ຂປລ
ຍ້ອນຄວາມດຸໝັ່ນຂະຫຍັນພຽນ ແລະ ສືບຕໍ່ອາຊີບຂອງພໍ່ແມ່ທີ່ເຄີຍເຮັດມາແຕ່ດົນນານ ເພື່ອພັດທະນາຊີວິດການ ເປັນຢູ່ຂອງຄອບຄົວໃຫ້ມີຢູ່ມີກິນ,ຮັ່ງມີເຂັ້ມແຂງຂື້ນໄປ ຕາມແນວທາງນະໂຍບາຍຂອງ ພັກ-ລັດ ວາງອອກບວກກັບ ຄວາມດຸໝັ່ນ ແລະ ມັກຮັກ ໃນອາຊີບນັ້ນໆ,

ຍ້ອນຄວາມດຸໝັ່ນຂະຫຍັນພຽນ ແລະ ສືບຕໍ່ອາຊີບຂອງພໍ່ແມ່ທີ່ເຄີຍເຮັດມາແຕ່ດົນນານ ເພື່ອພັດທະນາຊີວິດການເປັນຢູ່ຂອງຄອບຄົວໃຫ້ມີຢູ່ມີກິນ,ຮັ່ງມີເຂັ້ມແຂງຂື້ນໄປ ຕາມແນວທາງນະໂຍບາຍຂອງ ພັກ-ລັດ ວາງອອກບວກກັບຄວາມດຸໝັ່ນ ແລະ ມັກຮັກ ໃນ ອາຊີບນັ້ນໆ ຄືດັ່ງຄອບຄົວຂອງທ່ານ ສາຍສະໝອນ ສູ້ຊະນະ ອາຍຸ 51 ປີ ແລະ ນາງ ຄຳຫັວນ ວົງວິໄລສັກ ອາຍຸ 51 ປີ ບ້ານສະພັງເໜືອ ກຸ່ມສະພັງ ເມືອງມຸນລະປາໂມກ ແຂວງຈຳປາສັກ ທີ່ເຮັດເສັ້ນຂາຍ ສ້າງລາຍໄດ້ໃຫ້ແກ່ຄອບຄົວ 90 ລ້ານກີບຕໍ່ປີ.
ທ່ານ ສາຍສະໝອນ ສູ້ຊະນະ ເວົ້າສູ່ຟັງວ່າ: ນັບແຕ່ສ້າງຄອບຄົວກັນມາ ປີ 1997 ກໍ່ໄດ້ຜະລິດເສັ້ນເຝີຂາຍ ເປັນອາຊີບເສີມມາຕະຫລອດ ເພາະອາຊີບນີ້ສືບທອດມາແຕ່ພໍ່, ແມ່ ເມື່ອກອ່ນຜະລິດທຳມະດາ (ຜະລິດແບບພື້ນບ້ານ ) ໃຊ້ທຶນຕົນເອງ, ອຸປະກອນທີ່ ຜະລິດເປັນຕົ້ນ: ໂຮງມູ້ແປງ, ໝໍ້ຕິ້ມ, ເຄື່ອງຊອຍເສັ້ນ,ກະແຕະຕາກເສັ້ນ ແມ່ນໃຊ້ມື, 1 ເດືຶອນໃຊ້ຕົ້ນທຶນຜະລິດ 12 ລ້ານ, ຂາຍໄດ້ກໍາໄລສະເລ່ຍເດືອນລະ 3ລ້ານກີບ, ປີໜຶ່ງ ສະເລ່ຍ 38 ລ້ານກີບ. ມາຮອດປີ 2017 ສະຫະພັນແມ່ຍິງ ແຂວງຈໍາປາສັກ ພ້ອມດ້ວຍ ສະຫະ ພັນແມ່ຍິງເມືອງ ມຸນລະປາໂມກໄດ້ລົງໄປຊຸກຍູ້ສົ່ງເສີມ ສ້າງຕັ້ງເປັນກຸ່ມຜະລິດຂຶ້ນ ຈຶ່ງເຮັດໃຫ້ການຜະລິດ ແລະ ການຂາຍ ດີຂຶ້ນກວ່າເມື່ອກ່ອນຫລາຍ .ສະນັ້ນ, ຈຶ່ງຕັດ ສິນໃຈຊື້ໂຮງງານຜະ ລິດເສັ້ນເຝີ ເຂົ້າມາຜະລິດໃນປີ 2021 , 1 ເດືອນ ໃຊ້ຕົ້ນທຶນຜະລິດ 34 ລ້ານ ກີບ, ເຂົ້າສານ 2.000 ກິໂລ ສາມາດຜະລິດເສັ້ນເຝີໄດ້ 1.920 ກິໂລ,ຂາຍໃນລາຄາ 1 ກິໂລ 24.000 ກີບ ເປັນເງິນ 46 ລ້ານກີບ, ຫັກຄ່າອຸປະກອນຊິ້ນເປືອງຕ່າງໆ ລາຍຮັບໄດ້ 11 ລ້ານກີບຕໍ່ເດືອນ, 1ປີ ສະເລ່ຍລາຍຮັບໄດ້ 92ລ້ານ ກີບ. ໂດຍການຜະລິດ ແມ່ນໃຊ້ແຮງ ງານລວມທັງໝົດ 6 ຄົນ,ແຮງງານໃນຄອບຄົວ 3 ຄົນ,ຈ້າງກຳມະກອນ 3 ຄົນ,ຂັ້ນຕອນຜະລິດແມ່ນ ນຳເອົາເຂົ້າສານມາມ່າໄວ້ໃຫ້ອ່ອນ ແລ້ວນຳໄປໂມ້ ຈາກນັ້ນກໍ່ນຳໄປຕອງປະໄວ້ 1 ຄືນ ຈຶ່ງຖອກນໍ້າອອກເອົາເກືອໃສ່ ແລ້ວນຳໄປເຂົ້າຂັ້ນຕອນຜະລິດແຜ່ນ (ຕິ້ມແຜ່ນ) ແລ້ວ ນຳໄປຕາກແດດ , ເກັບແຜ່ນເຂົ້າມ້ຽນໄວ້ 1 ຄືນ ແລ້ວຈຶ່ງນຳມາຊອຍເປັນເສັນ, ນຳເອົາເສັ້ນໄປຕາກແດດອີກ 5 ຊົ່ວໂມງ ຈຶ່ງສຳເລັດຂັ້ນຕອນ ສາມາດກິນຫລື ຂາຍໄດ້.

ທ່ານ ສາຍສະໝອນ ໄດ້ເວົ້າຕື່ມວ່າ: ພາຍຫລັງທີ່ໄດ້ປະກອບອາຊີບນີ້ມາພາໃຫ້ຄອບຄົວ ມີຊີວິດການເປັນຢູ່ປ່ຽນແປງໄປ ໃນທາງທີ່ດີພໍຢູ່ພໍກິນ ໄດ້ໃຊ້ຈ່າຍພາຍໃນຄອບຄົວ ເປັນຕົ້ນແມ່ນສາມາດຊື້ດິນໄດ້ 1 ຕອນ, ປຸກສ້າງເຮືອນໄດ້ 1 ຫລັງ, ຊື້ລົດໄຖນາໄດ້ 1 ຄັນ, ລົດຈັກ 1 ຄັນ, ສົ່ງລູກຮຽນຈົບວິຊາຊີບ,ຊື້ດີນນາໄດ້ໜຶ່ງຕອນ ແລະ ມີເງິນຝາກທະນາຄານອີກຈຳນວນໜຶ່ງ. ທັງ 2 ທ່ານ ຍັງໄດ້ຝາກຂໍ້ຄິດຕື່ມອີກວ່າ: ການຜະລິດເສັ້ນເຝີ ເປັນອາຊີບໜຶ່ງທີ່ສາມາດສ້າງລາຍຮັບ ໃຫ້ແກ່ຄອບຄົວ, ທັງເປັນການຊ່ວຍ ກັນອະນຸລັກຮັກສາ ຜະລິດຕະພັນລາວ, ສົ່ງເສີມໃຫ້ເປັນຜະລິດຕະພັນຂອງທ້ອງຖິ່ນ ແລະ ຮຽກຮ້ອງ ໃຫ້ທາງອຳນາດການປົກຄອງທີ່ກ່ຽວຂ້ອງ ໄດ້ເບິ່ງຄືນຕື່ມໃນດ້ານການຊຸກຍູ້ ໃຫ້ພໍ່ແມ່ປະຊາຊົນລາວ ຫັນມາຜະລິດເສັ້ນເຝີຂາຍ, ເພື່ອຫລີກລ້ຽງການນຳເຂົ້າ ຈາກປະເທດໃກ້ຄຽງ ທັງເປັນການ ຫລຸດຜ່ອນລາຍຈ່າຍຕື່ມອີກ.
ໂດຍ: ມາລີດາ
KPL