ສະຫລຸບວຽກງານ ຖວທ ທົ່ວປະເທດ ປະຈຳ ປີ 2023 ແລະ ທິດທາງແຜນການ ປີ 2024

12/02/2024 12:05
Email Print 1051
ຂປລ ຂປລ. ກອງປະຊຸມສະຫລຸບວຽກງານ ຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ທົ່ວປະເທດ ປະຈຳປີ 2023 ແລະ ທິດທາງແຜນການ ປີ 2024 ຈັດຂຶ້ນໃນວັນທີ 12-13 ກຸມພາ 2024

ຂປລ. ກອງປະຊຸມສະຫລຸບວຽກງານ ຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ທົ່ວປະເທດ ປະຈຳປີ 2023 ແລະ ທິດທາງແຜນການ ປີ 2024 ຈັດຂຶ້ນໃນວັນທີ 12-13 ກຸມພາ 2024 ໂດຍການເປັນປະທານຂອງ ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະ ແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ, ມີຜູ້ຕ່າງໜ້າຈາກພະແນກ ຖວທ ໃນຂອບເຂດທົ່ວປະເທດເຂົ້າຮ່ວມ.

ທ່ານ ນາງ  ສວນສະຫວັນ ວິຍະເກດ ໄດ້ມີ​ຄຳ​ເຫັນວ່າ: ວຽກງານ ຖວທ ແມ່ນວຽກງານຊຸກຍູ້ສົ່ງເສີມ, ພັດທະນາຄົນ ແລະ ສັງຄົມ, ແມ່ນວຽກງານສ້າງພື້ນຖານອະລິຍະທໍາ ທາງດ້ານຈິດໃຈຂອງສັງຄົມ ເຊິ່ງເປັນປັດໄຈປະກອບສ່ວນ ເຂົ້າໃນການຕັດສິນການຄົງຕົວ ແລະ ຂະຫຍາຍຕົວຂອງຊາດ ໃຫ້ທຽບທັນກັບບັນດາອະລິຍະປະເທດຕ່າງໆ ແລະ ສາມາດເຂົ້າຮ່ວມກັບກະແສຄວາມກ້າວໜ້າ ຂອງຂະບວນວິວັດແຫ່ງ ການພັດທະນາໃນໂລກໄດ້. ​ໃນ 1 ປີຜ່ານມາຄະນະພັກ, ຂັ້ນທັງສູນກາງ ແລະ ທ້ອງຖິ່ນ ໄດ້ເອົາໃຈໃສ່ ກຳນົດບັນດາ ແຜນການ, ແຜນງານ ແລະ ໂຄງການຈຸດສຸມ ຂອງວຽກງານ ຖວທ ເຂົ້າໃນແຜນພັດທະນາທັງຂັ້ນສູງກາງ ແລະ ທ້ອງຖິ່ນ ຢ່າງຖືກຕ້ອງສອດຄ່ອງ; ພະນັກງານ-ລັດຖະ ກອນ ທົ່ວຂະແໜງການ ຖວທ ມີຄວາມຫ້າວຫັນ, ເປັນເຈົ້າການປະຕິບັດໜ້າທີ່ວຽກງານ ວິຊາສະເພາະຂອງຕົນເອງ ດ້ວຍຄວາມຮັບຜິດຊອບສູງ, ສາມາດເຮັດໜ້າທີ່ເປັນເສນາທິການໃຫ້ ແກ່ຄະນະພັກ-ຄະ ນະນຳກະຊວງ ກໍຄື ຄະນະພັກ ແລະ ອຳນາດການປົກຄອງທ້ອງຖິ່ນ ອັນໄດ້ເຮັດໃຫ້ວຽກງານຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ມີຜົນສຳເລັດ ຫລາຍດ້ານທັງດ້ານປະລິມານ ແລະ ຄຸນນະພາບປະກອບສ່ວນ ຢ່າງຕັ້ງໜ້າເຂົ້າໃນ ການພັດທະນາເສດຖະກິດ-ສັງຄົມ ຂອງປະເທດ ໃຫ້ມີຄວາມເຂັ້ມ ແຂງ, ພ້ອມທັງເຮັດໃຫ້ປະ​ເທດຊາດມີຄວາມສະຫງົບ, ມີສະຖຽນລະພາບ ແລະ ຄວາມໝັ້ນຄົງທາງດ້ານການເມືອງ, ປະຊາຊົນບັນດາເຜົ່າມີ ຄວາມສາມັກຄີປອງດອງ ແລະ ມີຊີວິດການເປັນຢູ່ທາງດ້ານວັດຖຸ ກໍຄື ຈິດໃຈນັບມື້ນັບດີຂຶ້ນໄປເລື້ອຍໆ.



ໃນ​ກອງ​ປະຊຸມ,
ທ່ານ ວັນສີ ກົວມົວ ຮອງລັດຖະມົນຕີ ກະຊວງ ຖວທ ໄດ້​ໃຫ້​ຮູ້​ວ່າ: ​ໃນ 1 ປີຜ່ານມາ ຂະ​ແໜງ ຖວທ ສາມາດຍາດໄດ້ຜົນສຳເລັດຫລາຍດ້ານ ເປັນຕົ້ນ ວຽກງານ ຖະແຫລງຂ່າວ-ສື່ມວນຊົນ ໄດ້ຂະຫຍາຍລະບົບໂທລະໂຄ່ງໄລຍະ II ມີທັງໝົດ 1.000 ຊຸດ, ປະຕິບັດແລ້ວ 1.087 ຊຸດ; ລົງສໍາຫລວດ ແລະ ເກັບກໍາຂໍ້ມູນທີ່ດິນຖະແຫລງຂ່າວຢູ່ 3 ແຂວງພາກເໜືອ ແລະ 2 ແຂວງພາກໃຕ້ ເພື່ອຂຶ້ນແຜນງົບປະມານ ໃຫ້ແກ່ການກໍ່ສ້າງ ແລະ ຕິດຕັ້ງສະຖານນີວິທະຍຸ FM ໃຫ້ແກ່ເມືອງທີ່ບໍ່ມີສະຖານີວິທະຍຸ ໂດຍສະເພາະ ບັນດາເມືອງ ທີ່ຢູ່ລຽບຕາມຊາຍແດນສຳເລັດ 8 ເມືອງ; ປັດຈຸບັນພາຫະ ນະສື່ມວນຊົນໃນຂອບເຂດທົ່ວປະເທດ ປະເພດສື່ສິ່ງພິມມີທັງໝົດ 116 ສະບັບ; ພາກເອກະຊົນ 13 ສະບັບ, ພາກລັດມີ 103 ສະບັບ. ໃນນີ້, ເປັນລາຍວັນ 11 ສະບັບ; ສະຖານີວິທະຍຸກະຈາຍສຽງທົ່ວປະເທດມີທັງໝົດ 168 ສະຖານີ. ໃນນີ້, ມີສະຖານນີ FM ແລະ AM  86 ສະຖານີ, ວິທະຍຸເຄືອຂ່າຍມີ 82 ສະຖານີ; ສະຖານີໂທລະພາບທົ່ວປະເທດມີ 49 ສະຖານນ (ສະຖານີໂທລະພາບອານາລອກມີ 25 ສະຖານີ, ໂທລະພາບຜ່ານດາວທຽມ ມີ 10 ສະຖານີ ແລະ ໂທລະພາບດີຈີຕອນ 14 ສະຖານີ); ໜ້າຂ່າວອອນລາຍ 86 ໜ້າຂ່າວ ແລະ ໂທລະໂຄ່ງ ມີ 7.858 ຊຸດ. ນອກຈາກນີ້ກໍໄດ້ສໍາເລັດພິທີມອບ-ຮັບ ສະຖານີວິທະຍຸ-ໂທລະພາບ ແຂວງໄຊສົມບູນ ໂດຍການຊ່ວຍ ເຫລືອຂອງ ສສ ຫວຽດນາມ.

ພ້ອມ​ກັນ​ນີ້, ກໍໄດ້ສ້າງພະນັກງານສືບທອດປ່ຽນແທນ ໃນຂະແໜງຖະແຫລງຂ່າວ-ສື່ມວນຊົນ ໃຫ້ມີຄຸນນະພາບດີກວ່າເກົ່າ, ສຶກສາຮຽນຮູ້ວິຊາສະເພາະທີ່ກ່ຽວຂ້ອງ ຢູ່ພາຍໃນ ແລະ ຕ່າງປະເທດ ເປັນຕົ້ນ ການອົບຮົມວິຊາການຂຽນຂ່າວ, ຕັດຕໍ່ພາບນິ້ງ-ວິດີໂອ ແລະ ອື່ນໆ; ໄດ້ເອົາໃຈໃສ່ໃນການສືບທອດ, ເສີມຂະຫຍາຍມູນເຊື້ອ ແລະ ອະນຸລັກຮັກສາຄຸນຄ່າ ວັດທະນະທຳອັນດີງາມຂອງຊາດ, ຂອງເຜົ່າໄດ້ເປັນຢ່າງດີ. ພ້ອມກັນນັ້ນ, ກໍເອົາໃຈໃສ່ປ້ອງກັນ, ສະກັດກັ້ນ, ແກ້ໄຂກະແສວັດທະນະທໍາ ແລະ ຄ່ານິຍົມທີ່ບໍ່ສອດຄ່ອງ ບໍ່ໃຫ້ແຊກຊຶມ ເຂົ້າມາດ້ວຍການສຶກສາອົບຮົມ, ໂຄສະນາເຜີຍແຜ່ໃຫ້ສັງຄົມຮັບຮູ້ ແລະ ເຂົ້າໃຈຢ່າງກວ້າງຂວາງ; ໄດ້ສົ່ງເສີມ ແລະ ອະນຸລັກຮັກສາວັດທະນະທໍາ ທີ່ເປັນເອກະລັກຂອງບັນດາເຜົ່າ ເປັນຕົ້ນ ລົງເກັບກຳຂໍ້ມູນປະຫວັດ, ວິຖິຊີວິດ ແລະ ການນຸ່ງຖືຂອງຊົນເຜົ່າອາຄາ, ຊົນເຜົ່າໄທແດງ, ຊົນເຜົ່າຜູ້ນ້ອຍ; ໄດ້ຖ່າຍທໍາສາລະຄະດີ ໂຄສະນາເຜີຍແຜ່ ຊິວິດວັດທະນະທຳ ອອກອາກາດຜ່ານທາງ ໂທລະພາບແຫ່ງຊາດລາວ ແລະ ຜະລິດລາຍການ ອອກອາກາດທາງ ວິທະຍຸກະຈາຍສຽງແຫ່ງຊາດ, ສຶກສາ, ຄົ້ນຄວ້າ, ເກັບກຳຂໍ້ມູນ ແລະ ປະກອບແບບຟອມ ຟ້ອນລໍາວົງລາວເຖິງອົງການອຸຍແນັສໂກ ເພື່ອສະເໜີເປັນມໍລະດົກວັດທະນະທໍານາມມະທໍາ, ພ້ອມທັງໄດ້ຄົ້ນຄວ້າ, ເກັບກຳຂໍ້ມູນ, ສັງລວມຮູບພາບ ແລະ ວິດີໂອ ເພື່ອກະກຽມ ປະກອບແບບຟອມສະເໜີລົງທະບຽນ ປະເພນີສູ່ຂວັນແລະ ຄົ້ນຄວ້າຂໍ້ມູນສ້າງປື້ມການອະນຸລັກ ແລະ ສົ່ງເສີມສິລະປະວັດທະນະທໍານາມມະທຳຟ້ອນລາຍງ້າວ;

ພ້ອມ​ທັງ​ໄດ້ເອົາໃຈໃສ່ຄຸ້ມຄອງ, ກວດກາ ວຽກງານການພິມ, ສິ່ງພິມຢູ່ພາຍໃນປະເທດ ແລະ ນຳເຂົ້າຈາກຕ່າງປະເທດຢ່າງຕັ້ງໜ້າ ເພື່ອສະກັດກັ້ນບັນດາສິ່ງພິມ ທີ່ບໍ່ຖືກຕ້ອງ ຕາມລະບຽບກົດໝາຍ ແລະ ລາມົກອານາຈານ; ສຸມໃສ່ການອະນຸລັກ, ປົກປັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າ ຂອງມໍລະດົກແຫ່ງຊາດ ໃນລະດັບຕ່າງໆ, ສຳເລັດການນຳສະເໜີ ຫັດຖະກຳພື້ນເມືອງ ພູມປັນຍາການຕໍ່າລາຍນາກ ຂອງຊຸມຊົນເຊື້ອຊາດລາວ ຖືກຮັບຮອງເປັນມໍລະດົກວັດທະນະທຳ ທີ່ບໍ່ເປັນວັດຖຸຂອງມວນມະນຸດ ໂດຍອົງການອຸຍແນັສໂກ, ສຳເລັດການນຳສົ່ງເອກະສານຄຳຮ້ອງ ສະເໜີອຸທິຍານແຫ່ງຊາດຫີນໜາມໜໍ່ ເປັນມໍລະດົກໂລກທາງທໍາມະຊາດ ແບບເຊື່ອມຕໍ່ກັບ ສວນອຸທິຍານແຫ່ງຊາດຟອງຫຍາແກ່ບາງ ມໍລະ ດົກໂລກຂອງ ສສ ຫວຽດນາມ, ສຳເລັດການຮັບຮອງ ມໍລະດົກແຫ່ງຊາດລະດັບທ້ອງຖິ່ນ 5 ແຫ່ງ​ ແລະ ຂົງ​ເຂດ​ວຽກ​ງານ​ອື່ນໆ ສາມາດ​ຍາດ​ໄດ້ຜົນສຳ​ເລັດ​ເຊັ່ນ​ດຽວ​ກັນ.

ຂ່າວ: ກິດຕາ

ພາບ: ອ່າຍຄຳ

KPL

ຂ່າວອື່ນໆ

    • ຮຽບຮຽງເນື້ອໃນກົດໝາຍການປູກຝັງການເມືອງ

      ຮຽບຮຽງເນື້ອໃນກົດໝາຍການປູກຝັງ

      7/8/2025 1:01:18 PM

      ຂປລ. ກອງປະຊຸມຮຽບຮຽງເນື້ອໃນກົດໝາຍວ່າດ້ວຍການປູກຝັງ (ສ້າງໃໝ່) ຈັດຂຶ້ນໃນວັນທີ 5-6 ກໍລະກົດ 2025 ທີ່ເມືອງວັງວຽງ ແຂວງວຽງຈັນ ໂດຍການເປັນປະທານຂອງທ່ານ ຈະເລີນ ເຍຍປາວເຮີ ຮອງປະທານ, ຄະນະປະຈຳສະພາແຫ່ງຊາດ, ມີທ່ານ ຄຳແພງ ວິລະພັນ ປະທານກຳມາທິການກົດໝາຍ, ທ່ານ ນາງ ປິ່ງຄຳ ລາຊະສິມມາ ປະທານກຳມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ, ທ່ານ ກິແກ້ວ ສິງນາວົງ ຮອງລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ, ທ່ານ ກົງຈີ ຢ່າງຈື ຮອງລັດຖະມົນຕີກະຊວງຍຸຕິທຳ, ມີບັນດາຮອງປະທານກຳມາທິການທີ່ກ່ຽວຂ້ອງພາຍໃນ

    • ປະກາດແຕ່ງຕັ້ງຮອງຫົວໜ້າຫ້ອງວ່າການສູນກາງພັກການເມືອງ

      ປະກາດແຕ່ງຕັ້ງຮອງຫົວໜ້າຫ້ອງວ່າການສູນກາງພັກ

      7/8/2025 12:19:17 PM

      ຂປລ. ຫ້ອງວ່າການສູນກາງພັກ ໄດ້ຈັດພິທີປະກາດແຕ່ງຕັ້ງຕໍາແໜ່ງ ບໍລິຫານ ຂັ້ນຮອງຫົວໜ້າຫ້ອງວ່າການສູນກາງພັກ ໃນວັນທີ 7 ກໍລະກົດ 2025 ໂດຍໄດ້ແຕ່ງຕັ້ງ ສະຫາຍ ກິແກ້ວ ຈັນທະບູລີ ເປັນຮອງຫົວໜ້າຫ້ອງວ່າການສູນກາງພັກ, ຮອງຫົວໜ້າຄະນະປະຕິຮູບລັດວິສາຫະກິດ

    • ຫາລື ການຮ່ວມມືລາວ-ໄທ ໃນຂະແໜງກະສິກໍາ ແລະ ສິ່ງແວດລ້ອມການເມືອງ

      ຫາລື ການຮ່ວມມືລາວ-ໄທ ໃນຂະແໜງກະສິກໍາ ແລະ ສິ່ງແວດລ້ອມ

      7/7/2025 2:13:51 PM

      ຂປລ. ເມື່ອບໍ່ດົນມານີ້, ທ່ານ ລິນຄຳ ດວງສະຫວັນ ລັດຖະມົນຕີ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ໄດ້ຕ້ອບຮັບ ທ່ານ ນາງ ມໍຣະກົດ ສີສະຫວັດ ເອກອັກຄະຣາຊະທູດ ແຫ່ງຣາຊະອານາຈັກໄທ ປະຈຳ ສປປ ລາວ, ພ້ອມຄະນະ ເຂົ້າຢ້ຽມຂໍ່ານັບ ເພື່ອປືກສາຫາລືກ່ຽວກັບ ການຮ່ວມມືລາວ-ໄທ

    • ປີນີ້ ນວ ຈະເຮັດໃຫ້ເສດຖະກິດ ຂະຫຍາຍຕົວ ໃນລະດັບ 6,6%ການເມືອງ

      ປີນີ້ ນວ ຈະເຮັດໃຫ້ເສດຖະກິດ ຂະຫຍາຍຕົວ ໃນລະດັບ 6,6%

      7/7/2025 2:06:34 PM

      ຂປລ. ໃນປີ 2025 ນີ້, ຄາດຄະເນວ່າ ເສດຖະກິດຂອງນະຄອນຫລວງວຽງຈັນ (ນວ) ຈະຂະຫຍາຍຕົວໃນລະດັບ 6,6% (ລື່ນມະຕິສະພາ 0,1%) ​ເຊິ່ງປັດໄຈຕົ້ນຕໍທີ່ຈະເຮັດໃຫ້ ລວມຍອດ​ຜະລິດ​ຕະພັນ​ພາຍ​ໃນ ຫລື GDP ຂະຫຍາຍຕົວລື່ນແຜນການ ແມ່ນມາຈາກຂະແໜງອຸດສາຫະກໍາ ຂະຫຍາຍຕົວ 8,1%, ກວມເອົາ 49%,

    • ສປນວ ເປີດກອງປະຊຸມສະໄໝສາມັນເທື່ອທີ 9 ຊຸດທີ IIການເມືອງ

      ສປນວ ເປີດກອງປະຊຸມສະໄໝສາມັນເທື່ອທີ 9 ຊຸດທີ II

      7/7/2025 1:50:34 PM

      ຂປລ. ສະພາປະຊາຊົນນະຄອນຫລວງວຽງຈັນ (ສປນວ) ເປີດກອງປະຊຸມສະໄໝສາມັນ ເທື່ອທີ 9 ຊຸດທີ II ໃນລະຫວ່າງວັນທີ 7-11 ກໍລະກົດ 2025 ຢູ່ອົງການປົກຄອງ ນະຄອນຫລວງວຽງຈັນ (ນວ) ໂດຍການເປັນປະທານຂອງ ທ່ານ ອານຸພາບ ຕຸນາລົມ ປະທານສະພາປະຊາຊົນ ນະຄອນຫລວງວຽງຈັນ

ads
ads

Top