ເສັ້ນທາງລົດໄຟຈີນ-ລາວ ຂົນສົ່ງຜູ້ໂດຍສານຫລາຍກວ່າ 27.800.000 ເທື່ອຄົນ

09/02/2024 15:18
Email Print 1467
ຂປລ ນັບແຕ່ຕົ້ນປີນີ້, ການເດີນທາງ ດ້ວຍຂະບວນລົດໄຟ ໂດຍສານ ຂ້າມຊາດ ຕາມເສັ້ນທາງ ລົດໄຟຈີນ-ລາວ ໄດ້ຮັບຄວາມນິຍົມ ຊົມຊອບຫລາຍ ຈາກນັກທ່ອງທ່ຽວຈີນ ແລະ ຕ່າງປະເທດ. ເດືອນມັງກອນ ຜ່ານມານີ້, ເສັ້ນທາງ ລົດໄຟຈີນ-ລາວ ໄດ້ຂົນສົ່ງໂດຍສານ ເຖິງ1.860.000 ເທື່ອຄົນ, ໃນນັ້ນ, ຜູ້ໂດຍສານ ຂ້າມຊາດມີ 23.000ເທື່ອຄົນ ຖືວ່າ ເພີ່ມຂຶ້ນ ຢ່າງຕໍ່ເນື່ອງ.

ຂປລ.ວິທະຍຸ ສາກົນ ແຫ່ງ ສປ ຈີນ, ນັບແຕ່ຕົ້ນປີນີ້, ການເດີນທາງ ດ້ວຍຂະບວນ ລົດໄຟ ໂດຍສານ ຂ້າມຊາດ ຕາມເສັ້ນທາງ ລົດໄຟຈີນ-ລາວ ໄດ້ຮັບຄວາມນິຍົມ ຊົມຊອບຫລາຍ ຈາກນັກທ່ອງທ່ຽວຈີນ ແລະ ຕ່າງປະເທດ. ເດືອນມັງກອນ ຜ່ານມານີ້, ເສັ້ນທາງ ລົດໄຟຈີນ-ລາວ ໄດ້ຂົນສົ່ງໂດຍສານ ເຖິງ1.860.000 ເທື່ອຄົນ, ໃນນັ້ນ, ຜູ້ໂດຍສານ ຂ້າມຊາດມີ 23.000ເທື່ອຄົນ ຖືວ່າ ເພີ່ມຂຶ້ນ ຢ່າງຕໍ່ເນື່ອງ. ນັບຕັ້ງແຕ່ ຂະບວນລົດໄຟ ໂດຍສານ ຂ້າມຊາດ ຕາມເສັ້ນທາງ ລົດໄຟຈີນ-ລາວ ເປີດບໍລິການ ເມື່ອວັນທີ13 ເມສາ2023 ເປັນຕົ້ນມາ, ນັບລວມແລ້ວ ໄດ້ຂົນສົ່ງ ໂດຍສານ ຂ້າມຊາດ ຈຳນວນ 13.000ຄົນ ຈາກ83 ປະເທດ ແລະ ເຂດແຄວ້ນ. ຂະນະທີ່ ການຂົນສົ່ງ ສິນຄ້າ ຕາມເສັ້ນທາງ ລົດໄຟຈີນ-ລາວ ໄດ້ປາກົດ ມີທ່ວງທ່າເຕີບໂຕຂຶ້ນ, ນັບແຕ່ຕົ້ນປີນີ້ ມາໄດ້ຂົນສົ່ງສິນຄ້າ ບັນລຸເຖິງ2.010.000 ໂຕນ, ໃນນັ້ນ, ສິນຄ້າ ຂ້າມຊາດ 550.000 ໂຕນ ເພີ່ມຂຶ້ນ 29,7% ຖືວ່າ ໄດ້ເພີ່ມຂຶ້ນ ຢ່າງເດັ່ນຊັດ ເມື່ອທຽບໃສ່ ໄລຍະດຽວກັນ ຂອງປີ2023.ນັບມາຮອດ ວັນທີ7ກຸມພານີ້, ນັບຕັ້ງແຕ່ ເສັ້ນທາງ ລົດໄຟຈີນ-ລາວ ເປີດບໍລິການ ເປັນຕົ້ນມາ, ໄດ້ຂົນສົ່ງໂດຍສານ ບັນລຸເຖິງ 27.870.000ເທື່ອຄົນ,  ຂົນສົ່ງສິນຄ້ 32.560.000 ໂຕນ, ໃນນັ້ນ, ຂົນສົ່ງສິນຄ້າ ຂ້າມຊາດ ບັນລຸ ຫລາຍກວ່າ 7.310.000 ໂຕນ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top