ຍອດການເດີນທາງທ່ອງທ່ຽວ ສປ ຈີນ ສູງສູ່ລະດັບ 4,89 ຕື້ເທື່ອຄັ້ງ ໃນປີ 2023

12/02/2024 16:22
Email Print 526
ຂປລ ກະຊວງ ວັດທະນະທຳ ແລະ ການທ່ອງທ່ຽວ ຂອງຈີນ ໄດ້ລາຍງານວ່າ: ປະລິມານ ການເດີນທາງ ທ່ອທ່ຽວ ພາຍໃນປະເທດ ຂອງຈີນ ໃນປີ 2023 ລວມຢູ່ທີ່ 4,89 ຕື້ເທື່ອຄັ້ງ, ເພີ່ມຂື້ນ 93,3% ຈາກປີກ່ອນໜ້ານີ້.

ຂປລ. ສຳນັກ​ຂ່າວຊິນ​ຮວາ ​ຂອງສປ ຈີນ, ກະຊວງ ​ວັດທະນະທຳ ​ແລະ ການທ່ອງທ່ຽວ ຂອງຈີນ ໄດ້ລາຍ​ງານ​ວ່າ: ປະລິມານ ການ​ເດີນທາງ ທ່ອທ່ຽວ ພາຍ​​ໃນ​ປະ​ເທດ ຂອງ​ຈີນ ​ໃນ​ປີ 2023 ລວມຢູ່​ທີ່ 4,89 ຕື້​ເທື່ອ​ຄັ້ງ, ​​ເພີ່ມ​ຂື້ນ 93,3% ຈາກ​ປີ​ກ່ອນ​ໜ້າ​ນີ້.

ປະລິມານ ການເດີນທາງ ທ່ອງທ່ຽວ ພາຍໃນປະເທດ ຂອງຈີນ ພາຍໃນໄຕມາດ 4 (​ເດືອນຕຸລາ-​ເດືອນທັນວາ) ຂອງປີ 2023 ສູງກວ່າ 1,21 ຕື້ເທື່ອຄັ້ງ, ​ເພີ່ມຂື້ນ ປະມານ 179,1% ຊຶ່ງເປັນການ ເພີ່ມຂື້ນ ຫລາຍທີ່ສຸດເມື່ອທຽບປີຕໍ່ປີ. ​ໂດຍບັນດາ ນັກທ່ອງທ່ຽວ ພາຍໃນປະເທໃຊ້ຈ່າຍເງິນໃນປີ 2023 ຫລາຍກວ່າ 4,91 ພັນຕື້ຢວນ,​​ ເພີ່ມຂື້ນ 140,3% ຈາກປີກ່ອນໜ້ານີ້​.

KPL

ຂ່າວອື່ນໆ

ads
ads

Top