ສປຈີນ ເລີ່ມສ້າງຖານສຶກສາ-ທົດລອງ ກັງຫັນລົມ ແຄມຝັ່ງລະດັບຊາດ

08/12/2023 14:19
Email Print 537
ຂປລ ຈີນ ເລີ່ມການກໍ່ສ້າງ ຖານສຶກສາ ແລະ ທົດລອງ ກັງຫັນລົມ ແຄມຝັ່ງ ລະດັບຊາດ ແຫ່ງທຳອິດ ໃນແຂວງຝູຈ້ຽງ ທາງພາກ ຕາເວັນອອກ ຂອງ ປະເທດ. ຖານແຫ່ງນີ້ ຈັດເປັນໜຶ່ງ ໃນໂຄງການ ສຳຄັນ ຂອງ ແຜນການ ພັດທະນາ ເສດຖະກິດ ແລະ ສັງຄົມ ໃນໄລຍະ 5 ປີ ສະບັບທີ 14 (2021-2025) ປະກອບດ້ວຍ ສູນທົດລອງ ເທິງບົກ ແລະ ຟາມກັງຫັນລົມ ທົດລອງ.

ຂປລ. ສຳນັກ​ຂ່າວ ຊິນ​ຮວາ ​ຂອງ ສປຈີນ, ວັນ​ທີ 7 ທັນວາ: ຈີນ ​ເລີ່​ມການ​ກໍ່ສ້າງ ​ຖານ​ສຶກສາ ​ແລະ ທົດ​ລອງ ກັງ​ຫັນ​ລົມ ແຄມ​ຝັ່ງ ລະດັບ​ຊາດ ​ແຫ່ງ​ທຳ​ອິດ ​ໃນ​ແຂວງ​ຝູຈ້ຽງ ທາງພາກ ​ຕາ​ເວັນ​ອອກ ​ຂອງ ​ປະ​ເທດ. ຖານ​ແຫ່ງ​ນີ້ ຈັດ​ເປັນ​ໜຶ່ງ​ ໃນ​ໂຄງການ ສຳຄັນ ​ຂອງ​ ແຜນການ ​ພັດທະນາ ​ເສດຖະກິດ ​ແລະ ສັງຄົມ ​ໃນໄລ​ຍະ 5 ປີ ສະບັບ​ທີ 14 (2021-2025) ປະກອບ​ດ້ວຍ​ ສູນ​ທົດ​ລອງ​ ເທິງ​ບົກ ​ແລະ ຟາ​ມກັງ​ຫັນ​ລົມ ທົດ​ລອງ.

ໂດຍໜ້າ​ທີ່​ຫລັກ ​ຂອງ​ ຖານ​ແຫ່ງ​ນີ້ ຄື​: ການດຳ​ເນີນ​ ​ທົດ​ລອງ ​ກັງ​ຫັນ​ລົມ ຂະໜາດ​ເທົ່າ​ ຂອງ​ ແທ້​ເທິງ​ບົກ, ຈຳລອງ ​ເຄືອ​ຂ່າຍ ​ໄຟຟ້າ ອັນ​ສະ​ລັບ ​ຊັບ​ຊ້ອນ ທີ່​ມີ​ ກຳລັງ​ ການ​ຜະລິດ​ ຂະໜາດ​ພິ​ເສດ, ທົດ​ລອງ ​ການ​ແຈກ​ຢາຍ​ ໄຟຟ້າ ​ແລະ ວິ​ໄຈ​ ໃບ​ພັດ​ ຂະໜາດ​ຍາວ ​ພິ​ເສດ.

ສູນ​ທົດ​ລອງ​ ເທິງ​ບົກ​ ຈະ​ຕັ້ງ​ຢູ່​ເມື​ອງຝູຊິງ , ສ່ວນ​ຟາ​ມ ກັງ​ຫັນ​ລົມ ທົດ​ລອງ ຈະ​ມີ​ກັງ​ຫັນ​ລົມ ທົດ​ລອງ​ເທິງ​ບົກ 6 ອັນ, ​ແລະ ກັງ​ຫັນ​ລົມ ທົດ​ລອງ ຢູ່​ແຄ​ມຝັ່ງ 20-40 ອັນ.  ​ໂດຍກັງ​ຫັນ​ລົມ ທົດ​ລອງ ​ແຄ​ມຝັ່ງ ຊຸດ​ທຳ​ອິດ 20 ອັນ​ ຈະ​ຕັ້ງ​ຢູ່ ນອກ​ເຂດ ສາງ​ເລີ ຂອງ ​ເມືອງ​ຝູ​ໂຈ​ວ. ຖານ​ແຫ່ງ​ນີ້ ຈະ​ມີ​ສົມ​ມານະ ການທົດ​ລອງ ​ຄວບ​ຄຸມມາດຕະຖານ ຊຸດ​ຫລ້າ​ສຸດ ທີ່​ ອອກ​ໂດຍ ຄະນະ ​ກຳ​ມະ​ທິການ ລະຫວ່າງ ​ປະ​ເທດ​ ວ່າດ້ວຍ​ ມາດຖານ ​ສາຂາ ເອ​ເລັກ​ໂຕ​ນິກ (IEC) ລວມ​ເຖິງ ມາດຖານ ກ່ຽວຂ້ອງ ທີ່​ ອອກ​ໂດຍ ຈີນ. ນອກ​ນີ້ ຖານ​ແຫ່ງ​ນີ້ ຍັງ​ສາມາດ​ທົດ​ລອງ ກັງ​ຫັນ​ລົມ ທີ່​ມີ​ ກຳລັງ ​ການ​ຜະລິດ ຂະໜາດ​ໃຫຍ່​ທີ່​ສຸດ ​ໃນ​ໂລກ ​ແລະ ​ໃບ​ພັດ​ຂະໜາດ​ ຍາວ​ທີ່​ສຸດ​ ໃນ​ໂລກ ອີ​ກ ດ້ວຍ./

 

KPL

ຂ່າວອື່ນໆ

ads
ads

Top