ແນວຄິດຊີ້ນຳຂອງ ປະທານ ຄຳໄຕ ສີພັນດອນ ໃນການກໍ່ສ້າງຮາກຖານການເມືອງ ແລະ ພັດທະນາຊົນນະບົດ

12/02/2024 10:32
Email Print 697
ຂປລ ຕໍ່ກັບການພັດທະນາຊົນນະບົດ ປະທານ ຄໍາໄຕ ສີພັນດອນ ໄດ້ມີຄໍາເຫັນຊີ້ນໍາຫລາຍຄັ້ງ ກ່ຽວກັບການພັດທະນາຊົນນະບົດ. ກອງປະຊຸມ ສູນກາງຄັ້ງທີ 8 ສະໄໝທີ VI ຕ່ໍວຽກງານພັດທະນາຊົນນະບົດບາງຕອນທ່ານກ່າວວ່າ: ຊົນນະບົດພວກເຮົາເປັນເຂດມີພື້ນທີ່ອັນກວ້າງ ໃຫຍ່, ມີພົນລະເມືອງສ່ວນຫລາຍດຳລົງຊີວິດ ແລະ ທຳມາຫາກິນ.

*** ຕໍ່ຈາກສະບັບກ່ອນ ***

       ຕໍ່ກັບການພັດທະນາຊົນນະບົດ ປະທານ ຄໍາໄຕ ສີພັນດອນ ໄດ້ມີຄໍາ ເຫັນຊີ້ນໍາຫລາຍຄັ້ງ ກ່ຽວກັບການ ພັດທະນາຊົນນະບົດ. ກອງປະຊຸມສູນກາງຄັ້ງທີ 8 ສະໄໝທີ VI ຕ່ໍ ວຽກງານພັດທະນາຊົນນະບົດບາງຕອນທ່ານກ່າວວ່າ: ຊົນນະບົດພວກເຮົາເປັນເຂດມີພື້ນທີ່ອັນກວ້າງໃຫຍ່, ມີພົນລະເມືອງສ່ວນຫລາຍດຳລົງຊີວິດ ແລະ ທຳມາຫາກິນ, ພົນລະເມືອງຢູ່ຊົນນະບົດນີ້ ເຂົາເຈົ້າທັງເປັນກໍາລັງການຜະລິດຕົ້ນຕໍ, ທັງເປັນກໍາລັງອັນໃຫຍ່ຫລວງຂອງການປະຕິວັດໃນໄລຍະກ່ອນ ກໍ່ຄືໄລຍະປັດຈຸບັນ, ຊາວຊົນນະບົດເປັນຕົ້ນແມ່ນເຂດພູດອຍຊົນເຜົ່າຍັງທຸກຍາກຫລາຍຈຶ່ງກາຍເປັນເປົ້າໝາຍຕົ້ນຕໍຂອງການຍົກລະດັບຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ວັດທະນະທຳ, ຊົນນະບົດເປັນບ່ອນທຳມາຫາກິນ, ເປັນບ່ອນການຜະລິດແບບດັ້ງເດີມຂອງປະຊາຊົນລາວ ຍ້ອນແນວນັ້ນຈຶ່ງເປັນຈຸດເລ່ັງຕ້ົນຕໍເພື່ອສ້າງການຫັນປ່ຽນ ຈາກເສດຖະກິດທໍາມະຊາດ ໄປສູ່ການຜະລິດສິນຄ້າຕາມແນວທາງຂອງພັກ, ຊົນນະບົດບໍລິເວນທີ່ມີຄວາມອຸດົມຮັ່ງມີທາງດ້ານຊັບພະຍາກອນທຳມະຊາດ (ປ່າໄມ້, ສັດປ່າ, ບໍ່ແຮ່, ແຫລ່ງນໍ້າເຊ), ເປັນບ່ອນທີ່ອຸດົມສົມບູນດ້ວຍສີສັນຂອງວັດທະນະທໍາ, ປະເພນີ, ສິລະປະວັນນະຄະດີຂອງພີ່ນ້ອງລາວເຜົ່າຕ່າງໆ ເຊິ່ງທັງໝົດເຫລົ່ານັ້ນໄດ້ກາຍເປັນທຶນຮອນອັນປະເສີດທີ່ພວກເຮົາຕ້ອງປົກປັກຮັກສາ ແລະ ເສີມຂະຫຍາຍ ແລະ ຊົນນະບົດກໍ່ຍັງເປັນບ່ອນທຳລາຍທຳມະຊາດຢ່າງໜັກໜ່ວງຍ້ອນການທໍາມາຫາກິນທ່ີ ຫລ້າສະໄໝ ແລະ ມີຮີດຄອງທີ່ຫລ້າຫລັງຫລາຍຢ່າງທີ່ຕ້ອງໄດ້ແກ້ໄຂ.

     ການພັດທະນາຊົນນະບົດຕາມ ແນວຄິດຊີ້ນໍາຂອງປະທານ ຄໍາໄຕ ສີພັນດອນ ແມ່ນການພັດທະນາທ່ີອີງໃສ່ຮາກຖານ, ອີງໃສ່ກໍາລັງແຮງຂອງປະຊາຊົນ, ພັດທະນາທີ່ຖືເອົາການພັດທະນາປະຊາຊົນເປັນໃຈກາງ ເພື່ອສ້າງໃຫ້ກໍາລັງການຜະລິດຢູ່ຊົນນະບົດຂະຫຍາຍຕົວກາຍເປັນໜໍ່ແໜງຄົນໃໝ່, ຄົນສັງຄົມນິຍົມ. ຫລັງຈາກນັ້ນ, ຈຶ່ງນໍາເອົາຜົນການພັດທະນາກັບການຮັບໃຊ້ປະຊາຊົນ ເຮັດໃຫ້ເງື່ອນໄຂດໍາລົງຊີວິດຂອງປະຊາຊົນມີຄວາມສະດວກສະບາຍ, ຫລຸດໂຕນກັນລະຫວ່າງຕົວເມືອງ ແລະ ຊົນນະບົດຫລຸດລົງເນື້ອໃນ ຂອງແນວຄິດດັ່ງກ່າວສະແດງອອກ: ໜຶ່ງ. ພັດທະນາບ້ານໃຫ້ໄດ້ບັນລຸຕາມ ມາດຕະຖານບ້ານພັດທະນາຕາມ ດໍາລັດຂອງລັດຖະບານ ສະບັບເລກ ທີ 348/ລບ ວ່າດ້ວຍມາດຕະຖານ ພົ້ນທຸກ ແລະ ມາດຕະຖານພັດທະນາ; ບ້ານພັດທະນາແມ່ນບ້ານທີ່ມີເງື່ອນ ໄຂຄົບຖ້ວນ ໃນ 11  ມາດຕະຖານທ່ີກໍານົດໄວ້ດັ່ງນີ້: 1. ປະຊາຊົນພາຍໃນບ້ານມີຄວາມສາມັກຄີປອງດອງ, ມີສະຕິເຄົາລົບປະຕິບັດກົດໝາຍ ແລະ ຕື່ນຕົວເປັນເຈົ້າການໃນການສ້າງສາພັດທະນາ; 2. ລະບົບການເມືອງຂອງບ້ານມີຄວາມໜັກແໜ້ນເຂ້ັມແຂງ; 3. ບັນລຸເງື່ອນໄຂດ້ານປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ; 4. ເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ; 5. ມີແຜນຜັງບ້ານທີ່ດີ ແລະ ມີການຈັດຕັ້ງປະ ຕິບັດຕາມແຜນຜັງ; 6. ມີແຜນຜັງການນຳໃຊ້ທີ່ດິນ 3 ປະເພດ (ດິນປຸກສ້າງ, ດິນທໍາການຜະລິດ ແລະ ດິນ ສາທາລະນະເພື່ອຮັບໃຊ້ແກ່ການພັດທະນາ ແລະ ການບໍລິການ); 7. ມີເສັ້ນທາງຄົມມະນາຄົມເຂົ້າເຖິງທຽວໄດ້ຕະຫລອດປີຢ່າງສະດວກ; 8.ປະຊາຊົນພາຍໃນບ້ານໄດ້ເຂ້ົາເຖິງການບໍລິການສາທາລະນະຢ່າງສະດວກ; 9. ບັນລຸເງື່ອນໄຂດ້ານການສຶກສາວັດທະນະທຳ-ສັງຄົມ; 10.ມີການຄຸ້ມຄອງ, ປົກປັກຮັກສາ ແລະ ນໍາໃຊ້ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຢ່າງມີປະສິດທິຜົນ ແລະ ຍືນຍົງ; 11. ເປັນບ້ານພົ້ນທຸກ ແລະ ມີຄອບຄົວພັດທະນາ 85% (ແປດສິບຫ້າສ່ວນຮ້ອຍ) ຂຶ້ນໄປ.

*** ອ່ານຕໍ່ສະບັບໜ້າ ***

KPL

ຂ່າວອື່ນໆ

    • 42 ປີ ແຫ່ງການກຳເນີດເຕີບໃຫຍ່ຂະຫຍາຍຕົວຂອງ ກອງພັນໃຫຍ່ 641ບົດ-ສາລະຄະດີ

      42 ປີ ແຫ່ງການກຳເນີດເຕີບໃຫຍ່ຂະຫຍາຍຕົວຂອງ ກອງພັນໃຫຍ່ 641

      6/30/2025 3:06:10 PM

      * ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ ໃນໄລຍະໃໝ່ ຂອງການປະຕິວັດ ກໍຄືການ ປັບປຸງກໍ່ສ້າງກອງທັບ ໃຫ້ເຕີບໃຫຍ່ເຂັ້ມແຂງຂຶ້ນເທື່ອລະກ້າວນັ້ນ ກອງພັນໃຫຍ່ 641 ເຊິ່ງເປັນກອງພັນທໍາອິດ ຂອງ ເຫລົ່າຮົບປ້ອງກັນອາກາດ ໄດ້ຮັບການສ້າງຕັ້ງຂຶ້ນຢ່າງເປັນທາງການ ຕາມການຕົກລົງ ຂອງກະຊວງປ້ອງກັນປະເທດ ໃນວັນທີ 24 ມິຖຸນາ 1983.

    • ຫວນຄືນການເຕີບໃຫຍ່ຂະຫຍາຍຕົວ ຂອງຄະນະພົວພັນຕ່າງປະເທດສູນກາງພັກບົດ-ສາລະຄະດີ

      ຫວນຄືນການເຕີບໃຫຍ່ຂະຫຍາຍຕົວ ຂອງຄະນະພົວພັນຕ່າງປະເທດສູນກາງພັກ

      6/30/2025 2:07:33 PM

      *ໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວລັດ, ທົ່ວກອງທັບ ແລະ ປວງຊົນລາວທັງຊາດ ພວມແຂ່ງຂັນສ້າງຜົນງານ ຂ່ຳນັບຮັບຕ້ອນ ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ທີ່ຈະມີເຖິງ ແລະ ເປັນໄລຍະທີ່ອົງຄະນະພັກ, ສະມາຊິກ ພັກ-ພະ ນັກງານ ທົ່ວຄະນະພົວພັນຕ່າງປະເທດສູນກາງພັກ ພວມກະກຽມໄຂກອງປະຊຸມໃຫຍ່ ຄັ້ງທີ III ຂອງຕົນ ເຊິ່ງກໍພໍດີ ຖືກກັບໂອກາດວັນສ້າງຕັ້ງ ຄະນະພົວພັນຕ່າງປະເທດສູນກາງພັກ ທີ່ໄດ້ບັນຈົບມາຄົບຮອບ 42 ປີ ໃນວັນທີ 29 ມິຖຸນາ 2025.

    • ເລີແກຣນປາກແບງລີສອດ ເນັ້ນການບໍລິການທີ່ສ້າງຄວາມປະທັບໃຈໃຫ້ລູກຄ້າບົດ-ສາລະຄະດີ

      ເລີແກຣນປາກແບງລີສອດ ເນັ້ນການບໍລິການທີ່ສ້າງຄວາມປະທັບໃຈໃຫ້ລູກຄ້າ

      6/24/2025 10:02:11 AM

      ເລີແກຣນ ປາກແບງຣີສອດ,ເມືອງປາກແບງ, ແຂວງອຸດົມໄຊ ໃນການບໍລິການດຳເນີນທຸລະກິດກ່ຽວກັບທີ່ພັກ ແລະ ຮ້ານອາຫານອີກແຫ່ງໜຶ່ງທີ່ຂຶ້ນຊື່ລືນາມ ເລື່ອງການບໍລິການທີ່ດີ, ສະຖານທີ່ສວຍງາມປານຮູບແຕ້ມ.

    • ເມືອງບາຈຽງຈະເລີນສຸກ ຈັດງານວາງສະແດງສິນຄ້າຫັດຖະກຳ-ກະສິກຳ ຄັ້ງທີ XIXບົດ-ສາລະຄະດີ

      ເມືອງບາຈຽງຈະເລີນສຸກ ຈັດງານວາງສະແດງສິນຄ້າຫັດຖະກຳ-ກະສິກຳ ຄັ້ງທີ XIX

      6/24/2025 9:44:58 AM

      ນັບວ່າເປັນອີກໜຶ່ງງານທີສຳຄັນ ທັງເປັນການສົ່ງເສີມການຜະລິດເປັນສິນຄ້າແກ້ໄຂຄວາມທຸກຍາກເພືື່ອພັດທະນາຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ, ການສົ່ງເສີມທາງດ້ານການຕະຫລາດ ໂດຍສະເພາະແມ່ນການຈັດງານວາງສະແດງຜົນຜະລິດກະສິກຳ-ຫັດຖະກຳໃນແຕ່ລະປີ.

    • ການປົກປັກຮັກສາ ແລະ ການພັດທະນາສັດປ່າບົດ-ສາລະຄະດີ

      ການປົກປັກຮັກສາ ແລະ ການພັດທະນາສັດປ່າ

      6/16/2025 6:16:34 PM

      ໃນໝວດ 2 ຂອງກົດໝາຍວ່າດ້ວຍສັດປ່າສະບັບປັບປຸງມາດຕາ 31 (ປັບປຸງ) ໄດ້ກຳນົດໄວ້ວ່າ: ການປົກປັກຮັກສາສັດປ່າປະກອບດ້ວຍກິດຈະກຳດັ່ງນີ້: ການສຳຫລວດປ່າ; ການກຳນົດເຂດປົກປັກຮັກສາສັດປ່າ; ການສ້າງສູນຟື້ນຟູສຸຂະພາບສັດປ່າ; ການປ່ອຍສັດປ່າຄືນສູ່ທຳມະຊາດ; ການສຶກສາຄົ້ນຄວ້າດ້ານວິທະຍາສາດ; ການປູກຈິດສຳນຶກ ແລະ ກິດຈະການອື່ນ.

ads
ads

Top