ມະຫາວິທະຍາໄລຊົນເຜົ່າກຸ້ຍໂຈ​ ປະກອບສ່ວນ ສ້າງ​ບຸກຄະລາ​ກອນ​ຮັບ​ໃຊ້ທາງລົດໄຟ ລາວ-ຈີນ ​

22/01/2024 12:59
Email Print 4193
ຂປລ ຂປລ. ມະຫາວິທະຍາໄລຊົນເຜົ່າກຸ້ຍໂຈ​ ເປັນ​ໜຶ່ງ​ໃນ​ມະຫາວິທະຍາໄລ ​ຂອງ ສປ ຈີນ ທີ່ປະ ກອບສ່ວນສ້າງ​ບຸກຄະລາ​ກອນ​ ເພື່ອ​ຮັບ​ໃຊ້ຫລາຍສາຂາອາຊີບໃຫ້ແກ່ນັກສຶກສາ ທັງພາຍໃນ ແລະ ຕ່າງ ປະເທດ ໂດຍສະເພາະ ການສ້າງບຸກຄະລາກອນໄວໜຸ່ມໃນ ສປປ ລາວ ເຂົ້າໃນການຮັບໃຊ້ເສັ້ນທາງລົດ ໄຟ ລາວ-ຈີນ. ໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ແມ່ນໂຄງການຮ່ວມມືທີ່ສຳຄັນ ພາຍໃຕ້ຂໍ້ລິເລີ່ມ "ໜຶ່ງແລວ ໜຶ່ງເສັ້ນທາງ" ຂອງຈີນ, ແມ່ນໝາກຜົນຂອງການປຶກສາຫາລື, ການຮ່ວມມືກໍ່ສ້າງ ແລະ ການຮ່ວມສາຍສຳພັນລະຫວ່າງ ສປປ ລາວ ກັບ ສປ ຈີນ.

ທ້າວ ວິໄຊ ໄຊຍະວົງ (ໂຈ່​ໄຄ) ນັກ​ສຶກສາ ຈາກ ສປປ ລາວ

ຂປລ. ມະຫາວິທະຍາໄລຊົນເຜົ່າກຸ້ຍໂຈ​ ເປັນ​ໜຶ່ງ​ໃນ​ມະຫາວິທະຍາໄລ ​ຂອງ ສປ ຈີນ ທີ່ປະ ກອບສ່ວນສ້າງ​ບຸກຄະລາ​ກອນ​ ເພື່ອ​ຮັບ​ໃຊ້ຫລາຍສາຂາອາຊີບໃຫ້ແກ່ນັກສຶກສາ ທັງພາຍໃນ ແລະ ຕ່າງ ປະເທດ ໂດຍສະເພາະ ການສ້າງບຸກຄະລາກອນໄວໜຸ່ມໃນ ສປປ ລາວ ເຂົ້າໃນການຮັບໃຊ້ເສັ້ນທາງລົດ ໄຟ ລາວ-ຈີນ. ໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ແມ່ນໂຄງການຮ່ວມມືທີ່ສຳຄັນ ພາຍໃຕ້ຂໍ້ລິເລີ່ມ "ໜຶ່ງແລວ ໜຶ່ງເສັ້ນທາງ" ຂອງຈີນ, ແມ່ນໝາກຜົນຂອງການປຶກສາຫາລື, ການຮ່ວມມືກໍ່ສ້າງ ແລະ ການຮ່ວມສາຍສຳພັນລະຫວ່າງ ສປປ ລາວ ກັບ ສປ ຈີນ.

ທ່ານ ພຸດ ສິມມາລາວົງ ລັດຖະມົນຕີ ​ກະຊວງ​ສຶກສາ​ທິການ ​ແລະ ກິລາ​ ສປປ ລາວ ​ໄດ້​ມີ​ຄຳ​ເຫັນ​​ໃນພິທີ​ເປີດ​ປີ​ແລກປ່ຽນ​ການ​ສຶກສາ​ ຈີນ-ອາ​ຊຽນ 2023 ວ່າ: ການ​ພັດທະນາ​ຊັບພະຍາກອນ​ມະ ນຸດ ​ມີ​ບົດບາດ​ສຳຄັນ​ໃນ​ການ​ພັດທະນາ​ປະ​ເທດ​ຊາດ ​ໂດຍ​ສະ​ເພາະ​ແມ່ນ​ການ​ພັດທະນາ​ເສດຖະກິດ-ສັງຄົມ​ຂອງ​ປະ​ເທດ, ສອງປະ​ເທດ​ຕ້ອງ​ຮ່ວມ​ກັນ​ພັດທະນາ​ການ​ສຶກສາ ​ເພື່ອ​ສະໜັບສະໜູນ​ການ​ພັດ ທະນາ​ຊັບພະຍາກອນ​ມະນຸດ ​ແລະ ​ເສດຖະກິດ​ສັງຄົມ​ທັງ​ໝົດ.

ທ້າວ ວິໄຊ ໄຊຍະວົງ (ໂຈ່​ໄຄ) ນັກ​ສຶກສາ ຈາກ ສປປ ລາວ ເປັນ​ໜຶ່ງ​ໃນນັກ​ສຶກສາ​ທີ່​ໄດ້​ມີ​ໂອ າດໄປ​ສຶກສາ​ຢູ່​ທີ່​ມະຫາວິທະຍາໄລຊົນເຜົ່າກຸ້ຍໂຈ​ ທີ່​ໄດ້ເຮັດວຽກກາຍເປັນຜູ້ຊ່ວຍພະນັກງານຂັບລົດໄຟ ຂອງເສັ້ນທາງລົດໄຟ ລາວ-ຈີນ ມາ​ເປັນ​ເວລາ 7 ປີໄດ້ກ່າວວ່າ: ​ໂຄງການ "ໜຶ່ງ​ແລວ​ ​ໜຶ່ງ​ເສັ້ນທາງ" ທີ່​ ສປ ຈີນ ​ແລະ ​ສປປ ລາວ​ ຮ່ວມ​ກັນ​ສ້າງ ທາງ​ລົດ​ໄຟ​ ລາວ-ຈີນ ​ແລ່ນ​ຜ່ານ​ກວ່າ 1.000 ກິ​ໂລ​ແມັດ ​ເຊື່ອມ​ຕໍ່​ນະຄອນຄຸນ​ໝິງ ສປ ຈີນ ​ແລະ ​ນະຄອນຫລວງ​ວຽງ​ຈັນ ສປປ ລາວ ​​ໄດ້​ເຮັດ​ໃຫ້ ສປປ ລາວ ຈາກ​ປະ​ເທດ​ທີ່​ບໍ່​ມີ​ທາງອອກ​ສູ່​ທະ​ເລ ກາຍ​ເປັນ​ປະ​ເທດ ທີ່​ມີ​ການ​ເຊື່ອມ​​ໂຍງ​ກັບ​ພາກ​ພື້ນ. ນອກຈາກ​ນັ້ນ,​ ຍັງ​ໄດ້​ເປີດ​ໂອກາດ​ໃຫ້ ​ໄວ​ໜຸ່ມ​ລາວ ອີກ​ຫລາຍ​ຄົນ​ໄດ້ມີ​​ເຮັດງານ​ທຳ​.

ທ້າວ ໂຈ່​ໄຄ ໄດ້​ເວົ້າ​ວ່າ: ຂ້ອຍ​ໄດ້​ຮຽນ​ຢູ່​ທີ່ ມະຫາວິທະຍາໄລຊົນເຜົ່າກຸ້ຍໂຈ​ ​ແຕ່​ປີ 2014-2016 ສາຂາ ການ​ຄຸ້ມ​ຄອງ​ການ​ຂົນ​ສົ່ງ ​ແລະ ​ເປັນ​ນັກຮຽນ​ເກັ່ງ​ຄົນ​ໜຶ່ງ ທີ່ໄດ້ຮັບ​ການ​ຍອມຮັບ​ຈາກ ມະຫາວິທະຍາ​ໄລ ຂອງ​ ສປ ຈີນ, ພາຍຫລັງ​​ສຳ​ເລັດ​ການ​ສຶກສາກໍໄດ້ກັບ ສປປ ລາວ, ​ໃນ​ເວລາ​ນັ້ນ ​ໂຄງການ​ເສັ້ນທາງລົດໄຟ ລາວ-ຈີນ ຍັງ​ຢູ່​ໃນ​ໄລຍະ​ການ​ກໍ່ສ້າງ ໄດ້ປະກາດ​ຮັບ​ສະໝັກ​ພະນັກງານຈຳນວນຫລາຍ​ ​ແລະ ຕົນ​ເອງ​ໄດ້​ເຂົ້າ​ຮ່ວມ​ສະໝັກ ​ໃນ​​ໂຄງການດັ່ງກ່າວ ​ເຊິ່ງ​ເປັນ​ໂຄງການ ລະຫວ່າງ ​ປະ​ເທດ ​ຂະໜາດ​ໃຫຍ່, ຂ້ອຍ​ຄິດ​ວ່າ​ມັນ ອາດ​ເປັນ​​ຜົນ​ດີ​ຕໍ່​ອະນາຄົດ ​ແລະ ​ການ​ພັດທະນາ​​ຕົນ​ເອງ.

ຄູສອນພາສາຈີນ​ໄດ້ຕັ້ງຊື່ໃຫ້ຂ້ອຍວ່າ ໂຈ່ໄຄ ທີ່ແປວ່າ ຜູ້ມີໄຊຊະນະ ຂ້ອຍມັກຊື່ນີ້ຫລາຍ ເຊິ່ງມີຄວາມໝາຍໃກ້ຄຽງກັບຊື່ພາສາລາວຂອງຂ້ອຍຄື: ວິໄຊ, ຂ້ອຍຮູ້ສຶກພູມໃຈທີ່ໄດ້ນຳເອົາຄວາມຮູ້ທີ່ຮຽນ ມາໝູນໃຊ້ຢູ່ບ້ານເກີດຂອງຂ້ອຍ

ທ້າວ ໂຈ່ໄຄ ​ເປັນ​ໜຶ່ງຜູ້ທີ່ມີພື້ນຖານພາສາຈີນ ແລະ ມີທັກສະດ້ານວິຊາຊີບທີ່ດີ ລາວ​ໄດ້​ຖືກ​ຄັດ​ເລືອກ​ໃຫ້​ເປັນ​ພະນັກງານ​ຢູ່​ໂຄງການກໍ່ສ້າງ​ທາງ​ລົດ​ໄຟ​ ລາວ-ຈີນ, ລາວໄດ້ເຕີບໃຫຍ່ຈາກການ​ເປັນ​ພະ ນັກງານຝຶກຫັດ ຈົນ​ກາຍມາເປັນຜູ້ຊ່ວຍນັກຂັບຫົວຈັກລົດໄຟ.

​ເພື່ອ​ຕອບສະໜອງ​ຕາມຄວາມ​ຕ້ອງການ​ໃນ​ການ​ເປີດ​ ແລະ ​ດຳ​ເນີນ​ງານ​ຂອງ​ທາງ​ລົດ​ໄຟ​ ລາວ-ຈີນ ​ໃນ​ປີ 2019 ມະຫາວິທະຍາ​ໄລ​ກຸ້ຍ​ໂຈ​​ ແລະ ​ບໍລິສັດ​ ທາງ​ລົດ​ໄຟ​ຄຸນ​ໝິງ ​ສຳນັກງານ​ກຸ່ມ​ບໍລິສັດ​ຈຳກັດ ​ໄດ້​ລົງ​ນາມ​ໃນ​ແຜນການ​ຝຶກ​ອົບຮົມ ຜູ້ມີຄວາມສາມາດພິເສດ​ ດ້ານທາງ​ລົດ​ໄຟ​ ລາວ-ຈີນ ​ເພື່ອ​ສ້າງທັກສະພາສາ ກັບຜູ້ຊ່ຽວຊານທາງດ້ານຕ່າງໆ.

ນາງ ພອນພິລາ ນັກສຶກສາລາວ

ໃນເດືອນທັນວາ ປີ 2021, ນາງ ພອນພິລາ ເປັນໜຶ່ງໃນນັກ ສຶກສາຈາກ ມະຫາວິທະຍາໄລຊົນເຜົ່າກຸ້ຍໂຈ​ ທີ່ໄດ້ເຂົ້າມາເຮັດວຽກຢູ່ ເສັ້ນທາງລົດໄຟ ລາວ-ຈີນ D887 ຈາກ ຄຸນໝິງໃຕ້ ສປ ຈີນ ຫາ ນະ ຄອນຫລວງວຽງຈັນ ສປປ ລາວ.

ນາງ ສຸດໃຈ ກໍເປັນນັກສຶກສາລາວ ທີ່ສຳເລັດການສຶກສາຈາກ ມະຫາວິທະຍາໄລຊົນເຜົ່າກຸ້ຍໂຈ ສາຂາບໍລິຫານທຸລະກິດ ທີ່ໄດ້​ເຂົ້າເຮັດວຽກຢູ່ສະຖານີລົດໄຟ ລາວ-ຈີນ ຈາກນັກຝຶກງານ ມາເປັນຜູ້ຊ່ຽວຊານ ໃນການເຮັດວຽກ ທີ່ມີຄວາມສາມາດໃນການສິດສອນ​ວິຊາ​ພາສາ​ຈີນ​ ແລະ ​ດ້ານການລົດ​ໄຟ​ໃຫ້​ແກ່​ພະນັກງານ​ລາວ ​ທີ່​ຮັບ​ສະໝັກເຂົ້າມາເຮັດວຽກໃໝ່ ຢູ່ສະຖານີວຽງຈັນໃຕ້ ​ເຊິ່ງເປັນສະຖານີຂົນ ສົ່ງສິນຄ້າທີ່ໃຫຍ່ທີ່ສຸດ ໃນເສັ້ນທາງລົດໄຟລາວ-ຈີນ.

ບໍລິສັດ ຄຸນໝິງ ທີ່ປຶກສາຂໍ້ມູນຂ່າວສານລ້ານຊ້າງ-ແມ່ນໍ້າຂອງ ເປັນ​ບໍ​ລິ​ສັດ​ທີ່​ປຶກ​ສາ​ຂໍ້​ມູນ​ຂ່າວ​ສານ​ຕັ້ງ​ຢູ່​ໃນ​ນະ​ຄອນ​ຄຸນ​ມິ​ງ​, ແຂວງ​ຢຸນ​ນານ​ ກໍ​ເປັນ​ໜຶ່ງ​ໃນ​ບໍລິສັດ ທີ່​ໄດ້​ປະກອບສ່ວນ​ເຂົ້າ​ໃນ​ການ​ຊຸກຍູ້​ສົ່ງ​ເສີມ​ການ​ໂຄສະນາ​ຂໍ້​ມູນ​ຂ່າວສານ​ກ່ຽວ​ກັບ​ໂຄງການ​ລົດ​ໄຟ​ລາວ-ຈີນ ​ເຊິ່ງ​ເປັນ ໝາກຜົນ​ໃນ​ການ​ປະຕິບັດ​ຂໍ​ລິ​ເລີ່​ມ ໜຶ່ງ​ແລວ ໜຶ່ງ​ເສັ້ນທາງ ຂອງ ສປ ຈີນ.

KPL

ຂ່າວອື່ນໆ

    • ຝືກອົບຮົມການນໍາໃຊ້ AI ເພື່ອພັດທະນາວຽກງານການສຶກສາສຶກສາ-ກິລາ

      ຝືກອົບຮົມການນໍາໃຊ້ AI ເພື່ອພັດທະນາວຽກງານການສຶກສາ

      7/1/2025 1:26:32 PM

      ຂປລ. ສະມາຄົມການສຶກສາພາກເອກະຊົນ ຈັດຝຶກອົບຮົມການນໍາໃຊ້ ປັນຍາປະດິດ ຫລື AI ເພື່ອພັດທະ ນາວຽກງານການສຶກສາ ໃນວັນທີ 28 ມິຖຸນາ 2025 ຜ່ານມາ ຢູ່ນະຄອນຫລວງວຽງຈັນ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ຄໍາແສນ ສີສະວົງ ປະທານສະມາຄົມ ການສຶກສາພາກເອກະຊົນ ແລະ ທ່ານ ສົມກຽດ ຜິວດໍາ ປະທານຜູ້ບໍລິຫານ ບໍລິສັດທີ່ປຶກສາທາງດ້ານ AI ປະເທດໄທ,

    • ຫາລື ຮ່າງຄຳແນະນຳການພັດທະນາ ວິຊາຊີບຄູແບບຕໍ່ເນື່ອງສຳລັບຄູສອນປະຖົມສຶກສາ-ກິລາ

      ຫາລື ຮ່າງຄຳແນະນຳການພັດທະນາ ວິຊາຊີບຄູແບບຕໍ່ເນື່ອງສຳລັບຄູສອນປະຖົມ

      6/6/2025 7:32:37 AM

      ຂປລ. ກະຊວງສຶກສາທິການ ແລະ ກິລາ (ສສກ) ຮ່ວມກັບລັດຖະບານອົດສະຕຣາລີ ໂດຍຜ່ານແຜນງານບີຄວາ ຈັດກອງປະຊຸມປຶກສາຫາລືກ່ຽວກັບຮ່າງຄຳແນະນຳ ການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ສຳລັບຄູສອນຊັ້ນປະຖົມສຶກສາ ແບບເຊິ່ງໜ້າ ແລະ ແບບອອນລາຍ ເພື່ອທົບທວນຄືນ ແລະ ປັບປຸງຄຳແນະນຳດັ່ງກ່າວ ແລະ ເພື່ອຮັບປະກັນໃຫ້ການພັດທະນາ ວິຊາຊີບມີຄວາມເຂັ້ມແຂງ ເພື່ອຄູທຸກຄົນໃນທົ່ວປະເທດ

    • ສະຫລອງ 10 ປີ ແຜນງານປັບປຸງ ຄຸນນະພາບການສຶກສາຂັ້ນພື້ນຖານ ໃນລາວສຶກສາ-ກິລາ

      ສະຫລອງ 10 ປີ ແຜນງານປັບປຸງ ຄຸນນະພາບການສຶກສາຂັ້ນພື້ນຖານ ໃນລາວ

      5/27/2025 3:29:10 PM

      ຂປລ. ກະຊວງສຶກສາທິການ ແລະ ກິລາ (ສສກ) ຮ່ວມກັບ ສະຖານເອກອັກຄະລັດຖະທູດອົດສະຕຣາລີ ປະ​ຈໍາ​ລາວ ຈັດ​ພິທີສະເຫລີມສະຫລອງ ການຈັດຕັ້ງປະຕິບັດແຜນງານ ປັບປຸງຄຸນນະພາບການສຶກສາຂັ້ນພື້ນຖານ (ບີຄວາ) ຄົບຮອບ 10 ປີ ໄດ້ຈັດຂຶ້ນໃນວັນທີ 26 ພຶດສະພາ 2025 ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ ລະບົບການສຶກສາ ແລະ ປັບປຸງການເຂົ້າເຖິງ ການສຶກສາຊັ້ນປະຖົມສຶກສາ ທີ່ມີຄຸນນະພາບໃຫ້ແກ່ເດັກນ້ອຍໃນ ສປປ ລາວ ໂດຍສະເພາະ ຜູ້ທີ່ຢູ່ເຂດຫ່າງໄກສອກຫລີກ ແລະ ມີຄວາມຫຍຸ້ງຍາກ.

    • ແຂ່ງຂັນບານເຕະມິດຕະພາບ ຮັດແໜ້ນຄວາມສາມັກຄີພາຍໃນສຶກສາ-ກິລາ

      ແຂ່ງຂັນບານເຕະມິດຕະພາບ ຮັດແໜ້ນຄວາມສາມັກຄີພາຍໃນ

      5/13/2025 9:50:19 AM

      ຂປລ. ໃນທ້າຍອາທິດຜ່ານມານີ້, ສະມາຄົມນັກທຸລະກິດຮ້ານອາຫານລາວ ຮ່ວມກັບ ຝ່າຍຂາຍ ແລະ ການຕະຫລາດ ບໍລິສັດ ເບຍລາວ ຈໍາກັດ ຈັດ ການແຂ່ງຂັນບານເຕະມິດຕະພາບ ໃນຮູບແບບ 4 ສາມັກຄີ ຊີງຂັນຜູ້ອຳນວຍການຝ່າຍຂາຍ ບໍລິສັດ ເບຍລາວ ຈຳກັດ ປະຈຳປີ 2025 ເພື່ອສ້າງຂະບວນການຮັດແໜ້ນຄວາມສາມັກຄີ, ທັງເປັນການສ້າງສາຍພົວພັນມິດຕະພາບລະຫວ່າງ 4 ພາກສ່ວນ ທັງພາກລັດ ແລະ ເອກະຊົນ ໃຫ້ແໜ້ນແຟ້ນ, ທັງໄດ້ແລກປ່ຽນບົດຮຽນ, ປະສົບການຕ່າງໆ

    • ສະຫລອງ 1  ປີ ການນໍາໃຊ້ລະບົບລົງທະບຽນ ການໃຫ້ວັກຊີນກັນພະຍາດແບບເອເລັກໂຕຣນິກສຶກສາ-ກິລາ

      ສະຫລອງ 1 ປີ ການນໍາໃຊ້ລະບົບລົງທະບຽນ ການໃຫ້ວັກຊີນກັນພະຍາດແບບເອເລັກໂຕຣນິກ

      5/6/2025 8:04:35 PM

      ຂປລ. ພິທີສະເຫລີມສະຫລອງ ຄົບຮອບ 1 ປີ ການນໍາໃຊ້ລະບົບລົງທະບຽນ ການໃຫ້ວັກຊີນກັນພະຍາດ ແບບເອເລັກໂຕຣນິກ ຫລື EIR ໃນ ສປປ ລາວ ຈັດຂຶ້ນໃນວັນທີ 5 ພຶດສະພາ 2025 ຢູ່ນະຄອນຫລວງວຽງຈັນ

ads
ads

Top