ເຊີນເຂົ້າຮ່ວມງານສະເຫລີມສະຫລອງ ກາເຟລາວ ແລະ ຄວາມເປັນເລີດ ດ້ານກະສິກຳ 21-23 ກຸມພາ

12/02/2024 12:22
Email Print 335
ຂປລ ຂປລ. ແຂວງຈໍາປາສັກ, ກຽມຄວາມພ້ອມ ໃນການສະເຫລີມສະຫລອງກາເຟ, ຊາ, ແລະ ຜົນຜະລິດກະສິກຳຂອງລາວ ໃນບຸນກາເຟ, ຊາ ແລະ ຜົນຜະລິດກະສິກຳພູພຽງບໍລະເວນ ເຊິ່ງຈະຈັດຂຶ້ນໃນວັນທີ 21-23 ກຸມພາ 2024




ຂປລ. ແຂວງຈໍາປາສັກ
, ກຽມຄວາມພ້ອມ ໃນການສະເຫລີມສະຫລອງກາເຟ, ຊາ, ແລະ ຜົນຜະລິດກະສິກຳຂອງລາວ ໃນບຸນກາເຟ, ຊາ ແລະ ຜົນຜະລິດກະສິກຳພູພຽງບໍລະເວນ ເຊິ່ງຈະຈັດຂຶ້ນໃນວັນທີ 21-23 ກຸມພາ 2024, ທີ່ອານຸສາວະລີ ທ່ານ ສີທົນກົມມະດຳ ເມືອງ ປາກຊ່ອງ, ງານຄັ້ງນີ້ ຈັດຂຶ້ນໂດຍພະແນກອຸດສາຫະກຳ ແລະ ການຄ້າ ແຂວງ, ພະແນກກະສິກຳ ແລະ ປ່າໄມ້ ແຂວງ ແລະ ສະມາຄົມກາເຟລາວ ແນໃສ່ຮັດແໜ້ນການເຊື່ອມໂຍງລະຫວ່າງກາເຟ, ຊາ, ຜະລິດຕະພັນກະສິກຳ ແລະ ການທ່ອງທ່ຽວ ເພື່ອສົ່ງເສີມຂະແໜງກະສິກຳ ແລະ ການທ່ອງທ່ຽວຂອງພາກພື້ນ ໂດຍເນັ້ນໃສ່ປູກຝັງສະພາບແວດລ້ອມແຫ່ງ ການພັດທະນາກະສິກຳທີ່ດີເດັ່ນ ໄປຄຽງຄູ່ກັບທັດສະນີຍະພາບ ການທ່ອງທ່ຽວ ທີ່ອຸດົມສົມບູນ.

ໃນງານຄັ້ງນີ້, ຜູ້ເຂົ້າຮ່ວມຈະໄດ້ຟັງ ການສົນທະນາກ່ຽວກັບກາເຟ ພາຍໃຕ້ຫົວຂໍ້ຕ່າງໆເຊັ່ນ: ເສັ້ນທາງການພັດທະນາກາເຟ ພິເສດຂອງລາວ, ເສັ້ນທາງຂອງການເປັນ Barista ມືອາຊີບໃຫ້ແກ່ໄວໜຸ່ມ, ການສົ່ງເສີມຊາວສວນ ເພື່ອຍົກສະມັດຕະພາບ ການຜະລິດກາເຟ ແລະ ວິທີການຜະລິດກາເຟຄຸນະພາບ ແລະ ເງື່ອນໄຂຄັດເລືອກເມັດກາເຟພິເສດ ເພື່ອສ້າງໃຫ້ເກີດແຮງບັນດານໃຈ ແລະຄວາມເຂົ້າໃຈກ່ຽວກັບກາເຟ. ນອກນີ້, ຍັງມີຈຸດປະສົງ ເພື່ອສົ່ງເສີມຊຸມຊົນຜູ້ຮັກ ແລະ ມີຄວາມສົນໃຈ ກ່ຽວກັບກາເຟ.

ງານສະເຫລີມສະຫລອງກາເຟ, ຊາ ແລະ ຜົນຜະລິດກະສິກຳ ປະຈຳປີ 2024 ແມ່ນເປີດໃຫ້ຜູ້ທີ່ມີຄວາມສົນໃຈ, ເຈົ້າຂອງທຸລະກິດ ແລະ ຜູ້ທີ່ມີຄວາມສົນໃຈມາຮ່ວມ.

ສອບຖາມຂໍ້ມູນເພີ່ມເຕີມ, ກະລຸນາຕິດຕໍ່ຫາ:


ທ່ານ ສີວິໄຊ ໄຊຍະແສງ

ຫົວໜ້າຫ້ອງການ, ສະມາຄົມກາເຟລາວ

ໂທ: +856 20 55 856 619

KPL

ຂ່າວອື່ນໆ

    • ຮູບເງົາ ນວນແສງ ກຽມເຂົ້າສາຍໃນໂຮງຮູບເງົາ 19 ກັນຍານີ້ວັດທະນະທຳ-ສັງຄົມ

      ຮູບເງົາ ນວນແສງ ກຽມເຂົ້າສາຍໃນໂຮງຮູບເງົາ 19 ກັນຍານີ້

      9/5/2024 2:59:54 PM

      ຂປລ. ຮູບເງົາ​ເລື່ອງ “ນວນແສງ” ກຽມເຂົ້າສາຍໃນໂຮງຮູບເງົາ ໃນວັນທີ 19 ກັນຍາ 2024 ຢູ່ໂຮງຮູບເງົາເມເຈີ ແພັດຕິນໍ່າ ຊິນີເພັກ ວຽງຈັນເຊັນເຕີ, ໂຮງຮູບເງົາເງົາເມເຈີ ແພັດຕິນໍ່າ ຊິນີເພັກ ໄອເຕັກ, ໂຮງຮູບເງົາປາກເຊ, ໂຮງຮູບເງົາຊີຕີ້ເພັກດົງໂດກ.

    • ລາວ ເພີ່ມທະວີການເຊື່ອມຕໍ່ກັບ ສ ເກົາຫລີ ຜ່ານການປັບປຸງ ສະໜາມບິນສາກົນຫລວງພະບາງວັດທະນະທຳ-ສັງຄົມ

      ລາວ ເພີ່ມທະວີການເຊື່ອມຕໍ່ກັບ ສ ເກົາຫລີ ຜ່ານການປັບປຸງ ສະໜາມບິນສາກົນຫລວງພະບາງ

      9/5/2024 2:43:12 PM

      ຂປລ. ອົງການສົ່ງເສີມການຄ້າ-ການລົງທຶນ ສ ເກົາຫລີ (KOTRA) ວຽງ​ຈັນ ຈັດສຳມະນາວ່າດ້ວຍບົດລາຍງານເທື່ອສຸດທ້າຍ ຂອງໂຄງ​ການ​ແບ່ງ​ປັນ​ຄວາມ​ຮູ້ (KSP) ພາຍ​ໃຕ້ຫົວຂໍ້ “ການປັບປຸງ ນ່ານຟ້າ ແລະ ວົງຈອນບິນຂອງສະໜາມບິນສາກົນຫລວງພະບາງ” ​ໃນ​ວັນ​ທີ 3 ກັນຍາ 2024 ຜ່ານ​ມາ ຢູ່​ນະຄອນຫລວງ​ວຽງ​ຈັນ ໂດຍການສະໜັບສະໜູນຈາກ ກະຊວງເສດຖະກິດ ແລະ ການເງິນ ສ ເກົາ ຫລີ ແນໃສ່ ຍົກລະດັບອຸສາຫະກຳການບິນຂອງລາວ, ສົ່ງເສີມການທ່ອງທ່ຽວ, ແລະ ສົ່ງເສີມການຟື້ນຟູເສດຖະກິດຂອງລາວ.

    • ສາຍການບິນຫວຽດເຈັດ ໄດ້ຮັບລາງວັນການທ່ອງທ່ຽວໂລກວັດທະນະທຳ-ສັງຄົມ

      ສາຍການບິນຫວຽດເຈັດ ໄດ້ຮັບລາງວັນການທ່ອງທ່ຽວໂລກ

      9/5/2024 2:33:20 PM

      ສາຍການບິນຫວຽດເຈັດ (VietJet) ໄດ້ຮັບ 2 ລາງວັນໃນງານມອບລາງວັນການທ່ອງທ່ຽວຂອງໂລກປີ 2024 ເຊິ່ງ ໄດ້ຮັບລາງວັນຄື: ສາຍການບິນຊັ້ນນໍາຂອງອາຊີ ດ້ານການໃຫ້ປະສົບການແກ່ລູກຄ້າ ແລະ ລາງວັນສາຍການບິນຊັ້ນນໍາດ້ານໂປຣແກມສະສົມຄະແນນຂອງອາຊີ ໂດຍພິທີ​​ໄດ້​ຈັດ​ຂຶ້ນ​ຢູ່​ນະຄອນຫລວງ​ມະ​ນີລາ​ ປະເທດ​ຟີ​ລິບ​ປິນ, ​ໂດຍ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້ນໍາ​ຕ່າງປະ​ເທດ ແລະ ຜູ້​ຊ່ຽວຊານ​ດ້ານ​ຂະ​ແໜງ​ການ​ການບິນ, ການ​ເດີນທາງ ​ແລະ ການທ່ອງທ່ຽວ.

    • ເມືອງລະຄອນເພັງ ກຽມຄວາມພ້ອມ  ເປີດດ່ານສາກົນ ປາກຕາພານ 100%ວັດທະນະທຳ-ສັງຄົມ

      ເມືອງລະຄອນເພັງ ກຽມຄວາມພ້ອມ ເປີດດ່ານສາກົນ ປາກຕາພານ 100%

      9/5/2024 2:29:51 PM

      ຂປລ. ດ່ານທ້ອງຖິ່ນປາກຕາພານ ຕັ້ງຢູ່ບ້ານປາກຕາພານ, ເມືອງລະຄອນເພັງ ແຂວງສາລະວັນ ມີປະຕູດ່ານເຊິ່ງໜ້າກັບດ່ານຊາຍແດນຖາວອນປາກແຊງ ອໍາເພີນາຕານ ແຂວງອຸບົນຣາຊະທານີ ຣາຊະອານາຈັກໄທ. ປັດຈຸບັນ, ພາກສ່ວນ​ກ່ຽວຂ້ອງ ກໍ​ຄື ​ເມືອງ​ລະຄອນ​ເພັງ ​​ແຂວງ​ສາລະ​ວັນ ແມ່ນ​ໄດ້​ກຽມ​ຄວາມ​ພ້ອມ​ຮອບດ້ານ​​ເພື່ອ​ເປີດ​ດ່ານ​ດັ່ງກ່າວ ​ເປັນ​ດ່ານ​ສາກົນ.

    • ການດຳລົງຊີວິດຂອງຊົນເຜົ່າກະຕູວັດທະນະທຳ-ສັງຄົມ

      ການດຳລົງຊີວິດຂອງຊົນເຜົ່າກະຕູ

      9/5/2024 12:33:30 PM

      ລາວ ເປັນປະເທດທີ່ມີອະລິຍະທໍາເກົ່າແກ່ໃນອາຊີຕາເວັນອອກສຽງໃຕ້ ແລະ ມີຄວາມຫລາກຫລາຍທາງດ້ານຊົນເຜົ່າ, ວັດທະ ນາທໍາ, ຮີດຄອງປະເພນີ ແລະ ຮູບແບບການດໍາລົງຊີວິດພົນລະເມືອງລາວ ປະກອບຫລາຍຊົນເຜົ່າ.

ads
ads

Top