ໜ້າ -k;r5 fIj ;,.lj [kf [5 og0Q kra olk xt9exu 2025 ຂປລ. ສູນກາງສະຫະພັນແມ່ຍິງ ລາວ ຈັດງານສະເຫລີມສະຫລອງ ວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ ໃນວັນທີ 10 ກໍລະ ກົດ 2025 ທີ່ສູນການຄ້າລາວ-ໄອ ເຕັກ (ຕຶກເກົ່າ) ໃນວັນທີ 10 ກໍລະ ກົດ 2025 ໂດຍມີ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, lts]v';a olh k'8A 'ltstra oc,j py ']k; 7q [Iv[ 70 xu Iv'okpq d]a f4t,q o8u 1h P,1k,l6 o[e[a f 1kgl[8y f [h ko|v'[6j su o g,n v'lk]t;a o ຂປລ. ເມື່ອມໍ່ໆມານີ້, ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ປະທານ ຄະນະກຳມະການຄຸ້ມຄອງໄພພິບັດ ຂັ້ນສູນກາງ ເຄື່ອນໄຫວຢ້ຽມຢາມ ສູນບຳບັດຢາເສບຕິດ ຢູ່ບ້ານໜອງ ບູ່ຫີນເມືອງ ແລະ ແຂວງສາລະວັນ ໂດຍມີ ທ່ານ ດາວວົງ ພອນແກ້ວ ເຈົ້າແຂວງສາລະວັນ, ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງ ແຮງງານ ແລະ ສະຫວັດດີການ ສັງຄົມ, ຜູ້ຕາງໜ້າຈາກຄະນະຈັດ ຕັ້ງສູນກາງພັກ, ການນຳແຂວງ, ເມືອງ, ບັນດານາຍ ແລະ ພົນທະ ຫານ, ນາຍ ແລະ ພົນຕຳຫລວດ ເຂົ້າຮ່ວມ. ທ່ານ ນາງ ນາລີ ສີສຸລິດ ພັນລະຍາ ປະທານປະເທດ, ລັດຖະມົນຕີ, ຮອງ ລັດຖະມົນຕີ, ຄອບຄົວການນໍາ, ທ່ານ ພັນເອກ ຄຳໂກ້ ທົງຄຳ ຫານ ຮອງຫົວໜ້າກອງບັນຊາການ ປ້ອງກັນຄວາມສະຫງົບ ແຂວງໄດ້ ໃຫ້ຮູ້ວ່າ: ສູນປິ່ນປົວ ແລະ ຟື້ນຟູ F ອ່ານຕໍ່ໜ້າ 2່ າໍ່ ໜ້າ F ອ່ານຕໍ່ໜ້າ 2່ າໍ່ ໜ້າ F ອ່ານຕໍ່ໜ້າ 2່ າໍ່ ໜ້າ ຂປລ. ວັນທີ 11 ກໍລະກົດ 2025 ນີ້, ທ່ານ ທອງລຸນ ສີສຸລິດ ປະທານ ປະເທດ ແຫ່ງ ສປປ ລາວ ໄດ້ສົ່ງຈົດໝາຍອວຍພອນເຖິງ ທ່ານ ຄູເຣລສຸກຄ໌ ໂອຄະນາ ປະທານາທິບໍດີ ແຫ່ງ ມົງໂກລີ ເນື່ອງໃນໂອກາດ ວັນສ້າງຕັ້ງລັດ ມົງໂກລີ ຄົບຮອບ 819 ປີ ແລະ ວັນໄຊຊະນະຂອງການປະຕິວັດປະຊາຊົນ ມົງໂກລີ ຄົບຮອບ 104 ປີ. F ອ່ານຕໍ່ໜ້າ 2່ າໍ່ ໜ້າ ລະດູຝົນ ແມ່ນບັນຫາໜຶ່ງທີ່ເກີດຂຶ້ນ ເປັນປະຈຳທຸກໆປີ, ສ້າງຄວາມ 16 13 fa [g[u o16 wv9u ok7k 4n d8h voIa [1j k'lq ,dPf s]a '7;h kc-a ,g8t[ko]tfa [okok-kf muj xa vd85 pdko F ອ່ານຕໍ່ໜ້າ 7່ າໍ່ ໜ້າ F ອ່ານຕໍ່ໜ້າ 4່ າໍ່ ໜ້າ

lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko j 11/07/2025 xtgmf]k; ຈົດໝາຍອວຍພອນ...ົ ທາບທາມ... ແທນສົມບູນ ພ້ອມດ້ວຍພາກສ່ວນ ກ່ຽວຂ້ອງເຂົ້າຮ່ວມ ແລະ ຮັບຟັງ ການຜ່ານຮ່າງລາຍງານການເມືອງ ຂອງຄະນະບໍລິຫານງານພັກ ກະ ຊວງປ້ອງກັນຄວາມສະຫງົບ ສະ ຂະແໜງກະສິກຳ...ິ ຄະນະນໍາສະຫະພັນແມ່ຍິງ, ອົງ ການຈັດຕັ້ງສາກົນ ແລະ ເອື້ອຍ ນ້ອງແມ່ຍິງ ລາວເຂົ້າຮ່ວມ. ທ່ານ ນາງ ອາລີ ວົງໜໍ່ບຸນທຳ ປະທານຄະນະບໍລິຫານງານສູນ ສະຫລອງວັນສ້າງຕັ້ງ...ັ້ັ້ ຜູ້ຕິດຢາເສບຕິດ ບ້ານໜອງບູ່ຫີນ ມີ ພາລະບົດບາດເປັນເສນາທິການໃຫ້ ແກ່ຫ້ອງຕຳຫລວດແລະກອງບັນຊາ ການ ປກສ ແຂວງກ່ຽວກັບການຄົ້ນ ຄວ້າ, ກຳນົດຫລັກການກ່ຽວກັບ ການບໍລິການປິ່ນປົວ, ຂັ້ນຕອນການ ປິ່ນປົວ, ໄລຍະຟື້ນຟູ,ການໃຫ້ຄຳປຶກ ສາ, ການຝຶກວິຊາຊີບ, ການຕິດຕາມ ຜູ້ປິ່ນປົວທີ່ຫາຍດີແລ້ວກັບຄືນສູ່ ຄອບຄົວ ແລະ ສັງຄົມ, ສູນແຫ່ງນີ້ ມີເນື້ອທີ່ທັງໝົດ11,30 ເຮັກຕາ,ປະ ກອບດ້ວຍອາຄານນອນ ອາຄານ A ອາຄານBອາຄານC, ເຮືອນພັກພະ ນັກງານ, ປ້ອມຍາມ, ສາມາດຮອງ ຮັບຜູ້ຕິດຢາເສບຕິດທີ່ຈະນຳເຂົ້າ ປິ່ນປົວ ແລະ ຟື້ນຟູສຸຂະພາບຈຳ ນວນ 356 ຄົນ, ປັດຈຸບັນມີ 30 ຄົນ ທີ່ເຂົ້າປິ່ນປົວ ແລະ ຟື້ນຟູສຸຂະພາບ. ໃນໄລຍະຜ່ານມາ ຜູ້ທີ່ຖືກເຄາະ ຮ້າຍບັນຫາຢາເສບຕິດ ແມ່ນນຳໄປ ຝາກຢູ່ຄ້າຍຄຸມຂັງ ເຊິ່ງເປັນການ ແກ້ໄຂເບື້ອງຕົ້ນ, ບໍ່ໄດ້ຮັບການປິ່ນ ປົວໄປຕາມອາການ, ເນື່ອງຈາກບໍ່ ທັນມີສູນປິ່ນປົວ ແລະ ຟື້ນຟູສຸຂະ ພາບຜູ້ຕິດຢາເສບຕິດ, ໃນປີ 2021 ພາຍຫລັງທີ່ພະຍາດໂຄວິດ-19 ມີ ການລະບາດ, ການນຳແຂວງຈຶ່ງໄດ້ ມີການຕົກລົງ ໃຫ້ສ້າງສູນປິ່ນປົວຜູ້ ຕິດເຊື້ອພະຍາດໂຄວິດ-19 ໂດຍໄດ້ ຮັບທຶນຊ່ວຍເຫລືອຈາກກະຊວງ ສາທາລະນະສຸກ 6 ຕື້ກີບ ແລະ ທຶນ ສົມທົບແຂວງ 500 ລ້ານກີບ ແລະ ກໍ່ສ້າງສຳເລັດໃນປີ 2023. ຫລັງ ຈາກໂຄວິດຢຸດເຊົາກອງບັນຊາການ ປ້ອງກັນຄວາມສະຫງົບແຂວງ ເຫັນ ດີເປັນເອກພາບກັນສະເໜີອົງການ ປົກຄອງແຂວງ ເພື່ອຂໍອະນຸມັດສູນ ປິ່ນປົວດັ່ງກ່າວ. ເພື່ອສືບຕໍ່ປັບປຸງ ສູນດັ່ງກ່າວ, ກອງບັນຊາການປ້ອງ ກັນຄວາມສະຫງົບແຂວງ ໄດ້ແຜນ ຂໍງົບປະມານນຳກະຊວງປ້ອງກັນ ຄວາມສະຫງົບ 1,3 ກວ່າກີບ ເພື່ອ ມາປັບປຸງຂັ້ນຫ້ອງປິ່ນປົວ, ເຮັດ ເຮືອນຄົວ, ເຮັດຮົ້ວອ້ອມ ແລະ ປັບ ປຸງພື້ນຖານໂຄງລ່າງຈຳນວນໜຶ່ງ ເພື່ອຮອງຮັບບັນດາເປົ້າໝາຍຜູ້ ຕິດຢາເສບຕິດເຂົ້າມາປິ່ນປົວຟື້ນຟູ. ໂອກາດນີ້, ທ່ານ ພົນເອກ ຈັນ ສະໝອນຈັນຍາລາດ, ກໍໄດ້ສະແດງ ຄວາມຍ້ອງຍໍຊົມເຊີຍຕໍ່ການນຳ ຂອງແຂວງ, ການນຳກອງບັນການ ປ້ອງກັນຄວາມສະຫງົບ ທີ່ມີຄວາມ ພະຍາຍາມໃນການສຸມທຸກທຶນ ຮອນເຂົ້າໃນການກໍ່ສ້າງຈົນສຳ ເລັດ ແລະ ເປີດການນຳໃຊ້ສູນປິ່ນ ປົວ ແລະ ຟື້ນຟູຜູ້ຕິດຢາເສບຕິດ ພາຍໃນແຂວງ. ພ້ອມນີ້, ທ່ານຍັງ ໄດ້ເນັ້ນໃຫ້ສືບຕໍ່ເອົາໃຈໃສ່ບັນດາ ເປົ້າໝາຍຜູ້ເສບຢາເສບຕິດ ເຂົ້າ ມາປິ່ນປົວຟື້ນຟູ ເພື່ອໃຫ້ເຂົາເຈົ້າມີສຸ ຂະພາບຈິດທີ່ດີ, ມີສຸຂະພາບແຂງ ແຮງ, ຕິດພັນກັບການຝຶກດ້ານວິຊາ ຊີບ ເພື່ອກັບຄືນມາເປັນຄົນດີຂອງ ຄອບຄົວ ແລະ ສັງຄົມ, ເຮັດໃຫ້ປາ ກົດການຫຍໍ້ທໍ້ຕ່າງໆໃນສັງຄົມຫລຸດ ໜ້ອຍຖອຍລົງ, ເຮັດໃຫ້ສັງຄົມມີ ຄວາມສະຫງົບ ແລະ ຄວາມເປັນລະ ບຽບຮຽບຮ້ອຍດີ, ປະກອບສ່ວນ ຢ່າງຕັ້ງໜ້າເຂົ້າໃນການພັດທະນາ ເສດຖະກິດ-ສັງຄົມຂອງແຂວງ. ຂ່າວ-ພາບ: ຄຳສອນ ແກ້ວບຸນທະວົງ. ຮອງນາຍົກລັດຖະມົນຕີ...ົັົີ ຕ່າງປະເທດອາຊຽນ ແລະ ເລຂາ ທິການໃຫຍ່ອາຊຽນ ໄດ້ເຂົ້າຢ້ຽມ ຂໍ່ານັບ ທ່ານ ອັນວາ ອິບຣາຮິມ ນາຍົກລັດຖະມົນຕີແຫ່ງ ມາເລເຊຍ ກ່ອນເຂົ້າຮ່ວມພິທິເປີດກອງປະ ຊຸມລັດຖະມົນຕີຕ່າງປະເທດ ອາ ຊຽນ ຄັ້ງທີ 58. ພາຍຫລັງພີທີເປີດກອງປະຊຸມ ລັດຖະມົນຕີຕ່າງປະເທດອາຊຽນ ຢ່າງເປັນທາງການ, ທ່ານ ທອງສະ ຫວັນ ພົມວິຫານໄດ້ນໍາພາຄະນະ ເຂົ້າຮ່ວມກອງປະຊຸມລັດຖະມົນຕີ ຕ່າງປະເທດອາຊຽນ ຄັ້ງທີ 58 (ແບບຄົບຄະນະ) ແລະ ກອງປະ ຊຸມລັດຖະມົນຕີຕ່າງປະເທດອາ ຊຽນ ຄັ້ງທີ 58 (ແບບວົງແຄບ) ພາຍໃຕ້ການເປັນປະທານຂອງລັດ ຖະມົນຕີຕ່າງປະເທດມາເລເຊຍ. ກອງປະຊຸມຄົບຄະນະ ໄດ້ສຸມໃສ່ ປຶກສາຫາລືການເສີມສ້າງປະຊາ ຄົມອາຊຽນໃຫ້ມີຄວາມເຂັ້ມແຂງ ຮັບຊາບຄວາມຄືບໜ້າການກະ ກຽມເຂົ້າເປັນສະມາຊິກສົມບູນ ຂອງອາຊຽນ ສໍາລັບ ຕີມໍແລັດສະ ເຕ ແລະ ປຶກສາຫາລືກ່ຽວກັບການ ສະເໜີເຂົ້າເປັນພາຄີສົນທິສັນຍາ ໄມຕີຈິດ ແລະ ການຮ່ວມມືໃນອາຊີ ຕາເວັນອອກສ່ຽງໃຕ້ຂອງບັນດາ ປະເທດນອກພາກພື້ນທີ່ມີຄວາມ ສົນໃຈຮ່ວມມືກັບອາຊຽນ. ກອງ ປະຊຸມ ໄດ້ຮັບຊາບບົດລາຍງານ ປະຈໍາປີ 2025 ຂອງຄະນະກໍາມາ ທິການ ລະຫວ່າງ ລັດຖະບານອາ ຊຽນ ວ່າດ້ວຍສິດທິມະນຸດ ແລະ ລັດຖະມົນຕີ...ັົີ ໄດ້ຮັບຮອງເອົາບັນດາກິດຈະກໍາ ປະຈໍາປີ 2026 ແລະ ແຜນວຽກ 5 ປີສະບັບໃໝ່ (2026-2030) ຂອງຄະນະກໍາມາທິການດັ່ງກ່າວ. ພ້ອມນີ້, ໄດ້ຮັບຊາບຄວາມຄືບໜ້າ ຂອງການພົວພັນລະຫວ່າງອາ ຊຽນ ກັບຄູ່ຮ່ວມມືພາຍນອກຂອງ ອາຊຽນ ໂດຍຜ່ານການຈັດຕັ້ງ ປະຕິບັດບັນດາແຜນວຽກງານການ ຮ່ວມມື ແລະ ສືບຕໍ່ຮັດແໜ້ນການ ຮ່ວມມືກັບພາຍນອກ ເພື່ອປະກອບ ສ່ວນໃຫ້ແກ່ການບັນລຸຜົນການ ຈັດຕັ້ງປະຕິບັດວິໄສທັດປະຊາຄົມ ອາຊຽນ 2025 ກໍຄື ການຈັດຕັ້ງ ປະຕິບັດວິໄສທັດປະຊາຄົມອາຊຽນ 2045 ທີ່ຜູ້ນໍາອາຊຽນ ໄດ້ຮັບຮອງ ເອົາໃນກອງປະຊຸມສຸດຍອດອາ ຊຽນ ຄັ້ງທີ46 ຜ່ານມາ. ສປປລາວ ໃນນາມປະເທດປະສານງານການ ພົວພັນຮ່ວມມືອາຊຽນ-ການາດາ ໄດ້ລາຍງານໃຫ້ກອງປະຊຸມຮັບ ຊາບຄວາມຄືບໜ້າການພົວພັນ ຮ່ວມມືອາຊຽນ-ການາດາ ໂດຍສະ ເພາະການກະກຽມແຜນປະຕິບັດ ງານສະບັບໃໝ່ (2026-2030). ນອກຈາກນີ້, ກອງປະຊຸມ ໄດ້ຮັບ ຮອງເອົາຖະແຫລງການຮ່ວມຂອງ ກອງປະຊຸມລັດຖະມົນຕີຕ່າງປະ ເທດອາຊຽນ ຄັ້ງທີ 58. ກອງປະຊຸມລັດຖະມົນຕີຕ່າງ ປະເທດອາຊຽນ ຄັ້ງທີ 58 (ແບບ ວົງແຄບ) ໄດ້ປຶກສາຫາລືຜົນການ ຈັດຕັ້ງປະຕິບັດເອກະສານທົບທວນ ແລະ ຄໍາຕົກລົງຂອງຜູ້ນໍາອາຊຽນ ກ່ຽວກັບການຈັດຕັ້ງປະຕິບັດ 5 ຂໍ້ຕົກລົງຂອງຜູ້ນໍາ ກ່ຽວກັບບັນຫາ ມຽນມາ ຊຶ່ງໂດຍລວມເຫັນວ່າ ມີຄວາມຄືບໜ້າ. ພ້ອມນີ້, ກອງ ປະຊຸມຍັງໄດ້ແລກປ່ຽນຄໍາຄິດເຫັນ ຢ່າງກົງໄປກົງມາ ກ່ຽວກັບບັນຫາ ພາກພື້ນ ແລະ ສາກົນທີ່ພົ້ນເດັ່ນ ແລະ ມີຄວາມສົນໃຈຮ່ວມກັນ ເປັນ ຕົ້ນ ໄພພິບັດທາງທໍາມະຊາດ, ວິກິດ ການເສດຖະກິດ-ການເງິນ ແລະ ບັນຫາຂໍ້ຂັດເເຍ່ງຢູ່ພາກພື້ນຕ່າງໆ. ໃນຕອນບ່າຍວັນດຽວກັນ, ບັນ ດາລັດຖະມົນຕີຕ່າງປະເທດອາ ຊຽນ ໄດ້ເຂົ້າຮ່ວມພິທີລົງນາມເອ ກະສານເພື່ອຮັບເອົາ ປະເທດອານ ເຊຣີ ແລະ ອູຣູກວາຍ ເຂົ້າເປັນພາຄີ ສົນທິສັນຍາໄມຕີຈິດ ແລະ ການ ຮ່ວມມືອາຊີຕາເວັນອອກສ່ຽງໃຕ້ (TAC), ມາຮອດປັດຈຸບັນ ມີປະ ເທດນອກພາກພື້ນ 47 ເທດໄດ້ ເປັນພາຄີຂອງສົນທິສັນຍາໄມຕີຈິດ ແລະ ການຮ່ວມມືອາຊີຕາເວັນອອກ ສ່ຽງໃຕ້ ແລ້ວ. ຂປລ. ໃນວັນທີ10ກໍລະກົດ2025 ກົງກັບມື້ຂຶ້ນ 15 ຄ່ຳເດືອນ 8 ພສ 2568, ເປັນມື້ບຸນເຂົ້າພັນສາ ພຸດທະ ສາສະນິກະຊົນ ໄດ້ພ້ອມພຽງກັນ ໃສ່ ບາດຖວາຍສັງຄະທານ ແດ່ພະສົງສາ ມະເນນ ຢູ່ຕາມວັດວາອາຮາມຕ່າງໆ ໃນຂອບເຂດທົ່ວປະເທດ ຕາມຮີດຄອງ ປະເພນີທີ່ສືບທອດກັນມາ. ສະເພາະຢູ່ນະຄອນຫລວງວຽງຈັນ ພຸດທະສາສະນິກະຊົນ ກໍໄດ້ຮ່ວມກັນ ໃສ່ບາດ ຢູ່ຕາມວັດແຫ່ງຕ່າງໆ ຢ່າງ ຄຶກຄື້ນຖືກຕ້ອງຕາມຮີດຄອງປະເພນີ, ວັດທະນະທຳ ອັນດີງາມທີ່ເຄີຍສືບ ທອດກັນມາແຕ່ບູຮານນະການ, ຮັກສາ ໄດ້ຄວາມເປັນລະບຽບຮຽບຮ້ອຍ, ສະ ຫງົບ ແລະ ປອດໄພ ເຊິ່ງກ່ອນຈະໃສ່ ບາດ ກໍໄດ້ມີພິທີກຳທາງສາສະໜາ ເປັນຕົ້ນ ຟັງທຳມະເທດສະໜາ ແລະ ອື່ນໆ. ນອກນັ້ນ, ຢູ່ບາງວັດ ຍັງມີຜູ້ໃຈ ບຸນນຳເອົານ້ຳຫວານ, ນ້ຳດື່ມ ແລະ ອາ ຫານປະເພດຕ່າງໆ ມາຕັ້ງເປັນໂຮງ ທານ ເພື່ອໃຫ້ມວນຊົນຜູ້ມາໃສ່ບາດໄດ້ ຮັບປະທານ. ວັນບຸນເຂົ້າພັນສາ ເປັນວັນທີ່ພະພິ ຂຸສົງຈຳພັນສາ ກົງກັບວັນແຮມ 1 ຄໍ່າ ເດືອນ8ຈົນເຖິງວັນຂຶ້ນ15 ຄໍ່າ ເດືອນ 11ວັນເຂົ້າພັນສາ, ເປັນວັນສຳຄັນທີ່ພະ ສົງຈະຕ້ອງອະທິຖານເຂົ້າພັນສາ ຕະ ຫລອດໄລຍະໄຕມາດ 3 ເດືອນ ຕາມທີ່ ພະທຳວິໄນບັນຍັດໄວ້ໂດຍບໍ່ໃຫ້ໄປນອນ ຄ້າງຄືນບ່ອນອື່ນ ໂດຍເອີ້ນວ່າ: ຈຳພັນ ສາ ເຊິ່ງສາເຫດທີ່ມີບັນຍັດຈຳພັນສາ ເນື່ອງດ້ວຍພະສົງໃນສະໄໜພຸດທະ ການໄດ້ເດີນທາງໄປສະແດງທຳໂປດ ສັດ ໃຫ້ແກ່ປະຊາຊົນໃນທີ່ຕ່າງໆ ຊາວ ບ້ານຈຶ່ງໄດ້ຕຳນິວ່າ ພະສົງເຫລົ່ານັ້ນ ໄດ້ໄປຢຽບເຂົ້າກ້າເຄື່ອງປູກຂອງຝັງ ຊາວບ້ານຈົນເສຍຫາຍ ພະພຸດທະ ເຈົ້າຈຶ່ງວາງລະບຽບການຈຳພັນສາ ໃຫ້ພິກຂຸ ຢູ່ໃນສະຖານທີ່ຂອງສົງຕະ ຫລອດໄລຍະ 3 ເດືອນ (ເວັ້ນເສຍແຕ່ມີ ທຸລະຈຳເປັນ ແຕ່ຕ້ອງໄດ້ລາພັນສາ) ການຈຳພັນສາອີກປະການໜຶ່ງ ກໍເພື່ອ ໃຫ້ພະພິຂຸສົງໄດ້ສຶກສາຫລັກທຳທາງ ສາສະໜາ ເພື່ອກະກຽມໄປເຜີຍແຜ່ໃຫ້ ແກ່ຍາດໂຍມອີກດ້ວຍ ຂ່າວ: ກິດຕາ ຊາວພຸດ...ຸ ໄໝທີ 5 ແລະ ຮ່າງບົດສໍາຫລວດ ການນໍາພາລວມ ຂອງຄະນະບໍລິ ຫານງານພັກ ກະຊວງປ້ອງກັນ ຄວາມສະຫງົບ ສະໄໝທີ 5. ເນື້ອໃນທັງສອງເອກະສານດັ່ງ ກ່າວ ໄດ້ຕີລາຄາສູງເຖິງຜົນງານ ການຈັດຕັ້ງປະຕິບັດ ວຽກງານກໍາ ລັງປ້ອງກັນຄວາມສະຫງົບ ໃນໄລ ຍະຜ່ານມາ, ພ້ອມທັງໄດ້ຍົກໃຫ້ ເຫັນດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ ທີ່ຕ້ອງໄດ້ສືບຕໍ່ປັບປຸງແກ້ໄຂໃນຕໍ່ ໜ້າ, ສະແດງໃຫ້ເຫັນສາເຫດຕ່າງໆ ແລະ ສະຫລຸບສັງລວມຖອດຖອນ ເປັນບົດຮຽນ ໃຫ້ແກ່ການນຳພາ ຂອງຄະນະບໍລິຫານງານພັກ ກະ ຊວງປ້ອງກັນຄວາມສະຫງົບ ໃນໄລ ຍະຜ່ານມາ. ພ້ອມນີ້, ກອງປະຊຸມ ກໍໄດ້ຮັບຟັງການປະກອບຄໍາເຫັນ ຕໍ່ຮ່າງລາຍງານການເມືອງ ແລະ ບົດສໍາຫລວດການນໍາພາ ຢ່າງມີວິ ໄສທັດທີ່ກວ້າງຂວ້າງ, ເລິກເຊິງ. ໂອກາດນີ້, ສະຫາຍ ພົນເອກ ວິໄລ ຫລ້າຄໍາຟອງ ໄດ້ເນັ້ນໃຫ້ຜູ້ ແທນກອງປະຊຸມ ຈົ່ງຍົກສູງສະຕິ ຄວາມຮັບຜິດຊອບ ແລະ ຄຳນຶງ ເຖິງຄວາມສຳຄັນຂອງການຕັດສິນ ໃຈໃນການເລືອກເອົາ ຄະນະບໍລິ ຫານງານພັກ ກະຊວງປ້ອງກັນ ຄວາມສະຫງົບ ຊຸດໃໝ່ ເຊິ່ງຈະເປັນ ຜູ້ນຳພາການເຄື່ອນໄຫວວຽກງານ ກໍາລັງປ້ອງກັນຄວາມສະຫງົບ ໃນ ອີກ 5 ປີຕໍ່ໜ້າ ໂດຍສະເພາະ ຜູ້ທີ່ ມີມາດຖານເງື່ອນໄຂ, ຄວາມຮູ້- ຄວາມສາມາດ, ມີວິໄສທັດ, ມີ ຄວາມເປັນຜູ້ນຳ ແລະ ໃຫ້ປະຕິບັດ ກົດລະບຽບ, ຂັ້ນຕອນຕ່າງໆ ທີ່ ທາງຄະນະຄວບຄຸມການປ່ອນບັດ ແນະນໍາຢ່າງເຂັ້ມງວດ. ຈາກນັ້ນ, ກອງປະຊຸມຍັງໄດ້ດໍາ ເນີນການປ່ອນບັດທາບທາມເອົາບຸກ ຄະລາກອນສະໝັກຮັບເລືອກຕັ້ງເຂົ້າ ໃນຄະນະບໍລິຫານງານພັກກະຊວງ ປ້ອງກັນຄວາມສະຫງົບ ສະໄໝທີ 6 ຮອບທີ 2 ຕື່ມອີກ. ຂ່າວ: ວາລະສານ ປ້ອງກັນຄວາມສະຫງົບ ກາງສະຫະພັນແມ່ຍິງລາວ ໄດ້ກ່າວ ວ່າ: ງານສະຫລອງວັນສ້າງຕັັ້ງສະ ຫະພັນແມ່ຍິງລາວ ຄົບຮອບ 70 ປີ ໃນຄັ້ງນີ້, ເປັນວັນທີ່ມີຄວາມໝາຍ ຄວາມສຳຄັນໃນປະຫວັດສາດຂອງ ຊາດ, ຂອງເອື້ອຍນ້ອງແມ່ຍິງລາວ ຕະຫລອດໄລຍະທີ່ຜ່ານມາ ບໍ່ວ່າຈະ ແມ່ນໄລຍະຕໍ່ສູ້ປົດປ່ອຍຊາດ ຕ້ານ ຈັກກະພັດຜູ້ຮຸກຮານ ກໍຄື ໃນໄລຍະ ສ້າງສາພັດທະນາປະເທດຊາດ ໃນ ປັດຈຸບັນ, ແມ່ຍິງລາວບັນດາເຜົ່າ ຍາມໃດກໍຄຽງບ່າຄຽງໄຫລ່ ຮ່ວມ ກັບເພດຊາຍ ໃນການປະຕິບັດວຽກ ງານທີ່ຕົນດ້ວຍນໍ້າໃຈຮັກຊາດອັນ ສູງສົ່ງສະແດງໃຫ້ເຫັນຜົນງານອັນ ໂດດເດັ່ນແລະ ກາປະກອບສ່ວນອັນ ໃຫຍ່ຫລວງ ຂອງບັນດາປ້າ, ບັນດາ ເອື້້ອຍ, ບັນດາອະດີດການນໍາສະ ຫະພັນແມ່ຍິງ ທີ່ໄດ້ເຂົ້າຮ່ວມໃນຂະ ບວນການຕໍ່ສູ້ປົດປ່ອຍຊາດ, ພາລະ ກິດປົກປັກຮັກສາ ແລະ ສ້າງສາປະ ເທດຊາດ. ໃນງານຄັ້ງນີ້, ມີຫລາຍກິດຈະ ກຳ ເປັນຕົ້ນ ການຈັດປາຖະກະຖາ ມູນເຊື້ອແມ່ຍິງລາວໃນພາລະກິດ ປົດປ່ອຍຊາດ ແລະ ການປົກປັກຮັກ ສາພັດທະນາປະເທດຊາດ; ສໍາມະ ນາໃຫ້ຄວາມຮູ້ທາງດ້ານວິຊາການ ໃນຫລາຍຫົວຂໍ້ເຊັ່ນ: ແມ່ຍິງກັບ ການຮັກສາສຸຂະພາບ, ແມ່ຍິງກັບ ວັດທະນະທຳ, ແມ່ຍິງກັບການກໍ່ຕັ້ງ ທຸລະກິດ, ແມ່ຍິງກັບສິ່ງແວດລ້ອມ ແລະ ການປົກປ້ອງແມ່ຍິງ ແລະ ໄວ ໜຸ່ມ; ຮັບບໍລິຈາກເລືອດ ເພື່ອຊ່ວຍ ເຫລືອສັງຄົມ; ບໍລິການກວດຕາບໍ່ ເສຍຄ່າ; ງານວາງສະແດງຜົນງານ ແລະຜະລິດຕະພັນຂອງແມ່ຍິງລາວ ບັນດາເຜົ່າ ເນື່ອງໃນໂອກາດສະ ເຫລີມສະຫລອງວັນສ້າງຕັ້ງສະ ຫະພັນແມ່ຍິງລາວ ຄົບຮອບ 70 ປີ (20ກໍລະກົດ1755 - 20ກໍລະກົດ 2025) ຂອງສະຫະພັນແມ່ຍິງບັນ ດາກະຊວງ, ອົງການ13ພາກສ່ວນ (44 ຮ້ານ); ພ້ອມທັງຮ້ານວາງສະ ແດງຜະລິດຕະພັນຂອງສະຫະພັນ ແມ່ຍິງແຂວງແລະນະຄອນຫລວງ, ນັກທຸລະກິດຍິງ, ຜູ້ປະກອບການ, ຊາວຄ້າຂາຍເພດຍິງ ເພື່ອສົ່ງເສີມ ແລະ ສ້າງໂອກາດໃຫ້ເອື້ອຍແມ່ຍິງ ມາວາງຈໍາໜ່າຍຜະລິດຕະພັນທີ່ມີ ຄວາມໂດດເດັ່ນແລະ ເປັນເອກະລັກ ຂອງແຕ່ະທ້ອງຖິ່ນ 2.000 ກວ່າ ລາຍການ ເຊັ່ນ: ປະເພດສີນຄ້າຫັດ ຖະກໍາ ມີຜະລິດຕະພັນເຄື່ອງຈັກ ສານ, ຜ້າຝ້າຍ, ຜ້າໄໝ, ເສື້ອ, ສິ້ນ, ຜ້າບ່ຽງ-ຜ້າປູໂຕະ, ກະເປົາຜ້າ-ກະ ເປົາຫວາຍ, ເຄື່ອງໃຊ້ສອຍ, ຂອງທີ່ ລະນຶກອື່ນໆ ລວມມີ 106 ຮ້ານ; ປະ ເພດອາຫານ ມີເຂົ້າຕົ້ມ, ເຂົ້າໜົມ ຫວານ, ຊີ້ນແຫ້ງ, ປາແຫ້ງ, ເຄື່ອງ ດື່ມ ແລະ ຜັກສົດ-ໝາກໄມ້ສົດ ລວມ ມີ 31 ຮ້ານ ໃຫ້ມວນຊົນ, ແຂກຄົນ ທີ່ມາທ່ຽວຊົມໄດ້ຊື້ສິນຄ້າດັ່ງກ່າວ. ງານດັ່ງກ່າວແມ່ນໄດ້ດໍາເນີນ ແຕ່ວັນທີ 7-13 ກໍລະກົດ 2025, ຂໍ ເຊີນຊວນມາທ່ຽວຊົມ ແລະ ສະໜັບ ສະໜູນຜະລິດຕະພັນ ຂອງເອື້ອຍ ນ້ອງແມ່ຍິງ ໃນຄັ້ງນີ້ ເພື່ອໃຫ້ເຂົາ ເຈົ້າໄດ້ມີລາຍຮັບ, ມີທຶນໃນການ ສືບຕໍ່ຜະລິດຜົນງານອອກສູ່ສັງຄົມ ເຮັດໃຫ້ຊີວິດການເປັນຢູ່ດີຂຶ້ຶ້ນ ກ້າວ ໄປເຖິງການຫລຸດພົ້ນອອກຈາກ ຄວາມທຸກຍາກ ເທື່ອລະກ້າວ. ຂ່າວ: ກິດຕາ; ພາບ: ຂັນໄຊ ນະຄອນຫລວງວຽງຈັນ(ສສນວ) ທີ່ຕິດພັນກັບວຽກງານການຄຸ້ມ ຄອງຂະແໜງກະສິກໍາ ແລະ ປ່າໄມ້ ເປັນຕົ້ນ ບັນຫາໝາກເລັ່ນ ເຂດ ເມືອງຫາດຊາຍຟອງ ມີລາຄາຖືກ ຍ້ອນຫຍັງ? ຖ້າພຽງພໍຕໍ່ການບໍລິ ໂພກແລ້ວ ຈະມີມາດຕະການຊຸກຍູ້ ສົ່ງເສີມປຸງແຕ່ງແປຮູບຄືແນວໃດ? ເພື່ອເພີ່ມມູນຄ່າຂອງສິນຄ້າ ທັງ ເປັນການກະຕຸກຊຸກຍູ້ ໃນການຜະ ລິດພາຍໃນ; ບັນຫາລາຄາໝູໜ້າ ຟາມແລະຄາລາໃນຕະຫລາດແຕກ ໂຕນກັນຫລາຍ ສາເຫດແມ່ນຍ້ອນ ຫຍັງ ແລະ ຈະມີມາດຕະການຊຸກຍູ້ ສົ່ງເສີມຄືແນວໃດ. ຕໍ່ບັນຫາດັ່ງກ່າວ, ທ່ານ ແສງ ອາລຸນສຸລິຍະວົງໄດ້ໃຫ້ຮູ້ວ່າ:ໃນລະ ດູແລ້ງຜ່ານມາ, ມີຊາວກະສິກອນ ໄດ້ປູກໝາກເລັ່ນໃນເນື້ອທີ່ທັງໝົດ 46 ເຮັກຕາ. ໃນນັ້ນ, ມີເມືອງຫາດ ຊາຍຟອງ ແລະ ເມືອງສີໂຄດຕະ ບອງ, ຕໍ່ບັນຫາລາຄາໝາກເລັ່ນຖືກ ຍ້ອນການວາງແຜນການຜະລິດ ບໍ່ ໄດ້ຄຳນຶງເຖິງຕະຫລາດກ່ອນ, ການ ຜະລິດກະແຈກກະຈາຍ ຍັງບໍ່ມີກຸ່ມ ຜະລິດແບບຊັດເຈນ. ນອກຈາກນີ້, ຍັງຖືກກະທົບຈາກນ້ຳຖ້ວມ ເມື່ອເວ ລານໍ້າບົກແຫ້ງລົງ ເຮັດໃຫ້ຜົນຜະ ລິດອອກພ້ອມກັນ ເຮັດໃຫ້ຜົນຜະ ລິດລົ້ນຕະຫລາດ ແລະ ຄວາມຕ້ອງ ການມີໜ້ອຍກວ່າການສະໜອງ ເຮັດໃຫ້ມີລາຄາຖືກລົງ. ນອກຈາກ ນັ້ນ, ດ້ານຕະຫລາດທີ່ຮອງຮັບກໍບໍ່ ທັນແນ່ນອນ ການຈຳໜ່າຍແມ່ນອາ ໄສແມ່ຄ້າ-ພໍ່ຄ້າຄົນກາງມາຊື້ ແລະ ບໍ່ທັນມີໂຮງງານປຸງແຕ່ງ ຫລື ແປ ຮູບຮອງຮັບເທື່ອ. ຕໍ່ບັນຫາດັ່ງກ່າວ, ເພື່ອເປັນການກະຕຸກຊຸກຍູ້ ດ້ານຫົວ ໜ່ວຍລາຄາສະເໜີໃຫ້ຂະແໜງ ການກ່ຽວຂ້ອງ ເອົາໃຈໃສ່ປະຕິບັດ ມາດຕະການຊຸກຍູ້ສົ່ງເສີມຄື: ລະ ດົມຜູ້ປະກອບການທັງພາຍໃນ ແລະ ຕ່າງປະເທດ ລົງທຶນຊຸກຍູ້ສົ່ງເສີມ ການຜະລິດ ແລະ ເກັບຊື້ ຕິດພັນກັບ ການນໍາມາປຸງແຕ່ງ, ແປຮູບເປັນຜະ ລິດຕະພັນສໍາເລັດຮູບ; ຝຶກອົບຮົມ ການວາງແຜນການຜະລິດ ໃຫ້ກະສິ ກອນໃຫ້ມີຄວາມຮູ້ ແລະ ໄດ້ກຳນົດ ແຜນການຜະລິດຕົນເອງ ສອດຄ່ອງ ກັບຄວາມຕ້ອງການຕະຫລາດ; ຝຶກ ອົບຮົມໃຫ້ກະສິກອນ ຮູ້ຈັກການຄິດ ໄລ່ຕົ້ນທຶນການຜະລິດພືດ ເພື່ອໃຫ້ ມີຄວາມຮູ້ ແລະ ໝູນໃຊ້ເຂົ້າໃນ ການວາງແຜນການຜະລິດພືດຕາມ ຄວາມເໝາະສົມ. ກ່ຽວກັບຄວາມແຕກໂຕນ ລະ ຫວ່າງ ລາຄາໝູໜ້າຟາມ ແລະ ລາ ຄາໃນທ້ອງຕະຫລາດ ພວກເຮົາຈະ ຕ້ອງໄດ້ກວດກາຄືນທັງໝົດກ່ຽວ ກັບຕ່ອງໂສ້ການຜະລິດການຜະລິດ ແລະ ການສະໜອງແຕ່ຕົ້ນ ນໍ້າຈົນ ຮອດປາຍນໍ້າ ມີບັນຫາບ່ອນໃດ ຕ້ອງແກ້ບ່ອນນັ້ນ ແລະ ພາກສ່ວນ ໃດຮັບຜິດຊອບ ໂດຍສະເພາະຄະ ຮັບຜິດຊອບຄຸ້ມຄອງລາຄາ ຂັ້ນ ນະຄອນຫລວງວຽງຈັນຕ້ອງເຄື່ອນ ໄຫວຢ່າງຈິງຈັງໃນການແກ້ໄຂ ເຊິ່ງໄລຍະຜ່ານມາ ພະແນກະສິກຳ ແລະ ປ່າໄມ້ ໄດ້ສົມທົບກັບເມືອງ ຈັນທະບູລີ ສ້າງຕັ້ງສະຫະກອນ 3 ເອັບຍືນຍົງຂອງຄົນລາວ ເພື່ອເຕົ້າ ໂຮມຜູ້ປະກອບການລ້ຽງໝູເຊັ່ນ: ຜູ້ຜະລິດອາຫານສັດ, ຜູ້ຜະລິດໝູ ນ້ອຍ, ຜູ້ລ້ຽງໝູຊີ້ນ, ໂຮງງານຂ້າ ສັດ, ນາຍຂຽງ, ໂຮງງານປຸງແຕ່ງ ແລະ ຮ້ານຄ້າ ເຊິ່ງທຸກຫົວໜ່ວຍດັ່ງ ກ່າວ, ແມ່ນຢູ່ໃນລະບົບການຄວບ ຄຸມ ຂອງລະບົບສະຫະກອນ ມີການ ແບ່ງຜົນກຳໄລຢ່າງຍຸຕິທຳ ແລະ ສົມເຫດສົມຜົນ. ປັດຈຸບັນ, ຍັງປັບ ປຸງລະບົບບໍລິຫານ ໃຫ້ໄປຕາມແຜນ ຍຸດທະສາດ ຂອງສະຫະກອນທີ່ ວາງໄວ້ ແຕ່ຕ້ອງຮັບການສະໜັບ ສະໜູນ ຈາກຂະແໜງການທີ່ກ່ຽວ ຂ້ອງ ຕາມນະໂຍບາຍຂອງພາກ, ລັດ ຕໍ່ສະຫະກອນຢ່າງຈິງຈັງ. ຂ່າວ: ກິດຕາ ເນື້ອໃນຈົດໝາຍອວຍພອນ ໄດ້ລະບຸວ່າ: ເນື່ອງໃນໂອກາດບຸນປະເພນີ “Naadam’’, ວັນສ້າງຕັ້ງລັດມົງໂກລີ ຄົບຮອບ 819 ປີ ແລະ ວັນໄຊຊະນະ ຂອງການປະຕິວັດປະຊາຊົນ ມົງໂກລີ ຄົບຮອບ 104 ປີ, ຕາງໜ້າປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າຂໍສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນ ປະເສີດມາຍັງ ທ່ານ ແລະ ຜ່ານທ່ານ ໄປຍັງປະຊາຊົນ ມົງໂກລີ ທຸກຖ້ວນໜ້າ. ຂ້າພະເຈົ້າມີຄວາມປິຕິຍິນດີ ເປັນຢ່າງຍິ່ງ ທີ່ເຫັນວ່າ ສາຍພົວພັນມິດຕະພາບ, ຄວາມສາມັກຄີ ແລະ ການຮ່ວມມືອັນເປັນມູນເຊື້ອ ລະຫວ່າງ ສປປ ລາວ ແລະ ມົງ ໂກລີ ສືບຕໍ່ໄດ້ຮັບການເສີມຂະຫຍາຍ ແລະ ພັດທະນາຢ່າງບໍ່ຢຸດຢັ້ງໃນຕະຫລອດ ໄລຍະກວ່າ6ທົດສະວັດທີ່ຜ່ານມາ. ຂ້າພະເຈົ້າຍັງມີຄວາມຊົງຈໍາອັນດີທີ່ໄດ້ພົບປະ ກັບທ່ານ ໃນເດືອນພະຈິກ2023ທີ່ນະຄອນຫລວງວຽງຈັນແລະ ໃນເດືອນມິຖຸນາ 2024 ທີ່ ອູລານບາຕໍ ໃນບັນຍາກາດແຫ່ງມິດຕະພາບ ແລະ ຄວາມຈິງໃຈ, ຊຶ່ງ ການຢ້ຽມຢາມເຊິ່ງກັນ ແລະ ກັນດັ່ງກ່າວ ໄດ້ກາຍເປັນຂີດໝາຍທີ່ສໍາຄັນໃນການ ຊຸກຍູ້ສາຍພົວພັນຮ່ວມມື ລະຫວ່າງສອງປະເທດຂອງພວກເຮົາ ໃຫ້ມີບາດກ້າວ ຂະຫຍາຍຕົວເຂົ້າສູ່ລວງເລິກ ແລະ ມີໝາກຜົນຍິ່ງໆຂຶ້ນ ເພື່ອນໍາເອົາຜົນປະໂຫຍດ ຕົວຈິງ ມາສູ່ປະຊາຊົນສອງຊາດ ລາວ-ມົງໂກລີ ກໍຄື ເພື່ອສັນຕິພາບ, ສະຖຽນລະ ພາບ, ການຮ່ວມມືເພື່ອການພັດທະນາ ຢູ່ໃນພາກພື້ນ ແລະ ໃນໂລກ. ໃນໂອກາດອັນສະຫງ່າລາສີນີ້, ຂ້າພະເຈົ້າຂໍອວຍພອນໄຊອັນປະເສີດມາຍັງ ທ່ານ ຈົ່ງມີພະລານາໄມສົມບູນ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດອັນໃຫຍ່ ຫລວງກວ່າເກົ່າ ໃນພາລະກິດອັນມີກຽດສູງສົ່ງຂອງທ່ານ ແລະ ອວຍພອນໃຫ້ ປະຊາຊົນມົງໂກລີ ເພື່ອນມິດທຸກຖ້ວນໜ້າ ຈ່ົງມີຄວາມຈະເລີນກ້າວໜ້າ ແລະ ວັດທະນາຖາວອນຕະຫລອດໄປ. ໃນວັນດຽວກັນ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ກໍໄດ້ສົ່ງຈົດໝາຍອວຍພອນ ເຖິງ ທ່ານ ກອມບໍຈາວ ຊັງຕັງຊາທາຣ໌ ນາຍົກ ລັດຖະມົນຕີແຫ່ງມົງໂກລີແລະທ່ານທອງສະຫວັນພົມວິຫານລັດຖະມົນຕີກະຊວງ ການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ສົ່ງຈົດໝາຍອວຍພອນເຖິງ ທ່ານ ນາງ ບັດເຊເຊັກ ບັດເມິງຄ໌ ລັດຖະມົນຕີກະຊວງຕ່າງປະເທດ ແຫ່ງ ມົງໂກລີ ເນື່ອງໃນ ໂອກາດວັນສ້າງຕັ້ງລັດມົງໂກລີ ຄົບຮອບ 819 ປີ ແລະ ວັນໄຊຊະນະຂອງ ການປະຕິວັດປະຊາຊົນມົງໂກລີ ຄົບຮອບ 104 ປີ ເຊັ່ນດຽວກັນ. ນວ ຊຸກຍູ້...ຸູ້ ການປຸງແຕ່ງຫລຸດຜ່ອນການນໍາ ເຂົ້າ ເຊິ່ງ ນວ ໄດ້ມີນິຕິກໍາທີ່ໄດ້ຮອງ ຮັບເປັນໜັງສືທາງລັດຖະການ ເລກທີ 1702/ຫວນວ, ລົງວັນທີ 25 ທັນວາ 2024 ວ່າດ້ວຍການຄຸ້ມ ຄອງ ບັນດາສິນຄ້າທີ່ນອນໃນບັນຊີ ຄວບຄຸມນໍາເຂົ້າສິນຄ້າບາງປະເພດ ຈາກຕ່າງປະເທດ ຢູ່ນະຄອນຫລວງ ວຽງຈັນ 38 ລາຍການ (ທີ່ເຫັນວ່າ ສາມາດຜະລິດພຽງພໍ) ເຊັ່ນ: ນໍ້າ ດື່ມຜະລິດໄດ້ 7.292.187,32 ເຮັກໂຕລິດ/ປີ, ເຈ້ຍອານາໄມຜະລິດ ໄດ້ 102.958,50 ໂຕນ/ປີ, ສີທາ ເຮືອນ ຜະລິດໄດ້ 192.198,50 ເຮັກໂຕລິດ/ປີ, ທໍ່ນໍ້າ ຜະລິດໄດ້ 56.437.500 ແມັດ, ເຫລັກ ເສັ້ນ+ເຫລັກຮູບປະພັນ ຜະລິດໄດ້ 202.293,32 ໂຕນ, ນໍ້າຢາລ້າງ ຈານ ຜະລິດໄດ້ 7.670,50 ເຮັກ ໂຕລິດ/ປີ, ເກືອກິນ ຜະລິດໄດ້ 27.664 ໂຕນ; ສໍາລັບແຜນການ ຊຸກຍູ້ເພື່ອທົດແທນການນໍາເຂົ້າ ລວມມີ23ລາຍການ. ນອກຈາກນີ້, ຍັງຈະໄດ້ອອກຄໍາແນະນໍາມາດຕະ ການສົ່ງເສີມການຜະລິດ, ການຄຸ້ມ ຄອງລາຄາສິນຄ້າ ແລະ ຄຸ້ມຄອງ ການນໍາເຂົ້າ. ສໍາລັບການດຶງດູດ ການລົງທຶນ ແມ່ນໄດ້ມີການສົ່ງ ເສີມ ແລະ ອໍານວຍຄວາມສະດວກ ແຕ່ນັກລົງທຶນກ່ອນຈະລົງທຶນໄດ້ ປະເມີນຜົນໄດ້ຮັບກ່ອນການລົງທຶນ ແລະ ຕະຫລາດ. ເຖິງຢ່າງໃດກໍຕາມຍັງມີສິ່ງທ້າ ທາຍຫລາຍດ້ານ ເປັນຕົ້ນ ນະໂຍ ບາຍການນຳເຂົ້າວັດຖຸດິບ, ສ່ວນ ປະສົມອື່ນໆຂອງພາກລັດ ຍັງເປັນ ອັນລວມ (ບໍ່ມີນະໂຍບາຍສະເພາະ) ຕໍ່ກັບຜູ້ຜະລິດ ເພື່ອຮັບໃຊ້ພາຍໃນ ແລະ ທົດແທນການນຳເຂົ້າ, ເນື່ອງ ຈາກວ່າວັດຖຸດິບຢູ່ພາຍໃນມີບໍ່ ຫລາຍ; ຄ່ານິຍົມ ແລະ ຄວາມເຊື່ອ ໝັ້ນ ຂອງຜູ້ບໍລິໂພກຕໍ່ສິນຄ້າທີ່ຜະ ລິດຢູ່ພາຍໃນ; ການນຳໃຊ້ເຕັກໂນ ໂລຊີເຂົ້າໃນການຜະລິດແລະຄວາມ ຊຳນານງານ ດ້ານບຸກຄະລາກອນ; ການໂຄສະນາດ້ານຕ່າງໆ ແລະ ການຫຸ້ມຫໍ່ ຍັງບໍ່ດຶງດູດຕໍ່ຜູ້ຊົມໃຊ້. ສໍາລັບທິດທາງໃນຕໍ່ໜ້າ ຕ້ອງ ໄດ້ຊຸກຍູ້ສົ່ງເສີມ ໃຫ້ຜູ້ປະກອບການ ຫັນມາທຳການຜະລິດພາຍໃນ ແລະ ຍູ້ແຮງຈິດສໍານຶກຊາດ ຊົມໃຊ້ຜະລິດ ຕະພັນພາຍໃນໃຫ້ແຂງແຮງທົ່ວ ປວງຊົນ; ພາກລັດຕ້ອງໄດ້ສົ່ງເສີມ ການສະໜອງວັດຖຸດິບທີ່ພາຍໃນ ບໍ່ພຽງພໍ, ຕ້ອງໄດ້ປະສານສົມທົບ ກັນທັງພາກລັດ ແລະ ທຸລະກິດ; ສໍາ ລັບນະໂຍບາຍສົ່ງເສີມການລົງທຶນ ໃນຂະແໜງອຸດສາຫະກຳແລະການ ຄ້າທີ່ນອນໃນບັນຊີຮຽກການລົງທຶນ ຂອງນະຄອນຫລວງວຽງຈັນ ແມ່ນ ໄດ້ສ້າງທຸກເງື່ອນໄຂເອື້ອອຳນວຍ ແລະ ເປີດໃຫ້ນັກລົງທຶນທີ່ເປັນບຸກ ຄົນ ຫລື ນິຕິບຸກຄົນຕ່າງປະເທດສາ ມາດລົງທຶນໄດ້ ແຕ່ຕ້ອງປະຕິບັດໃຫ້ ສອດຄ່ອງກັບເງື່ອນໄຂສະເພາະຕາມ ທີ່ໄດ້ກຳນົດໄວ້ໃນລະບຽບແລະກົດ ໝາຍທີ່ກ່ຽວຂ້ອງ. ຂ່າວ: ກິດຕາ

RkJQdWJsaXNoZXIy MTc3MTYxMQ==