ຂປລ
ວັນທີ 25 ພະຈິກ ແມ່ນວັນສາກົນ ເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ເຊິ່ງວັນດັ່ງກ່າວຫາກໍ່ຜ່ານມານັ້ນ, ສປປ ລາວ ແລະ ທົ່ວໂລກໄດ້ພ້ອມກັນລະນຶກເຖິງ, ທັງໄດ້ສະແດງຄວາມໝາຍໝັ້ນຂອງຕົນ ໃນການປ້ອງກັນ ແລະ ແກ້ໄຂຄວາມຮຸນແຮງ ຕໍ່ແມ່ຍິງ ແລະ ເດັກຍິງ, ພາຍ ໃຕ້ຄໍາຂວັນ “ຮ່ວມກັນ! ລົງທຶນໃສ່ການປ້ອງກັນ ແລະ ແກ້ໄຂ ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ”.
ວັນທີ 25 ພະຈິກ ແມ່ນວັນສາກົນ ເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ເຊິ່ງວັນດັ່ງກ່າວຫາກໍ່ຜ່ານມານັ້ນ, ສປປ ລາວ ແລະ ທົ່ວໂລກໄດ້ພ້ອມກັນລະນຶກເຖິງ, ທັງໄດ້ສະແດງຄວາມໝາຍໝັ້ນຂອງຕົນ ໃນການປ້ອງກັນ ແລະ ແກ້ໄຂຄວາມຮຸນແຮງ ຕໍ່ແມ່ຍິງ ແລະ ເດັກຍິງ, ພາຍ ໃຕ້ຄໍາຂວັນ “ຮ່ວມກັນ! ລົງທຶນໃສ່ການປ້ອງກັນ ແລະ ແກ້ໄຂຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ”.
ເວົ້າເຖິງວຽກງານປ້ອງກັນ ແລະ ແກ້ໄຂຄວາມຮຸນແຮງ ຕໍ່ແມ່ຍິງ ແລະ ເດັກຍິງ ຕະຫລອດໄລຍະຜ່ານມາ, ລັດຖະບານເຮົາ ໄດ້ຮ່ວມກັບພາກສ່ວນທີ່ກ່ຽວຂ້ອງຕ່າງໆ ເອົາໃຈໃສ່ປ້ອງກັນ ແລະ ແກ້ໄຂຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ ຢູ່ ລາວ ໄດ້ຮັບຜົນດີຕະຫລອດມາ, ອັນພົ້ນເດັ່ນ ແມ່ນໄດ້ສໍາເລັດ ເຄື່ອງມືໃນການຊ່ວຍເຫລືອຜູ້ຖືກເຄາະຮ້າຍ ໂດຍສໍາເລັດ ມາດຕະຖານດຳເນີນງານການປະສານ, ການຄຸ້ມຄອງການປະສານງານ ແລະ ການສົ່ງຕໍ່ ແມ່ຍິງ ແລະ ເດັກຍິງ ທີ່ຖືກຄວາມຮຸນແຮງ; ມາດຕະຖານດຳເນີນງານວຽກງານ ຕອບສະໜອງການບໍລິການ ແກ່ຜູ້ທີ່ຖືກຄວາມຮຸນແຮງ ສຳລັບສະຖານທີ່ບໍລິການສຸຂະພາບ; ມາດຕະຖານການດໍາເນີນງານການປົກປ້ອງ ແລະ ການບໍລິການຊ່ວຍເຫລືອ ທາງດ້ານສັງຄົມ ແລະ ມາດຕະຖານການດໍາເນີນງານ ການຊ່ວຍເຫລືອດ້ານຂະບວນການຍຸຕິທຳ ພ້ອມທັງ ຝຶກອົບຮົມໃຫ້ຄວາມຮັບຮູ້ກ່ຽວກັບເຄື່ອງມືທີ່ກ່າວມານັ້ນ ໃຫ້ແກ່ໜ່ວຍງານຕ່າງໆ ທີ່ກ່ຽວຂ້ອງການຊ່ວຍເຫລືອຜູ້ຖືກເຄາະຮ້າຍ ໂດຍດຳເນີນການຊ່ວຍເຫລືອຜູ້ຖືກເຄາະຮ້າຍ ໄດ້ທັງໝົດ 158 ກໍລະນີ. ໃນນັ້ນ, ຫລາຍກວ່າໝູ່ແມ່ນຄວາມຮຸນແຮງທາງເພດ ເຊິ່ງໄດ້ໃຫ້ການຊ່ວຍເຫລືອດ້ານຄໍາປຶກສາ, ການກວດ ແລະ ປິ່ນ ປົວສຸຂະພາບ, ທີ່ພັກເຊົາ ແລະ ການດຳເນີນຄະດີ.
ປະເດັນນໍາມາແລກປ່ຽນຄໍາເຫັນນໍາທ່ານຜູ້ອ່ານກໍ່ແມ່ນ ພວກເຮົາຕ້ອງຮ່ວມແຮງຮ່ວມໃຈກັນແທ້ ໃນການປ້ອງກັນ ແລະ ແກ້ໄຂຄວາມຮຸນແຮງ ຕໍ່ແມ່ຍິງ ແລະ ເດັກຍິງ. ພາກລັດ ຮ່ວມກັບທຸກພາກສ່ວນ ລວມທັງພາກທຸລະກິດ-ເອກະຊົນ ແລະ ຍາດແຍ່ງເອົາການສະໜັບສະ ໜູນຈາກພາຍນອກ ເພື່ອລົງທຶນໃສ່ວຽກງານນີ້ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ. ສັງຄົມເຂົ້າຮ່ວມຢ່າງແຂງແຮງ ຕໍ່ການສະກັດ-ປ້ອງກັນ, ໃນນັ້ນ ບໍ່ວ່າແຕ່ກະໂຕເພດຍິງເອງ. ພ້ອມກັນຫັນປ່ຽນການປະຕິບັດຕໍ່ແມ່ຍິງ ແລະ ເດັກຍິງ ທີ່ບໍ່ຖືກຕ້ອງຍຸກສະໄໝ, ໂດຍສະເພາະການຖືຕໍ່າ ຕໍ່ເພດຍິງ, ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ ບໍ່ວ່າແຕ່ກໍລະນີໃດກໍ່ຕາມ. ການກະທໍາຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ ລວມໄປເຖິງການເວົ້າຈາ ກໍ່ຕ້ອງໄດ້ຖືສໍາຄັນ. ພ້ອມດຽວກັນ ກໍ່ຕ້ອງສືບຕໍ່ການໂຄສະນາເຜີຍແຜ່ປູກຈິດສຳນຶກ ກ່ຽວກັບການຕ້ານ ແລະ ສະກັດກັ້ນ ການ ໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ດ້ວຍຫລາຍຮູບຫລາຍສີ ທັງຜ່ານສື່ທຸກຮູບແບບ, ຝຶກອົບຮົມ-ສຳມະນາ ແລະ ແຈກຢາຍເອກະສານ ເພື່ອປ່ຽນແປງການປະພຶດ, ວັດທະນະທໍາ, ຮີດຄອງປະເພນີ, ຄວາມເຊື່ອຖື ແລະ ທັດສະນະຄະຕິ ທີ່ເປັນການໝິ່ນປະໝາດ, ຈຳແນກ ແມ່ຍິງ ແລະ ເດັກຍິງ ໂດຍສະເພາະ ໃຫ້ແມ່ຍິງຮູ້ສິດຂອງຕົນເອງ ລວມທັງການມີສ່ວນຮ່ວມຂອງທ່ານຊາຍ ໃນການຕ້ານການໃຊ້ຄວາມຮຸນແຮງ ຕໍ່ແມ່ຍິງ ແລະ ເດັກຍິງ.
ການລຶບລ້າງຄວາມຮຸນແຮງ ຈະປະສົບຜົນສຳເລັດໄດ້ ກໍ່ແມ່ນຕ້ອງຜ່ານການປ້ອງກັນການໃຊ້ຄວາມຮຸນແຮງເທົ່ານັ້ນ, ໂດຍສະເພາະການມີສ່ວນຮ່ວມຂອງຫລາຍພາກສ່ວນ, ການໃຫ້ຄວາມໝາຍໝັ້ນຂອງລັດຖະບານ ໃນການສົ່ງເສີມວຽກງານດັ່ງກ່າວ, ການຈັດຕັ້ງປະຕິບັດ ກົດໝາຍ ແລະ ນະໂຍບາຍ ທີ່ເປັນການສົ່ງເສີມຄວາມສະເໝີພາບຍິງ-ຊາຍ, ການລົງທຶນໃສ່ການ ຈັດຕັ້ງຂອງແມ່ຍິງ, ການຈັດສັນຊັບພະຍາກອນ ໃສ່ການປ້ອງກັນ ແລະ ແກ້ໄຂການຈຳແນກ ໃນຫລາຍຮູບແບບ ທີ່ແມ່ຍິງພວມປະເຊີນໜ້າໃນແຕ່ລະວັນ. ສ້າງຄວາມເຂັ້ມແຂງ ໃຫ້ແມ່ຍິງ ແລະ ເດັກ ໃນທຸກຂົງເຂດທົ່ວສັງຄົມ, ຮັບປະກັນການບໍລິການ ຊ່ວຍເຫລືອຜູ້ຖືກເຄາະຮ້າຍ ຈາກຄວາມຮຸນແຮງ; ສ້າງສະພາບແວດລ້ອມທີ່ປອດໄພ ສໍາລັບແມ່ຍິງ ແລະ ເດັກຍິງ, ຫລຸດຜ່ອນຄວາມທຸກຍາກ ໂດຍເລີ່ມຈາກການສ້າງຄວາມເຂັ້ມແຂງດ້ານເສດຖະກິດ ໃຫ້ແມ່ຍິງ ຫລື ເສດຖະກິດຄອບຄົວ.
KPL