ຂປລ
ຂປລ. ແຂວງຄໍາມ່ວນ ສຸມໃສ່ພັດທະນາ ແລະ ປັບປຸງສະຖານທີ່ທ່ອງທ່ຽວ ເພື່ອຮອງຮັບໃຫ້ແກ່ການເປີດປີທ່ອງທ່ຽວລາວ 2024 ຊຶ່ງຈະກໍານົດເອົາການທ່ອງທ່ຽວລະດັບຊາດ ແລະ ລະດັບແຂວງ. ຂະນະທີ່ກຽມເປີດແຫລ່ງທ່ອງທ່ຽວໃໝ່ອີກ 2 ແຫ່ງຄື: ຂຸນກອງແລງ ເມືອງຫີນບູນ ແລະ ຕາດຊຽງລື ເມືອງບົວລະພາ.

ທ່ານ ສົມສັກດາ ແກ້ວມະນີ ຮອງຫົວໜ້າພະແນກຖະແຫລ່ງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແຂວງຄໍາມ່ວນ ໄດ້ໃຫ້ສໍາພາດໃນວັນທີ 6 ທັນວາ 2023 ນີ້ວ່າ: ປັດຈຸບັນທົ່ວແຂວງຄໍາມ່ວນ ມີແຫລ່ງທ່ອງທ່ຽວທັງໝົດ 209 ແຫ່ງ.ໃນນັ້ນ, ແຫລ່ງທ່ອງທ່ຽວທາງທໍາມະຊາດ 145 ແຫ່ງ, ແຫລ່ງທ່ອງທ່ຽວທາງວັດທະນາທໍາ 33 ແຫ່ງ ແລະ ແຫລ່ງທ່ອງທ່ຽວທາງປະຫວັດສາດ 31 ແຫ່ງ; ເປີດໃຊ້ບໍລິການແລ້ວ 87 ແຫ່ງ; ທົ່ວແຂວງມີໂຮງແຮມ 26 ແຫ່ງ; ຣີສອດ 9 ແຫ່ງ, ເຮືອນພັກ 93 ແຫ່ງ; ຮ້ານອາຫານ 103 ແຫ່ງ; ຮ້ານກິນດື່ມ-ບັນເທິງ 63 ແຫ່ງ ແລະ ສະຖານທີ່ທ່ອງທ່ຽວທີ່ໄດ້ຮັບການພັດທະນາແລ້ວ 23 ແຫ່ງ.
ທ່ານ ສົມສັກດາ ແກ້ວມະນີ ຍັງໃຫ້ຮູ້ຕື່ມວ່າ: ສໍາລັບແຫລ່ງທ່ອງທ່ຽວທີ່ໂດດເດັ່ນຂອງແຂວງປະກອບມີ: ພະທາດສີໂຄດຕະບອງ, ຖໍ້າກອງລໍ, ຖໍ້ານໍ້າລອດເຊບັ້ງໄຟ, ວົງຈອນເດີລຸບ(ທ່ອງທ່ຽວແບບວົງແຫວນ), ຂຸນກອງແລງ, ຈຸດປີນຜາ, ກໍາແພງຫີນ, ທ່າຝຣັ່ງ, ເສັ້ນທາງໂຮ່ຈີ່ມມິນ ແລະ ອື່ນໆ. ໄລຍະ 2 ປີຜ່ານມາມີນັກທ່ອງທ່ຽວ ເຂົ້າມາແຂວງຄໍາມ່ວນ ທັງໝົດ 5 ແສນກວ່າຄົນ; ນັກທ່ອງທ່ຽວພາຍໃນ 4 ແສນກວ່າຄົນ, ນັກທ່ອງທ່ຽວຕ່າງປະເທດ 1 ແສນກວ່າຄົນ, ສາມາດສ້າງລາຍຮັບໄດ້ 300 ກວ່າຕື້ກີບ.
ຂ່າວ-ພາບ: ຂັນໄຊ
KPL