ບໍລິສັດເບສເທເລຄອມ ມອບອຸປະກອນໄອທີ ໃຫ້ ຫສນຍ

09/02/2024 09:54
Email Print 853
ຂປລ ຂປລ. ໃນວັນທີ 8 ມັງກອນ 2024 ນີ້, ບໍລິສັດ ເບສເທເລຄອມ (Best Telecom) ໄດ້ນຳເອົາຄອມພິວເຕີ (ໂນດບຸກ) ຈຳນວນ 70 ໜ່ວຍ, ລວມມູນຄ່າ 800 ລ້ານກີບ ມາມອບໃຫ້ຫ້ອງວ່າການ ສຳນັກງານນາຍົກລັດຖະມົນຕີ (ຫສນຍ) ຕາງໜ້າມອບໂດຍ ທ່ານ ລິດທິກອນ ພູມມະສັກ ຜູ້ອຳນວຍການໃຫຍ່ ບໍລິສັດ ເບສເທເລຄອມ ແລະ ຮັບໂດຍ ທ່ານ ອາລຸນໄຊ ສູນນະລາດ ລັດຖະມົນຕີ, ຫົວໜ້າ ຫສນຍ ໂດຍມີພາກສ່ວນກ່ຽວຂ້ອງ ສອງຝ່າຍ ເຂົ້າຮ່ວມ ເປັນສັກຂີພິຍານ.



ຂປລ. ໃນວັນທີ 8 ມັງກອນ 2024 ນີ້
,  ບໍລິສັດ ເບສເທເລຄອມ (Best Telecom) ໄດ້ນຳເອົາຄອມພິວເຕີ (ໂນດບຸກ) ຈຳນວນ 70 ໜ່ວຍ, ລວມມູນຄ່າ 800 ລ້ານກີບ ມາມອບໃຫ້ຫ້ອງວ່າການ ສຳນັກງານນາຍົກລັດຖະມົນຕີ (ຫສນຍ) ຕາງໜ້າມອບໂດຍ ທ່ານ ລິດທິກອນ ພູມມະສັກ ຜູ້ອຳນວຍການໃຫຍ່ ບໍລິສັດ ເບສເທເລຄອມ ແລະ ຮັບໂດຍ ທ່ານ ອາລຸນໄຊ ສູນນະລາດ ລັດຖະມົນຕີ, ຫົວໜ້າ ຫສນຍ ໂດຍມີພາກສ່ວນກ່ຽວຂ້ອງ ສອງຝ່າຍ ເຂົ້າຮ່ວມ ເປັນສັກຂີພິຍານ.

ໂອກາດດັ່ງກ່າວ,  ທ່ານ ອາລຸນໄຊ ສູນນະລາດ ໄດ້ຕີລາຄາສູງ ແລະ ສະແດງຄວາມຂອບໃຈ ຕໍ່ບໍລິສັດ Best Telecom ທີ່ເຫັນໄດ້ຄວາມສຳຄັນ ນຳເອົາຄອມພິວເຕີມາມອບໃຫ້ໃນຄັ້ງນີ້, ພ້ອມທັງ ຢືນຢັນວ່າຈະເອົາເອົາອຸປະກອນທີ່ໄດ້ຮັບໃນຄັ້ງນີ້, ໄປໝູນໃຊ້ເຂົ້າໃນ ວຽກງານຕ່າງໆພາຍໃນ ຫສນຍ ໃຫ້ມີການພັດທະນາ, ວ່ອງໄວ ແລະ ຫັນເປັນທັນສະໄໝ ຂຶ້ນກວ່າເກົ່າ. ພ້ອມທັງ ອວຍພອນໃຫ້ ບໍລິສັດ Best Telecom ກໍຄື ທ່ານ ລິດທິກອນ ພູມມະສັກ ພ້ອມດ້ວຍຄະນະ ຈົ່ງປະສົບຜົນສຳເລັດ ໃນການປະຕິບັດໜ້າ ທີ່ວຽກງານ, ດຳເນີນທຸລະກິດໄປຢ່າງໂລ່ງລ່ຽນ, ຖືກຕ້ອງຕາມນະໂຍບາຍຂອງພັກ, ລັດວາງອອກສືບຕໍ່ໃຫ້ການສະໜັບສະໜູນ ຊ່ວຍເຫລືອສັງຄົມ ກໍຄື ໃຫ້ ການຊ່ວຍເຫລືອ ສຳນັກງານ, ອົງການພາກລັດ ແບບນີ້ຕະຫລອດໄປ.

ທ່ານ ລິດທິກອນ ພູມມະສັກ ກໍໄດ້ສະແດງຄວາມພາກພູມໃຈ ທີ່ໄດ້ເປັນສ່ວນໜຶ່ງໃນການປະກອບສ່ວນ ຊຸກຍູ້ຊ່ວຍເຫລືອ ອຸປະກອນໄອທີ ໃຫ້ ຫສນຍ ໃນຄັ້ງນີ້, ແນໃສ່ເຮັດໃຫ້ການຈັດຕັ້ງປະຕິບັດໜ້າທີ່ ວຽກງານຂອງພະນັກງານ-ລັດຖະກອນ ພາຍໃນ ຫສນຍ ມີຄວາມວອງໄວ, ທັນສະໄໝ ຂຶ້ນກວ່າເກົ່າ, ພ້ອມທັງ ສະແດງຄວາມເຊື່ອໝັ້ນວ່າ ພາຍໃຕ້ການນຳພາ-ຊີ້ນຳ ຂອງທ່ານ ອາລຸນໄຊ ສູນນະລາດ ວຽກງານຕ່າງໆ ພາຍໃນ ຫສນຍ ຈະມີຜົນສຳເລັດ ແລະ ພັດທະນາຂຶ້ນເປັນກ້າວໆ.

ຂ່າວ: ທະນູທອງ

ພາບ: ຂັນໄຊ


KPL

ຂ່າວອື່ນໆ

    • ຄະນະປະຈຳສະພາແຫ່ງຊາດ ພິຈາລະນາບັນຫາສໍາຄັນພື້ນຖານຂອງຊາດ ການເມືອງ

      ຄະນະປະຈຳສະພາແຫ່ງຊາດ ພິຈາລະນາບັນຫາສໍາຄັນພື້ນຖານຂອງຊາດ

      9/5/2024 3:09:30 PM

      ຂປລ. ກອງປະຊຸມຄະນະປະຈໍາສະພາແຫ່ງຊາດ ປະຈໍາເດືອນສິງຫາ 2024 ຈັດ​ຂຶ້ນ​ໃນວັນທີ 3-4 ກັນຍາ 2024 ໂດຍການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານຄະນະປະຈໍາສະພາແຫ່ງຊາດ, ມີບັນດາຮອງປະທານ ແລະ ກຳມະການຄະນະປະຈໍາສະພາແຫ່ງຊາດ, ບັນດາ ລັດຖະ ມົນຕີ ແລະ ຮອງລັດຖະມົນຕີ ກະຊວງ, ອົງການທີ່ກ່ຽວຂ້ອງ ເຂົ້າຮ່ວມ.

    • ຫົວໜ້າ ອອປສ ກ່າວປາໄສ ໃນເວທີປຶກສາຫາລື ເສດຖະກິດພາກຕາເວັນອອກ 2024 ທີ່ຣັດເຊຍການເມືອງ

      ຫົວໜ້າ ອອປສ ກ່າວປາໄສ ໃນເວທີປຶກສາຫາລື ເສດຖະກິດພາກຕາເວັນອອກ 2024 ທີ່ຣັດເຊຍ

      9/5/2024 3:04:36 PM

      ຂປລ. ໃນລະຫວ່າງວັນທີ 1-6 ກັນຍາ 2024 ນີ້, ຄະນະຜູ້ແທນຂັ້ນສູງ ອົງການໄອຍະການປະຊາຊົນສູງສຸດ (ອອປສ) ແຫ່ງ ສປປ ລາວ ເຄື່ອນໄຫວເຮັດວຽກທາງການ ຢູ່ ສະຫະພັນຣັດເຊຍ ​ແລະ ໃນວັນທີ 5 ກັນຍາ 2024, ທ່ານ ໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະການ ປະຊາຊົນສູງສຸດ ແຫ່ງ ສປປ ລາວ ພ້ອມຄະນະ ໄດ້ເຂົ້າຮ່ວມກອງປະຊຸມເວ​ທີປຶກສາຫາລື ເສດ​ຖະ​ກິດພາກ​ຕາ​ເວັນ​ອອກ (EEF) 2024 ທີ່ຈັດໂດຍອົງການໄອຍະການສູງສຸດ ແຫ່ງ ສ ຣັດເຊຍ ທີ່ນະຄອນວາລາດີວອສຕ໊ອກ

    • ຫົວໜ້າຄະນະຈັດຕັ້ງສູນກາງພັກ ໂອ້ລົມພະນັກງານການນໍາແຂວງເຊກອງການເມືອງ

      ຫົວໜ້າຄະນະຈັດຕັ້ງສູນກາງພັກ ໂອ້ລົມພະນັກງານການນໍາແຂວງເຊກອງ

      9/5/2024 2:25:02 PM

      ຂ​ປລ. ໃນໂອກາດເຄື່ອນໄຫວເຮັດວຽກຢູ ແຂວງເຊກອງ, ວັນທີ 4 ກັນຍາ 2024 ນີ້, ສະຫາຍ ນາງ ສີໃສ ລືເດດມູນສອນ ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ພົບປະໂອ້ລົມພະນັກງານການນໍາແຂວງເຊກອງ ໂດຍມີ ສະຫາຍ ເຫລັກ ໄຫລ ສີວິໄລ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງເຊກອງ, ມີຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ເຈົ້າເມືອງ ແລະ ຫົວໜ້າພະແນກການອອມຂ້າງແຂວງ ໃຫ້ການຕ້ອນຮັບ.

    • ຫົວໜ້າຄະນະຈັດຕັ້ງສູນກາງພັກ ເນັ້ນໃຫ້ ອຄ ແຂວງສາລະວັນ ເອົາໃຈໃສ່ ຄຸ້ມຄອງລາຄາສິນຄ້າການເມືອງ

      ຫົວໜ້າຄະນະຈັດຕັ້ງສູນກາງພັກ ເນັ້ນໃຫ້ ອຄ ແຂວງສາລະວັນ ເອົາໃຈໃສ່ ຄຸ້ມຄອງລາຄາສິນຄ້າ

      9/4/2024 5:07:11 PM

      ຂປລ. ໃນໂອກາດລົງເຄື່ອນໄຫວເຮັດວຽກຢູ່ ແຂວງສາລະວັນ ໃນວັນທີ 3 ກັນຍາ 2024 ຜ່ານມາ, ສະຫາຍ ນາງ ສີໃສ ລືເດດມູນສອນ ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ ພົບປະໂອ້ລົມພະ ນັກງານຫລັກແຫລ່ງ ພະແນກອຸດສາຫະກໍາ ແລະ ການຄ້າ(ອຄ) ແຂວງ ໂດຍທ່ານໄດ້ເນັ້ນໃຫ້ເອົາໃຈໃສ່ ຄຸ້ມຄອງລາຄາສິນຄ້າ ທີ່ມີຜົນກະທົບໄວຕໍ່ຊີວິດການເປັນຢູ່ຂອງປະຊາຊົນ, ໃຫ້ຄົ້ນຄວ້າ ແລະ ຊອກເງື່ອນໄຂຢ່າງເລິກເຊິ່ງຕໍ່ການນຳເຂົ້າປະເພດສິນຄ້າຕ່າງໆ, ສິ່ງໃດຄວນຫລີກເວັ້ນ ແລະ ສິ່ງໃດຄວນຊຸກຍູ້ສົ່ງເສີມ

    • ແຈ້ງການກະຊວງການຕ່າງປະເທດການເມືອງ

      ແຈ້ງການກະຊວງການຕ່າງປະເທດ

      9/4/2024 5:01:31 PM

      ຂປລ. ຕອບສະໜອງຕາມຄຳເຊີນຂອງ ສະຫາຍ ໂຕ ເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຈະເດີນທາງມາຢ້ຽມຢາມລັດຖະກິດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ແຕ່ວັນທີ 10-13 ກັນຍາ 2024

ads
ads

Top