ຂປລ
*“ການນຸ່ງສິ້ນ” ຖືເປັນເອກະລັກໜຶ່ງໃນການນຸ່ງຖື ຂອງແມ່ຍິງລາວຫລາຍໆ ຊົນເຜົ່າ, ແຕ່ສຳລັບແມ່ຍິງ ຊົນເຜົ່າໄຕດຳ ແລ້ວຕ່າງກໍມີປະ ເພນີການນຸ່ງສິ້ນມາແຕ່ບູຮານນະການທີ່ມີລວດລາຍທີ່ເປັນເອກະລັກ ແລະ ເຊິ່ງສ່ວນໃຫຍ່ມັກຈະນຸ່ງສິ້ນທີ່ຕ່ຳເອງ.
*“ການນຸ່ງສິ້ນ” ຖືເປັນເອກະລັກໜຶ່ງໃນການນຸ່ງຖື ຂອງແມ່ຍິງລາວຫລາຍໆຊົນເຜົ່າ, ແຕ່ສຳລັບແມ່ຍິງ ຊົນເຜົ່າໄຕດຳ ແລ້ວຕ່າງກໍມີປະເພນີການນຸ່ງສິ້ນ ມາແຕ່ບູຮານນະການທີ່ມີລວດລາຍ ທີ່ເປັນເອກະລັກ ແລະ ເຊິ່ງສ່ວນໃຫຍ່ມັກຈະນຸ່ງສິ້ນທີ່ຕ່ຳເອງ, ແມ່ຍິງທຸກເຮືອນ ຈະເປັນຜູ້ຕ່ຳຜ້າຂຶ້ນມາໃຊ້ເອງ ເປັນຜ້າ ຝ້າຍຕ່ຳມື ປະກອບໄປດ້ວຍຫົວສິ້ນ, ຜືນສິ້ນ ແລະ ຕີນສິ້ນຍ້ອມຄາມ ຈົນເປັນສີຄາມເຂັ້ມເກືອບດຳ, ນຳມາຕໍ່າສະຫລັບລວດລາຍ ເປັນເອກະລັກສະເພາະຂອງຊົນເຜົ່າໄຕດຳ ເຊິ່ງມີ 2 ລາຍທີ່ເປັນເອກະລັກສະເພາະຄື: ສິ້ນລາຍແຕງໂມ ແລະ ສິ້ນໝີ່.

ໃນຊີວິດປະຈຳວັນແມ່ຍິງເຜົ່າໄຕດຳ ມັກຈະນຸ່ງສິ້ນລາຍແຕງໂມເປັນສ່ວນໃຫຍ່, ສຳລັບສິ້ນທີ່ນຸ່ງຈະມີຢູ່ 2 ປະເພດຄື: ສິ້ນສຳລັບນຸ່ງໃນຊີວິດປະຈຳວັນ ແລະ ສິ້ນທີ່ນຸ່ງໃນງານບຸນປະເພນີ ຕາມການບອກເລົ່າຂອງຄົນສະໄໝກ່ອນ ໃຫ້ຮູ້ວ່າ: ສີ້ນລາຍແຕງໂມ ນິຍົມໃຊ້ເຄືອສີແດງເປັນຫລັກ, ເສັ້ນຝ້າຍທີ່ໃຊ້ຕ່ຳ ເປັນສີດຳ ຫື ຄາມເຂັ້ມເກືອບດຳ, ນັ້ນເປັນທຳນຽມມາຕັ້ງແຕ່ບູຮານນະການ ຜູ້ຊາຍທີ່ເປັນຜົວເປັນຜູ້ນຳຂອງຄອບຄົວ ມີໜ້າທີ່ອອກຈາກບ້ານເຂົ້າປ່າ ເພື່ອຖາງປ່າໃຫ້ເປັນບ່ອນທຳມາຫາກິນ, ເຮັດໄຮ່ເຮັດນາ, ປ່ອຍໃຫ້ຜູ້ເປັນເມຍຢູ່ເຝົ້າເຮືອນຕ່ຳຫູກ ຈົນກວ່າຜົວຈະກັບບ້ານມາ; ສ່ວນແມ່ຍິງທີ່ຕ່ຳຜ້າ ໃນໃຈກໍຈະຄິດຮອດ ຜົວ ທີ່ເຂົ້າປ່າໄປຫລາຍມື້ ອັນເປັນຄວາມຮັກ, ຄວາມຄິດຮອດ ເຊິ່ງຈະມີຢູ່ໃນໂຕຂອງທຸກຄົນ ໂດຍສິ້ນລາຍແຕງໂມ ການທີ່ໃຊ້ສີແດງເປັນເຄືອຫູກ ເພາະວ່າສີແດງເປັນສີທີ່ໃຊ້ແທນໃຈ, ໂຫຍຫາອາລົມໃນຄວາມຮັກທີ່ຈາກກັນ ສ່ວນເສັ້ນພຸ່ງໃຊ້ສີຄາມເກືອບດຳແທນໂຕເອງ ທີ່ເຝົ້າຄອຍ, ໃຊ້ຕ່ຳທັບເປັນເສັ້ນຂັດໃຫ້ເກີດ ເປັນເນື້ອຜ້າ ໂດຍເຊື່ອງເສັ້ນສີແດງເອົາໄວ້, ເມື່ອນຸ່ງສິ້ນລາຍແຕງໂມ ລໍຖ້າຜົວເວລາແສງແດດຊ່ອງໃສ່ ຈະເຫັນຄວາມວິວວັບ ຂອງໄໝສີແດງ ສະທ້ອນອອກມາ ປຽບເໝືອນການສື່ສັນຍານ ແຫ່ງຄວາມຮັກທີ່ມີຕໍ່ກັນ. ສໍາລັບ ສິ້ນໝີ່ມີຕຳນານ ເລົ່າວ່າ: ແມ່ຍິງຊົນເຜົ່າໄຕດຳ ທີ່ຕ່ຳມີພີ່ນ້ອງທີ່ເປັນແມ່ຍິງ 3 ຄົນ, ແມ່ຍິງຄົນ ທຳອິດເປັນຜູ້ຄິດຄົ້ນ ການມັດລາຍໝີ່ ແລະ ຕ່ຳ ແຕ່ຕ່ຳຍັງບໍ່ທັນແລ້ວ ກໍເສຍຊີວິດລົງ, ຄົນທີ່ສອງ ຈຶ່ງຕ່ຳຕໍ່ໃນລະຫວ່າງຕ່ຳກໍເສຍຊີວິດ ຕາມກັນໄປເປັນຄົນທີສອງ, ຍິງຄົນທີ່ສາມ ຈຶ່ງໄດ້ບອກເລົ່າຜີເຮືອນ ກ່ອນຈະຕ່ຳສິ້ນຕໍ່ວ່າ: “ຫາກຕ່ຳສິ້ນຜືນນີ້ແລ້ວ ເມື່ອມີງານບຸນເສັ້ນເຮືອນ ຈະນຸ່ງໃນງານເສັ້ນເຮືອນ” ເຮັດໃຫ້ຍິງຄົນ ທີ່ສາມ ສາມາດຕ່ຳສິ້ນດັ່ງກ່າວໄດ້ສຳເລັດ.

ຕັ້ງແຕ່ນັ້ນມາຊົນເຜົ່າໄຕດຳ ຈຶ່ງນິຍົມນຸ່ງສິ້ນໝີ່ ຫລື ສິ້ນນາງພະຍາ ປະກອບໃນພິທີ ການເສັ້ນເຮືອນ ມາຈົນເຖິງປັດຈຸບັນ ຄຳວ່າ: “ນາງພະຍາ” ໝາຍເຖິງຄວາມກ້າ, ຄວາມເດັດດຽວ ເຊິ່ງໝາຍເຖິງ ຍິງໃນຕຳນານ ຍິງຄົນທີ່ສາມທີ່ກ້າຕ່ຳສິ້ນຜືນດັ່ງກ່າວ ໄດ້ຈົນສຳເລັດຢ່າງເດັດດ່ຽວນັ້ນເອງ. ສິ້ນໝີ່ ຖືເປັນເອກະລັກ ຂອງ ຊົນເຜົ່າໄຕດຳ ມາແຕ່ສະໄໝກ່ອນ ຈົນເຖິງປັດຈຸບັນ ຊົນເຜົ່າໄຕດຳ ຈະນຸ່ງສິ້ນໝີ່ ໃນງານບຸນເສັ້ນເຮືອນເຊິ່ງ ປັດຈຸບັນນີ້ ສິ້ນໝີ່ຂອງຊົນເຜົ່າໄຕດຳ ຖືວ່າເປັນທີ່ນິຍົມຫລາຍ ໃນແຂວງຫລວງນ້ຳທາ ຖືເປັນສິ້ນທີ່ຊົນເຜົ່າໄຕດຳ ນຸ່ງອອກງານບຸນປະເພນີຕ່າງໆ ເຊິ່ງມີລວດລາຍ ແລະ ຄວາມງົດງາມແຕກຕ່າງກັນໄປ.
KPL