ເສີມຂະຫຍາຍນໍ້າໃຈຮັກຊາດ ຮັກລະບອບໃໝ່ ເປັນເຈົ້າຕົນເອງ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ

07/12/2023 12:01
Email Print 942
ຂປລ ວັນຊາດ ທີ 2 ທັນວາ ຫາກໍ່ຜ່ານພົ້ນມາ, ແຕ່ຖືວ່າໄລຍະນີ້ຍັງຢູ່ໃນບັນຍາກາດແຫ່ງການຈັດຕັ້ງ ສະເຫລີມ ສະຫລອງວັນຊາດ ຄົບຮອບ 48 ປີ ດ້ວຍຫລາຍເນື້ອໃນ ຕິດພັນບັນດາຜົນສໍາເລັດ ຂອງວຽກງານຕ່າງໆ. ພວກເຮົາ ພ້ອມກັນຈັດຕັ້ງ ສະເຫລີມສະຫລອງດ້ວຍ ຫລາຍເນື້ອໃນ ກໍ່ແມ່ນເພື່ອເປັນການທົບທວນຫວນຄືນ ມູນເຊື້ອ ແລະ ພາລະກິດຕໍ່ສູ້ປະຕິວັດ ໃນເມື່ອກ່ອນ ກໍ່ຄືຜົນສໍາເລັດໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ພາຍໃຕ້ການນໍາພາ-ຊີ້ນໍາຂອງພັກ.


          ວັນຊາດ ທີ 2 ທັນວາ ຫາກໍ່ຜ່ານພົ້ນມາ, ແຕ່ຖືວ່າໄລຍະນີ້ຍັງຢູ່ໃນບັນຍາກາດແຫ່ງການຈັດຕັ້ງ ສະເຫລີມສະຫລອງວັນຊາດ ຄົບຮອບ  48 ປີ ດ້ວຍຫລາຍເນື້ອໃນ ຕິດພັນບັນດາຜົນສໍາເລັດ ຂອງວຽກງານຕ່າງໆ. ພວກເຮົາພ້ອມກັນຈັດຕັ້ງ ສະເຫລີມສະຫລອງດ້ວຍ ຫລາຍເນື້ອໃນ ກໍ່ແມ່ນເພື່ອເປັນການທົບທວນຫວນຄືນມູນເຊື້ອ ແລະ ພາລະກິດຕໍ່ສູ້ປະຕິວັດ ໃນເມື່ອກ່ອນ ກໍ່ຄືຜົນສໍາເລັດໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ພາຍໃຕ້ການນໍາພາ-ຊີ້ນໍາຂອງພັກ, ຖືເອົາໂອກາດນີ້ ສຶກສາອົບຮົມພະນັກງານ, ສະມາ ຊິກພັກ, ນັກຮົບ, ລັດຖະກອນ ໃຫ້ພ້ອມກັນຍົກສູງນໍ້າໃຈຮັກຊາດ, ເສີມຂະຫຍາຍຄວາມສາມັກຄີ ເປັນຈິດໜຶ່ງໃຈດຽວກັນ ຂອງປະຊາຊົນບັນດາເຜົ່າ ແລະ ຍູ້ແຮງບົດບາດການນໍາພາຂອງພັກ. ທົ່ວປວງຊົນ ພ້ອມກັນສືບຕໍ່ເສີມຂະຫຍາຍ ນໍ້າໃຈຮັກຊາດ, ຮັກລະບອບໃໝ່, ເປັນເຈົ້າຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ.

          ຕະຫລອດໄລຍະ 48 ປີພາຍໃຕ້ລະບອບໃໝ່, ບົນເສັ້ນທາງແຫ່ງການປະຕິບັດພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ທີ່ເຕັມໄປດ້ວຍກາລະໂອກາດ ແລະ ສິ່ງທ້າທ້າຍນັ້ນ ເຫັນວ່າ ຂະບວນການພັດທະນາ ສ້າງສາປະເທດຊາດ ໄດ້ມີບາດກ້າວຂະ ຫຍາຍຕົວຕໍ່ເນື່ອງ ແລະ ມີຜົນສໍາເລັດໃຫຍ່ຫ​ລາຍດ້ານ; ຮັບປະກັນໃຫ້ປະເທດຊາດ ສືບຕໍ່ມີສະຖຽນລະພາບ ທາງດ້ານການເມືອງ ຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ ໂດຍພື້ນຖານ, ຄວາມເປັນເອກະລາດ, ອໍານາດອະທິປະໄຕ ແລະ ໝາກ ຜົນຂອງການປະຕິວັດ ໄດ້ຮັບການປົກປ້ອງຢ່າງເຂັ້ມແຂງ, ເຖິງວ່າມີຄວາມຫຍຸ້ງ ຍາກທາງດ້ານເສດຖະກິດ ການເງິນ-ເງິນຕາ, ບັນຫາໜີ້ສິນ, ການລະບາດຂອງພະຍາດ, ສະພາບໄພພິບັດຕ່າງໆ ແລະ ອື່ນໆທີ່ເປັນກະທົບໂດຍກົງ ແລະ ທາງອ້ອມຈາກສະພາບເງື່ອນໄຂທັງພາຍໃນ ແລະ ພາຍນອກ,  ແຕ່ພວກເຮົາຍັງສາມາດຢັບຢັ້ງ ບໍ່ໃຫ້ເກີດເຫດການຫົດຖອຍຮ້າຍແຮງ ຕໍ່ເສດຖະກິດ-ສັງຄົມ; ຄຸນນະພາບຊີວິດ ຂອງປະຊາຊົນບັນດາເຜົ່າ ໄດ້ຮັບການປັບປຸງ ແລະ ຍົກລະດັບດີຂຶ້ນເປັນກ້າວໆ, ຄວາມທຸກຍາກໄດ້ຮັບການແກ້ໄຂ ແລະ ບັນລຸໄດ້ຕາມ ຄາດໝາຍທີ່ວາງໄວ້ໂດຍພື້ນຖານ; ແນວ ທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ ສືບຕໍ່ໄດ້ຮັບການຈັດຕັ້ງປະຕິບັດຢ່າງຕັ້ງໜ້າ, ກໍາລັງປະກອບອາວຸດ ກໍ່ໄດ້ຮັບການປັບປຸງກໍ່ສ້າງ ກາຍເປັນກໍາລັງທີ່ມີຄວາມໜັກແໜ້ນ ທາງດ້ານການເມືອງ-ແນວຄິດ ແລະ ມີແບບແຜນທັນສະໄ​ໝ; ບັນດາອົງການອໍານາດລັດ ໄດ້ຮັບການປັບປຸງທາງດ້ານການຈັດຕັ້ງ, ຍົກລະດັບຄຸນນະພາບການ ເຄື່ອນໄຫວ ຕາມທິດປົກຄອງດ້ວຍກົດ​ໝາຍ; ອົງການແນວລາວສ້າງຊາດ ແລະ ອົງການຈັດຕັ້ງມະຫາຊົນ ໄດ້ຕັ້ງໜ້າປະຕິບັດພາລະບົດບາດຂອງຕົນ ຢ່າງເປັນເຈົ້າການ, ການພົວພັນຮ່ວມມື ກັບບັນດາ ປະເທດເພື່ອນມິດຍຸດທະສາດ ແລະ ເພື່ອນມິດສາກົນ ໄດ້ຂະຫຍາຍຕົວສູ່ລະດັບສູງໃໝ່, ບົດບາດອິດທິພົນຂອງພັກ ແລະ ລັດເຮົາ ໄດ້ຮັບການເຊີດຊູໃຫ້ສູງເດັ່ນຂຶ້ນ ໃນເວທີພາກພື້ນ ແລະ ສາກົນ.

          ເຖິງຢ່າງໃດກໍ່ດີ ໃນສະພາບຜົນກະທົບໜັກໜ່ວງຕໍ່ເນື່ອງມານັບແຕ່ການລະບາດຂອງພະຍາດໂຄວິດ-19 ກ້າວມາເຖິງການຜັນແປຢ່າງສັບສົນ ຂອງສະຖານະການໂລກ ທີ່ມີຜົນກະທົບຕໍ່ບັນຫາເສດຖະກິດ ເຊິ່ງປະເທດເຮົາກໍ່ບໍສາມາດຫລີກເວັ້ນໄດ້ ແລະ ເບິ່ງຄືວ່າມີລັກ ສະນະໜັກໜ່ວງກວ່າໝູ່ ຍ້ອນວ່າພື້ນຖານເສດຖະກິດບໍ່ທັນເຂັ້ມແຂງ ແລະ ຍັງມີຄວາມບອບບາງ. ໃນສະພາບຄືດັ່ງກ່າວ, ພວກເຮົາກໍ່ເວົ້າກັນເລື້ອຍ ແລະ ຖືໂອກາດວັນສໍາຄັນປຸກລະດົມນໍ້າໃຈຮັກຊາດ, ຮັກລະບອບໃໝ່, ເປັນເຈົ້າຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ນີ້ ແມ່ນສໍາຄັນ, ແມ່ນຄວາມຮຽກຕ້ອງການ ອັນຈໍາເປັນພາວະວິໄສແທ້ໆ. ມີຫລາຍທັດສະນະກໍ່ເຫັນດີເຫັນພ້ອມ ໃນປະເດັນທີ່ນໍາມາຍົກຂຶ້ນທົບທວນນີ້ ເຊິ່ງທົ່ວປວງຊົນຕ້ອງສືບຕໍ່ເພີ່ມທະວີອີຫລີ ໃນນໍ້າໃຈຮັກຊາດ, ຮັກລະບອບໃໝ່. ເມື່ອຮັກຢ່າງດູດດື່ມເຕັມອົກເຕັມໃຈ ກໍ່ ຕ້ອງສຸມໃສ່ສ້າງຈິດໃຈ ແຫ່ງຄວາມເປັນເຈົ້າຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ສະແດງດ້ວຍການກະທໍາ ທີ່ເປັນຮູບປະທໍານໍາກັນ, ສະແດງອອກຢ່າງຈິງຈັງເຂັ້ມແຂງ ຕາມທ່າແຮງຂອງໃຜລາວ ໃນໜ້າທີ່ການເມືອງ, ໃນວິຊາການ, ໃນວິຊາ-ອາຊີບ ແລະ ໃນຖານະພົນລະ ເມືອງທີ່ດີ. ຈິດໃຈຊາດອັນສູງສົ່ງແມ່ນສໍາຄັນ. ພວກເຮົາມັກໂສກັນຄົນຊາດນັ້ນຊາດນີ້ ຈິດໃຈຊາດເຂົາສູງ ເຮັດແທ້ທໍາຈິງ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ເຮັດໃຫ້ຊາດເຂົາເຈົ້າກ້າວໜ້າໃນລະດັບໄວ...ພວກເຮົາກໍ່ໄດ້ພາກັນເວົ້າ ແລະ ໂສກັນ, ຖ້າຫັນມາເບິ່ງ ຕົວເຮົາເອງອີກ ຮອບໃໝ່ ກໍ່ຄວນຕ້ອງຕັດສິນໃຈໃໝ່ໃຫ້ໄວ ເພື່ອຫັນປ່ຽນສູ່ສິ່ງທີ່ດີໃນອະນາຄົດ ໂດຍບໍ່ໄປໂຍນບັນຫາໃຫ້ຜູ້ໜຶ່ງຜູ້ໃດ, ມັນແມ່ນຄວາມຮັບຜີິດຊອບຂອງເຮົາ ໃນວຽກທີ່ເຮົາພວມຖືກມອບໝາຍ, ພວມໄດ້ຮັບຄວາມເຊື່ອຖືໄວ້ໃຈໃຫ້ປະຕິບັດ, ລວມທັງການ ພັດທະນາຊີວິດ ຄອບຄົວ.

          ນັບແຕ່ນີ້ໄປ ສະພາບບໍ່ປະໃຫ້ເຮົານອນວັນຊັນຂາ ລໍຖ້າໂຊກລາບ ຫລື ການຊ່ວຍເຫລືອໃດໆທີ່ບໍ່ມີລັກສະນະບໍ່ມີລັກສະນະຍືນຍົງ. ຈະສະແດງອອກໄດ້ໃຫ້ເຫັນແຈ້ງ ໃນຄວາມຮັກຊາດ, ຮັກລະບອບໃໝ່ ໃນດ້ານສໍາຄັນໜຶ່ງແມ່ນຍົກສູງຄວາມເປັນເຈົ້າຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ. ນໍາໃຊ້ ແລະ ສົ່ງເສີມຜົນຜະລິດພາຍໃນເປັນຕົ້ນຕໍ. ສິ່ງໃດທີ່ພວກເຮົາຜະລິດເອງໄດ້ ກໍ່ພ້ອມກັນໃຊ້ ແລະ ພ້ອມກັນໃຫ້ຄໍາຄິດຄໍາເຫັນ ເພື່ອໃຫ້ຜູ້ຜະລິດປັບປຸງໃຫ້ນັບມື້ດີຂຶ້ນ. ສິນຄ້າຕ່າງປະເທດນໍາເຂົ້າມາບ້ານເຮົາ, ການຜະລິດເລີ່ມຕົ້ນຂອງ ເຂົາເຈົ້າກໍ່ຈາກນ້ອຍຫາໃຫຍ່, ເຂັ້ມແຂງໄດ້ກໍ່ຍ້ອນມີການສະໜັບສະໜູນ ສົ່ງເສີມພາຍໃນເຂັ້ມແຂງແລ້ວຈຶ່ງສາມາດສົ່ງອອກ. ຖ້າຍັງມີແນວຄິດອາໄສພາຍນອກ, ເວລາມີຜົນກະທົບມາ ພວກເຮົາກໍ່ຈະເຈັບໄປຕະຫລອດ. ເວລາພົບບັນຫາ ຈົ່ມວ່າ ເຈັບໃຈ ເຫລືອໃຈ... ແຕ່ບໍ່ມີ ໃຈສຸມໃສ່ຊ່ວຍກັນພັດທະນາ ຈະບໍ່ມີປະໂຫຍດຫຍັງ, ເມື່ອ  ແມ່ນບໍ່ທ່ານຜູ້ອ່ານໃຈດີໃຈກວ້າງທັງຫລາຍ.

* ຄ້ອງໃໝ່

KPL

ຂ່າວອື່ນໆ

    • ໄຊຊະນະດຽນບຽນຟູ ຊຸກຍູ້ຂະບວນການປົດປອຍຊາດທົ່ວໂລກບົດ-ສາລະຄະດີ

      ໄຊຊະນະດຽນບຽນຟູ ຊຸກຍູ້ຂະບວນການປົດປອຍຊາດທົ່ວໂລກ

      5/7/2025 9:55:02 AM

      ໄຊຊະນະດຽນບຽນຟູ ບໍ່ພຽງແຕ່ຢັ້ງຢືນກຳລັງແຮງແຫ່ງຄວາມສາມັກຄີຂອງຊາດຫວຽດນາມເທົ່ານັ້ນ, ຫາກຍັງແມ່ນຈຸດເດັ່ນໃນປະຫວັດສາດປົດປ່ອຍຊາດໃນໂລກ, ແມ່ນແຫລ່ງລະດົມກຳລັງໃຈຢ່າງໃຫຍ່ຫລວງໃຫ້ແກ່ປະຊາຊາດທີ່ຮັກຫອມສັນຕິພາບ.

    • 9 ເດືອນທ້າຍປີ 2025 ແຂວງສາລະວັນສູ້ຊົນໃຫ້ເສດຖະກິດຂະຫຍາຍຕົວໃນລະດັບ 6,5% ຂຶ້ນໄປບົດ-ສາລະຄະດີ

      9 ເດືອນທ້າຍປີ 2025 ແຂວງສາລະວັນສູ້ຊົນໃຫ້ເສດຖະກິດຂະຫຍາຍຕົວໃນລະດັບ 6,5% ຂຶ້ນໄປ

      5/7/2025 9:50:15 AM

      ເພື່ອສືບຕໍ່ຈັດຕັ້ງປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານຂອງພັກ; ຍົກສູງຄຸນນະພາບຂອງກຳລັງປະກອບອາວຸດ, ທັບມ້າງກົນອຸບາຍຍຸດທະສາດການຫັນປ່ຽນໂດຍສັນຕິຂອງສັດຕູ; ເອົາໃຈໃສ່ໃນການຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍໃນທົ່ວແຂວງ, ຕ້ານ ແລະ ແກ້ໄຂປາກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນສັງຄົມເປັນຕົ້ນ: ຂີ້ລັກງັດແງະ, ຢາເສບຕິດ, ອຸບັດເຫດ ແລະ ອື່ນໆ ໃຫ້ຫລຸດລົງ.

    • ວິທີປ້ອງກັນພະຍາດໄຂ້ເລືອດດຳບົດ-ສາລະຄະດີ

      ວິທີປ້ອງກັນພະຍາດໄຂ້ເລືອດດຳ

      5/7/2025 9:43:13 AM

      ພະຍາດໄຂ້ເລືອດດຳ ເປັນພະຍາດທີ່ຕິດຕໍ່ຈາກສັດສູ່ຄົນ ໂດຍການສຳຜັດ ແລະ ການບໍລິໂພກຊີ້ນສັດທີ່ຕິດພະຍາດ ແລະ ເຮັດໃຫ້ເສຍຊີວິດໄດ້.

    • ບົດສຳພາດທ່ານທູດ ແຫ່ງ ສປ ຈີນ ປະຈຳ ສປປ ລາວບົດ-ສາລະຄະດີ

      ບົດສຳພາດທ່ານທູດ ແຫ່ງ ສປ ຈີນ ປະຈຳ ສປປ ລາວ

      5/6/2025 9:45:37 AM

      ເນື່ອງໃນໂອກາດວັນສ້າງຕັ້ງທາງການທູດລາວ-ຈີນ ຄົບຮອບ 64 ປີ, ທ່ານ ນາງ ຟ່າງຫົງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປ ຈີນ ປະຈຳລາວ ກໍ່ໄດ້ຖືໂອກາດວັນດັ່ງກ່າວ ໃຫ້ສຳພາດຕໍ່ສື່ມວນຊົນເມື່ອບໍ່ດົນມານີ້.

    • ພະຍາດໄຂ້ງົວດຳອັນຕະລາຍ ທີ່ມາກັບອາຫານດິບບົດ-ສາລະຄະດີ

      ພະຍາດໄຂ້ງົວດຳອັນຕະລາຍ ທີ່ມາກັບອາຫານດິບ

      5/6/2025 9:39:45 AM

      ອາທິດຜ່ານມາ ຫລາຍຄົນອາດຈະໄດ້ເຫັນຂ່າວຈາກປະເພດ ເພື່ອນບ້ານແລ້ວວ່າມີການລະບາດຂອງພະຍາດໄຂ້ງົວດໍາ ຈົນເຮັດໃຫມີຄົນເສຍຊີວິດແລ້ວສອງຄົນ ເຊ່ິງພະຍາດດັ່ງກ່າວ ເປັນພະຍາດຕິດແປດຮ້າຍແຮງຊະນິດໜຶ່ງ ທີ່ເກີດກັບສັດລ້ຽງລູກດ້ວຍນໍ້ານົມເຊັ່ນ: ງົວ, ຄວາຍ, ແກະ, ແບ້, ໝູ, ມ້າ ແລະ ອື່ນໆ.

ads
ads

Top