ກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດການຮ່ວມມື ແມ່ນ້ຳຂອງ-ລ້ານຊ້າງ ຄັ້ງທີ 8

09/12/2023 21:43
Email Print 705
ຂປລ ກອງປະຊຸມ ລັດຖະມົນຕີ ການຕ່າງປະເທດ ການຮ່ວມມື ແມ່ນ້ຳຂອງ - ລ້ານຊາງ (MLC) ຄັ້ງທີ 8 ໄດ້ຈັດຂຶ້ນ ເມື່ອບໍ່ ດົນມານີ້ ຢູ່ນະຄອນຫລວງ ປັກກິ່ງ ຂອງ ສປ ຈີນ ໂດຍມີ ບັນດາ ລັດຖະມົນຕີ ກະຊວງ ການຕ່າງປະເທດ ແລະ ຜູ້ຕາງ ໜ້າ ບັນດາ ປະເທດ ສະມາຊິກ ຮ່ວມມື MLC ລວມມີ ສສ ຫວຽດນາມ, ກຳປູເຈຍ, ສປປ ລາວ, ມຽນມາ, ໄທ ແລະ ສປ ຈີນ.

ຂປລ.ວິທະຍຸ ສາກົນ ຫວຽດນາມ, ກອງປະຊຸມ ລັດຖະມົນຕີ ການຕ່າງປະເທດ ການຮ່ວມມື ແມ່ນ້ຳຂອງ - ລ້ານຊາງ (MLC) ຄັ້ງທີ 8 ໄດ້ຈັດຂຶ້ນ ເມື່ອບໍ່ດົນມານີ້ ຢູ່ນະຄອນຫລວງ ປັກກິ່ງ ຂອງ ສປ ຈີນ ໂດຍມີ ບັນດາ ລັດຖະມົນຕີ ກະຊວງ ການຕ່າງປະເທດ ແລະ ຜູ້ຕາງໜ້າ ບັນດາ ປະເທດ ສະມາຊິກ ຮ່ວມມື MLC ລວມມີ  ສສ ຫວຽດນາມ, ກຳປູເຈຍ, ສປປ ລາວ, ມຽນມາ, ໄທ ແລະ ສປ ຈີນ. ທ່ານ ບຸຍແທັງເຊີນ ລັດຖະມົນຕີ ກະຊວງ ການຕ່າງປະເທດ ຫວຽດນາມ ໄດ້ນຳໜ້າ ຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມ ກອງປະຊຸມ.ຈາກ ທ່ານ ບຸຍແທັງເຊີນ, ລັດຖະມົນຕີ ກະຊວງ ການຕ່າງປະເທດ ຫວຽດນາມ ໄດ້ຢັ້ງຢືນວ່າ: ສສຫວຽດນາມ ຖືເປັນສຳຄັນ ແລະ ສືບຕໍ່ ປະກອບສ່ວນ ຢ່າງຕັ້ງໜ້າ ໃນການຮ່ວມມື ລະຫວ່າງ 6 ປະເທດ. ໂດຍມຸ່ງໄປເຖິງ ເປົ້າໝາຍ ສ້າງອະນາຄົດ ທີ່ສວຍງາມ ໃຫ້ແກ່ ປະຊາຊົນ, ຈາກນັ້ນ  ໄດ້ສະເໜີ 4 ກຸ່ມ ບຸລິມະສິດ ຮ່ວມມື MLC ໃນໄລຍະຈະມາເຖິງ, ໂດຍເນັ້ນໃສ່ ການພັດທະນາ ບັນດາຂະແໜງ ອຸດສາຫະກຳ ພື້ນຖານ, ຫັນປ່ຽນ ການເຮັດວຽກ ດ້ວຍມື, ການຕິດຕັ້ງ ກາຍເປັນ ການຄົ້ນຄ້ວາ, ອອກແບບ ແລະ ຜະລິດ ເປັນເທື່ອລະກ້າວ; ຊຸກຍູ້ ນະວັດຕະກຳ, ໂປແກລມ ແລະ ການຖ່າຍທອດ ເຕັກໂນໂລຊີ. ຍູ້ແຮງ ການຫັນເປັນ ດີຈີຕອນ ຜ່ານການໂອ້ລົມ ສົນທະນາ ນະໂຍບາຍກ່ຽວກັບ ເສດຖະກິດ ດີຈີຕອນ ແລະ ຄວາມປອດໄພ ທາງອິນເຕີເນັດ, ຮ່ວມມື ພັດທະນາ ແຫລ່ງຊັບພະຍາກອນ ມະນຸດ ດີຈີຕອນ, ນະຄອນ ອັດສະລິຍະ, ຫັນຈຸນລະ ວິສາຫະກິດ, ວິສາຫະກິດ ຂະໜາດກາງ ແລະ ນ້ອຍ (MSMEs) ເປັນດີຈີຕອນ ແລະ ສົ່ງເສີມການສ້າງ ໂຄງລ່າງດີຈີຕອນ, ນຳໃຊ້ເຕັກໂນໂລຊີ ລຸ້ນໃໝ່ ເຂົ້າໃນຂະແໜງ ອຸດສາຫະກຳ ການຜະລິດ ປົກປັກ ຮັກສາ ສິ່ງແວດລ້ອມ ແລະ ຫັນເປັນ ການເຕີບໂຕ ສີຂຽວ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top