LaoApp ແມ່ນຊຸບເປີແອັບ ສູນລວມຂອງຄວາມບັນເທີງ

12/02/2024 15:14
Email Print 540
ຂປລ LaoApp ເປັນແອັບພຣີເຄຊັນ ແຫ່ງການສື່ສານຂອງຍຸກດິຈິຕອນ ທີ່ລວມທຸກຄວາມຈຳເປັນເຂົ້າມາຢູ່ໃນແອັບດຽວ ຊ່ວຍໃຫ້ການຕິດຕໍ່ສື່ສານຂອງທ່ານງ່າຍ ແລະ ເພີດເພີນກັບຄວາມບັນເທີງທີ່ຫລາກຫລາຍຮູບແບບ, ບໍ່ວ່າຈະເປັນແອັບສົນທະນາຟຣີເຊັ່ນ: ການໂທ ແລະ ສົ່ງຂໍ້ຄວາມ, ຮູບພາບ ແລະ ເອກະສານຕ່າງໆ, ຟັງເພງ, ເບິ່ງວິດີໂດທີ່ມີຄຸນນະພາບສູງ ຟຣີດາຕ້າ, ເບິ່ງໂທລະພາບອອນລາຍ, ເບິ່ງຂ່າວສານ, ເກມເພື່ອຮັບຂອງລາງວັນທຸກໆມື້ ແລະ ປະໂຫຍດທີ່ໜ້າສົນໃຈ.

  1. ລາວແອັບແມ່ນຫຍັງ?

          LaoApp ເປັນແອັບພຣີເຄຊັນ ແຫ່ງການສື່ສານຂອງຍຸກດິຈິຕອນ ທີ່ລວມທຸກຄວາມຈຳເປັນເຂົ້າມາຢູ່ໃນແອັບດຽວ ຊ່ວຍໃຫ້ການຕິດຕໍ່ສື່ສານຂອງທ່ານງ່າຍ ແລະ ເພີດເພີນກັບຄວາມບັນເທີງທີ່ຫລາກຫລາຍຮູບແບບ, ບໍ່ວ່າຈະເປັນແອັບສົນທະນາຟຣີເຊັ່ນ: ການໂທ ແລະ ສົ່ງຂໍ້ຄວາມ, ຮູບພາບ ແລະ ເອກະສານຕ່າງໆ, ຟັງເພງ, ເບິ່ງວິດີໂດທີ່ມີຄຸນນະພາບສູງ ຟຣີດາຕ້າ, ເບິ່ງໂທລະພາບອອນລາຍ, ເບິ່ງຂ່າວສານ, ເກມເພື່ອຮັບຂອງລາງວັນທຸກໆມື້ ແລະ ປະໂຫຍດທີ່ໜ້າສົນໃຈ.

LaoApp ສາມາດນຳໃຊ້ໄດ້ທັງໃນເຄືອຂ່າຍ ແລະ ນອກເຄືອຂ່າຍນຳອີກ ແລະ ຍັງມີຫລາກຫລາຍຟັງຊ່ັນທີ່ຕອບສະໜອງໃນຊີວິດປະຈຳວັນທີ່ຈຳເປັນເຊັ່ນ: ການຊື້ຂາຍ ອອນລາຍ-ການເຮັດທຸລະກຳອອນລາຍ-ລົງທະບານຕິດຕັ້ງວາຍຟາຍ ແລະ ອື່ນໆ.

  1. ລາວແອັບມີປະໂຫຍດຫຍັງແດ່?

          LaoApp ມີປະໂຫຍດ ດ້ານບໍລິການທີ່ລວມທຸກຄວາມບັນເທີງຫລາຍຢ່າງເຊັ່ນ:

-ດ້ານການສື່ສານ: ສົ່ງຂໍ້ຄວາມ, ໂທແບບສຽງ, ໂທວິດີໂອ, ສະດວກ, ວ່ອງໄວ ແລະ ສິ່ງສໍາຄັນ ຍັງສຸດປະຢັດ ສໍາລັບເບີເຄືອຂ່າຍ Unitel ແມ່ນບໍ່ໄດ້ເສຍດາຕ້າ.      

- ດ້ານການບໍລິການໂທລະຄົມມະນາຄົມ: ຕື່ມມູນຄ່າໂທ, ຊື້ແພັກເກັດຕ່າງໆ, ຢືມເງິນ, ຢືມດາຕ້າ...

- ດ້ານການສຶກສາອອນລາຍ: ຮຽນອອນລາຍ, ການສອບເສັງຜ່ານອອນລາຍ, ເຮັດບົດເຝິກຫັດ…..

- ດ້ານການຄ້າອອນລາຍ: ຊື້ສິນຄ້າ ແລະ ບໍລິການ Unitel ອອນລາຍ, ໂອນ ແລະ ຊຳລະເງິນ ດ້ວຍລະບົບອອນລາຍ.

- ດ້ານການບັນເທີງ: ເບິ່ງໜັງ, ຟັງເພັງ, ວິທະຍຸ, ໂທລະພາບ, ເກມ.

ທ່ານຮູ້ ຫລື ບໍ່ວ່າ LaoApp ຍັງໄດ້ລວມເອົາບັນດາຟັງຊັນ ທີ່ຈໍາເປັນໃນການນໍາໃຊ້ເຂົ້າໃນວິຖີຊີວິດປະຈໍາວັນທີ່ສາມາດເຂົ້າເຖິງ ຄວາມບັນເທີງທຸກຮູບແບບ ບໍ່ວ່າຈະເປັນ: Laoshop, game center, eKYC, game dating ແລະ ຍັງມີໝວດ Most used ເຊັ່ນ: LaoTV, movies, unew, muanlai, karaoke….

ວິທີການນຳໃຊ້ ແລະ ຕິດຕັ້ງ ລາວແອັບ:  ທຸກໆເຄື່ອຂ່າຍສາມາດດາວໂຫລດ ແລະ ນຳໃຊ້ໄດ້ໂດຍບໍ່ຈຳແນກ   

ພິເສດ: LaoApp ມອບໂປຣໂມຊັນດີໆ (ຮັບທັນທີ 25 ນາທີ ໂທ ແລະ ດາຕ້າ 3GB ສໍາລັບລູກຄ້າທີ່ສະມັກ LaoAppໃໝ່)

+ ວິທີການດາວໂຫລດ ແລະ ລົງທະບຽນນຳໃຊ້ LaoApp ມີພຽງ 5 ຂັ້ນຕອນງ່າຍໆດັ່ງນີ້:

  1. ເຂົ້າໄປທີ່ Appstore ຫລື Playstore.
  2. ພິມໃສ່ຫ້ອງ ຄົ້ນຫາ: LaoApp ກົດດາວໂຫລດ.
  3. ກົດເຂົ້າແອັບ ລະບົບຈະໃຫ້ປ້ອນໝາຍເລກ.
  4. ລໍຖ້າ ລະບົບສົ່ງເລກ OTP ຜ່ານຊ່ອງທາງ ຂໍ້ຄວາມ SMS.
  5. ເມື່ອຢືນຢັນລະຫັດ OTP ສໍາເລັດແລ້ວ ໃຫ້ປ້ອນຂໍ້ມູນສ່ວນຕົວ ໃຫ້ຄົບທຸກຂັ້ນຕອນ ແລ້ວກົດສືບຕໍ່.

ພຽງເທົ່ານີ້ ທ່ານກໍສາມາດນຳໃຊ້ລາວແອັບໄດ້ແລ້ວ

KPL

ຂ່າວອື່ນໆ

    • ຮູບເງົາ ນວນແສງ ກຽມເຂົ້າສາຍໃນໂຮງຮູບເງົາ 19 ກັນຍານີ້ວັດທະນະທຳ-ສັງຄົມ

      ຮູບເງົາ ນວນແສງ ກຽມເຂົ້າສາຍໃນໂຮງຮູບເງົາ 19 ກັນຍານີ້

      9/5/2024 2:59:54 PM

      ຂປລ. ຮູບເງົາ​ເລື່ອງ “ນວນແສງ” ກຽມເຂົ້າສາຍໃນໂຮງຮູບເງົາ ໃນວັນທີ 19 ກັນຍາ 2024 ຢູ່ໂຮງຮູບເງົາເມເຈີ ແພັດຕິນໍ່າ ຊິນີເພັກ ວຽງຈັນເຊັນເຕີ, ໂຮງຮູບເງົາເງົາເມເຈີ ແພັດຕິນໍ່າ ຊິນີເພັກ ໄອເຕັກ, ໂຮງຮູບເງົາປາກເຊ, ໂຮງຮູບເງົາຊີຕີ້ເພັກດົງໂດກ.

    • ລາວ ເພີ່ມທະວີການເຊື່ອມຕໍ່ກັບ ສ ເກົາຫລີ ຜ່ານການປັບປຸງ ສະໜາມບິນສາກົນຫລວງພະບາງວັດທະນະທຳ-ສັງຄົມ

      ລາວ ເພີ່ມທະວີການເຊື່ອມຕໍ່ກັບ ສ ເກົາຫລີ ຜ່ານການປັບປຸງ ສະໜາມບິນສາກົນຫລວງພະບາງ

      9/5/2024 2:43:12 PM

      ຂປລ. ອົງການສົ່ງເສີມການຄ້າ-ການລົງທຶນ ສ ເກົາຫລີ (KOTRA) ວຽງ​ຈັນ ຈັດສຳມະນາວ່າດ້ວຍບົດລາຍງານເທື່ອສຸດທ້າຍ ຂອງໂຄງ​ການ​ແບ່ງ​ປັນ​ຄວາມ​ຮູ້ (KSP) ພາຍ​ໃຕ້ຫົວຂໍ້ “ການປັບປຸງ ນ່ານຟ້າ ແລະ ວົງຈອນບິນຂອງສະໜາມບິນສາກົນຫລວງພະບາງ” ​ໃນ​ວັນ​ທີ 3 ກັນຍາ 2024 ຜ່ານ​ມາ ຢູ່​ນະຄອນຫລວງ​ວຽງ​ຈັນ ໂດຍການສະໜັບສະໜູນຈາກ ກະຊວງເສດຖະກິດ ແລະ ການເງິນ ສ ເກົາ ຫລີ ແນໃສ່ ຍົກລະດັບອຸສາຫະກຳການບິນຂອງລາວ, ສົ່ງເສີມການທ່ອງທ່ຽວ, ແລະ ສົ່ງເສີມການຟື້ນຟູເສດຖະກິດຂອງລາວ.

    • ສາຍການບິນຫວຽດເຈັດ ໄດ້ຮັບລາງວັນການທ່ອງທ່ຽວໂລກວັດທະນະທຳ-ສັງຄົມ

      ສາຍການບິນຫວຽດເຈັດ ໄດ້ຮັບລາງວັນການທ່ອງທ່ຽວໂລກ

      9/5/2024 2:33:20 PM

      ສາຍການບິນຫວຽດເຈັດ (VietJet) ໄດ້ຮັບ 2 ລາງວັນໃນງານມອບລາງວັນການທ່ອງທ່ຽວຂອງໂລກປີ 2024 ເຊິ່ງ ໄດ້ຮັບລາງວັນຄື: ສາຍການບິນຊັ້ນນໍາຂອງອາຊີ ດ້ານການໃຫ້ປະສົບການແກ່ລູກຄ້າ ແລະ ລາງວັນສາຍການບິນຊັ້ນນໍາດ້ານໂປຣແກມສະສົມຄະແນນຂອງອາຊີ ໂດຍພິທີ​​ໄດ້​ຈັດ​ຂຶ້ນ​ຢູ່​ນະຄອນຫລວງ​ມະ​ນີລາ​ ປະເທດ​ຟີ​ລິບ​ປິນ, ​ໂດຍ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້ນໍາ​ຕ່າງປະ​ເທດ ແລະ ຜູ້​ຊ່ຽວຊານ​ດ້ານ​ຂະ​ແໜງ​ການ​ການບິນ, ການ​ເດີນທາງ ​ແລະ ການທ່ອງທ່ຽວ.

    • ເມືອງລະຄອນເພັງ ກຽມຄວາມພ້ອມ  ເປີດດ່ານສາກົນ ປາກຕາພານ 100%ວັດທະນະທຳ-ສັງຄົມ

      ເມືອງລະຄອນເພັງ ກຽມຄວາມພ້ອມ ເປີດດ່ານສາກົນ ປາກຕາພານ 100%

      9/5/2024 2:29:51 PM

      ຂປລ. ດ່ານທ້ອງຖິ່ນປາກຕາພານ ຕັ້ງຢູ່ບ້ານປາກຕາພານ, ເມືອງລະຄອນເພັງ ແຂວງສາລະວັນ ມີປະຕູດ່ານເຊິ່ງໜ້າກັບດ່ານຊາຍແດນຖາວອນປາກແຊງ ອໍາເພີນາຕານ ແຂວງອຸບົນຣາຊະທານີ ຣາຊະອານາຈັກໄທ. ປັດຈຸບັນ, ພາກສ່ວນ​ກ່ຽວຂ້ອງ ກໍ​ຄື ​ເມືອງ​ລະຄອນ​ເພັງ ​​ແຂວງ​ສາລະ​ວັນ ແມ່ນ​ໄດ້​ກຽມ​ຄວາມ​ພ້ອມ​ຮອບດ້ານ​​ເພື່ອ​ເປີດ​ດ່ານ​ດັ່ງກ່າວ ​ເປັນ​ດ່ານ​ສາກົນ.

    • ການດຳລົງຊີວິດຂອງຊົນເຜົ່າກະຕູວັດທະນະທຳ-ສັງຄົມ

      ການດຳລົງຊີວິດຂອງຊົນເຜົ່າກະຕູ

      9/5/2024 12:33:30 PM

      ລາວ ເປັນປະເທດທີ່ມີອະລິຍະທໍາເກົ່າແກ່ໃນອາຊີຕາເວັນອອກສຽງໃຕ້ ແລະ ມີຄວາມຫລາກຫລາຍທາງດ້ານຊົນເຜົ່າ, ວັດທະ ນາທໍາ, ຮີດຄອງປະເພນີ ແລະ ຮູບແບບການດໍາລົງຊີວິດພົນລະເມືອງລາວ ປະກອບຫລາຍຊົນເຜົ່າ.

ads
ads

Top