ຂປລ
*ທາງລົດໄຟ ລາວ-ຈີນ ໄດ້ເປີດນຳໃຊ້ມາເປັນເວລາ 2 ປີແລ້ວ, ໄດ້ມີການຂົນສົ່ງຜູ້ໂດຍສານທັງໝົດ 3.728.000 ເທື່ອຄົນ ແລະ ຂົນສົ່ງສິນຄ້າ 5.990.000 ໂຕນ, ໃນນັ້ນປະລິມານ ຂົນສົ່ງສິນຄ້າຂ້າມແດນ 5.940.000 ໂຕນ, ເຫັນໄດ້ ວ່າບົດ ບາດການຊ່ວຍຊຸກຍູ້ການພັດທະນາເສດຖະກິດ ແລະ ສັງຄົມຂອງພາກພື້ນ ແລະ “ເສັ້ນທາງທອງຄຳ” ຂອງທາງ ລົດໄຟ ລາວ-ຈີນ ໄດ້ສະແດງໃຫ້ເຫັນນັບມື້ນັບພົ້ນເດັ່ນຂຶ້ນ.

(ສະເຫລີມສະຫລອງວັນສ້າງຕັ້ງ ເສັ້ນທາງລົດໄຟລາວ-ຈີນ ຄົບຮອບ 2 ປີ)
*ທາງລົດໄຟ ລາວ-ຈີນ ໄດ້ເປີດນຳໃຊ້ມາເປັນເວລາ 2 ປີແລ້ວ, ໄດ້ມີການຂົນສົ່ງຜູ້ໂດຍສານທັງໝົດ 3.728.000 ເທື່ອຄົນ ແລະ ຂົນສົ່ງສິນຄ້າ 5.990.000 ໂຕນ, ໃນນັ້ນປະລິມານ ຂົນສົ່ງສິນຄ້າຂ້າມແດນ 5.940.000 ໂຕນ, ເຫັນໄດ້ວ່າບົດບາດການຊ່ວຍຊຸກຍູ້ການພັດທະນາເສດຖະກິດ ແລະ ສັງຄົມຂອງພາກພື້ນ ແລະ “ເສັ້ນທາງທອງຄຳ” ຂອງທາງລົດໄຟລາວ-ຈີນ ໄດ້ສະແດງໃຫ້ເຫັນນັບມື້ນັບພົ້ນເດັ່ນຂຶ້ນ.
ໃນສອງປີຜ່ານມາ, ບໍລິສັດທາງລົດໄຟລາວ-ຈີນໄດ້ນຳໃຊ້ມາດຕະການຄຸ້ມຄອງ ແລະ ດຳເນີນການທາງລົດໄຟລາວ-ຈີນ ຢ່າງມີປະສິດທິພາບ, ສືບຕໍ່ກໍ່ສ້າງທາງລົດໄຟ ໃຫ້ເປັນເສັ້ນທາງແຫ່ງການພັດທະນາ, ເສັ້ນທາງແຫ່ງຄວາມຜາສຸກ ແລະ ເສັ້ນທາງແຫ່ງມິດ ຕະພາບຂອງປະຊາຊົນລາວ-ຈີນຢ່າງມີປະສິດທິຜົນ. ຍົກສູງຄຸນນະພາບການບໍລິການ, ການຂົນສົ່ງຜູ້ໂດຍສານ ແລະ ສິນຄ້າ ເພື່ອຮັບໃຊ້ການໄປມາຂອງປະຊາຊົນ ຂອງສອງປະເທດໃຫ້ມີຄວາມສະດວກສະບາຍ ແລະ ວ່ອງໄວ ແລະ ຊ່ວຍຊຸກຍູ້ ການກໍ່ສ້າງແລວທາງເສດ ຖະກິດລາວ-ຈີນ.
ຜ່ານການດຳເນີນງານ 2 ປີຂອງທາງລົດໄຟລາວ-ຈີນ ໄດ້ຮັບໝາກຜົນອັນຈົບງາມຄືດັ່ງນີ້: ຄຸນນະພາບແລະປະລິມານ ການຂົນສົ່ງຜູ້ໂດຍສານເພີ່ມຂຶ້ນ ແລະ ໄດ້ຮັບຄວາມນິຍົມຊົມຊອບ ຈາກປະຊາຊົນເປັນຈຳນວນຫລາຍ. ບໍລິສັດທາງລົດໄຟລາວ-ຈີນ ຈໍາກັດ ວິ ເຄາະຈຸດພິເສດການຈະລາຈອນ ຜູ້ໂດຍສານຢ່າງມີວິທະຍາສາດ, ຈັດສັນຄວາມສາມາດ ໃນການຂົນສົ່ງຢ່າງຖືກຕ້ອງ, ເພີ່ມໃຫ້ມີປະເພດບ່ອນນັ່ງທີ່ຫລາກຫລາຍ, ປັບປຸງການບໍລິການຢູ່ໃນສະຖານີ ແລະ ເທິງລົດໄຟໃຫ້ມີຄວາມເໝາະສົມ, ສະໜອງການເດີນທາງທີ່ປອດໄພ, ເປັນມິດຕໍ່ສິ່ງແວດລ້ອມ, ວ່ອງໄວ ແລະ ມີຄວາມສະດວກສະບາຍໃຫ້ແກ່ປະຊາຊົນສອງຊາດລາວ-ຈີນ. ຈຳນວນລົດໄຟຂົນສົ່ງໂດຍສານ ເພີ່ມຂຶ້ນຈາກ 4 ຖ້ຽວໃນເບື້ອງຕົ້ນເປັນ 10 ຖ້ຽວໃນປັດຈຸບັນ, ຈັດສັນຕູ້ລົດໄຟ ຂອງຂະບວນລົດໄຟທຳມະດາ ໃຫ້ເພີ່ມຂຶ້ນເປັນຈຳ ນວນຫລາຍກວ່າ 10 ຕູ້ຕໍ່ຂະບວນ, ມາຮອດປັດຈຸບັນ ປະລິມານການຂົນສົ່ງຜູ້ໂດຍສານ ທັງໝົດແມ່ນ 3.728.000 ເທື່ອຄົນ, ປະລິມານຂົນສົ່ງສູງສຸດຕໍ່ມື້ແມ່ນ 10.197 ເທື່ອຄົນ. ນອກນີ້ ຍັງມີການວາງແຜນຈັດຕັ້ງ ການຂົນສົ່ງຜູ້ໂດຍສານຢ່າງລະອຽດ ຮັບໃຊ້ໃນງານບຸນ ປະເພນີລາວຕ່າງໆເຊັ່ນ: ບຸນປີໃໝ່ລາວ, ບຸນອອກພັນສາ, ບຸນເຂົ້າພັນສາ ແລະ ບຸນປະເພນີອື່ນໆ, ອໍານວຍຄວາມສະດວກ ໃນການເປັນເຈົ້າພາບ ຈັດກິດຈະກຳສຳຄັນຕ່າງໆ ຂອງລັດຖະບານເຊັ່ນ: ກອງປະຊຸມລັດຖະມົນຕີຂົນສົ່ງອາຊຽນ ແລະອື່ນໆ; ເປີດນຳໃຊ້ APP ຊື້ປີ້ ລົດໄຟ, ເພີ່ມຊ່ອງທາງການຊຳລະເງິນ ໃຫ້ມີຄວາມຫລາກຫລາຍ, ເພີ່ມຈຸດຂາຍປີ້ໃນນະຄອນຫຼວງວຽງຈັນ, ຫລວງພະບາງ, ອຳນວຍຄວາມສະດວກ ໃນການຊື້ປີ້ລົດໄຟອີກລະດັບ; ເປີດນຳໃຊ້ລົດໄຟຂົນສົ່ງໂດຍສານສາກົນ ແຕ່ວັນທີ 13 ເມສາ 2023 ເຮັດໃຫ້ສາມາດເດີນ ທາງໂດຍກົງຈາກຄຸນໝິງ ຫານະຄອນຫລວງວຽງຈັນ ແລະ ພາຍຫລັງໄດ້ມີການປັບປຸງ ແຜນການແລ່ນລົດໃໝ່ໃນວັນທີ 25 ກໍລະກົດນີ້ ໄດ້ເຮັດໃຫ້ໄລຍະການເດີນທາງສັ້ນລົງກວ່າເກົ່າ 64 ນາທີ. ປັດຈຸບັນ ປະລິມານຜູ້ໂດຍສານຂ້າມແດນ ແມ່ນໄດ້ບັນລຸ 93.000 ຄົນຈາກ 72 ປະເທດ ແລະ ເຂດແຄວ້ນ ອໍານວຍຄວາມສະດວກສະບາຍ ໃຫ້ແກ່ປະຊາຊົນໃນການເດີນທາງໄປທ່ອງທ່ຽວ, ສຶກສາ ແລະ ດໍາເນີນທຸລະກິດລະຫວ່າງປະເທດ.
ທາງລົດໄຟລາວ-ຈີນໄດ້ສ້າງຊ່ອງທາງການຂົນສົ່ງສາກົນລະຫວ່າງຈີນແລະອາຊຽນທີ່ມີຄວາມສະດວກສະບາຍ, ຫຼຸດຜ່ອນຄ່າໃຊ້ຈ່າຍໃນການຂົນສົ່ງຢ່າງຫຼວງຫຼາຍ; ຄວາມຕ້ອງການດ້ານການຂົນສົ່ງ ມີທ່າແຮງເພີ່ມຂຶ້ນຢ່າງບໍ່ຢຸດຢັ້ງ. ບໍລິສັດທາງລົດໄຟລາວ-ຈີນ ຈຳ ກັດ ໄດ້ເພີ່ມທະວີການຈັດຕັ້ງ ດ້ານການຂົນສົ່ງສິນຄ້າ, ຍົກລະດັບຄວາມສາມາດ ແລະ ປະສິດທິພາບໃນການຂົນສົ່ງ, ຈໍານວນລົດໄຟຂົນສົ່ງສິນຄ້າຂ້າມແດນເພີ່ມຂຶ້ນ ຈາກ 2 ຖ້ຽວ ໃນໄລຍະເບື້ອງຕົ້ນເປັນ 14 ຖ້ຽວໃນປັດຈຸບັນ. ຂະຫຍາຍຮູບແບບ ການຂົນສົ່ງສິນຄ້າຂ້າມ ແດນ, ເປີດນໍາໃຊ້ລົດໄຟຂົນສົ່ງສິນຄ້າຂ້າມແດນລາວ-ຈີນ ໂດຍການກຳນົດຈຸດ, ກຳນົດເສັ້ນທາງ, ກຳນົດເວລາ ແລະ ກໍານົດຖ້ຽວລົດຂອງ "ສາຍດ່ວນລ້ານຊ້າງ-ແມ່ນ້ຳຂອງ", ພ້ອມທັງຕັ້ງໜ້າຄົ້ນຄວ້າຮູບແບບ ການຂົນສົ່ງສາກົນແບບໃໝ່ເຊັ່ນ "ທາງລົດໄຟລາວ-ຈີນ+ທາງ ລົດໄຟ ຈີນ-ເອີຣົບ", ໄລຍະເວລາການຂົນສົ່ງຈາກອາຊີຕາເວັນອອກສຽງໃຕ້ ໄປເອີຣົບໂດຍກົງແມ່ນສັ້ນລົງເປັນ 15 ວັນ, ການຂົນສົ່ງສິນຄ້າກວມເອົາ 12 ປະເທດ ທີ່ຮ່ວມກັນສ້າງ "ໜຶ່ງແລວ ໜຶ່ງເສັ້ນທາງ" ເຊັ່ນ: ລາວ, ໄທ, ຫວຽດນາມ ແລະ ມຽນມາ ແລະອື່ນໆ ລວມທັງ 31 ຕົວເມືອງພາຍໃນປະເທດຈີນ. ໃຫ້ບູລິມະສິດແກ່ການຂົນສົ່ງສິນຄ້າ ທີ່ຕິດພັນກັບຊີວິດການເປັນຢູ່ຂອງປະຊາຊົນ ໂດຍສະເພາະສິນຄ້າກະສິກຳຕ່າງໆຂອງເຊັ່ນ ໝາກໄມ້, ເຂົ້າ, ໝາກເດືອຍ ແລະ ສິນຄ້າອື່ນໆຂອງລາວ, ຮັບປະກັນການຂົນສົ່ງ ສຳລັບກິດຈະກຳສຳຄັນ ຕ່າງໆ, ສາມາດຕອບສະໜອງຕາມຄວາມຕ້ອງການ ໃນການພັດທະນາເສດຖະກິດສັງຄົມຂອງພາກພື້ນໄດ້ເປັນຢ່າງດີ.
ມີບົດບາດໃນວົງກວ້າງທີ່ພົ້ນເດັ່ນ ຊ່ວຍຊຸກຍູ້ການພັດທະນາເສດຖະກິດ. ທາງລົດໄຟລາວ-ຈີນ ໄດ້ເຊື່ອມຕໍ່ແຫລ່ງທ່ອງທ່ຽວທີ່ມີຊື່ສຽງຂອງລາວ ແລະ ຈີນ, ດຶງດູດນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ, ຊ່ວຍຊຸກຍູ້ພັດທະນາການທ່ອງທ່ຽວ ແລະ ເສດຖະ ກິດຕາມແລວທາງໄດ້ຢ່າງວ່ອງໄວ. ບໍລິສັດທາງລົດໄຟລາວ-ຈີນ ຊ່ວຍຊຸກຍູ້ການຮ່ວມມື ລະຫວ່າງຂະແໜງການທາງລົດໄຟ ກັບຂະແໜງການທ່ອງທ່ຽວ, ເປີດເສັ້ນທາງທ່ອງທ່ຽວຫຼາຍສາຍ, ຊຸກຍູ້ການເປີດໃຊ້ລົດໄຟ ຂະບວນທ່ອງທ່ຽວແຫ່ງທຳອິດ ຈາກປັກກິ່ງມາລາວ. ນັບ ແຕ່ເດືອນມັງກອນຫາເດືອນກັນຍາປີນີ້, ລາວໄດ້ຮັບນັກທ່ອງທ່ຽວ 2,4 ລ້ານເທື່ອຄົນ ເພີ່ມຂຶ້ນ 285% ຈາກໄລຍະດຽວກັນໃນປີ 2022. ທາງລົດໄຟລາວ-ຈີນ ໄດ້ຊ່ວຍສົ່ງເສີມການໄຫຼວຽນຂອງຜູ້ໂດຍສານ, ການໄຫລວຽນການຂົນສົ່ງສິນຄ້າ, ການໄຫຼວຽນຂອງທຶນຮອນ ແລະ ການໄຫຼວຽນຂອງຂໍ້ມູນຂ່າວສານ, ສົ່ງເສີມການພັດທະນາດ້ານຊັບພະຍາກອນ, ຊຸກຍູ້ການພັດທະນາເຂດເສດຖະກິດ ຢ່າງມີປະສິດທິຜົນເຊັ່ນ: ເຂດພັດທະນາກວມລວມໄຊເສດຖາ ແລະ ເຂດເສດຖະກິດພິເສດບໍ່ເຕັນ ແລະອື່ນໆ. ຜົນຜະລິດແຮ່ເຫລັກ, ແປ້ງມັນຕົ້ນ, ຢາງພາລາ ແລະ ຜະລິດຕະພັນອື່ນໆ ຂອງລາວທີ່ຂົນສົ່ງຜ່ານທາງລົດໄຟ ກໍມີເພີ່ມຂຶ້ນຢ່າງຫລວງຫລາຍ, ປະເພດສິນຄ້າທີ່ຂົນສົ່ງຂ້າມແດນໄດ້ຂະຫຍາຍຈາກ 10 ກວ່າປະເພດເຊັ່ນ: ຢາງພາລາ, ປຸຍຊີວະພາບ, ເຄື່ອງໃຊ້ໃນຊີວິດປະຈໍາວັນ ແລະອື່ນໆ ມາເປັນ 2.700 ກວ່າ ປະເພດເຊັ່ນ: ອຸປະກອນເອເລັກໂຕຣນິກ, ອຸປະກອນໄຟຟ້າແສງຕາເວັນ, ອຸປະກອນສື່ສານ, ລົດຍົນ ແລະອື່ນໆ, ເສີມຂະຫຍາຍກຳລັງການຜະລິດ, ຍົກລະດັບຂະແໜງ ການອຸດສາຫະກຳຕ່າງໆ ຕາມແລວທາງ ແລະ ການແລກປ່ຽນ ດ້ານເສດຖະກິດ-ການຄ້າສາກົນ, ໄດ້ສ້າງ “ກົນຈັກໃໝ່” ໃຫ້ແກ່ການພັດທະນາເສດຖະກິດໃນລະດັບພາກພື້ນ.
ເພີ່ມທະວີການຄຸ້ມຄອງການດຳເນີນການ ແລະ ການບຳລຸງຮັກສາ ເພື່ອຮັບປະກັນຄວາມປອດໄພ ແລະ ການຂົນສົ່ງໃຫ້ມີຄວາມໂລ່ງລ່ຽນ. ບໍລິສັດທາງລົດໄຟລາວ-ຈີນ ຈຳກັດ ໄດ້ເພີ່ມທະວີມາດຕະການ ປ້ອງກັນຄວາມປອດໄພ ໂດຍນຳໃຊ້ບຸກຄະລາກອນ, ວັດ ສະດຸອຸປະກອນ ແລະ ເຕັກໂນໂລຊີ, ນຳໃຊ້ມາດຕະການ ແລະ ອຸປະກອນເຕັກໂນໂລຊີ ທີ່ກ້າວໜ້າຢ່າງເຕັມທີ່ ໃນການບຳລຸງຮັກສາເສັ້ນທາງລົດໄຟເຊັ່ນ: ແຜນທີ່ດາວທຽມ, ໂດຣນ ແລະ ການສ່ອງທາງໄກ. ເພີ່ມທະວີການກວດກາ, ບຳລຸງຮັກສາ ແລະ ຄຸ້ມຄອງພື້ນຖານ ໂຄງ ລ່າງ, ລົງເລິກປ້ອງກັນວຽກງານ ດ້ານຄວາມປອດໄພເຊັ່ນ: ໄພນໍ້າຖ້ວມ, ຮັບປະກັນຄຸນນະພາບຂອງອຸປະກອນ ແລະ ສິ່ງອໍານວຍຄວາມສະດວກສືບຕໍ່ ຢູ່ໃນສະພາບທີ່ດີ, ທົດສອບຄວາມອົດທົນ ຕໍ່ການຂົນສົ່ງຜູ້ໂດຍສານ ແລະ ສິນຄ້າໃນລະດູຝົນ, ແຜ່ນດິນໄຫວ ແລະ ໄພ ທາງທຳມະຊາດອື່ນໆ, ຮັບປະກັນຄວາມສະຖຽນລະພາບ ຂອງການຂົນສົ່ງຂ້າມແດນ ໃຫ້ມີຄວາມປອດໄພ. ສົມທົບກັບພາກສ່ວນກ່ຽວຂ້ອງ ຂອງລັດຖະບານ ສ້າງກົນໄກຮ່ວມມືປ້ອງກັນຄວາມສະຫງົບທາງລົດໄຟ, ເຜີຍແຜ່ຄວາມຮູ້ ແລະ ຄວາມສໍາຄັນທາງດ້ານຄວາມ ປອດໄພທາງລົດໄຟ, ຊີ້ນຳໃຫ້ປະຊາຊົນທີ່ອາໄສຢູ່ລຽບຕາມແລວທາງລົດໄຟ ໃຫ້ເຂົ້າໃຈເຖິງວິທີການປົກປັກຮັກສາເສັ້ນທາງລົດໄຟ, ເສີມຂະຫຍາຍແນວຄິດຮ່ວມກັນປົກປັກຮັກສາ ແລະ ສ້າງບັນຍາກາດທີ່ດີຮ່ວມກັນ ໃນການປົກປັກຮັກສາທາງລົດໄຟ. ຝຶກອົບຮົມບຸກ ຄະ ລາກອນທາງລົດໄຟ, ແຕ່ງຕັ້ງຜູ້ຊ່ຽວຊານຈີນໃນການຝຶກອົບຮົມ ເຕັກນິກລົດໄຟໃຫ້ແກ່ພະນັກງານ, ຝຶກຝົນທັກສະການປະຕິບັດງານ ຂອງພະນັກງານລາວຢ່າງຮອບດ້ານ, ປະຈຸບັນພະນັກງານລາວຫຼາຍກວ່າ 90% ໃນຈຳນວນ 800 ກວ່າຄົນ ໄດ້ຜ່ານການ ຝຶກຝົນທົດສອບ ແລະ ຮັບການບັນຈຸເຂົ້າຕຳແໜ່ງ, ພວກເຂົາເຫຼົ່ານັ້ນໄດ້ກາຍເປັນພະນັກງານ ເຕັກນິກທາງລົດໄຟຊຸດທຳອິດຂອງປະເທດລາວ.
ໃນບາດກ້າວຕໍ່ໄປ, ບໍລິສັດທາງລົດໄຟລາວ-ຈີນ ຈໍາກັດ ຈະນໍາໃຊ້ປະສົບການຈາກການເປີດດໍາເນີນງານມາເປັນເວລາ 2 ປີ ເພີ່ມທະວີການຄຸ້ມຄອງ ຄວາມປອດໄພ, ປັບປຸງຄວາມສາມາດດ້ານການຂົນສົ່ງ, ຍົກສູງຄຸນນະພາບດ້ານການບໍລິການ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການສ້າງ "ໜຶ່ງແລວ ໜຶ່ງເສັ້ນທາງ" ໃຫ້ມີຄຸນນະພາບສູງ ແລະ ນຳພາຜົນປະໂຫຍດອັນສູງສຸດມາໃຫ້ແກ່ປະຊາຊົນສອງຊາດລາວ-ຈີນ./.
ແຫລ່ງຂໍ້ມູນ: ບໍລິສັດລົດໄຟລາວ-ຈີນ
KPL