ເວທີປາໄສ ອາຊຽນ - ອົດສະຕຣາລີ ຄັ້ງທີ 36

07/02/2024 22:35
Email Print 1731
ຂປລ ທ່ານ ໂດ້ຮຸງຫວຽດ, ຮອງລັດຖະມົນຕີ ກະຊວງ ການຕ່າງປະເທດ ຫວຽດນາມ, ຫົວໜ້າ ກອງປະຊຸມ ເຈົ້າໜ້າທີ່ ອາວຸໂສ ອາຊຽນ (SOM) ຂອງ ຫວຽດນາມ, ພ້ອມກັບ ຫົວໜ້າ SOM ແລະ ຫົວໜ້າ ຄະນະ ຂອງບັນດາປະເທດ ອາຊຽນ ແລະ ອົດສະຕຣາລີ ໄດ້ເຂົ້າຮ່ວມເວທີປາໄສ ອາຊຽນ - ອົດສະຕຣາລີ ຄັ້ງທີ 36 ໄດ້ຈັດຂຶ້ນຢູ່ ເມວເບີນ ຂອງອົດສະຕຣາລີ.

ຂປລ.ວິທະຍຸ ກະຈາຍສຽງ ແຫ່ງຊາດ ຫວຽດນາມ, ວັນທີ 6 ກຸມພານີ້, ທ່ານ ໂດ້ຮຸງຫວຽດ, ຮອງລັດຖະມົນຕີ ກະຊວງ ການຕ່າງປະເທດ ຫວຽດນາມ, ຫົວໜ້າ ກອງປະຊຸມ ເຈົ້າໜ້າທີ່ ອາວຸໂສ ອາຊຽນ (SOM) ຂອງ ຫວຽດນາມ, ພ້ອມກັບ ຫົວໜ້າ SOM ແລະ ຫົວໜ້າ ຄະນະ ຂອງບັນດາປະເທດ ອາຊຽນ ແລະ ອົດສະຕຣາລີ ໄດ້ເຂົ້າຮ່ວມເວທີປາໄສ ອາຊຽນ - ອົດສະຕຣາລີ ຄັ້ງທີ 36 ໄດ້ຈັດຂຶ້ນຢູ່ ເມວເບີນ ຂອງອົດສະຕຣາລີ. ນອກຈາກ ວຽກງານ ກວດຄືນ ສະພາບການ ຮ່ວມມື ແລະ ແລກປ່ຽນ ບັນດາວິທີ ການຊຸກຍູ້ ການພົວພັນ ໃນໄລຍະທີ່ຈະມາເຖິງ, ກອງປະຊຸມຄັ້ງນີ້ ຍັງແນໃສ່ກະກຽມໃຫ້ແກ່ ກອງປະຊຸມສຸດ ຍອດພິເສດ ອາຊຽນ - ອົດສະຕຣາລີ ເພື່ອສະເຫລີມສະຫລອງ ສາຍພົວພັນຄູ່ຮ່ວມເຈລະຈາ ລະຫວ່າງ ສອງຝ່າຍ ຄົບຮອບ 50 ປີ (1974 - 2024), ຈັດຂຶ້ນທີ່ ເມວເບີນ ໃນເດືອນ ມີນາ ທີ່ຈະມາເຖິງ. ໃນກອງປະຊຸມ, ສອງຝ່າຍ ເຫັນດີເປັນເອກະພາບ ເສີມສ້າງສາຍພົວພັນ ຄູ່ຮ່ວມມື ຍຸດທະສາດ ຮອບດ້ານ (CSP, ປີ 2021) ໃຫ້ເລິກເຊິ່ງຍິ່ງຂຶ້ນ ຕາມທິດມີປະສິດຕິຜົນ, ແທດຈິງ ແລະ ພ້ອມກັນມີຜົນປະໂຫຍດ; ຜັນຂະຫຍາຍ ການເຈລະຈາສ້າງແຜນການ ວາລະການຮ່ວມມື ໃນໄລຍະໃໝ່ (2025-2029) ເພື່ອລາຍງານ ບັນດາ ລັດຖະມົນຕີ ການຕ່າງປະເທດ ຮັບຮອງເອົາ ເນື່ອງໃນໂອກາດ ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຢູ່ລາວ ໃນເດືອນ ກໍລະກົດ 2024, ໃນນັ້ນ ໃຫ້ບູລິມະສິດແກ່ວຽກງານຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ, ການສຶກສາ ແລະ ບຳລຸງສ້າງ ຊັບພະຍາກອນມະນຸດ, ຄຸ້ມຄອງໄພພິບັດ, ຮ່ວມມືທາງທະເລ, ຮັບມືກັບ ການປ່ຽນແປງ ຂອງດິນຟ້າອາກາດ, ພັດທະນາ ອະນຸພາກພື້ນ ແລະ ຫລຸດຄວາມແຕກໂຕນ ດ້ານການພັດທະນາ, ກໍ່ຄືບັນດາ ຂົງເຂດໃໝ່, ທີ່ມີຫຼາຍທ່າແຮງບົ່ມຊ້ອນ, ຄື: ການຫັນເປັນດິຈິຕອນ, ເສດຖະກິດສີຂຽວ, ພະລັງງານໝູນວຽນ, ພະລັງງານທົດແທນ.ກ່ຽວກັບ ການພັດທະນາ ອະນຸພາກພື້ນ ແລະ ຂໍ້ລິເລີ່ມ ເຊື່ອມໂຍງ ອາຊຽນ (IAI), ຕາງໜ້າ ອາຊຽນ ກ່າວຄຳເຫັນ ທ່ານ ໂດ້ຮຸງຫວຽດ ໄດ້ກ່າວເໜັ້ນໜັກ ເຖິງລະດັບ ຄວາມສຳຄັນ ຂອງການຮ່ວມມື ເພື່ອຫລຸດຜ່ອນ ຄວາມແຕກໂຕນ ດ້ານການພັດທະນາ ແລະ ພັດທະນາ ອະນຸພາກພື້ນ ຕໍ່ກັບຄວາມມານະ ພະຍາຍາມ ສ້າງສາ ປະຊາຄົມ ອາຊຽນ; ຍົກອອກບັນດາວິທີ ການແກ້ໄຂ ເພື່ອຊຸກຍູ້ ການຮ່ວມມື ໃນບັນດາ ຂົງເຂດນີ້, ໃນນັ້ນ ສະ  ເໜີ ອົດສະຕຣາລີ ຈັດຕັ້ງກົນໄກ ການຮ່ວມມື ເພື່ອປະສານສົມທົບ ແຫລ່ງກຳລັງ ຢ່າງມີປະສິດທິພາບ ແລະ ເພີ່ມທະວີ ການຮ່ວມມື ຢ່າງມີປະສິດຕິຜົນ ລະຫວ່າງ ອົດສະຕຣາລີ ແລະ ບັນດາປະເທດ ອະນຸພາກພື້ນ ແມ່ນ້ຳຂອງ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

    • ປະເທດ ລາຊະອານາຈັກໄທອາຊຽນ ASEAN

      ປະເທດ ລາຊະອານາຈັກໄທ

      12/19/2025 9:33:38 AM

      ປະເທດລາຊະອານາຈັກໄທ (The Kingdom of Thailand) ມີນະຄອນຫລວງຊື່ວ່າ: ບາງກອກ (Bang kok), ຊຶ່ງເປັນປະເທດ ເພື່ອນບ້ານ ຮັກແພງຊ່ວຍເຫລືອ ເຊິ່ງກັນ ແລະ ກັນມາໂດຍຕະຫລອດກັບ ປະເທດລາວ ແລະ ໄດ້ສ້າງຕັ້ງສາຍພົວພັນ ທາງການທູດຮ່ວມກັນກັບ ປະເທດ ສປປ ລາວ ເມື່ອວັນທີ 19.12.1950 ເປັນຕົ້ນມາ.

    • ມາເລເຊຍ ຮຽກຮ້ອງໃຫ້ນຳພາການພັດທະນາ ຂອງອາຊຽນ ໃນອະນາຄົດ ດ້ວຍການປະດິດສ້າງໃໝ່ອາຊຽນ ASEAN

      ມາເລເຊຍ ຮຽກຮ້ອງໃຫ້ນຳພາການພັດທະນາ ຂອງອາຊຽນ ໃນອະນາຄົດ ດ້ວຍການປະດິດສ້າງໃໝ່

      11/26/2025 4:19:04 PM

      ອາ​ຊຽນ ​ພວມ​ວາງ​ບາດ​ກ້າວ ​ເຂົ້າ​ສູ່ 10 ປີ​ ສຳ​ຄັນ ​ທີ່​ຕັດ​ສິນ​ ທິດ​ທາງ​ກ້າວ​ເດີນ ​ໃນ​ອະ​ນາ​ຄົດ, ບັນ​ດາ​ປະ​ເທດ ​ໃນ​ພາກ​ພື້ນ ​ຕ້ອງ​ເພີ່ມ​ຄວາມ​ໜຽວ​ແໜ້ນ ແລະ ຊຸກ​ຍູ້​ ການ​ພັດ​ທະ​ນາ​ ແບບ​ຍືນ​ຍົງ ດ້ວຍ​ການ​ປະ​ດິດ​ສ້າງ​ໃໝ່ ​ດ້ານ​ວິ​ທະ​ຍ​າ​ສາດ ​ເຕັກ​ໂນ​ໂລ​ຊີ.

    • ປະເທດ ກຳປູເຈຍອາຊຽນ ASEAN

      ປະເທດ ກຳປູເຈຍ

      11/10/2025 1:05:25 PM

      ເນື່ອງໃນໂອກາດ ວັນຊາດ ກຳປູເຈຍ (Cambodia) ຫລື ຣາຊະອານາຈັກ ກຳປູເຈຍ (Kingdom of Cambodia) ຄົບຮອບ 72 ປີ (9/11/1953-9/11/2025). ໂດຍມີ ນະຄອນຫລວງ ຊື່ວ່າ: ພະນົມເປັນ (Phanompenh), ຕັ້ງຢູ່ໃນເຂດອາຊີ ທາງພາກຕາເວັນອອກສຽງໃຕ້ ມີຊາຍແດນ ທາງທິດໃຕ້ຕິດກັບ ອ່າວໄທ, ທິດຕາເວັນຕົກ ຕິດກັບ ໄທ; ທິດເໜືອຕິດກັບ ລາວ ແລະ ໄທ

    • ກອງປະຊຸມສຸດຍອດ ອາຊຽນ-ອິນເດີຍ ແລະ ອາຊຽນ-ຍີ່ປຸ່ນອາຊຽນ ASEAN

      ກອງປະຊຸມສຸດຍອດ ອາຊຽນ-ອິນເດີຍ ແລະ ອາຊຽນ-ຍີ່ປຸ່ນ

      10/29/2025 4:39:24 PM

      ທ່ານ ຟ້າມມິນຈິງ ນາຍົກລັດຖະມົນຕີ ຫວຽດນາມ ພ້ອມກັບ ການນຳ ອາຊຽນ ແລະ ທ່ານ ນາເຣັນດຣາ ໂມດີ(Narendra Modi), ນາຍົກລັດຖະມົນຕີ ອິນ ເດຍ ໄດ້ເຂົ້າຮ່ວມ ກອງປະຊຸມ ສຸດຍອດ ອາຊຽນ-ອິນເດຍ ຄັ້ງທີ 22 ຢູ່ນະຄອນຫລວງ ກົວລາລຳເປີ

    • ກອງປະຊຸມສຸດຍອດຈີນ-ອາຊຽນ ຄັ້ງທີ 28ອາຊຽນ ASEAN

      ກອງປະຊຸມສຸດຍອດຈີນ-ອາຊຽນ ຄັ້ງທີ 28

      10/29/2025 4:13:58 PM

      ສປ ຈີນ​ ຍິນ​ດີ​ ຮ່ວມ​ກັບ ​ບັນ​ດາ​ປະ​ເທດ​ ອາ​ຊຽນ ເຊື່ອມ​ຕໍ່ ​ຍຸດ​ທະ​ສາດ ​ການ​ພັດ​ທະ​ນາ​, ຈັດ​ຕັ້ງປະ​ຕິ​ບັດ “ແຜນ​ດຳ​ເນີນ​ງານ ​ການ​ພົວ​ພັນ ​ຄູ່​ຮ່ວມ​ຍຸດ​ທະ​ສາດ ​ຮອບ​ດ້ານ​ຈີນ-ອາ​ຊຽນ(2026-2030)” ໃຫ້​ດີ ແລະ ຊຸກ​ຍູ້​ການ​ສ້າງ​ ປະ​ຊາ​ຄົມ​ ຮ່ວມ​ຊາ​ຕາ​ກຳ ​ຈີນ-ອາ​ຊຽນ ​ທີ່​​ແໜ້ນ​ແຟ້ນ​ກວ່າ​ເກົ່າ.

ads
ads

Top